initial conversion

This commit is contained in:
Larry Versaw 2021-07-12 10:22:35 -06:00
parent ae24c2074f
commit ca6d44b1b0
1053 changed files with 13366 additions and 3 deletions

View File

@ -1,3 +1 @@
# lo_tw
Lao Translation Words
# Lao Translation Words

16
bible/kt/abomination.md Normal file
View File

@ -0,0 +1,16 @@
# ​​ຫນ້າລັງກຽດ, ຫນ້າກຽດຫນ້າຊັງ
## ນິຍາມ
​ຄຳ​ວ່າ "​​ຫນ້າລັງກຽດ" ໃຊ້​ກ່າວ​ເຖິງ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ໜ້າ​ກຽດ ຫລືບໍ່​ເ​ຫັນຊອບ​ທີ່​ສຸດ.
* ຄົນ​ອີຢິບຖື​ວ່າ​ຄົນ​ເຮັບ​ເຣີ "ຫນ້າລັງກຽດ" ນີ້​ຄື​ໝາຍ​ຄວາມ​ວ່າ​ຄົນ​ອີ​ຢິບບໍ່​ມັກ​ຄົນ​ເຮັບ​ເຣີ ແລະ​ບໍ່​ຕ້ອງ​ການ​ຄົບ​ຄ້າ​ສາມ​ະຄົມຫລື​ຢູ່​ໃກ້ໆ​ພວກ​ເຂົາ.
* ບາງ​ສິ່ງ​ທີ່​ພ​ຣະ​ຄັມ​ພີ​ເວົ້າ​ວ່າ "ສິ່ງ​ທີ່ຫນ້າລັງກຽດ​ຕໍ່​ພ​ຣະ​ເຈົ້າ" ລວມ​ເຖິງ ການ​ຕົ​ວະ, ການອວດ​ຕົວ,ການ​ຖວາຍ​ມະ​ນຸດ​ເປັນ​ເຄື່ອງ​ບູ​ຊາ, ການ​ລ່ວງ​ປະ​ເວ​ນີ​ແລະ​ການ​ຮັກຄົນ​ເພດດຽວ​ກັນ.
* ໃ​ນ​ການ​ສອນ​ເລຶ້ອງ​ຍຸກ​ສຸດ​ທ້າຍ, ບັນ​ດາ​ສາ​ວົກ​ຂອງ​ພ​ຣະ​ເຢ​ຊູ​ໄ​ດ້​ອ້າງ​ເຖິງ​ຄຳ​ພະ​ຍາ​ກອນ​ຂອງ​ຜູ້​ປະ​ກາດ​ພ​ຣະຄັມ ດາ​ນິ​ເອນ​ກ່ຽວ​ກັບສິ່ງ "​ຫນ້າລັງກຽດອັນໜ້າ​ຢ້ານ" ທີ່​ຈະ​ຖືກກໍ່​ຕັ້ງ​ຂຶ້ນ ຊຶ່ງ​ເປັນ​​ເໝືອນ​ການ​ກະ​ບົດ​ຕໍ່ ​ພ​ຣະ​ເຈົ້າ, ທັງເຮັດໃຫ້​ບ່ອນ​ນະ​ມັດ​ສະການ​ຂອງ​ພ​ຣະ​ອົງ​ເປັນ​ມົ​ນທິນ.
## ຄຳ​ແນະ​ນຳ​ໃນ​ການ​ແປ
ຄຳ​ວ່າ "ຫນ້າລັງກຽດ" ສາ​ມາດ​ແປ​ໄດ້​ອີກວ່າ "ບາງ​ສິ່ງ​ທີ່​ພ​ຣະ​ເຈົ້າ​ກຽດ​ຊັງ" ຫລື "ບາງ​ສິ່ງ​ທີ່​ໜ້າ​ລັງ​ກຽດ" ຫລື "​ການ​ກະ​ທຳ​ທີ່​ໜ້າ​ລັງ​ກຽດ" ຫລື​"ຊົ່ວຮ້າຍ​ທີ່​ສຸດ."
* ອີງ​ຕາມ​ເນື້ອ​ຫາ​ນີ້​ອາ​ດຈະ​ແປ​ວ່າ "ຫນ້າລັງກຽດ​ຕໍ່" ອາດ​ຈະ​ລວມ​ເຖິງ "ໜ້າ​ກຽດ​ທີ່​ສຸດ" ຫລື "ໜ້າ​ກຽດ​ຕໍ່" ຫລື "ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​" ຫລື "ເຮັດ​ໃຫ້​ໜ້າ​​ກຽດ​ຊັງ​ທີ່​ສຸດ."
* ຈາກ​ເນື້ອ​ຫານີ້ "ຫນັາລັງກຽດ​ອັນ​ໜ້າ​ຢ້ານ" ອາດ​ຈະ​ແປ​ໄດ້​ອີກວ່າ "ສິ່ງ​ທີ່​ເປັນ​ມົນ​ທິນ​ທີ່​ຈະເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ອັນ​ຕະ​ລາຍ​ຢ່າງ​ຮ້າຍ ແຮງ" ຫລື "ສິ່ງ​ທີ່​ໜ້າ​ກຽດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງຫລາຍ."

15
bible/kt/adoption.md Normal file
View File

@ -0,0 +1,15 @@
# ການ​ຮັບ​ເປັນ​ລູກ
## ນິຍາມ
​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ເວົ້າ​ເຖິງ​ການ​ທີ່​ບາງ​ຄົນ​ໄດ້​ກາຍ​ເປັນ​ລູກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ບຸກ​ຄົນ​ອື່ນ ​ທີ່ບໍ່​ແມ່ນ​ພໍ່​ແມ່​ຄີງ.
* ພ​ຣະ​ຄັມ​ພີ​ໃຊ້​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ຫລື "ຮັບ​ເປັນ​ລູກ" ເປັນ​​ພາບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ວ່າ​ພ​ຣະ​ເຈົ້າ​ເຮັດ​ໃຫ້​ຄົນ​ໄດ້​ມີ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພ​ຣະ​ອົງ, ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ລູກ​ຊາຍ​ແລະ​ລູກ​ຍິງ​ຝ່າຍ​ວິນ​ຍານ​ຂອງ​ພ​ຣະ​ອົງ​ໄດ້​ຢ່າງ​ໃດ.
* ໃນ​ຖາ​ນະ​ລູກ​ລ້ຽງ ພວກ​ຜູ້​ເຊື່ອ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັນ​ກັບ​ພ​ຣະ​ເຢ​ຊູ​ຄ​ຣິດ, ພວກ​ເຂົາ​ເຈົ້າ​ມີ​ສິດ​ພິ​ເສດ​ຂອງ​ລູກ​ຊາຍ​ລູກ​ຍິງ​ຂອງ​ພ​ຣະ​ເຈົ້າ.
## ຄຳ​ແນະ​ນຳ​ໃນ​ການ​ແປ
* ຄຳ​ນີ້​ອາດ​ແປ​ໂດຍ​ໃຊ້​ຄຳ​ຂອງ​ພາ​ສານັ້ນໆ ທີ່​ເຮົາ​ຈະ​ແປ​ເພື່ອ​ອະ​ທິ​ບາຍ​ເຖິງ​ຄວາມ​ສຳ​ພັນ​ພິ​ເສດ​ຂອງ​ພໍ່​ແມ່​ແລະ​ລູກ. ແຕ່​ໃຫ້​ແນ່​ໃຈ​ວ່າ​ຄຳ​ນີ້​ມີ​ຄວາມ​ໝາຍ​ທີ່​ເປັນ​ພາບ​ປຽບ​ທຽບ​ຫລື​ຄວາມ​ໝາຍ​ຝ່າຍ​ວິນ​ຍານ.
* ຄຳ​ທີ່​ວ່າ "ການ​ຖືກ​ຮັບ​ເປັນ​ລູກ" ກໍ​ອາດ​ແປ​ໄດ້​ວ່າ "ພ​ຣະ​ເຈົ້າ​ໄດ້​ຊົງຮັບ​ໃຫ້​ເປັນ​ລູກ​ຂອງ​ພຣະ​ອົງ" ຫລື "ເປັນລູກ​ຂອງ​ພ​ຣະ​ເຈົ້າ​ຝ່າຍ​ວິນ​ຍານ."
(​ເບີ່ງເພີ້ມເຕີມ: heir, inherit, spirit)

18
bible/kt/adultery.md Normal file
View File

@ -0,0 +1,18 @@
# ການ​ເປັນ​ຊູ້, ເປັນ​ຊູ້, ຊາຍ​ຊູ້, ຍິງ​ຊູ້
## ນິຍາມ
​ຄຳ​ວ່າ "ການ​ເປັນ​ຊູ້" ເວົ້າ​ເຖິງ​ຄວາມ​ບາບ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ທີ່​ແຕ່ງ​ງານ​ແລ້ວ​ໄປ​ມີ​ເພດ​ສຳ​ພັນ​ກັບ​ຄົນ​ອື່ນ​ທີ່ບໍ່​ແມ່ນ​ຄູ່​ຄອງ​ຂອງ​ຕົນ​ເອງ. ຄຳ​ວ່າ "ເປັນ​ຊູ້" ອະ​ທິ​ບາຍ​ເຖິງ​ການ​ເຮັດ​ແບບນີ້​ຫລື​ບຸກ​ຄົນ​ທີ່​ເຮັດ​ຄວາມ​ບາບ​ແບບນີ້.
* ຄຳ​ວ່າ "ຊາຍ​ຊູ້" ໂດຍ​ທົ່ວ​ໄປ​ເວົ້າ​ເຖິງ​ໃຜ​ກໍ​ໄດ້​ທີ່​ເປັນ​ຊູ້.
* ບາງ​ຄັ້ງ​ຄຳ​​ວ່າ "ຍິງ​ຊູ້" ຖືກ​ໃຊ້​ສະ​ເພາະ​ກັບ​ຜູ້​ຍິງ​ທີ່​ເປັນ​ຊູ້.
* ການ​ເປັນ​ຊູ້​ທຳ​ລາຍ​ຄຳ​ສັນ​ຍາ​ທີ່​ຜົວ​ເມຍ​ໄດ້​ໃຫ້​ຕໍ່​ກັນ​ໃນ​ຄຳ​ສັນ​ຍາ​ຂອງ​ການ​ແຕ່ງດອງ​ຂອງ​ພວກ​ເຂົາ.
* ພ​ຣະ​ເຈົ້າ​ຊົງ​ໄດ້​ບັນ​ຊາ​ຫ້າມ​ຄົນ​ອິ​ສະ​ຣາ​ເອນ​ຫລິ້ນ​ຊູ້.
* ຄຳ​ວ່າ "ເປັນ​ຊູ້" ມັກ​ໃຊ້​ເປັນ​ຮູບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ເຖິງ​ປະ​ຊາ​ຊົນ​ອິສະ​ຣາ​ເອນ​ທີ່ບໍ່​ຊື່​ສັດ​ຕໍ່​ພ​ຣະ​ເຈົ້າ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ເມື່ອ​ພວກ​ເຂົາ​ໄດ້​ໄປ​ນະ​ມັ​ສ​ການ​ພຣ​ະ​ອື່ນ.
## ຄຳ​ແນະ​ນຳ​ໃນ​ການ​ແປ
* ຖ້າ​ພາ​ສາ​ທີ່​ຈະ​ແປນັ້ນ​ບໍ່​ມີ​ຄຳ​ທີ່​ໝາຍ​ຄວາມ​ວ່າ "ການ​ເປັນ​ຊູ້" ຄຳ​ນີ້​ກໍ​ອາດ​ຈະ​ແປ​ວິ​ທີ​ອື່ນ​ເຊັ່ນ "ການ​​ໄປ​ນອນກັບ​ຜົວ​ຫລື​ເມຍ​ຂອງ​ຄົນ​ອື່ນ" ຫລື "ການ​ຫລິ້ນ​ຊູ້."
* ​ບາງ​ພາ​ສາ​ອາດ​ຈະ​ເວົ້າ​ເລື້ອງ​ການ​ເປັນ​ຊູ້​ແບບ​ທາງ​ອ້ອມ​ເຊັ່ນ "ການນອກ​ໃຈ​ກັນ" ຫລື "ການບໍ່​ສັດ​ຊື່​ຕໍ່​ຄອບ​ຄົວ."
(​ເບີ່ງເພີ້ມເຕີມ: commit, covenant, sexual immorality, sleep with, faithful)

13
bible/kt/almighty.md Normal file
View File

@ -0,0 +1,13 @@
# ມະ​ຫິດ​ທິຣິດ​
## ນິຍາມ
​ຄຳ​ວ່າ "​ມະ​ຫິດ​ທິ​ຣິດ" ແປ​ຕາມ​ຕົວ​ອັກ​ສອນໝາຍ​ຄວາມ​ວ່າ "ມີ​ຣິດ​ອຳ​ນາດທັງ​ໝົດ," ໃນ​ພ​ຣະຄັມ​ພີ​ແມ່ນ​ເວົ້າ​ເຖິງ​ພ​ຣະ​ເຈົ້າ.
* ຄຳ​ນຳ​ໜ້າ​ຊື່ "ຊົງ​ມະ​ຫິດ​ທິ​ຣິດ" ຫລື "ຜູ້​ຊົງ​ມະ​ຫິດ​ທິ​ຣິດ​ອົງ​ດຽວ" ໝາຍ​ເຖິງ​ພ​ຣະ​ເຈົ້າ ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ພ​ຣະ​ອົງ​ຊົງ​ມີ​ອຳນາດ​ແລະ​ສິດ​ທິ​ເໜືອ​ທຸກ​ສິ່ງ​ຢ່າງ​ສົມ​ບຸນ.
* ຄຳ​ນີ້​ໃຊ້​ເພື່ອ​ອະ​ທິ​ບາຍເຖິງ​ພ​ຣະ​ເຈົ້າ ໂດຍ​ເອີ້ນ​ວ່າ "ພ​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິດ​ທິ​ຣິດ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ."
## ຄຳແນະ​ນຳ​ໃນ​ການ​ແປ
* ຄຳ​ນີ້​ສາ​ມາດ​ແປ​ໄດ້​ອີກວ​່າ "ມີ​ອຳ​ນາດ​ເໜືອ​ທັງ​ໝົດ​ທັງ​ປວງ" ຫລື "ອົງ​ດຽວ​ທີ່​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບຸນ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບູນ."
* ວິ​ທີ​ແປ​​​ເນື້ອຫານີ້​ມີ​ຫລາຍ​ຢ່າງ "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດສູງ​ສຸດ" ຊຶ່ງ​ສາ​ມາດ​ລວມ​ເຖິງ "ພ​ຣະ​ເຈົ້າ​ຜູ້​ຄອບ​ຄອງ" ຫລື "ພ​​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິທິ​ຣິດ ຜູ້​ເປັນ​ເຈົ້າ​ນາຍ​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ."

9
bible/kt/altar.md Normal file
View File

@ -0,0 +1,9 @@
# ແທ່ນບູຊາ
## ນິຍາມ
ແທ່ນບູຊາເປັນບ່ອນສ້າງສູງທີ່ຕັ້ງຂື້ນຈາກພື້ນຂຶ້ນມາ ຊຶ່ງຄົນອິສະຣາເອນໃຊ້ເປັນບ່ອນເຜົາສັດ ແລະເມັດພືດຕ່າງໆເພື່ອເປັນບູຊາຖວາຍແດ່ພຣະເຈົ້າ.
* ໃນສະໄໝຂອງພຣະຄັມພີ ແທ່ນບູຊາຢ່າງງ່າຍໆ ມັກຈະທຳຂຶ້ນມາຈາກການປັ້ນຂຶ້ນເປັນຮູບຫລືການເອົາກ້ອນຫີນກ້ອນໃຫຍ່ມາເຮັດເປັນກອງກັນຂຶ້ນໃຫ້ໝັ້ນຄົງ.
* ແທ່ນບູຊາແບບພິເສດບາງຊະນິດທີ່ເປັນຮູບຊົງແລ້ວກໍຈະທຳມາຈາກໄມ້ແລ້ວຫຸ້ມຫໍ່ດ້ວຍໂລຫະເຊັ່ນ ຄຳ, ທອງເຫລືອງ, ຫລືທອງສຳຣິດ.
* ປະຊາຊົນກຸ່ມອື່ນໆ ທີ່ອາໃສຢູ່ໃກ້ອິສະຣາເອນກໍໄດ້ສ້າງແທ່ນບູຊາເພື່ອຖວາຍບູຊາແດ່ພຣະຂອງພວກເຂົາ

17
bible/kt/amen.md Normal file
View File

@ -0,0 +1,17 @@
# ອາແມນ, ແທ້ຈິງ,ແມ່ນແທ້ໆ
## ນິຍາມ
ຄຳວ່າ "ອາແມນ" ເປັນຄຳທີ່ໃຊ້ເນັ້ນຫຼືຮຽກຮ້ອງຄວາມສົນໃຈຕໍ່ສິ່ງທີ່ບຸກຄົນນັ້ນໄດ້ເວົ້າ,ມັກຈະໃຊ້ໃນຕອນທ້າຍຂອງຄຳອະທິຖານ ບາງຄັ້ງຄຳນີ້ຖືກແປວ່າ "ແທ້ຈິງ."
* ເມື່ອໃຊ້ໃນຕອນຈົບຂອງຄຳອະທິຖານ ຄຳວ່າ "ອາແມນ" ເປັນການສື່ເຖິງການເຫັນດ້ວຍກັບຄຳອະທິຖານ ຫຼືສະແດງເຖິງການປາດຖະໜາຫຼືຢາກໃຫ້ຄຳອະທິຖານນັ້ນສຳເລັດ.
* ໃນຄຳສອນ ພຣະເຢຊູໃຊ້ຄຳວ່າ "ອາແມນ" ເພື່ອເນັ້ນເຖິງຄວາມຈິງໃນສິ່ງທີ່ພຣະອົງເວົ້າ.ພຣະອົງມັກຈະຕາມດ້ວຍປະໂຫຍກທີ່ວ່າ "ແລະເຮົາບອກແກ່ທ່ານວ່າ" ເພື່ອເລີ້ມສອນຕໍ່ໄປທີ່ກ່ຽວຂ້ອງກັບສິ່ງທີ່ພຣະອົງໄດ້ສັ່ງສອນໄປແລ້ວ.
* ເມື່ອພຣະເຢຊູໃຊ້ຄຳວ່າ "ອາແມນ" ໃນລັກສະນະນີ້ ພຣະຄັມພີພາສາອັງກິດບາງສະບັບ(ແລະສະບັບULB)ແປຄຳນີ້ວ່າ "ແທ້ຈິງ" ຫຼື "ຈິງໆ."
* ອີກຄຳໜຶ່ງທີ່ໝາຍຄວາມວ່າ "ແທ້ຈິງ" ບາງຄັ້ງກໍແປວ່າ "ແນ່ນອນ" ຫຼື "ແມ່ນແລ້ວ" ແລະຄຳນີ້ໄດ້ຖືກໃຊ້ເພື່ອເນັ້ນວ່າຜູ້ເວົ້າກຳລັງເວົ້າຫຍັງ.
## ຂໍ້ແນະນຳໃນການແປ
* ໃຫ້ພິຈາລະນາເບິ່ງວ່າພາສາທີ່ຈະແປນັ້ນມີຄຳຫຼືຄຳເວົ້າພິເສດທີ່ຈະໃຊ້ເນັ້ນບາງສິ່ງທີ່ໄດ້ເວົ້າໄປແລ້ວຫຼືບໍ່.
* ເມື່ອໃຊ້ໃນຕອນທ້າຍຂອງຄຳອະທິຖານຫຼືເພື່ອຢືນຢັນບາງສິ່ງ "ອາແມນ" ກໍສາມາດແປໄດ້ອີກຢ່າງວ່າ "ຂໍໃຫ້ເປັນດັ່ງນັ້ນ" ຫຼື "ຂໍໃຫ້ສິ່ງນີ້ເກີດຂຶ້ນ" ຫຼື "ນັ້ນເປັນເລື່ອງຈິງ."
* ເມື່ອພຣະເຢຊູເວົ້າວ່າ "ເຮົາບອກຄວາມຈິງແກ່ທ່ານວ່າ" ກໍສາມາດແປໄດ້ອີກຢ່າງວ່າ "ເຮົາບອກທ່ານຢ່າງຈິງໃຈວ່າ" ຫຼື "ນັ້ນຄືຄວາມຈິງແລະເຮົາຂໍບອກທ່ານວ່າ."
* ຄຳເວົ້າທີ່ວ່າ "ແທ້ຈິງເຮົາບອກທ່ານວ່າ" ອາດແປໄດ້ອີກວ່າ "ເຮົາບອກເລື້ອງນີ້ແກ່ທ່ານຢ່າງຈິງໃຈວ່າ" ຫຼື "ເຮົາບອກເລື້ອງນີ້ແກ່ທ່ານດ້ວຍໃຈຮ້ອນຮົນວ່າ" ຫຼື "ສິ່ງທີ່ເຮົາກຳລັງບອກແກ່ທ່ານເປັນຄວາມຈິງ."

19
bible/kt/angel.md Normal file
View File

@ -0,0 +1,19 @@
# ທູດສະຫວັນ, ຫົວໜ້າທູດສະຫວັນ
## ນິຍາມ
ທູດສະຫວັນເປັນວິນຍານທີ່ມີອຳນາດຫຼາຍທີ່ພຣະເຈົ້າຊົງໄດ້ສ້າງ.ທູດສະຫວັນມີຢູ່ເພື່ອຮັບໃຊ້ພຣະເຈົ້າໂດຍທຳຕາມທີ່ພຣະເຈົ້າຊົງບັນຊາໃຫ້ທຳ.ຄຳວ່າ ຫົວໜ້າທູດສະຫວັນ ໝາຍເຖິງທູດສະຫວັນຜູ້ທີ່ປົກຄອງຫຼືຜູ້ນຳທູດສະຫວັນອື່ນໆທັງໝົດ.
* ຄຳວ່າ "ທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຜູ້ສົ່ງຂ່າວ." * ຄຳວ່າ "ຫົວໜ້າທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຫົວໜ້າຜູ້ສົ່ງຂ່າວ" ມີທູດສະຫວັນອົງດຽວທີ່ຖືກເວົ້າເຖິງໃນພຣະຄັມພີວ່າເປັນ "ຫົວໜ້າທູດສະຫວັນ" ຄື ມີຄາເອນ.
* ໃນພຣະຄັມພີ ທູດສະຫວັນຈະນຳຂ່າວສານມາຈາກພຣະເຈົ້າມາໃຫ້ມະນຸດ.ຂ່າວສານເຫຼົ່ານີ້ລວມທັງຂໍ້ແນະນຳຕ່າງໆທີ່ພຣະເຈົ້າຕ້ອງການໃຫ້ມະນຸດກະທຳ.
* ທູດສະຫວັນບອກມະນຸດເຖິງເຫດການຕ່າງໆທີ່ກຳລັງຈະເກີດຂຶ້ນໃນອະນາຄົດຫຼືເຫດການຕ່າງໆທີ່ໄດ້ເກີດຂຶ້ນໄປແລ້ວດ້ວຍ.
* ທູດສະຫວັນມີສິດອຳນາດຂອງພຣະເຈົ້າໃນຖານະທີ່ເປັນຕົວແທນຂອງພຣະອົງແລະໃນພຣະຄັມພີ ບາງຄັ້ງພວກທູດສະຫວັນກໍຈະເວົ້າເໝືອນດັ່ງກັບວ່າພຣະເຈົ້າກຳລັງເວົ້າເອງ.
* ວິທີອື່ນໆທີ່ທູດສະຫວັນຮັບໃຊ້ພຣະເຈົ້າຄື ການປົກປ້ອງແລະເສີມກຳລັງມະນຸດ.
* ຄຳເວົ້າພິເສດເຊັ່ນ "ທູດສະຫວັນຂອງພຣະຢາເວ"ມີຄວາມໝາຍໄດ້ຫຼາຍຢ່າງເຊັ່ນ 1.)ອາດໝາຍເຖິງ "ທູດສະຫວັນທີ່ເປັນຕົວແທນຂອງພຣະຢາເວ" ຫຼື "ຜູ້ສົ່ງຂ່າວທີ່ຮັບໃຊ້ພຣະຢາເວ" 2.)ອາດໝາຍເຖິງພຣະຢາເວ ເອງຜູ້ຊົງເບິ່ງແລ້ວຄ້າຍຄືທູດສະຫວັນໃນຂະນະທີ່ພຣະອົງຊົງເວົ້າກັບມະນຸດ ຫຼື ໜຶ່ງໃນຄວາມໝາຍເຫຼົ່ານີ້ອາດອະທິບາຍເຖິງບ່ອນທີ່ວ່າ ທູດສະຫວັນໃຊ້ຄຳວ່າ "ເຮົາ" ເໝືອນກັບເປັນພຣະຢາເວກຳລັງເວົ້າເອງ .
## ຂໍ້ແນະນຳໃນການແປ
* ຫຼາຍວິທີທີ່ຈະແປຄຳວ່າ "ທູດສະຫວັນ" ອາດລວມເຖິງຄຳວ່າ "ຜູ້ສົ່ງຂ່າວຈາກພຣະເຈົ້າ" ຫຼື "ຜູ້ຮັບໃຊ້ແຫ່ງຟ້າສະຫວັນຂອງພຣະເຈົ້າ" ຫຼື "ຜູ້ສົ່ງຂ່າວແຫ່ງພຣະວິນຍານຂອງພຣະເຈົ້າ".
* ຄຳວ່າ "ຫົວໜ້າທູດສະຫວັນ" ອາດແປໄດ້ອີກວ່າ "ຜູ້ນຳຂອງທູດສະຫວັນ" ຫຼື "ຫົວໜ້າທີ່ປົກຄອງທູດສະຫວັນ" ຫຼື "ຜູ້ນຳທູດສະຫວັນ."
* ໃຫ້ພິຈາລະນາເຖິງການແປຄຳເຫຼົ່ານີ້ໃນພາສາກາງຫຼືໃນພາສາທ້ອງຖິ່ນດ້ວຍ.
* ຄຳເວົ້າທີ່ວ່າ "ທູດສະຫວັນຂອງພຣະຢາເວ" ຄວນແປໂດຍໃຊ້ຄຳສຳລັບ "ທູດສະຫວັນ" ແລະ "ພຣະຢາເວ" ຊຶ່ງຈະສາມາດໃຊ້ຄຳນີ້ໃນຮູບແບບທີ່ແຕກຕ່າງກັນໄດ້ ຫຼື ອາດແປໄດ້ອີກວ່າ "ທູດສະຫວັນຈາກພຣະຢາເວ" ຫຼື "ທູດສະຫວັນທີ່ຖືກສົ່ງມາໂດຍພຣະຢາເວ" ຫຼື "ພຣະຢາເວຜູ້ຊົງດູເໝືອນທູດສະຫວັນ."

20
bible/kt/anoint.md Normal file
View File

@ -0,0 +1,20 @@
# ເຈີມ, ໄດ້ເຈີມ
## ນິຍາມ
ຄຳວ່າ "ເຈີມ" ໝາຍເຖິງການເອົານ້ຳມັນທາຫຼືເທເທິງບຸກຄົນຫຼືວັດຖຸ. ບາງຄັ້ງນ້ຳມັນນັ້ນຖືກປະສົມກັບເຄື່ອງເທດ, ມີກິ່ນດີມີກິ່ນນ້ຳຫອມ, ຄຳນີ້ໃຊ້ປຽບທຽບໝາຍເຖິງການເລືອກຂອງພຣະວິນຍານບໍຣິສຸດແລະໃຫ້ອຳນາດກັບບາງຄົນດ້ວຍ.
* ໃນພັນທະສັນຍາເດີມພວກປະໂລຫິດແລະກະສັດ ແລະຜູ້ປະກາດພຣະທັມໄດ້ເຈີມດ້ວຍນ້ຳມັນເພື່ອແຕ່ງຕັ້ງພວກເຂົາແຍກໄວ້ຕ່າງຫາກເພື່ອຮັບໃຊ້ພຣະເຈົ້າ.
* ວັດຖຸຢ່າງເຊັ່ນແທນບູຊາແລະພັບພາ ກໍ່ໄດ້ເຈີມດ້ວຍນ້ຳມັນເພື່ອສະແດງວ່າສິ່ງເຫລົ່ານີ້ຖືກໃຊ້ເພື່ອນະມັດສະການແລະຖວາຍກຽດແດ່ພຣະເຈົ້າ.
* ໃນພັນທະສັນຍາໃໝ່ ຄົນປ່ວຍກໍ່ຖືກເຈີມດ້ວຍນ້ຳມັນເພື່ອການຮັກສາໃຫ້ຫາຍປ່ວຍ.
* ໃນພັນທະສັນຍາໃໝ່ບັນທືກໄວ້ສອງຄັ້ງ ພຣະເຢຊູເຈົ້າຖືກເຈີມດ້ວຍນ້ຳຫອມໂດຍຜູ້ຍິງຄົນໜຶ່ງ ເພື່ອເປັນການນະມັດສະການພຣະອົງ. ມີຄັ້ງໜຶ່ງພຣະເຢຊູເຈົ້າຊົງກ່າວວ່ານາງໄດ້ທຳເພື່ອເປັນການຕຽມຝັງພຣະສົບຂອງພຣະອົງໃນອານາຄົດ.
* ຫລັງຈາກທີ່ພຣະເຢຊູເຈົ້າຊົງສີ້ນພຣະຊົນ, ບັນດາມິດສະຫາຍຂອງພຣະອົງໄດ້ຈັດຕຽມພຣະກາຍຂອງພຣະອົງໂດຍການຊາໂລມດ້ວນນ້ຳມັນແລະເຄື່ອງເທດ.
* ຊື່ເອີ້ນວ່າ "ເມຊິຢາ" (ພາສາເຮັບເຣີ) ແລະ "ພຣະຄຣິດ" (ພາສາກຣີກ) ໝາຍຄວາມວ່າ "(ຜູ້ທີ່) ຖືກເຈີມ"
* ພຣະເຢຊູເຈົ້າ ພຣະເມຊິຢາ ຄືຜູ້ທີ່ຖືກເລືອກຫຼືເຈີມເໝືອນຜູ້ປະກາດພຣະທັມ ມະຫາປະໂລຫິດ ແລະກະສັດ.
## ຂໍ້ແນະນຳການແປ
* ຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ເທນ້ຳມັນເທິງ" ຫຼື "ທານ້ຳມັນເທິງ" ຫຼື "ຖວາຍໃຫ້ໂດຍການເທນ້ຳມັນຫອມລົງເທິງນັ້ນ" ທັງນີ້ຢູ່ກັບບໍຣິບົດນັ້ນໆ.
* ການ "ຖືກເຈີມ" ອາດແປໄດ້ອີກວ່າ "ຖືກຖວາຍໃຫ້ດ້ວຍນ້ຳມັນ" ຫຼື "ຖືກແຕ່ງຕັ້ງ" ຫຼື "ຖືກມອບຖວາຍໄວ້"
* ໃນບາງບໍຣິບົດຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ແຕ່ງຕັ້ງ"
* ຄຳທີ່ວ່າ "ປະໂລຫິດທີ່ຖືກເຈີມ" ອາດແປໄດ້ອີກວ່າ "ປະໂລຫິດຜູ້ຖືກຖວາຍໄວ້ດ້ວຍນ້ຳມັນ" ຫຼື "ປະໂລຫິດຜູ້ຖືກແຕ່ງຕັ້ງແຍກໄວ້ຕ່າງຫາກໂດຍຖືກມອບໄວ້ໂດຍການເທນ້ຳມັນເທິງເຂົາ."

14
bible/kt/antichrist.md Normal file
View File

@ -0,0 +1,14 @@
# ສັດຕູພຣະຄຣິດເຈົ້າ, ປໍລະປັກພຣະຄຣິດເຈົ້າ
## ນິຍາມ
ຄຳວ່າ "ສັດຕູພຣະຄຣິດເຈົ້າ" ກ່າວເຖິງບຸກຄົນຫຼືຄຳສອນທີ່ຕໍ່ຕ້ານພຣະເຢຊູຄຣິດເຈົ້າແລະພຣະຣາຊະກິດຂອງພຣະອົງ ມີສັດຕູຂອງພຣະຄຣິດເຈົ້າຢູ່ຫລວງຫລາຍໃນໂລກນີ້.
* ອັກຄະຣາທູດໂຢຮັນໄດ້ຂຽນໄວ້ວ່າ ຄົນຜູ້ເປັນສັດຕູພຣະຄຣິດ ເຂົາຈະຫລອກລວງຜູ້ຄົນໂດຍກ່າວວ່າ ພຣະເຢຊູເຈົ້າບໍ່ແມ່ນພຣະເມຊິຢາ ຫຼືປະຕິເສດວ່າພຣະເຢຊູເຈົ້າບໍ່ແມ່ນທັງພຣະເຈົ້າແລະມະນຸດ.
* ພຣະຄັມພີຍັງສອນອີກວ່າມີວິນຍານທົ່ວໄປທີ່ເປັນສັດຕູພຣະຄຣິດເຈົ້າໃນໂລກນີ້ທີ່ຕໍ່ຕ້ານພຣະຣາຊະກິດຂອງພຣະເຢຊູເຈົ້າ.
* ໃນພຣະຄັມພຣະນິມິດໃນພັນທະສັນຍາໃໝ່ອະທິບາຍວ່າ ຈະມີຄົນທີ່ເອີ້ນວ່າ "ສັດຕູພຣະຄຣິດເຈົ້າ" ມາປະກົດໃນວາລະສຸດທ້າຍ ຊາຍຄົນນີ້ຈະຫາທາງທຳລາຍປະຊາກອນຂອງພຣະເຈົ້າ ແຕ່ໃນທີ່ສຸດເຂົາຈະພ່າຍແພ້ແກ່ພຣະເຢຊູເຈົ້າ.
## ຂໍ້ແນະນຳໃນການແປ
* ມີອີກຫລາຍວິທີທີ່ຈະແປຄຳນີ້ ອາດຈະລວມເຖິງຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕໍ່ຕ້ານພຣະຄຣິດເຈົ້າ" ຫຼື "ສັດຕູພຣະຄຣິດເຈົ້າ" ຫຼື "ຄົນທີ່ຕໍ່ຕ້ານພຣະຄຣິດເຈົ້າ."
* ຄຳເວົ້າທີ່ວ່າ "ວິນຍານຂອງສັດຕູພຣະຄຣິດເຈົ້າ" ອາດແປໄດ້ອີກວ່າ "ວິນຍານທີ່ຕໍ່ຕ້ານພຣະຄຣິດເຈົ້າ."

15
bible/kt/apostle.md Normal file
View File

@ -0,0 +1,15 @@
# ສາວົກ, ອັກຄະສາວົກ
## ນິຍາມ
“ ສາວົກ” ແມ່ນຜູ້ຊາຍທີ່ພຣະເຢຊູສົ່ງມາເພື່ອປະກາດກ່ຽວກັບພຣະເຈົ້າແລະຣາຊະອານາຈັກຂອງພຣະອົງ. ຄຳ ວ່າ "ອັກຄະ ສາ ວົກ " ໝາຍເຖິງຕຳແໜ່ງ ແລະສິດອຳນາດຂອງຜູ້ທີ່ຖືກເລືອກເປັນອັກຄະສາວົກ.
* ຄຳ ວ່າອັກຄະສາວົກໝາຍຄວາມວ່າ, "ຄົນທີ່ຖືກສົ່ງໄປເພື່ອຈຸດ ປະສົງພິເສດ." ອັກຄະສາວົກມີສິດອຳນາດເທົ່າກັບຜູ້ທີ່ໄດ້ສົ່ງລາວໄປ.
* ສາວົກສິບສອງຄົນທີ່ໃກ້ຊິດທີ່ສຸດຂອງພຣະເຢຊູກາຍເປັນອັກຄະສາວົກຄົນທຳອິດ. ຄົນອື່ນໆເຊັ່ນໂປໂລແລະຢາໂກໂບກໍ່ກາຍເປັນອັກຄະສາວົກ.
* ໂດຍອຳນາດຂອງພຣະເຈົ້າ, ພວກອັກຄະສາວົກສາມາດສັ່ງ ສອນເລື້ອງຂ່າວປະເສີດຢ່າງກ້າຫານແລະປິ່ນປົວຄົນ, ລວມທັງບັງຄັບໃຫ້ພວກຜີປີສາດອອກມາຈາກຄົນໄດ້.
## ຄຳແນະນຳໃນການແປ
* ຄຳວ່າ "ອັກຄະສາວົກ" ຍັງສາມາດແປດ້ວຍຄຳຫລືປະໂຫຍກທີ່ມີຄວາມໝາຍ ວ່າ "ຄົນທີ່ຖືກສົ່ງອອກ" ຫລື "ສົ່ງຄົນໜຶ່ງ" ຫລື "ຄົນທີ່ຖືກເອີ້ນໃຫ້ອອກໄປປະກາດຂ່າວປະເສີດເລື່ອງລາວຂອງພຣະເຈົ້າໃຫ້ແກ່ຜູ້ຄົນ."
* ມັນເປັນສິ່ງສຳຄັນທີ່ຈະແປ ຄຳ ວ່າອັກຄະສາວົກແລະ“ ສາວົກ” ໃນລັກສະນະທີ່ແຕກຕ່າງຈາກກັນແລະກັນ.
* ຍັງພິຈາລະນາວິທີການໃຊ້ຄຳສັບນີ້ໃນການແປພຣະຄັມພີເປັນພາສາທ້ອງຖິ່ນຫລືປະເທດຊາດ.

15
bible/kt/appoint.md Normal file
View File

@ -0,0 +1,15 @@
# ແຕ່ງຕັ້ງ, ຖືກແຕ່ງຕັ້ງ
## ນິຍາມ
ຄຳວ່າ "ແຕ່ງຕັ້ງ" ແລະ "ຖືກແຕ່ງຕັ້ງ" ໝາຍ ເຖິງການເລືອກເອົາຜູ້ໃດຜູ້ໜຶ່ງເພື່ອປະຕິບັດໜ້າທີ່ຫຼືບົດບາດສະເພາະ.
* ເພື່ອ "ຖືກແຕ່ງຕັ້ງ" ຍັງສາມາດ ໝາຍເຖິງການຖືກ "ເລືອກ" ເພື່ອຈະໄດ້ຮັບບາງສິ່ງບາງຢ່າງຄືໃນ "ແຕ່ງຕັ້ງໃຫ້ມີຊີວິດນິຣັນດອນ". ນີ້ ໝາຍ ຄວາມວ່າພວກເຂົາຖືກເລືອກໃຫ້ໄດ້ຮັບຊີວິດນິຣັນດອນ.
* ຄຳວ່າ "ເວລາ ກຳນົດ" ໝາຍເຖິງ "ເວລາທີ່ຖືກເລືອກໄວ້" ຫລື "ເວລາທີ່ວາງແຜນໄວ້" ສຳ ລັບບາງສິ່ງທີ່ເກີດຂື້ນ.
* ຄຳວ່າ "ແຕ່ງຕັ້ງ" ກໍ່ອາດຈະໝາຍ ເຖິງ "ຄຳສັ່ງ" ຫລື "ມອບ ໝາຍ" ໃຫ້ຜູ້ໃດຜູ້ ໜຶ່ງເຮັດຫຍັງ.
## ຄຳແນະນຳໃນການແປ
* ອີງຕາມສະພາບການ, ວິທີການແປ "ແຕ່ງຕັ້ງ" ສາມາດປະກອບມີ, "ເລືອກ" ຫຼື "ມອບ ໝາຍ" ຫລື "ເລືອກຢ່າງເປັນທາງການ" ຫຼື "ແຕ່ງຕັ້ງ."
* ຄຳວ່າ "ແຕ່ງຕັ້ງ" ສາມາດແປເປັນ, "ມອບ ໝາຍ" ຫລື "ວາງແຜນ" ຫລື "ເລືອກໂດຍສະເພາະ."
* ປະໂຫຍກທີ່ວ່າ "ໄດ້ຮັບການແຕ່ງຕັ້ງ" ຍັງສາມາດແປເປັນ "ຖືກເລືອກ."

11
bible/kt/ark.md Normal file
View File

@ -0,0 +1,11 @@
# ຫີບ, ເຮືອ, ນາວາ
## ນິຍາມ
ຄຳວ່າ, " ຫີບ " ຕາມຕົວອັກສອນແລ້ວໝາຍເຖິງກ່ອງໄມ້ຮູບສີ່ຫລ່ຽມຜືນຜ້າ ເຮັດຂຶ້ນມາເພື່ອໃສ່ຂອງຫລືປົກປ້ອງບາງຢ່າງ. ຫີບອາດຈະມີຂະໜາດໃຫຍ່ຫລືນ້ອຍຂຶ້ນຢູ່ກັບວ່າຜູ້ທີ່ຈະໃຊ້ເພື່ອໃສ່ຫຍັງ.
* ໃນພຣະຄັມພີພາສາອັງກຣິດ, ຄຳວ່າ" ຫີບ" ຖືກໃຊ້ໃນຄັ້ງແລກເມື່ອເວົ້າເຖິງເຮືອໄມ້ສີ່ຫລ່ຽມທີ່ມີຂະໜາດທີ່ໂນອາໄດ້ສ້າງຂຶ້ນມາເພື່ອຈະໜີຈາກນ້ຳຖ້ວມຄັ້ງໃຫຍ່, ເຮືອນັ້ນມີພື້ນຮາບພຽງ, ມີຫລັງຄາ, ແລະຝາ.
* ມີວິທີອື່ນໆ ທີ່ຈະແປຄຳນີ້ອາດລວມໄປເຖິງຄຳວ່າ " ເຮືອລຳໃຫຍ່ຫລາຍ "ຫລື "ເຮືອບັນທຸກ" ຫລື"ເຮຶອສິນຄ້າ "ຫລື "ເຮືອຊົງຮ່າງຂະໜາດໃຫຍ່."
* ຄວາມເວົ້າໃນພາສາເຮັບເຣີທີ່ໃຊ້ເອີ້ນເຮືອຂະໜາດໃຫຍ່ນີ້ເປັນຄຳດຽວກັນທີ່ໃຊ້ເອີ້ນກະຕ່າຫລືກ່ອງທີ່ໃສ່ເດັກນ້ອຍຊື່ໂມເຊ ເມື່ອມານດາຂອງລາວເອົາໄປປ່ອຍໃນແມ່ນ້ຳນິນເພື່ອເຊື່ອງລາວໄວ້ ໂດຍປົກກະຕິແລ້ວຈະແປວ່າ " ກະຕ່າ. "
* ສ່ວນຄຳວ່າ " ຫີບພັນທະສັນຍາ " ໃນພາສາເຮັບເຣີຈະໃຊ້ອີກຄຳໜຶ່ງສຳລັບຄຳວ່າ " ຫີບ " ຄຳນີ້ອາດຈະແປໄດ້ວ່າ " ກ່ອງ " ຫລື " ຫີບ " ຫລື " ສິ່ງຂອງບັນຈຸຂອງຕ່າງໆ."
* ເມື່ອເລືອກຄຳແປຂອງຄຳວ່າ "ຫີບ, " ເປັນສິ່ງສຳຄັນທີ່ຕ້ອງພິຈາລະນາເຖິງ ແຕ່ວ່າກໍລະນີມີຂະໜາດເທົ່າໃດແລະໃຊ້ເພື່ອໃສ່ຫຍັງ.

View File

@ -0,0 +1,12 @@
# ຫີບພັນທະສັນຍາ, ຫີບແຫ່ງພັນທະສັນຍາບັນຊາ, ຫີບຂອງພຣະຢາເວ
## ນິຍາມ
ຄຳເຫລົ່ານີ້ເວົ້າເຖິງຫີບໄມ້ພິເສດຂະໜາດໃຫຍ່ ຫຸ້ມຫໍ່ດ້ວຍທອງຄຳ ຊຶ່ງບັນຈຸແຜ່ນສີລາສອງແຜ່ນທີ່ຈາລຶກພຣະບັນຍັດສິບປະການໄວ້ ໄມ້ເທົ້າຂອງອາໂລນແລະໂຖໃສ່ມານາ.
* ຄຳວ່າ " ຫີບ " ໃນທີ່ນີ້ອາດແປໄດ້ອີກວ່າ "ກ່ອງ " ຫລື "ຫີບຂະໜາດໃຫຍ່ " ຫລື " ສິ່ງທີ່ໃສ່ຂອງເກັບໄວ້. "
* ວັດຖຸຕ່າງໆ ໃນຫີບຂະໜາດໃຫຍ່ນີ້ທຳໃຫ້ຄົນອິສະຣາເອນ ລະນຶກເຖິງພັນທະສັນຍາຂອງພຣະເຈົ້າທີ່ໄດ້ສັນຍາໄວ້ກັບພວກເຂົາ.
* ຫີບພັນທະສັນຍານີ້ວາງໄວ້ໃນ " ສະຖານທີ່ສັກສິດ. "
* ການຊົງສະຖິດຂອງພຣະເຈົ້າຢູ່ເໜືອຫີບພັນທະສັນຍາ, ໃນສະຖານທີ່ບໍຣິສຸດທີ່ສຸດ,ຫໍເຕັນທີ່ສັກສິດ ເປັນທີ່ຊຶ່ງພຣະເຈົ້າຊົງສັ່ງກັບໂມເຊຜູ້ເປັນນຳຂອງປະຊາຊົນອິສະຣາເອນ.
* ໃນສະໄໝທີ່ພັນທະສັນຍາຕັ້ງຢູ່ບ່ອນບໍຣິສຸດທີ່ສຸດຂອງພຣະວິຫານ, ມະຫາປະໂລຫິດຈະເປັນພຽງຜູ້ດຽວທີ່ສາມາດເຂົ້າເຖິງຫີບນັ້ນໄດ້ ພຽງປີລະໜຶ່ງຄັ້ງ ໃນວັນແຫ່ງການໄຖ່ບາບ.
* ພຣະຄັມພີພາສາອັງກຣິດຫລາຍສະບັບແປຄຳວ່າ " ພັນທະສັນຍາບັນຊາ " ຕົງຕາມຕົວອັກຄຳວ່າ " ສັກຂີພະຍານ " ຊຶ່ງໝາຍເຖິງຄວາມຈິງທີ່ວ່າພຣະບັນຍັດສິບປະການເປັນສັກຂີພະຍານຫລືເປັນພະຍານໃຫ້ແກ່ພັນທະສັນຍາຂອງພຣະເຈົ້າ ກັບປະຊາຊົນຂອງພຣະອົງ. ແລະຍັງແປໄດ້ອີກວ່າ " ພຣະບັນຍັດພັນທະສັນຍາ. "

15
bible/kt/atonement.md Normal file
View File

@ -0,0 +1,15 @@
# ການຄືນດີ, ການໄຖ່, ຄືນດີ, ໄຖ່
## ນິຍາມ
ຄຳວ່າ " ຄືນດີ " ແລະ " ການຄືນດີ " ໄດ້ເວົ້າເຖິງການທີ່ພຣະເຈົ້າໄດ້ຈັດຕຽມເຄື່ອງບູຊາທີ່ຈະໄຖ່ຄວາມບາບຂອງປະຊາຊົນແລະລະງັບພຣະພິໂຣດຂອງພຣະອົງຕໍ່ຄວາມບາບ.
* ໃນສະໄໝພັນທະສັນຍາເດີມ ພຣະເຈົ້າຊົງອະນຸຍາດໃຫ້ມີການໄຖ່ຊົ່ວຄາວສຳລັບຄວາມບາບຂອງຄົນອິສະຣາເອນ ດ້ວຍການຖວາຍເຄື່ອງບູຊາດ້ວຍເລືອດຊຶ່ງກ່ຽວຂ້ອງກັບການຂ້າສັດ.
* ຕາມທີ່ໄດ້ບັນທຶກໃນພັນທະສັນຍາໃໝ່ ການສິ້ນພຣະຊົນຂອງພຣະຄຣິດເທິງໄມ້ກາງແຂນເປັນການໄຖ່ບາບທີ່ແທ້ຈິງແລະຖາວອນພຽງຢ່າງດຽວເທົ່ານັ້ນ.
* ເມື່ອພຣະເຢຊູສິ້ນພຣະຊົນ, ພຣະອົງໄດ້ຮັບການລົງໂທດທີ່ມະນຸດຄວນໄດ້ຮັບ,ເພາະຮັບຄວາມບາບຂອງພວກເຂົາໄວ້ແທນ. ພຣະອົງໄດ້ຈ່າຍຄ່າລົບລ້າງບາບດ້ວຍການສິ້ນພຣະຊົນຂອງພຣະອົງ.
## ຂໍ້ແນະນຳໃນການແປ
* ຄຳວ່າ " ໄຖ່ " ໄດ້ຖືກແປດ້ວຍຄຳ ຫລືຖ້ອຍຄຳທີ່ມີຄວາມໝາຍວ່າ " ຈ່າຍໃຫ້ " ຫລື " ຈ່າຍແທນ " ຫລື " ທຳໃຫ້ບາບຂອງບາງຄົນໄດ້ຮັບການອະພັຍ " ຫລື " ຈ່າຍຊົດໃຊ້ຄ່າເສຍຫາຍສຳຫລັບອາຊະຍາກຳ. "
* ໃນວິທີອື່ນໆທີ່ໄດ້ແປຄຳວ່າ " ການໄຖ່ " ອາດລວມເຖິງຄຳວ່າ " ການຈ່າຍ "ຫລື" ເຄື່ອງບູຊາທີ່ຊົດໃຊ້ມາ " ຫລື " ເຮັດໃຫ້ມີການອະພັຍໂທດ. "
* ໃຫ້ໝັ້ນໃຈວ່າການແປຄຳນີ້ບໍ່ໄດ້ໝາຍເຖິງ ການຈ່າຍເງິນ.

16
bible/kt/atonementlid.md Normal file
View File

@ -0,0 +1,16 @@
# ຝາແຫ່ງການຄືນດີ
## ນິຍາມ
" ຝາແຫ່ງການຄືນດີ " ເປັນຝາທີ່ເຮັດຈາກທອງຄຳເພື່ອໃຊ້ເປັນ ຝາປິດເທິງຫີບພັນທະສັນຍາ. ໃນພາສາອັງກຣິດຫລາຍສະບັບໃຊ້ຄຳນີ້ເອີ້ນວ່າ " ແຜ່ນປິດແຫ່ງການຄືນດີ. "
* ຝາແຫ່ງການຄືນດີມີຄວາມຍາວປະມານ115 ເຊັ່ນຕີແມັດແລະກວ້າງປະມານ 70 ເຊັນຕີແມັດ
* ເທິງຝາແຫ່ງການຄືນດີນັ້ນມີເຄຣຸບທອງຄຳສອງຮູບທີ່ມີປາຍປີກມາບັນຈຸກັນ.
* ພຣະຢາເວໄດ້ຊົງສັ່ງວ່າພຣະອົງຈະພົບຄົນອິສະຣາເອນເໜືອຝາແຫ່ງການຄືນດີ, ພາຍໃຕ້ປີກທີ່ກາງອອກຂອງເຄຣຸບ, ມີພຽງມະຫາປະໂລຫິດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ກະທຳການນີ້, ໃນຖານະຕົວແທນຂອງປະຊາຊົນ.
* ບາງຄັ້ງຝາແຫ່ງການຄືນດີນີ້ໄດ້ເອີ້ນວ່າ " ພຣະທີ່ນັ່ງກາຣຸນາ " ເພາະວ່າເປັນຊື່ພຣະເມດ ຕາ ຂອງພຣະເຈົ້າໃນການສະເດັດລົງມາເພື່ອໄຖ່ມະນຸດຄົນບາບ.
## ຂໍ້ແນະນຳໃນການແປ
* ໃນວິທີອື່ນຈະແປຄຳນີ້ກໍອາດຈະລວມເຖິງຄຳວ່າ "ຝາຫີບທີ່ພຣະເຈົ້າຊົງສັນຍາວ່າຈະໄຖ່ບາບ " ຫລື " ທີ່ພຣະເຈົ້າຊົງຄືນດີ " ຫລື " ຝາຫີບທີ່ພຣະເຈົ້າຊົງໃຫ້ອະພັຍແລະຊົງຮື້ຟື້ນຂຶ້ນໃໝ່. "
* ຫລືອາດຈະມີຄວາມໝາຍວ່າ " ສະຖານທີ່ແຫ່ງການປອບໂຍນ. "
* ໃຫ້ປຽບທຽບຄຳນີ້ກັບຄຳທີ່ທ່ານໃຊ້ແປຄຳວ່າ " ການຄືນດີ " ການປອບໂຍນ " ຫລື " ການໄຖ່ບາບ."

18
bible/kt/authority.md Normal file
View File

@ -0,0 +1,18 @@
# ສິດທິອຳນາດ
## ນິຍາມ
ຄຳວ່າ " ສິດທິອຳນາດ " ເວົ້າເຖິງອຳນາດຫລືອິດທິພົນແລະການຄວບຄຸມທີ່ບາງຄົນມີເໜືອບາງຄົນ.
* ກະສັດແລະຜູ້ປົກຄອງຄົນອື່ນໆ ມີສິດທິອຳນາດເໜືອປະຊາຊົນທີ່ພວກເຂົາປົກຄອງ.
* ຄຳວ່າ " ຜູ້ມີອຳນາດທັງຫລາຍ " ເວົ້າເຖິງປະຊາຊົນ ຣັຖະບານ ຫລືອົງການຕ່າງໆ ທີ່ມີສິດອຳນາດເໜືອຄົນອື່ນ.
* ເຈົ້ານາຍມີອຳນາດເໜືອພວກຄົນຮັບໃຊ້ ຫລືພວກທາດຂອງພວກເຂົາ ຜູ້ປົກຄອງມີອຳນາດເໜືອພວກເດັກນ້ອຍຂອງພວກເຂົາ.
* ຣັຖະບານມີອຳນາດ ຫລື ສິດທິທີ່ຈະອອກກົດໝາຍທີ່ຈະປົກຄອງພວກພົນລະເມືອງຂອງພວກເຂົາ.
## ຂໍ້ແນະນຳໃນການແປ
* ຄຳວ່າ "ສິດທິອຳນາດ " ອາດແປໄດ້ອີກວ່າ " ຄວບຄຸມ " ຫລື " ສິດທິ " ຫລື " ຄຸນສົມບັດ. "
* ບາງຄັ້ງຄຳວ່າ " ສິດທິອຳນາດ " ຖືກໃຊ້ໝາຍຄວາມວ່າ " ອຳນາດ. "
* ມີຄຳວ່າ " ຜູ້ມີອຳນາດ " ຖືກໃຊ້ເພື່ອເວົ້າເຖິງຜູ້ຄົນຫລືອົງການຕ່າງໆ ທີ່ປົກຄອງປະຊາຊົນ, ຄຳນີ້ກໍສາມາດແປໄດ້ອີກວ່າ "ພວກຜູ້ນຳ "ຫລື " ພວກຜູ້ປົກຄອງ " ຫລື " ພວກຜູ້ມີອຳນາດ. "
* ຖ້ອຍຄຳທີ່ວ່າ " ດ້ວຍສິດທິອຳນາດຂອງຕົນເອງ " ຫລື " ຂຶ້ນຢູ່ກັບຄຸນສົມບັດຂອງເຂົາເອງ. "
* ມີຄຳທີ່ວ່າ " ພາຍໃຕ້ສິດທິອຳນາດ, " ອາດຈະໄດ້ວ່າ " ຮັບຜິດຊອບທີ່ຈະເຊື່ອຟັງ, " ຫລື " ຕ້ອງເຊື່ອຟັງຄຳສັ່ງຂອງຄົນອື່ນ. "

13
bible/kt/baptize.md Normal file
View File

@ -0,0 +1,13 @@
# ຮັບບັບຕິສະມາ,ບັບຕິສະມາ
## ນິຍາມ
ໃນພຣະຄຳພີໃໝ່, ຄຳວ່າ "ຮັບບັບຕິມາ" ແລະ "ຮັບບັບຕິສະມາ"ຕາມປົກກະຕິໝາຍເຖິງການອາບນ້ ຳ ຄຣິສຕຽນດ້ວຍການອາບນ້ ຳ ເພື່ອສະແດງໃຫ້ເຫັນວ່າລາວໄດ້ຮັບການຊຳລະລ້າງຈາກບາບແລະໄດ້ມີຄວາມສາມັກຄີກັບພຣະຄຣິດ.
* ນອກເໜືອຈາກການບັບຕິສະມາໃນນໍ້າ, ພຣະຄຳພີເວົ້າເຖິງການຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດແລະ "ຮັບບັບຕິມາດ້ວຍໄຟ."
* ຄຳວ່າ "ຮັບບັບເຕມາ" ຍັງຖືກນຳໃຊ້ໃນພຣະຄຳພີກ່າວເຖິງການຜ່ານຜ່າຄວາມທຸກທໍລະມານຢ່າງຫລວງຫລາຍ.
## ຄຳແນະໃນນຳການແປ
* ຄຣິດສະຕຽນມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບວິທີທີ່ບຸກຄົນຄວນໄດ້ຮັບການບັບຕິສະມາດ້ວຍນ້ ຳ. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບນີ້ໂດຍທົ່ວໄປເຊິ່ງອະນຸຍາດໃຫ້ມີວິທີການທີ່ແຕກຕ່າງກັນໃນການນຳໃຊ້ນ້ ຳ.
* ອີງຕາມສະພາບການ, ຄຳວ່າ "ບັບຕິສະມາ" ສາມາດຖືກແປວ່າ "ສຳລະໃຫ້ບໍລິສຸດ," "ຖອກເທລົງ," "ເລື່ອນລົງ

10
bible/kt/believe.md Normal file
View File

@ -0,0 +1,10 @@
# ເຊື່ອ, ເຊື່ອໃນ, ຄວາມເຊື່ອ
## ນິຍາມ
ຄຳວ່າ "ເຊື່ອ" ແລະ "ເຊື່ອໃນ" ມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ແຕ່ມີຄວາຍໝາຍທີ່ແຕກຕ່າງກັນເລັກນ້ອຍ:
## ຄຳແນະນຳໃນການແປ
* "ເຊື່ອ" ສາມາດຖືກແປເປັນ "ຮູ້ວ່າເປັນຄວາມຈິງ" ຫລື "ຮູ້ວ່າຖືກຕ້ອງ."
* "ເຊື່ອໃນ" ສາມາດຖືກແປເປັນ "ໄວ້ວາງໃຈຢ່າງສົມບູນ" ຫລີ "ໄວ້ວາງໃຈແລະເຊື່ອຟັງ" ຫລື "ເພິ່ງພາແລະເຊື່ອຟັງຢ່າງສົມບູນ."

15
bible/kt/beloved.md Normal file
View File

@ -0,0 +1,15 @@
# ທີ່ຮັກແພງ
## ນິຍາມ
ຄຳວ່າ "ທີ່ຮັກ" ແມ່ນການສະແດງຄວາມຮັກແພງເຊິ່ງພັນລະນາເຖິງຄົນທີ່ຖືກຮັກແລະຮັກແພງຈາກຄົນອື່ນ.
* ຄຳວ່າ "ທີ່ຮັກ" ທີ່ມີຄວາມໝາຍກໍ່ ໝາຍຄວາມວ່າ "ຮັກ (ຄົນ)" ຫລື "(ໃຜເປັນຄົນທີ່ຮັກ)."
* ພຣະເຈົ້າກ່າວເຖິງພຣະເຢຊູວ່າ“ ພຣະບຸດທີ່ຮັກຂອງພຣະອົງ”.
* ໃນຈົດໝາຍຂອງພວກເຂົາເຖິງຄຣິສຕະຈັກ, ພວກອັກຄະສາວົກ ມັກກ່າວເຖິງເພື່ອນຮ່ວມຄວາມເຊື່ອຂອງພວກເຂົາວ່າເປັນທີ່ຮັກແພງ.
## ຄຳແນະນຳໃນການແປ
* ຄຳສັບນີ້ຍັງສາມາດແປວ່າ "ຮັກ" ຫລື "ຮັກແພງ" ຫລື "ຮັກແພງ" ຫລື "ຮັກແພງຫຼາຍ."
* ໃນສະພາບການເວົ້າກ່ຽວກັບເພື່ອນສະໜິດ, ສິ່ງນີ້ອາດຈະແປວ່າ "ເພື່ອນທີ່ຮັກແພງຂອງຂ້ອຍ" ຫລື "ເພື່ອນສະໜິດຂອງຂ້ອຍ". ໃນພາສາອັງກິດມັນເປັນເລື່ອງທຳມະຊາດທີ່ຈະເວົ້າວ່າ, "ເພື່ອນທີ່ຮັກ" ຫລື "ເພື່ອນ, ເຊິ່ງແມ່ນເພື່ອນທີ່ຮັກຂອງຂ້ອຍ." ພາສາອື່ນໆອາດຈະເຫັນວ່າມັນເປັນເລື່ອງທຳມະຊາດຫຼາຍກວ່າທີ່ຈະສັ່ງສິນຄ້າແບບນີ້.
* ຈົ່ງສັງເກດວ່າຄຳວ່າ "ທີ່ຮັກແພງ" ແມ່ນມາຈາກຄຳສັບສຳລັບຄວາມຮັກຂອງພຣະເຈົ້າ, ເຊິ່ງເປັນຮັກທີ່ບໍ່ມີເງື່ອນໄຂ, ບໍ່ເຫັນແກ່ຕົວແລະເສຍສະລະ.

14
bible/kt/birthright.md Normal file
View File

@ -0,0 +1,14 @@
# ສິດທິໃນການເກີດ
## ນິຍາມ
ຄຳວ່າ "ສິດທິອ້າຍກົກ" ໃນພຣະຄຳພີໝາຍເຖິງກຽດຕິຍົດ, ຊື່ຄອບຄົວ, ແລະຄວາມຮັ່ງມີທາງຮ່າງກາຍເຊິ່ງຕາມປົກກະຕິແມ່ນໃຫ້ກັບລູກຊາຍກົກໃນຄອບຄົວ.
* ລູກກົກຂອງລູກຊາຍກົກປະກອບມີສອງສ່ວນຂອງມໍລະດົກຂອງພໍ່.
* ໂດຍປົກກະຕິລູກຊາຍກົກຂອງກະສັດໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຕາມປົກກະຕິຫລັງຈາກພໍ່ຂອງລາວຕາຍ.
* ເອຊາວຂາຍສິດທິອ້າຍກົກຂອງລາວໃຫ້ຍາໂຄບນ້ອງຊາຍຂອງລາວ. ຍ້ອນເຫດນີ້, ຢາໂຄບຈຶ່ງໄດ້ຮັບມໍລະດົກຈາກລູກຊາຍກົກແທນເອຊາວ.
* ສິດທິອ້າຍກົກກໍ່ຍັງລວມເອົາກຽດຕິຍົດຂອງການມີລູກຫລານຂອງຄອບຄົວຕາມເສັ້ນທາງຂອງລູກຊາຍກົກ.
% ຄຳແນະນຳໃນການແປ
* ວິທີການທີ່ເປັນໄປໄດ້ໃນການແປ "ສິດທິລຸ້ນກ່ອນ" ສາມາດປະກອບມີ, "ສິດທິແລະຄວາມຮັ່ງມີຂອງລູກຊາຍກົກ" ຫລື "ກຽດຕິຍົດໃນຄອບຄົວ" ຫລື "ສິດທິພິເສດແລະການເປັນມໍລະດົກຂອງລູກກົກ."

13
bible/kt/blameless.md Normal file
View File

@ -0,0 +1,13 @@
# ບໍ່ມີຕຳນິ
## ນິຍາມ
ຄຳວ່າ "ບໍ່ມີຕຳນິ" ໝາຍຄວາມວ່າແທ້ບໍ່ມີຄຳຕຳນິ. ມັນໄດ້ຖືກນໍາໃຊ້ເພື່ອກ່າວເຖິງບຸກຄົນຜູ້ທີ່ເຊື່ອຟັງພະເຈົ້າຢ່າງສຸດຈິດສຸດໃຈ, ແຕ່ມັນບໍ່ໄດ້ໝາຍຄວາມວ່າຄົນນັ້ນບໍ່ມີບາບ.
* ອັບຣາຮາມແລະໂນອາຖືວ່າບໍ່ມີຄວາມຜິດຕໍ່ໜ້າພຣະເຈົ້າ.
* ບຸກຄົນຜູ້ທີ່ມີຊື່ສຽງວ່າເປັນຄົນຊອບທຳ“ ບໍ່ມີກຽດຕິຍົດ” ປະພຶດຕົນໃນແບບທີ່ໃຫ້ກຽດພຣະເຈົ້າ.
* ອີງຕາມຂໍ້ທີໜຶ່ງ, ຄົນທີ່ບໍ່ມີຄວາມຜິດແມ່ນ "ຜູ້ທີ່ຢຳເກງພຣະເຈົ້າແລະຫັນໜີຈາກຄວາມຊົ່ວ."
## ຄຳແນະນຳໃນການແປ
* ນີ້ຍັງສາມາດຖືກແປເປັນ "ໂດຍບໍ່ມີຄວາມຜິດຕໍ່ຄຸນລັກສະນະຂອງລາວ" ຫລື "ເຊື່ອຟັງພຣະເຈົ້າຢ່າງສົມບູນ" ຫລື "ຫລີກລ່ຽງບາບ" ຫຼື "ຮັກສາຕົວຈາກຄວາມຊົ່ວ."

14
bible/kt/blasphemy.md Normal file
View File

@ -0,0 +1,14 @@
# ການໝິ່ນປະໝາດ, ການປະໝາດ , ດູໝິ່ນ
## ນິຍາມ
ໃນພຣະຄຳພີ, ຄຳວ່າ "ໝິ່ນປະໝາດ" ໝາຍເຖິງການເວົ້າໃນແບບທີ່ສະແດງຄວາມບໍ່ເຄົາລົບຕໍ່ພຣະເຈົ້າຫລືຜູ້ຄົນ. ການ“ ໝິ່ນປະໝາດ” ຜູ້ໃດຜູ້ໜຶ່ງແມ່ນເວົ້າໃສ່ຄົນນັ້ນເພື່ອໃຫ້ຄົນອື່ນຄິດບາງຢ່າງທີ່ບໍ່ຖືກຕ້ອງຫຼືບໍ່ດີກ່ຽວກັບລາວ.
* ສ່ວນຫລາຍການເວົ້າໝິ່ນປະໝາດພຣະເຈົ້າໝາຍເຖິງການເວົ້າໃສ່ຮ້າຍລື ດູຖຸກລາວໂດຍການເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກ່ຽວກັບລາວຫຼືໂດຍການປະພຶດທີ່ບໍ່ສົມຄວນທີ່ເຮັດໃຫ້ກຽດຊັງລາວ.
* ມັນເປັນການໝິ່ນປະໝາດສຳລັບມະນຸດທີ່ອ້າງວ່າຕົນເປັນພຣະເຈົ້າຫລືອ້າງວ່າມີພຣະເຈົ້າອື່ນນອກເໜືອຈາກພຣະເຈົ້າທ່ຽງແທ້.
* ສະບັບພາສາອັງກິດບາງສະບັບແປຄຳນີ້ວ່າ "ໃສ່ຮ້າຍປ້າຍສີ" ເມື່ອເວົ້າເຖິງການໝິ່ນປະໝາດຄົນ.
## ຄຳແນະນຳໃນການແປ
* ເພື່ອ“ ໝິ່ນປະໝາດ” ສາມາດຖືກແປເປັນ,“ ເວົ້າໃສ່ຮ້າຍ” ຫລື“ ດູຖູກພຣະເຈົ້າ” ຫລື“ ໝິ່ນປະໝາດ”.
* ວິທີການແປ "ການ ໝິ່ນປະໝາດ" ສາມາດປະກອບມີ, "ເວົ້າຜິດກັບຄົນອື່ນ" ຫລື "ເວົ້າເຍາະເຍີ້ຍ" ຫລື "ເຜີຍແຜ່ຂ່າວລືທີ່ບໍ່ຖືກຕ້ອງ."

21
bible/kt/bless.md Normal file
View File

@ -0,0 +1,21 @@
# ອວຍພອນ, ໄດ້ຮັບການອວຍພອນ, ພຣະພອນ
## ນິຍາມ
ການ“ ອວຍພອນໃຫ້” ບາງຄົນຫລືບາງສິ່ງບາງຢ່າງໝາຍເຖິງການເຮັດໃຫ້ສິ່ງທີ່ດີແລະເປັນປະໂຫຍດເກີດຂື້ນກັບຄົນຫລືສິ່ງທີ່ໄດ້ຮັບພອນ.
* ການອວຍພອນໃຫ້ຜູ້ໃດຜູ້ໜຶ່ງກໍ່ໝາຍເຖິງການສະແດງຄວາມປາຖະໜາຢາກໃຫ້ສິ່ງທີ່ດີແລະມີປະໂຫຍດເກີດຂື້ນກັບຄົນນັ້ນ.
* ໃນສະໄໝທີ່ຂຽນພຣະຄຳພີຜູ້ເປັນພໍ່ມັກຈະອອກປາກສຽງເພື່ອອວຍພອນຢ່າງເປັນທາງການໃຫ້ແກ່ລູກຂອງຕົນ.
* ເມື່ອປະຊາຊົນ“ ອວຍພອນໃຫ້” ພຣະເຈົ້າຫລືສະແດງຄວາມປາດຖະໜາທີ່ວ່າພຣະເຈົ້າຈະໄອວຍໃຫ້, ນີ້ໝາຍຄວາມວ່າພວກເຂົາກຳລັງສັນລະເສີນພຣະອົງ.
* ຄຳວ່າ“ ອວຍພອນ” ບາງຄັ້ງໃຊ້ໃນການຮັບປະທານອາຫານກ່ອນທີ່ຈະກິນ, ຫລືເພື່ອເປັນການຂອບໃຈແລະສັນລະເສີນພຣະເຈົ້າສຳລັບອາຫານນັ້ນ.
// ຈາກຄຳເຫັນຂ້າງລຸ່ມນີ້: ມັນເປັນສິ່ງສຳຄັນທີ່ຈະບໍ່ກຳນົດ, ສຸມໃສ່, ຫລືຖືກຈຳກັດໂດຍການນຳໃຊ້ຄຳສັບຮາກຂອງຄຳວ່າ "ອວຍພອນໃຫ້" ທີ່ແນະນຳໃຫ້ຕົ້ນຕໍແມ່ນຄວາມອຸດົມສົມບູນຫລືອຸດົມສົມບູນຂອງວັດຖຸຫຼືສຸຂະພາບທາງຮ່າງກາຍ. ພິຈາລະນາຄຳສອນທີ່ກວ້າງຂວາງໃນພຣະຄຳພີກ່ຽວກັບຄວາມຮັກ, ຄວາມເມດຕາແລະພຣະຄຸນຂອງພຣະເຈົ້າທີ່ບໍ່ພຽງແຕ່ເປັນວັດຖຸບູຮານ, ແຕ່ປະຈຸບັນ. ພິຈາລະນາເບິ່ງແຍງ, ປົກປ້ອງ, ແລະການມີພຣະວິນຍານຂອງພຣະເຈົ້າ. ແລະເພື່ອພວກເຮົາຈະອວຍພອນໃຫ້ພວກເຈົ້າ, ພວກເຮົາສາມາດສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນແລະຄວາມເຂົ້າໃຈເມື່ອພວກເຮົາຮຽນຮູ້ແລະເຮັດຕາມ (ເຊື່ອຟັງ)ພຣະອົງ.//
## ຄຳແນະນຳໃນການແປ
* "ອວຍພອນໃຫ້" ຍັງສາມາດຖືກແປເປັນ, "ເພື່ອໃຫ້ຄວາມອຸດົມສົມບູນ" ຫລື "ມີຄວາມກະລຸນາແລະເອື້ອເຟື້ອເພື່ອແຜ່."
* "ພຣະເຈົ້າໄດ້ນຳພອນທີ່ຍິ່ງໃຫຍ່ມາໃຫ້" ສາມາດແປເປັນ ", ພຣະເຈົ້າໄດ້ປະທານສິ່ງດີໆຫລາຍໆຢ່າງໃຫ້" ຫລື "ພຣະເຈົ້າໄດ້ຈັດຫາສິ່ງທີ່ດີໃຫ້" ຫລື "ພຣະເຈົ້າໄດ້ເຮັດໃຫ້ສິ່ງດີໆເກີດຂື້ນຫລາຍຢ່າງ".
* "ລາວໄດ້ຮັບພອນ" ສາມາດຖືກແປເປັນ "ລາວຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫລາຍ" ຫລື "ລາວຈະປະສົບກັບສິ່ງທີ່ດີ" ຫລື "ພຣະເຈົ້າຈະເຮັດໃຫ້ລາວຈະເລີນຮຸ່ງເຮືອງ."
* "ພອນ" ສາມາດແປເປັນ "ມັນດີປະເສີດສໍາລັບຜູ້ທີ່ຮັບ."
* ສຳນວນທີ່ຄ້າຍຄື, "ໃຫ້ພຣະເຈົ້າອວຍພອນ" ສາມາດແປເປັນ, "ຂໍໃຫ້ພຣະຜູ້ເປັນເຈົ້າໄດ້ຮັບການຍ້ອງຍໍ" ຫລື "ສັນລະເສີນພຣະຜູ້ເປັນເຈົ້າ" ຫລື "ຂ້ອຍສັນລະເສີນພຣະຜູ້ເປັນເຈົ້າ."
* ໃນແງ່ຂອງການອວຍພອນອາຫານ, ສິ່ງນີ້ສາມາດແປເປັນ, "ຂອບໃຈພຣະເຈົ້າ ສຳລັບອາຫານ" ຫລື "ສັນລະເສີນພຣະເຈົ້າທີ່ໄດ້ໃຫ້ອາຫານແກ່ພວກເຂົາ" ຫລື "ອາຫານທີ່ໄດ້ຮັບການອຸທິດໂດຍການສັນລະເສີນພຣະເຈົ້າ ສຳລັບອາຫານ."

18
bible/kt/blood.md Normal file
View File

@ -0,0 +1,18 @@
# ເລືອດ,ໂລຫິດ
## ນິຍາມ
ຄຳວ່າ“ ເລືອດ” ໝາຍເຖິງແຫຼວສີແດງທີ່ອອກມາຈາກຜິວໜັງ ຂອງຄົນເຮົາເມື່ອມີການບາດເຈັບຫລືມີບາດແຜ. ເລືອດແມ່ນສີ່ງທີ່ນຳເອົາສານອາຫານໃຫ້ຊີວິດ ແລະຮ່າງກາຍຂອງຄົນເຮົາ.
* ເລືອດເປັນສັນຍາລັກຂອງຊີວິດແລະເມື່ອມັນຖືກຫົດຫລືຖອກ, ມັນເປັນສັນຍາລັກເຖິງການສູນເສຍຊີວິດ, ຫລືຄວາມຕາຍ.
* ເມື່ອປະຊາຊົນຖວາຍເຄື່ອງບູຊາແດ່ພຣະເຈົ້າ, ພວກເຂົາໄດ້ຂ້າສັດແລະຖອກເລືອດຂອງມັນໃສ່ແທ່ນບູຊາ. ນີ້ເປັນສັນຍາລັກຂອງການເສຍສະລະຊີວິດຂອງສັດເພື່ອຈ່າຍຄ່າບາບຂອງຄົນ.
* ໂດຍຜ່ານການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ, ເລືອດຂອງພຣະເຢຊູເປັນສັນຍາລັກເຮັດໃຫ້ຄົນເຮົາພົ້ນຈາກບາບກຳຂອງພວກເຂົາແລະຈ່າຍຄ່າການລົງໂທດທີ່ພວກເຂົາສົມຄວນໄດ້ຮັບຈາກບາບເຫລົ່ານັ້ນ.
* ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະ ເລືອດ” ໝາຍເຖິງມະນຸດ.
* ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະໂລຫິດຂອງຕົນເອງ” ໝາຍ ເຖິງຄົນທີ່ພີນ້ອງກັນກັບທາງກຳມະພັນ.
## ຄຳແນະໃນນຳການແປ
* ຄຳສັບນີ້ຄວນຈະຖືກແປກັບ ຄຳທີ່ໃຊ້ໃນເລືອດເປັນເປົ້າໝາຍຊອງພາສາ.
* ຄຳວ່າ“ ເນື້ອໜັງ ແລະ ໂລຫິດ” ສາມາດແປເປັນ“ ຄົນ” ຫລື“ ມະນຸດ”.
* ອີງຕາມສະພາບການ, ຄຳວ່າ "ເນື້ອໜັງ ແລະເລືອດຂອງຂ້ອຍ" ສາມາດແປເປັນ "ຄອບຄົວຂອງຂ້ອຍເອງ" ຫລື "ຍາດພີ່ນ້ອງຂອງຂ້ອຍເອງ" ຫລື "ຄົນຂອງຂ້ອຍເອງ."
* ຖ້າມີການສະແດງອອກເປັນເປົ້າໝາຍພາສາ ທີ່ໃຊ້ກັບຄວາມ ໝາຍນີ້, ການສະແດງອອກນັ້ນອາດຈະຖືກນຳໃຊ້ເພື່ອແປວ່າ "ເນື້ອໜັງ ແລະເລືອດ."

18
bible/kt/boast.md Normal file
View File

@ -0,0 +1,18 @@
# ໂອ້ອວດ, ເວົ້າໂອ້ອວດ
## ນິຍາມ
ຄຳວ່າ "ໂອ້ອວດ" ໝາຍເຖິງເວົ້າດ້ວຍຄວາມພູມໃຈກ່ຽວກັບບາງສິ່ງບາງຢ່າງຫຼືບາງຄົນ. ເລື້ອຍໆມັນໝາຍຄວາມວ່າຈະໂອ້ອວດຕົວເອງ.
* ບາງຄົນທີ່“ ອວດອົ່ງ” ເວົ້າກ່ຽວກັບຕົວເອງດ້ວຍຄວາມພູມໃຈ.
* ພຣະເຈົ້າສັ່ງຫ້າມຊາວອິດສະລາແອນສຳລັບການ“ ອວດອ້າງໃນຮູບເຄົາລົບຂອງພວກເຂົາ. ພວກເຂົານະມັດສະການພະປອມຕ່າງໆຢ່າງໂຫດຮ້າຍແທນທີ່ຈະເປັນພຣະເຈົ້າທ່ຽງແທ້.
* ພຣະຄຳພີຍັງເວົ້າກ່ຽວກັບຄົນທີ່ອວດອ້າງໃນສິ່ງຕ່າງໆເຊັ່ນວ່າຄວາມຮັ່ງມີ, ຄວາມເຂັ້ມແຂງຂອງພວກເຂົາ, ຂົງເຂດທີ່ມີ ໝາກໄມ້ແລະກົດໝາຍຂອງພວກເຂົາ. ນີ້ໝາຍຄວາມວ່າພວກເຂົາພູມໃຈໃນສິ່ງເຫລົ່ານີ້ແລະບໍ່ຍອມຮັບວ່າພຣະເຈົ້າເປັນຜູ້ໃຫ້ສິ່ງເຫລົ່ານີ້.
* ພຣະເຈົ້າສຳແດງລິດອຳນາດໃຫ້ຊາວອິດສະລາແອນແທນທີ່ຈະ“ ອວດອ້າງ” ຫຼືພູມໃຈໃນຄວາມຈິງທີ່ວ່າພວກເຂົາຮູ້ຈັກລາວ.
* ອັກຄະສາວົກໂປໂລຍັງເວົ້າກ່ຽວກັບການໂອ້ອວດໃນພຣະຜູ້ເປັນເຈົ້າ, ຊຶ່ງໝາຍຄວາມວ່າມີຄວາມຍິນດີແລະຂອບໃຈພຣະເຈົ້າສຳລັບທຸກສິ່ງທີ່ລາວໄດ້ເຮັດເພື່ອພວກເຂົາ.
## ຄຳແນະນຳໃນການແປ
* ວິທີການອື່ນທີ່ຈະແປວ່າ "ໂອ້ອວດ" ອາດປະກອບມີ "ໂອ້ອວດ" ຫລື "ເວົ້າດ້ວຍຄວາມພູມໃຈ" ຫລື "ອວດອ້າງ".
* ຄຳວ່າ "ອວດອ້າງ" ສາມາດຖືກແປໂດຍຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ "ເວົ້າດ້ວຍຄວາມພາກພູມໃຈ" ຫລື "ເວົ້າໂອ້ອວດ" ຫລື "ເວົ້າໂອ້ອວດດ້ວຍຕົນເອງ."
* ໃນແງ່ຂອງການອວດອ້າງຫລືຮູ້ຈັກພຣະເຈົ້າ, ສິ່ງນີ້ສາມາດຖືກແປວ່າ "ຄວາມພາກພູມໃຈໃນ" ຫລື "ຄວາມສູງສົ່ງໃນ" ຫລື "ດີໃຈຫລາຍ" ຫລື "ຂອບໃຈພຣະເຈົ້າ."
* ບາງພາສາມີສອງຄຳສຳລັບ "ຄວາມພາກພູມໃຈ": ໜຶ່ງ ແມ່ນຄຳທີ່ບໍ່ດີ, ເຊິ່ງມີຄວາມໝາຍວ່າເປັນຄົນຈອງຫອງ, ແລະອີກຄຳໜຶ່ງທີ່ເປັນບວກ, ເຊິ່ງມີຄວາມໝາຍໃນການຖືເອົາຄວາມພາກພູມໃຈໃນວຽກງານ, ຄອບຄົວຫລືປະເທດໃດ ໜຶ່ງ.

19
bible/kt/body.md Normal file
View File

@ -0,0 +1,19 @@
# ຮ່າງກາຍ
## ນິຍາມ
ຄຳວ່າ“ ຮ່າງກາຍ” ຕາມຕົວຈິງໝາຍເຖິງຮ່າງກາຍຂອງຄົນຫຼືສັດ. ຄຳນີ້ຍັງໃຊ້ເປັນຕົວເລກເພື່ອໝາຍເຖິງວັດຖຸຫຼືກຸ່ມລວມທັງໝົດທີ່ມີສະມາຊິກແຕ່ລະຄົນ.
* ໂດຍທົ່ວໄປຄຳວ່າຮ່າງກາຍໝາຍເຖິງຄົນຫຼືສັດທີ່ຕາຍແລ້ວ. ບາງຄັ້ງສິ່ງນີ້ຖືກກ່າວເຖິງວ່າເປັນ "ຮ່າງກາຍທີ່ຕາຍແລ້ວ" ຫຼື "ສົບ."
* ເມື່ອພຣະເຢຊູກ່າວກັບສາວົກໃນອາຫານປັດສະຄາຄັ້ງສຸດທ້າຍຂອງພຣະອົງວ່າ“ ເຂົ້າຈີ່ນີ້ແມ່ນຮ່າງກາຍຂອງເຮົາ” ພຣະອົງກ່າວເຖິງຮ່າງກາຍຂອງພຣະອົງເຊິ່ງຈະ“ ຫັກ” (ຖືກຂ້າ) ເພື່ອຈ່າຍຄ່າບາບຂອງພວກເຂົາ.
* ໃນພຣະຄຳພີ, ຄຣິສຕຽນເປັນກຸ່ມຖືກເອີ້ນວ່າ "ຮ່າງກາຍຂອງພຣະຄຣິດ."
* ເຊັ່ນດຽວກັນກັບຮ່າງກາຍທີ່ມີຮ່າງກາຍມີຫລາຍພາກສ່ວນ, "ຮ່າງກາຍຂອງພຣະຄຣິດ" ມີສະມາຊິກສ່ວນຫຼາຍ.
* ຜູ້ທີ່ເຊື່ອແຕ່ລະຄົນມີໜ້າທີ່ພິເສດໃນຮ່າງກາຍຂອງພຣະຄຣິດເພື່ອຊ່ວຍໃຫ້ກຸ່ມທັງໝົດເຮັດວຽກຮ່ວມກັນເພື່ອຮັບໃຊ້ພຣະເຈົ້າແລະນຳສະຫງ່າລາສີໃຫ້ແກ່ພຣະເຈົ້າ.
* ພຣະເຢຊູຍັງຖືກເອີ້ນວ່າເປັນ "ຫົວ" (ຜູ້ນໍາ) ຂອງ "ຮ່າງກາຍ" ຂອງຜູ້ທີ່ເຊື່ອ. ຄືກັບຫົວຂອງຄົນບອກຮ່າງກາຍຂອງລາວວ່າຄວນເຮັດຫຍັງ, ດັ່ງນັ້ນພຣະເຢຊູເປັນຜູ້ທີ່ຊີ້ນຳ ແລະຊີ້ນຳຊາວຄຣິດສະຕຽນໃນຖານະເປັນສະມາຊິກຂອງ“ ຮ່າງກາຍ” ຂອງພຣະອົງ.
## ຄຳແນະນຳໃນການແປ
* ວິທີທີ່ດີທີ່ສຸດໃນການແປຄຳສັບນີ້ຈະເປັນກັບຄຳສັບທີ່ຖືກນຳ ໃຊ້ຫຼາຍທີ່ສຸດເພື່ອໝາຍເຖິງຮ່າງກາຍທາງດ້ານຮ່າງກາຍໃນພາສາໂຄງການ. ໃຫ້ແນ່ໃຈວ່າຄຳທີ່ໃຊ້ບໍ່ແມ່ນຄຳສັບທີ່ໜ້າ ລັງກຽດ.
* ໃນເວລາທີ່ອ້າງອີງເຖິງຜູ້ທີ່ເຊື່ອລວມ, ສຳລັບບາງພາສາມັນອາດຈະເປັນທຳມະຊາດແລະຖືກຕ້ອງກວ່າທີ່ຈະເວົ້າວ່າ, "ຮ່າງກາຍທາງວິນຍານຂອງພຣະຄຣິດ."
* ໃນເວລາທີ່ພຣະເຢຊູກ່າວວ່າ, "ນີ້ແມ່ນຮ່າງກາຍຂອງເຮົາ" ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປພາສານີ້ດ້ວຍຕົວໜັງສືພ້ອມດ້ວຍບັນທຶກເພື່ອອະທິບາຍໃນເວລາຈຳ ເປັນ.
* ບາງພາສາອາດຈະມີຄຳສັບແຍກຕ່າງຫາກເມື່ອກ່າວເຖິງຮ່າງກາຍທີ່ຕາຍແລ້ວ, ເຊັ່ນວ່າ "ຊາກສົບ" ສຳລັບຄົນຫລື "ຊາກສັດ" ສຳລັບສັດ. ຕ້ອງໃຫ້ແນ່ໃຈວ່າຄຳສັບທີ່ໃຊ້ໃນການແປນີ້ມີຄວາມໝາຍໃນສະພາບການແລະເປັນທີ່ຍອມຮັບໄດ້.

19
bible/kt/bond.md Normal file
View File

@ -0,0 +1,19 @@
# ຜູກມັດ, ຜູກພັນ, ຜູກ
## ນິຍາມ
ຄຳວ່າ“ ຜູກມັດ” ໝາຍຄວາມວ່າຈະມັດສິ່ງໃດໜຶ່ງຫຼືຖີ້ມມັນໄວ້ຢ່າງໝັ້ນຄົງ. ບາງສິ່ງບາງຢ່າງທີ່ຖືກຜູກມັດຫລືເຂົ້າກັນຖືກເອີ້ນວ່າ“ ຄວາມຜູກພັນ”. ຄຳ ວ່າ“ ຜູກມັດ” ແມ່ນຄວາມເຄັ່ງຕຶງທີ່ຜ່ານມາຂອງຄຳນີ້.
* ການຖືກ“ ຜູກມັດ” ໝາຍຄວາມວ່າມີສິ່ງໃດສິ່ງໜຶ່ງທີ່ມັດຫລືມັດໄວ້ໃນສິ່ງອື່ນ.
* ໃນແງ່ມຸມມອງ, ບຸກຄົນສາມາດ "ຜູກມັດ" ກັບຄໍາປະຕິຍານ, ຊຶ່ງຫມາຍຄວາມວ່າລາວຕ້ອງການ "ປະຕິບັດ" ສິ່ງທີ່ລາວສັນຍາໄວ້.
* ຄຳວ່າ“ ຜູກພັນພັນ” ໝາຍເຖິງສິ່ງໃດທີ່ຜູກມັດ, ກັກຂັງ, ຫລືໃສ່ໂທດຜູ້ໃດຜູ້ໜຶ່ງ. ປົກກະຕິແລ້ວມັນໝາຍເຖິງຕ່ອງໂສ້ກາຍະພາບ,ຫລືເຊືອກທີ່ເຮັດໃຫ້ຄົນບໍ່ເປັນອິດສະຫຼະໃນການເຄື່ອນຍ້າຍ.
* ໃນສະໄໝທີ່ຂຽນພຣຄຳພີ, ສາຍເຊືອກເຊັ່ນ: ສາຍເຊືອກຫລືໂສ້ຖືກໃຊ້ເພື່ອຕິດກັບນັກໂທດໃສ່ຝາຫລືພື້ນຂອງຄຸກກ້ອນຫີນ.
* ຄຳວ່າ“ ຜູກມັດ” ຍັງສາມາດໃຊ້ເວົ້າກ່ຽວກັບການຫໍ່ຜ້າອ້ອມໆບາດເພື່ອຊ່ວຍຮັກສາໃຫ້ຫາຍດີ
* ຄົນທີ່ຕາຍແລ້ວຈະຖືກມັດໄວ້ດ້ວຍຜ້າເພື່ອຕຽມການຝັງ.
* ຄຳວ່າ“ ຄວາມຜູກພັນ” ຖືກໃຊ້ເປັນຕົວເລກເພື່ອກ່າວເຖິງບາງສິ່ງບາງຢ່າງ, ເຊັ່ນວ່າບາບ, ເຊິ່ງຄວບຄຸມຫລືເປັນທາດຂອງໃຜຜູ້ ໜຶ່ງ.
* ຄວາມຜູກພັນຍັງສາມາດເປັນຄວາມສຳພັນທີ່ໃກ້ຊິດລະ ຫວ່າງ ຄົນທີ່ພວກເຂົາສະໜັບສະໜູນ ເຊິ່ງກັນແລະກັນທາງດ້ານອາລົມ, ຈິດໃຈແລະຮ່າງກາຍ. ນີ້ໃຊ້ໄດ້ກັບຄວາມຜູກພັນຂອງການແຕ່ງງານ.
* ຍົກຕົວຢ່າງ, ສາມີແລະພັນລະຍາຖືກ“ ຜູກມັດ” ຫລືຜູກມັດເຊິ່ງກັນແລະກັນ. ມັນແມ່ນຄວາມຜູກພັນທີ່ພຣະເຈົ້າບໍ່ຕ້ອງການໃຫ້ແຕກແຍກ.
## ຄຳແນະນຳໃນການແປ
* ຄຳວ່າ“ ຜູກມັດ” ຍັງສາມາດແປເປັນ“ ເຊືອກ” ຫລື“ ຜູກມັດ” ຫລື“ ຫໍ່

17
bible/kt/bornagain.md Normal file
View File

@ -0,0 +1,17 @@
# ເກີດໃໝ່, ເກີດຈາກພຣະເຈົ້າ,ບັງເກີດໃໝ່
## ນິຍາມ
ຄຳວ່າ“ ເກີດໃໝ່” ຄັ້ງທຳອິດໂດຍພຣະເຢຊູໃຊ້ເພື່ອພັນລະນາເຖິງຄວາມໝາຍຂອງພຣະເຈົ້າທີ່ຈະປ່ຽນບຸກຄົນຈາກການຕາຍໃຫ້ກາຍເປັນຊີວິດທາງວິນຍານ. ຄຳສັບທີ່ວ່າ "ເກີດຈາກພຣະເຈົ້າ" ແລະ "ເກີດຈາກພຣະວິນຍານ" ກໍ່ໝາຍເຖິງບຸກຄົນທີ່ໄດ້ຮັບຊີວິດທາງວິນຍານໃໝ່.
* ມະນຸດທຸກຄົນເກີດມາທາງວິນຍານທີ່ຕາຍແລ້ວແລະໄດ້ຮັບ“ ການເກີດໃໝ່” ເມື່ອພວກເຂົາຍອມຮັບເອົາພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ.
* ໃນຊ່ວງເວລາແຫ່ງການເກີດໃໝ່ທາງວິນຍານ, ພຣະວິນຍານບໍລິສຸດຂອງພຣະເຈົ້າເລີ່ມຕົ້ນອາໄສຢູ່ໃນຜູ້ທີ່ເຊື່ອໃໝ່ ແລະສ້າງຄວາມເຂັ້ມແຂງໃຫ້ລາວເພື່ອໃຫ້ເກີດໝາກໄມ້ທາງວິນຍານທີ່ດີໃນຊີວິດຂອງລາວ.
* ມັນແມ່ນວຽກຂອງພຣະເຈົ້າທີ່ເຮັດໃຫ້ຄົນເຮົາເກີດໃໝ່ ແລະກາຍມາເປັນລູກຂອງພຣະອົງ.
## ຄຳແນະນຳໃນການແແປ
* ອີກວິທີໜຶ່ງທີ່ຈະແປວ່າ "ເກີດໃໝ່" ອາດປະກອບມີ, "ເກີດມາ ໃໝ່" ຫລື "ເກີດມາທາງວິນຍານ."
* ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ໃຫ້ເປັນຕົວຈິງແລະໃຊ້ ຄຳທຳມະດາໃນພາສາທີ່ຈະໃຊ້ສຳລັບເກີດ.
* ຄຳວ່າ "ການເກີດໃໝ່" ອາດຈະຖືກແປວ່າ "ການເກີດໃໝ່ທາງວິນຍານ."
* ປະໂຫຍກທີ່ວ່າ "ເກີດຈາກພຣະເຈົ້າ" ສາມາດຖືກແປເປັນ, "ທີ່ເກີດຈາກພຣະເຈົ້າທີ່ຈະມີຊີວິດໃຫມ່ຄືກັບເດັກເກີດໃຫມ່" ຫລື "ໃຫ້ຊີວິດໃຫມ່ໂດຍພຣະເຈົ້າ."
* ໃນທາງດຽວກັນ, "ເກີດຈາກພຣະວິນຍານ" ສາມາດຖືກແປເປັນ, "ໃຫ້ຊີວິດໃໝ່ໂດຍພຣະວິນຍານບໍລິສຸດ" ຫລື "ອໍານາດໂດຍພຣະວິນຍານບໍລິສຸດກາຍເປັນລູກຂອງພຣະເຈົ້າ" ຫລື "ທີ່ເກີດຈາກພຣະວິນຍານມີຊີວິດ ໃໝ່ຄືກັບເດັກເກີດໃໝ່ເດັກນ້ອຍ. "

18
bible/kt/brother.md Normal file
View File

@ -0,0 +1,18 @@
# ອ້າຍ/ນ້ອງຊາຍ
## ນິຍາມ
ຄຳວ່າ "ອ້າຍ/ນ້ອງຊາຍ" ໂດຍປົກກະຕິໝາຍເຖິງຜູ້ຊາຍທີ່ຢູ່ໃນສາຍເລືອດພໍ່ແມ່ດຽວກັນຢ່າງໜ້ອຍໜຶ່ງຄົນທີ່ແຕກຕ່າງກັບຄົນອື່ນ.
* ໃນສະໃໝ່ພຣະຄຳພີເດີມ, ຄຳວ່າ "ອ້າຍນ້ອງ" ຍັງຖືກນຳໃຊ້ເປັນ ຄຳອ້າງອີງທົ່ວໄປກ່ຽວກັບຍາດພີ່ນ້ອງ, ເຊັ່ນ: ສະມາຊິກຂອງເຜົ່າ, ຕະກູນ, ຫລື ກຸ່ມຄົນດຽວກັນ.
* ໃນພຣະຄຳພີໃໝ່, ພວກອັກຄະສາວົກມັກໃຊ້ "ອ້າຍນ້ອງ" ເພື່ອກ່າວເຖິງຊາວຄຣິດສະຕຽນເພື່ອນຮ່ວມທັງຊາຍແລະຍິງ, ເພາະ ວ່າຜູ້ທີ່ເຊື່ອໃນພຣະຄຣິດທຸກຄົນແມ່ນສະມາຊິກຂອງຄອບຄົວຝ່າຍວິນຍານດຽວກັນ, ມີພຣະເຈົ້າເປັນພຣະບິດາເທິງສະຫວັນ.
* ສອງສາມຄັ້ງໃນພຣະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ ຄຳວ່າ "ເອື້ອຍນ້ອງ" ໃນເວລາກ່າວເຖິງສະເພາະກັບເພື່ອນຄຣິສຕຽນທີ່ເປັນຜູ້ຍິງ, ຫລືເພື່ອເນັ້ນໜັກ ວ່າທັງຊາຍແລະຍິງແມ່ນລວມຢູ່ນຳ. ຍົກຕົວຢ່າງ, ຢາໂກໂບເນັ້ນໜັກວ່າລາວກຳ ລັງເວົ້າເຖິງຜູ້ທີ່ເຊື່ອທຸກຄົນເມື່ອລາວກ່າວເຖິງ "ອ້າຍເອື້ອຍນ້ອງທີ່ຕ້ອງການອາຫານ ຫລື ເຄື່ອງນຸ່ງຫົ່ມ."
## ຄຳແນະນຳໃນການແປ
* ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ດ້ວຍຄຳທີ່ຮູ້ຫນັງສືທີ່ຖືກນຳໃຊ້ໃນພາສາເປົ້າໝາຍເພື່ອໝາຍເຖິງອ້າຍນ້ອງ ທວົ່ໄປ ຫລື ພໍ່ແມ່ດຽວກັນ, ເວັ້ນເສຍແຕ່ວ່ານີ້ຈະໃຫ້ຄວາມໝາຍທີ່ບໍ່ຖືກຕ້ອງ.
* ໃນສະໃໝພຣະຄຳພີເດີມໂດຍສະເພາະ, ໃນເວລາທີ່ "ອ້າຍນ້ອງ" ຖືກນຳໃຊ້ຫຼາຍໂດຍທົ່ວໄປເພື່ອອ້າງອີງໃສ່ສະມາຊິກໃນຄອບຄົວ, ຕະກູນ, ຫລື ກຸ່ມຄົນ, ການແປທີ່ເປັນໄປໄດ້ອາດຈະປະກອບມີ, "ຍາດພີ່ນ້ອງ" ຫລື "ສະມາຊິກຂອງຊົນເຜົ່າ" ຫລື "ຊົນເຜົ່າອິດສະລາແອນ."
* ໃນແງ່ຂອງການກ່າວເຖິງເພື່ອນຮ່ວມຄວາມເຊື່ອໃນພຣະຄຣິດ, ຄຳສັບນີ້ອາດຈະຖືກແປວ່າ, "ອ້າຍໃນພຣະຄຣິດ" ຫລື "ອ້າຍທາງວິນຍານ."
* ຖ້າທັງຊາຍ ແລະ ຍິງກຳລັງຖືກກ່າວເຖິງ "ອ້າຍ" ກໍ່ຈະມີຄວາມໝາຍທີ່ບໍ່ຖືກຕ້ອງ, ຫຼັງຈາກນັ້ນຄຳສັບສັນຍາສາມັນທີ່ມີຢູ່ທົ່ວໄປກໍ່ອາດຈະຖືກນຳໃຊ້ເຊິ່ງປະກອບມີທັງຊາຍແລະຍິງ.
* ອີກວິທີໜຶ່ງທີ່ຈະແປຄຳສັບນີ້ເພື່ອຈະໝາຍເຖິງທັງຜູ້ຊາຍແລະ ຜູ້ຍິງທີ່ເຊື່ອອາດຈະແມ່ນ "ເພື່ອນຮ່ວມຄວາມເຊື່ອ" ຫລື "ອ້າຍເອື້ອຍນ້ອງຄຣິສຕຽນ."
* ໃຫ້ແນ່ໃຈວ່າໄດ້ກວດເບິ່ງສະພາບການເພື່ອກຳນົດວ່າມີພຽງແຕ່ຜູ້ຊາຍທີ່ຖືກກ່າວເຖິງ, ຫລື ວ່າທັງຊາຍແລະຍິງ.

27
bible/kt/call.md Normal file
View File

@ -0,0 +1,27 @@
# ເອິີ້ນ, ການ​ເອີ້ນ, ໄດ້​ຮັບ​ການ​ເອີ້ນ, ເອີ້ນ​ອອກ​ມາ
## ນິຍາມ
​ຄຳ​ວ່າ​ "ເອີ້ນ"​ແລະ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ຕາມ​ສຳ​ນຽງ​ສຽງ​ເອີ້ນ​ຄ່ອຍ​ຕໍ່​ຜູ້​ຢູ່​ໃກ້, ເອີ້ນ​ສຽງ​ດັງ​ຕໍ່​ຜູ້​ຢູ່​ຫ່າງ​ໄກ ແລະ​ຍັງ​ມີ​ຄວາມ​ໝາຍ​ອື່ນໆ​ອີກ.
* ຄຳ​ວ່າ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ວ່າ​ຮ້ອງ​ດ້ວຍ​ສຽງ​ດັງ​ກັບ​ຜູ້​ຢູ່​ຫ່າງ​ໄກ​ໃຫ້​ອອກ​ມາ. ຄຳ​ດຽວ​ກັນ​ນີ້​ຍັງ​ມີ​ຄວາມ​ໝາຍ​ວ່າ​ເອີ້ນ​ມາ​ໃຫ້​ຊ່ອຍ ໂດຍ​​​ສະ​ເພາະ​ແມ່ນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ເຈົ້າ.
* ​ເຫັນໃນ​ພ​ຣະ​ຄຳ​ພີຫລາຍ​ເທື່ອ​ເຫັນ​ຄຳ​ວ່າ "ເອີ້ນ" ມີ​ຄວາມ​ໝາຍ​ວ່າ ເປັນ​ຄຳ​ສັ່ງ ຫລື​ຄຳ​ຂໍ​ຮ້ອງ.
* ພ​ຣະ​ເຈົ້າ​ຊົງ​ເອີ້ນ​ຄົນ​ທັງ​ຫລາຍ​ໃຫ້​ມາ​ຫາ​ພ​ຣະ​ອົງ​ເພື່ອ​ເປັນ​ປະ​ຊ​າ​ຊົນ​ຂອງ​ພ​ຣະ​ອົງ​ແມ່ນ​ໃຊ້​ຄຳ​ວ່າ "ເອີ້ນ​ອອກ​ມາ"
* ຄຳ​ວ່າ "ຊົງ​ເອີ້ນ" ທີ່​ໃຊ້​ໃນ​ພ​ຣະ​ຄຳ​ພີ​ໝາຍ​ເຖິງ​ພ​ຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງຫລື​ເລືອກ​ໃຫ້​ເປັນ​ລູກ​ຂອງ​ພ​ຣະ​ອົງ, ຊົງ​ເອີ້ນ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ພ​ຣະ​ອົງ, ເປັນ​ຜູ​້​ປະ​ກາດ​ພ​ຣະ​ຄຳ​ແຫ່ງ​ຄວາມ​ລອດ​ພົ້ນ​ທີ່​ມີ​ໃນ​ພ​ຣະ​ເຢ​ຊູ.
* ຄຳ​ນີ້​ຍັງ​ໃຊ້​ບາງ​ກໍ​ຣະ​ນີ​ອາ​ດ​ແປ​ວ່າ​ເອີ້ນ​ຜູ້​ໃດ​ຜູ້​ນຶ່ງ ຕົວ​ຢ່າງ "ລາວ​ຖືກ​ເອີ້ນ​ຊື່​ວ່າ ໂຢ​ຮັນ ໝາຍ​ຄວາມ​ວ່າ​ລາວ​ຊື່ ໂຢ​ຮັນ.
* ການ​ຖືກ "ເອີ້ນ​​ອອກຊື່" ໝາຍ​ຄວາມ​ວ່າ​ຜູ້​ໃດ​ຜູ້ນຶ່ງ​ຖືກ​ເອີ້ນ​ສ​ະເພາະ​ເຈາະ​ຈົງ. ພ​ຣະ​ເຈົ້າ​ຊົງ​ເອີ້ນ​ປະ​ຊ​າກອ​ນ​ພຣະ​ອົງ​ໂດຍ​ອອກ​ຊື່​ຜູ້ນັ້ນ.
* ການ​ຮຽກ​ເອິີ້ນ​ແບບ​ນື່ງ " ຂ້ອຍ​ເອີ້​ນ​ອອກ​ຊື່​ເຈົ້າ" ໝາຍ​ຄວາມວ່າ​ພ​ຣະ​​ເຈົ້າ​ຮູ້​ຈັກ​ຊື່​ຜູ້ນັ້ນ ແລະ​ເອີ້ນ​ມາ​ເລືອກ​ເອົາ​ລາວ.
ຄຳແນະ​ນຳ​ໃນ​ການ​ແປ
* ຄຳ​ວ່າ "ເອີ້ນ" ສ​າ​ມາດ​ແປ​ໄດ້​ວ່າ ​ການ​ຮຽກ​ຕົວ ຫລື​ຮຽກ​ຮ້ອງ ຮວມ​ເຖິງ​ຄວາມ​ຄິດ​ຕັ້ງ​ໃຈ​ຈະ​ເອີ້ນ​ແນວນັ້ນ.
* ຄຳ​ວ່າ "ເອີ້ນ​ຫາ​ເຈົ້າ" ອາດ​ແປ​ໄດ້​ວ່າ "ຂໍ​ໃຫ້​ເຈົ້າ​ຊ່ອຍ" ຫລື ຮ້ອງ​ຂໍ​ຄວາມ​ຊວ່ຍ​ເຫລືອ​ຍາມ​ສຸກ​ເສີນ.
* ເວ​ລາ​ພ​ຣະ​ຄຳ​ພີ​ເວົ້າ​ວ່າ "ຊົງ​ເອີ້ນ" ເຮົາ​ໃຫ້​ເປັນ​ຜູ້​ຮັບ​ໃຊ້ ສາ​ມາດ​ແປ​ໄດ້​ວ່າ "ຊົງ​ເລືອກ​ເຮົາ​ໄວ້​ຢ່າງ​ພິ​ເສດ" ຫລື "ຊົງ​ແຕ່ງ​ຕັ້ງ" ໃຫ້​ເປັນ​ຜູ້​ຮັບ​ໃຊ້.
* ເຈົ້າ​ຕ້ອງ​ຮ້ອງ​ອອກ​ພຣະ​ນາມ​ພ​ຣະ​ອົງ ຍັງ​ແປ​ວາ ຮ້ອງ​ອອກ​ນາມ​ຊື່​ພ​ຣະ​ອົງ.
* ພ​ຣະ​ນາມ​ຂອງ​ພ​ຣະ​ອົງ ອາ​ຈ​ແປ​ວ່າ ພ​ຣະ​ອົງ​ຊົງ​ພ​ຣະ​ນາມ​ວ່າ.
* ການ "​ເອີ້​ນ​ອອກ​ມາ" ແປ​ວ່າ​ເອີ້ນ​ດ້ວຍ​ສຽງ​ດ​ັງ ຫລື​ຮ້ອງ​ແຮງໆ ຫລື​ເວົ້າ​ສຽງ​ດັງໆ ແຕ່ບໍ່​ແມ່ນ​ຮ້ອງ​ແບບ​ໃຈ​ຮ້າຍ.
* ຄາ​ເວົ້າ​ອີກ​ຄຳ​ນຶ່ງ "ການ​ຊົງ​ເອີ້ນ​ຂອງ​ພ​ຣະ​ເຈົ້າ" ອາ​ຈ​ແປ​ວ່າ "ພ​ຣະ​ປະ​ສົງ​ຂອງ​ພ​ຣ​ເຈົ້າ​ສຳ​ລັບ​ເຈົ້າ" ຫລື "ພ​ຣະ​ເຈົ້າ​ມີ​ງານ​ພິ​ເສດ​ໃຫ້​ເຈົ້າ"
* ຮ້ອງ​ອອກ​ພ​ຣະ​ນາມ​ພ​ຣະ​ເຈົ້າ ອາ​ດ​ແປ​ວ່າ​ສະ​ແຫວງ​ຫາ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລະ​ເພິ່ງ​ໃນ​ພຣະ​ຄຸນ​ພ​ຣະ​ອົງ ຫລື​ເຊື່ອ​ແລະວາງ​ໃຈ​ໃນ​​ອົງ​ພ​​ຣະຜູ້​ເປັນ​​ເຈົ້າ.
* ຄຳ​ວ່າ "ຮຽກ​ຮ້ອງ" ອາ​ດ​ແປ​ໄດ້​ວ່າ​ສັ່ງ​ການ ຫລື​ຮ້ອງ​ຂໍ.
* ຄຳ​ເວົ້າ​ອີກ​ຄຳ​ນຶ່ງ " ເຈົ້າ​ໄດ້ຮ້ອງ​ອອກ​ນາມ​ຊື່​ຂອງ​ເຮົາ" ອາ​​ດ​ແປ​ໄດ້​ວ່າ ເຮົາ​ໄ​ດ້​ໃຫ້​ເຈົ້າ​ໃຊ້​ຊື່​ຂອງ​ເຮົາ ເພື່ອບອກ​ໃຫ້​ຮູ້​ວ່າ​ເຈົ້ຳ​ເປັນ​ຂອງ​ເຮົາ.
* ເມື່ອ​ພ​ຣະ​ເຈົ້າ​ຊົງ​ກ່າວ​ວ່າ "ເຮົາ​ໄດ້​ເອີ້ນ​ເຈົ້າ​ໂດຍ​ຊື່​ຂອງ​ເຈົ້າ" ອາ​ດ​ແປ​ວ່າ​ເຮົາ​ຮູ້​ຊື່​ເຈົ້າ ແລະ​ເຮົາ​ເລືອກ​ເອົາ​ເຈົ້າ.

10
bible/kt/centurion.md Normal file
View File

@ -0,0 +1,10 @@
# ນາຍຮ້ອຍ
## ນິຍາມ
ນາຍຮ້ອຍເປັນນາຍທະຫານໂຣມັນທີ່ມີກຸ່ມທະຫານ 100ຄົນ ຢູ່ພາຍໃຕ້ການບັງຄັບບັນຊາ
* ຄຳນີ້ສາມາດແປດ້ວຍຄຳທີ່ມີຄວາມຫມາຍວ່່າ"ຜູ້ນຳຂອງຄົນຫນຶ່ງຮ້ອຍຄົນ"
* ນາຍຮ້ອຍຊາວໂຣມັນຄົນຫນຶ່ງມາຫາພຣະເຢຊູເພື່ອຂໍການຮັກສາໃຫ້ກັບຄົນຮັບໃຊ້ຂອງເຂົາ
* ນາຍຮ້ອຍຄົນຫນຶ່ງທີ່ເບິ່ງການຄຶງພຣະເຢຊູທີ່ໄມ້ກາງແຂນເພິ່ນເສຍໃຈຫຼາຍເມື່ອຮູ້ວ່າພຣະເຢຊູຊົງສິ້ນພຣະຊົນຢ່າງໃດ
* ພຣະເຈົ້າຊົງສົ່ງນາຍຮ້ອຍຄົນຫນຶ່ງໄປຫາເປໂຕ ເພື່ອທີ່ເປໂຕຈະອະທິບາຍຂ່າວປະເສີດເລື່ອງພຣະເຢຊູຄຣິດໃຫ້ພວກເຂົາຟັງ

29
bible/kt/children.md Normal file
View File

@ -0,0 +1,29 @@
# ພວກເດັກ,ເດັກ,ລູກ
## ນິຍາມ
ໃນພຣະຄຳພີ ຄຳວ່າ "ເດັກ"ມັກຈະໃຊ້ໂດຍທົ່ວໄປທີ່ກ່າວເຖີງຄົນທີ່ຢູ່ໃນວັຍເດັກ ລວມເຖີງເດັກນອ້ຍດ້ວຍ ຄຳວ່າ "ພວກເດັກ"ເປັນຮູບພະຫູບົດ ແລະຍັງໃຊ້ເປັນຄຳປຽບທຽບດວ້ຍ.
* ໃນພຣະຄັມພີ ພວກສາວົກ ຫລືພວກຄົນທີ່ຕິດຕາມ ບາງຄັ້ງກໍເອີ້ນວ່າ "ພວກເດັກ".
* ຄຳວ່າ "ພວກເດັກ" ມັກຈະໃຊ້ຫມາຍເຖີງເຊຶ້ອສາຍຂອງບຸກຄົນ
* ຄຳເວົ້າ "ພວກຂອງເດັກ" ສາມາດໃຊ້ໃນຄວາມຫມາຍຂອງການບອກເປັນລັກສະນະຂອງບາງສິ່ງ ມີຕົວຢ່າງຂອງຄຳນີ້ຢູ່ເຊັ່ນ
* ພວກລູກຂອງຄວາມສະຫວ່າງ.
* ພວກລູກແຫ່ງການເຊື່ອຟັງ.
* ພວກລູກຂອງມານ.
* ຄຳນີ້ສາມາດເວົ້າເຖີງຄົນທີ່ກ່າວເຖີງພວກລູກຝ່າຍວິນຍານ
ກໍໄດ້ ຕົວຢ່າງເຊັ່ນ "ພວກລູກຂອງພຣະເຈົ້າ" ຊຶ່ງກ່າວເຖີງຄົນທີ່ເປັນຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະເຢຊູ.
## ຄຳແນະນຳໃນການແປ
* ຄຳວ່າ "ພວກລູກ" ສາມາດແປໄດ້ວ່າ "ພວກເຊື້ອສາຍ" ເມື່ອຄຳນີ້ເມື່ອກ່າວເຖີງຄົນທີ່ເປັນເຫລັນ ຫລືໂຫລ້ນເປັນຕົ້ນ.
* "ພວກລູກຂອງເຂົາ" ສາມາດແປໄດ້ວ່າຄົນທີ່ມີລັກສະນະຂອງ"
ຫລື "ຄົນທີ່ເຮັດດີເຫມືອນກັນ" ຂື້ນຢູ່ກັບບໍຣິບົດ.
* ຖ້າເປັນໄປໄດ້ ຄຳເວົ້າ "ພວກລູກຂອງພຣະເຈົ້າ" ຄວນແປຕາມຕົວຫນັງສື ເນື່ອງຈາກຄວາມທີ່ສຳຄັນຕາມພຣະຄຳພີ ຄືພຣະເຈົ້າຊົງເປັນພຣະບິດາແຫ່ງສະຫັວນຂອງເຮົາ ການແປທີ່ເລືອກມາໃຊ້ໄດ້ອາດຈະເປັນ" ຄົນທີ່ເປັນຂອງພຣະເຈົ້າ" ພວກລູກຝາ່ຍວິນຍານຂອງພຣະເຈົ້າ.
* ເມື່ອພຣະເຢຊູຊົງເອີ້ນພວກສາວົກຂອງພຣະອົົງວ່າ"ພວກລູກ"
ຄຳນີ້ຄວນແປວ່າ "ພວກເພື່ອນຜູ້ສັດທາທີ່ຮັກ"ກໍໄດ້
* ຄຳເວົ້າ "ພວກລູກແຫ່ງພັນທະສັນຍາ" ສາມາດແປໄດ້ວ່າ "ຄົນທີ່ຮັບສິ່ງທີ່ພຣະເຈົ້າໄດ້ງສັນຍາກັບພວກເຂົາ.

25
bible/kt/christ.md Normal file
View File

@ -0,0 +1,25 @@
# ພຣະຄຣິດ,ພຣະເມສີອາ
## ນິຍາມ
ຄຳວ່າ "ພຣະເມສີອາ"ແລະ "ພຣະຄຣິດ" ຫມາຍເຖີງ" ຜູ້ທີ່ໄດ້ຮັບການຊົງເຈີມ" ແລະກ່າວເຖີງພຣະເຢຊູ ພຣະບຸດຂອງພຣະເຈົ້າ.
* ທັງຄຳວ່າ "ພຣະເມສີອາ"ແລະ"ພຣະຄຣິດ"ໃຊ້ໃນພັນທະສັນຍາໄຫມ່ທີ່ກ່າວເຖີງພຣະບຸດຂອງພຣະເຈົ້າຜູ້ທີ່ພຣະເຈົ້າພຣະບິດາຊົງແຕ່ງຕັ້ງເພື່ອໃຫ້ຄອບຄອງເປັນກະສັດ ເຫນືອປະຊາກອນຂອງພຣະອົງແລະຊວ່ຍພວກເຂົາໃຫ້ລອດຈາກຄວາມບາບແລະຄວາມຕາຍ.
* ໃນພັນທະສັນຍາເດີມ ຜູ້ປະກາດພຣະທັມໄດ້ຂຽນຄຳປະກາດພຣະທັມກ່ຽວກັບພຣະເມສີອາໄວ້ຫລາຍຮອ້ຍປີກອ່ນທີ່ພຣະອົງຈະສະເດັດເຂົ້າມາໃນໂລກ..
* ຫລາຍຄັ້ງທີ່ຄຳຫມາຍຂອງຄຳວ່າ"(ຜູ້ທີ່) ໄດ້ຮັບການຊົງເຈີມ"
ໄດ້ໃຊ້ໃນພັນທະສັນຍາເດີມໃນການກ່າວເຖີງພຣະເມສີອາຜູ້ທີ່ຈະສະເດັດມາ.
* ພຣະເຢຊູຊົງເຮັດໃຫ້ຄຳປະກາດພຣະທັມເຫລົ່ານີ້ສຳເຣັດເປັນຈິງແລະເຮັດການອັດສະຈັນຫລາຍຢ່າງທີ່ເປັນການພິສູດ
ວ່າພຣະອົງຊົງເປັນພຣະເມສີອາຄຳກ່າວພະທັມເຫລົ່ານີ້ສຳເຣັດເມື່ອພຣະອົງສະເດັດກັບມາ.
* ຄຳວ່າ "ພຣະຄຣິດ" ມັກໃຊ້ເອີ້ນພຣະນາມ ຢ່າງເຊັ່ນ "ພຣະຄຣິດ"ແລ "ພຣະເຢຊູຄຣິດ" .
* "ພຣະຄຣິດ"ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງພຣະນາມ ຢ່າງເຊັ່ນ "ພຣະເຢຊູຄຣິດ".
## ຄຳແນະນຳໃນການແປ
* ຄຳນີ້ສາມາດແປໄດ້ໂດຍການໃຊ້ຄວາມຫມາຍຂອງ "ຜູ້ຊົງຮັບການເຈີມ" ຫລື "ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຮັບການຊົງເຈີມຂອງພຣະເຈົ້າ"
* ຫລາຍພາສາທີ່ໃຊ້ຄຳແປທີ່ເບີ່ງເຫມືອນ ຫລື ຫນ້າຈະເຫມືອນ
"ພຣະຄຣິດ" ຫລື ພຣະເມສີອາ.

25
bible/kt/christian.md Normal file
View File

@ -0,0 +1,25 @@
# ຄຣິສຕຽນ
## ນິຍາມ
ຫລັງຈາກທີ່ພຣະເຢຊູສະເດັດກັບສູ່ສະຫັວນ ຄົນທົ່ວໄປໄດ້ເອີ້ນຊື່"ຄຣິສຕຽນ" ທີ່ມີຄວາມຫມາຍວ່າ "ຜູ້ຕິດຕາມພຣະຄຣິດ"
* ບັນດາຜູ້ຕິດຕາມພຣະເຢຊູໄດ້ຖືກເອີ້ນວ່າ "ຄຣິສຕຽນ"ເປັນຄັ້ງທຳອິດໃນເມືອງອັນທີໂອເຂຍ.
* ຄຣິສຕຽນເປັນຜູ້ທີ່ສັດທາວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າແລະຜູ້ທີ່ວາງໃຈໃນພຣະເຢຊູທີ່ຈະຊວ່ຍເຂົາໃຫ້ລອດຈາກບາບທັງປວງຂອງເຂົາ.
* ໃນສະໄຫມປະຈຸບັນນີ້ ຫລາຍຄັ້ງທີ່ຄຳວ່າ "ຄຣິສຕຽນ"ໃຊ້ສຳຫລັບຄົນທີ່ລະບຸຕົວຕົນວ່າເປັນຄົນຖືສາດສະຫນາຄຣິສ ແຕ່ບໍ່ໄດ້ເປັນຜູ້ຕິດຕາມພຣະເຢຊູຈິງໆ ນີ້ບໍ່ແມ່ນຄວາມ
ຫມາຍຂອງ "ຄຣິສຕຽນ" ໃນພຣະຄຳພີ.
* ເພາະຄຳວ່າ "ຄຣິສຕຽນ " ໃນພຣະຄຳພີກ່າວເຖີງບາງຄົນທີ່ເປັນຜູ້ສັດທາຢ່າງແທ້ຈິງໃນພຣະເຢຊູ ຄຣິສຕຽນຍັງຖືກເອີ້ນວ່າ
"ຜູ້ສັດທາ"ດວ້ຍ.
## ຄຳແນະນຳໃນການແປ
* ຄຳນີ້ສາມາດແປໄດ້ວ່າ "ຜູ້ຕິດຕາມພຣະຄຣິດ" ຫລື "ຜູ້ຕິດຕາມຂອງພຣະຄຣິດ" ຫລືບາງທີກໍເຫມືອນກັບ "ຄົນຂອງພຣະຄຣິດ".
* ຂໍໃຫ້ແນ່ໃຈວ່າການແປຄຳນີ້ຈະແຕກຕ່າງໄປຈາກຄຳທີ່ໃຊ້ສຳຫລັບສາວົກ ຫລືປະໂລຫິດ.
* ຂໍໃຫ້ລະມັດລະວັງໃນການແປຄຳນີ້ດວ້ຍຄຳທີ່ສາມາດກ່າວເຖີງ
ທຸກຄົນທີ່ເປັນຜູ້ສັດທາ ໃນພຣະເຢຊູ ບໍ່ແມ່ນສະເພາະກຸ່ມຄົນ.
* ຂໍພິຈາຣະນາໃຫ້ດີໃນການແປຄຳນີ້ໃນພຣະຄຳພີໃນພາສາທອ້ງຖິ່ນ ຫລື ພາສາກາງດວ້ຍ.

19
bible/kt/church.md Normal file
View File

@ -0,0 +1,19 @@
# ຄຣິສຕະຈັກ
## ນິຍາມ
ໃນພັນທະສັນຍາໃຫມ່ ຄຳວ່າ "ຄຣິສຕະຈັກ" ກ່າວເຖີງກຸ່ມຜູ້ເຊື່ອໃນພຣະເຢຊູໃນທອ້ງຖິ່ນ ທີ່ມາລວມກັນຢູ່ຢ່າງສະຫມ່ຳສະເໝີເພື່ອທີ່ຈະອະທິຖານ ແລະຟັງພຣະຄຳຂອງພຣະເຈົ້າ ຄຳວ່າ "ຄຣິສຕະຈັກ" ມັກຈະຫມາຍເຖີງຄຣິສຕຽນທຸກຄົນ.
* ຄຳນີ້ກ່າວຕາມຕົວຫນັງສືວ່າ "ຖືກເອີ້ນອອກມາ"ການລວມກັນ ຫລື ຊຸມນຸມກັນຂອງປະຊາຊົນທີ່ມາລວມກັນເພື່ອເປົ້າຫມາຍສະເພາະ.
* ເມື່ອຄຳນີ້ໃຊ້ກ່າວເຖີງຜູ້ທີ່ເຊື່ອທຸກຄົນໃນທຸກທີ່ໃນພຣະກາຍຂອງພຣະຄຣິດ ການແປພຣະຄຳພີພາສາອັງກິດບາງສະບັບໃຊ້ຫນັງສືຕົວທຳອິດເປັນຕົວໃຫຍ່("Church") ເພື່ອໃຫ້ເປັນຄວາມແຕກຕ່າງຂອງຄຳນີ້ ຈາກຄຣິສຕະຈັກທອ້ງຖິ່ນ.
* ບັນດາຜູ້ເຊື່ອໃນເມືອງໃດເມືອງຫນຶ່ງມັກຈະປະຊຸມກັນໃນບ້ານຂອງຄົນໃດຄົນຫນຶ່ງ ຄຣິສຕະຈັກທອ້ງຖິ່ນເຫົ່ລານີ້ໄດ້ຕັ້ງຊື່ຕາມເມືອງນັ້ນໆຢ່າງເຊັ່ນ "ຄຣິສຕະຈັກເອເຟໂຊ" .
ໃນພຣະຄຳພີ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ.
%ຄຳແນະນຳໃນການແປ
* ຄຳວ່າ "ຄຣິສຕະຈັກ" ສາມາດແປໄດ້ວ່າ "ຊຸມນຸມກັນ" ຫລື "ລວມຕົວກັນ" ຫລື "ການຮວ່ມຊຸມນຸມກັນ" ຫລື "ຄົນທີ່ມາປະຊຸມກັນ" .
* ຄຳຫລື ຄຳເວົ້າທີ່ໃຊ້ແປຄຳນີ້ຄວນຈະຫມາຍເຖີງຜູ້ເຊື່ອທຸກຄົນ ບໍ່ແມ່ນພຽງກຸ່ມນອ້ຍໆ ພຽງກຸ່ມດຽວ.
* ຂໍໃຫ້ແນ່ໃຈວ່າການແປຄຳວ່າ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ".
* ຄຳທີ່ໃຊ້ແປ "ການລວມຕົວກັນ" ໃນພັນທະສັນຍາເດີມສາມາດໃຊ້ແປຄຳນີ້ໄດ້ດວ້ຍ.
* ຂໍໃຫ້ພິຈາຣະນາໃຫ້ດີໃນການແປຄຳນີ້ ໃນການແປພຣະຄັມພີໃນພາສາທອ້ງຖິ່ນ ຫລື ພາສາກາງ.

21
bible/kt/circumcise.md Normal file
View File

@ -0,0 +1,21 @@
# ເຂົ້າພິທີຕັດ, ການເຂົ້າພິທີຕັດ
## ນິຍາມ
ຄຳວ່າ "ເຂົ້າພິທີຕັດ" ໝາຍເຖິງການຕັດໜັງຫຸ້ມປາຍອົງຄະຊາດຂອງຜູ້ຊາຍຫຼືເດັກຊາຍ. ພິທີການເຂົ້າພິທີຕັດອາດຈະຈັດຂື້ນເພື່ອດຳເນີນການໃນເລື່ອງນີ້.
* ພຣະເຈົ້າໄດ້ສັ່ງກັບອັບຣາຮາມໃຫ້ຜູ້ຊາຍໃນຄອບຄົວແລະຄົນຮັບໃຊ້ທຸກຄົນເຂົ້າພິທີຕັດເພື່ອເປັນເຄື່ອງໝາຍຂອງພັນທະສັນຍາຂອງພຣະເຈົ້າທີ່ພຣະອົງຊົງກະທຳກັບພວກເຂົາ.
* ພະເຈົ້າໄດ້ຊົງສັ່ງໃຫ້ເຊື້ອສາຍຂອງອັບຣາຮາມຈະຕ້ອງເຮັດການນີ້ຕໍ່ໄປກັບເດັກນ້ອຍຜູ້ຊາຍທີ່ເກີດໃນຄອບຄົວຂອງພວກເຂົາ.
* ຄຳເວົ້າ, "ການເຂົ້າພິທີຕັດຫົວໃຈ" ໝາຍເຖິງຄຳປຽບທຽບຂອງ "ການຕັດອອກໄປ" ຫລື ການເອົາຄວາມບາບອອກໄປຈາກບຸກຄົນ.
* ໃນຝ່າຍວິນຍານ, "ການເຂົ້າພິທີຕັດ"ໝາຍເຖິງຄົນທີ່ພຣະເຈົ້າຊົງຊຳລະຈາກບາບໂດຍພຣະໂລຫິດຂອງພຣະເຢຊູ ແລະຜູ້ທີ່ເປັນປະຊາຊົນຂອງພຣະອົງ.
* ຄຳວ່າ "ບໍ່ໄດ້ເຂົ້າພິທີຕັດ" ໝາຍເຖິງຄົນເຫົ່ຼານັ້ນທີ່ບໍ່ໄດ້ເຂົ້າພິທີຕັດທາງຮ່າງກາຍ. ຄຳນີ້ຍັງໝາຍເຖິງຄົນທີ່ຍັງບໍ່ໄດ້ເຂົ້າພິທີຕັດຝ່າຍວິນຍານ, ຊຶ່ງເປັນບຸກຄົນທີ່ບໍ່ມີຄວາມສຳພັນກັບພຣະເຈົ້າດວ້ຍ.
## ຄຳແນະນຳໃນການແປ
* ຖ້າວັດທະນະທໍາທາງພາສາທີ່ຈະແປມີການເຂົ້າພິທີຕັດໃນຜູ້ຊາຍ, ຄຳທີ່ໃຊ້ຄຳເວົ້າເຖິງການກະທຳນີ້ອາດຈະໃຊ້ສຳລັບຄຳນີ້ໄດ້.
* ການແປຄຳນີ້ ໃນຮູບແບບອື່ນໆ ໜ້າຈະເປັນ"ຕັດຮອບໆ" ຫຼື
ຕັດເປັນວົງກົມ" ຫຼື "ຕັດໜັງຫຸ້ມອົງຄະຊາດອອກ."
* ໃນວັດທະນະທໍາທີ່ການເຂົ້າພິທີຕັດບໍ່ເປັນທີ່ຮູ້ຈັກ, ຄຳນີ້ຈຳເປັນຕ້ອງອະທິບາຍໃນສາລະບານຫົວເລື່ອງ.
* ຂໍໃຫ້ແນ່ໃຈວ່າ ຄຳທີ່ໃຊ້ແປຄຳນີ້ບໍ່ໄດ້ໝາຍເຖິງຜູ້ຍິງ. ຄຳນີ້ຈຳເປັນຕອ້ງແປດ້ວຍຄຳ ຫລື ຄຳເວົ້າທີ່ລວມເຖິງຄວາມໝາຍຂອງ"ຜູ້ຊາຍ."

19
bible/kt/clean.md Normal file
View File

@ -0,0 +1,19 @@
# ສະອາດ, ຊຳລະໃຫ້ສະອາດ
## ນິຍາມ
ຄຳວ່າ "ສະອາດ" ມີຄວາມໝາຍຕາມຕົວໜັງສືວ່າບໍ່ມີຄວາມສົກກະປົກຫຼືມົນທິນໃດໆ. ໃນພຣະຄໍາພີ, ຄຳນີ້ມັກໃຊ້ເປັນຄຳປຽບທຽບທີ່ໝາຍເຖິງ, "ເຮັດໃຫ້ບໍຣິສຸດ," "ບໍຣິສຸດ," ຫຼື "ປາສະຈາກບາບ."
* "ການສຳລະໃຫ້ສະອາດ" ເປັນກະບວນການຂອງການເຮັດໃຫ້ສິ່ງໃດສິ່ງໜຶ່ງ "ສະອາດ." ຄຳນີ້ສາມາດແປໄດ້ວ່າ "ຊຳລະລ້າງ"
ຫຼື "ເຮັດໃຫ້ບໍຣິສຸດ."
* ໃນພັນທະສັນຍາເດີມ, ພຣະເຈົ້າໄດ້ຊົງບອກຊົນຊາດອິດສະຣາເອນວ່າສັດຊະນິດໃດທີ່ຊີ້ສະເພາະເຈາະຈົງວ່າເປັນສັດທີ່ "ສະອາດ" ທີ່ໃຊ້ຖວາຍບູຊາແລະສັດຊະນິດໃດທີ່ເປັນ "ມົນທິນ." ສັດທີ່ສະອາດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ໃຊ້ເພື່ອກິນຫລືຖວາຍບູຊາ. ໃນບໍຣິບົດນີ້, ຄຳວ່າ "ສະອາດ" ມີຄວາມໝາຍວ່າ ສັດຕົວນັ້ນໄດ້ຮັບການຍອມຮັບຈາກພຣະເຈົ້າເພື່ອໃຊ້ເປັນເຄື່ອງຖວາຍບູຊາ.
* ຄົນທີ່ເປັນໂລກຜິວໜັງບາງຢ່າງຈະເປັນມົນທິນຈົນກວ່າຜິວໜັງຈະໄດ້ຮັບການຮັກສາໃຫ້ດີພໍທີ່ຈະບໍ່ສາມາດແຜ່ເຊື້ອໂລກໄດ້. ຄຳສອນກ່ຽວກັບການສຳລະຜິວໜັງໃຫ້ສະອາດທີ່ຕ້ອງເຊື່ອຟັງ ເພື່ອທີ່ຄົນນັ້ນຈະໄດ້ຮັບການປະກາດວ່າ "ສະອາດ" ອີກຄັ້ງ.
* ບາງຄັ້ງ "ສະອາດ" ໃຊ້ເປັນຄຳປຽບທຽບທີ່ກ່າວເຖິງ ຄວາມບໍຣິສຸດທາງສິລະທໍາ.
## ຄຳແນະນຳໃນການແປ
* ຄຳນີ້ສາມາດແປດ້ວຍຄຳທົ່ວໆໄປ ສຳລັບຄຳວ່າ "ສະອາດ"
ຫຼື "ບໍຣິສຸດ"

19
bible/kt/command.md Normal file
View File

@ -0,0 +1,19 @@
# ຄຳສັ່ງ, ສັ່ງ, ພຣະບັນຍັດ
## ນິຍາມ
ຄຳສັ່ງ "ສັ່ງ" ໝາຍເຖິງ ການສັ່ງໃຫ້ຄົນໃດຄົນໜຶ່ງເຮັດບາງສິ່ງ.
"ຄຳສັ່ງ" ຫຼື" ພຣະບັນຍັດ" ເປັນສິ່ງທີ່ຄົນຖືກສັ່ງໃຫ້ທຳຕາມ.
* ເຖິງແມ່ນວ່າຄຳເຫຼົ່ານີ້ຈະມີພື້ນຖານຄວາມໝາຍຢ່າງດຽວກັນ, "ພຣະບັນຍັດ" ມັກຈະໝາຍເຖິງພຣະບັນຊາສະເພາະຂອງພຣະເຈົ້າທີ່ເປັນທາງການແລະຍັ້ງຢືນຖາວອນຫລາຍກວ່າ, ຢ່າງເຊັ່ນ "ພຣະບັນຍັດສິບປະການ."
* ພຣະບັນຍັດສາມາດຂຽນເປັນທາງບວກ ("ຈົ່ງໃຫ້ກຽດບິດາມານດາ") ຫຼື ທາງລົບ ("ຢ່າລັກ") ກໍໄດ້.
* "ຮັບຄຳສັ່ງ" ໝາຍເຖິງ "ຮັບໜ້າທີ່ຄວບຄຸມດູແລ" ຫຼື "ຮັບໜ້າທີ່ຜິດຊອບ" ຂອງບາງສິ່ງຫຼືບາງຄົນ.
## ຄຳແນະນຳໃນການແປ
* ການແປຄຳນີ້ ໃຫ້ດີທີ່ສຸດຄືການແປໃຫ້ແຕກຕ່າງຈາກຄຳວ່າ,
" ກົດໝາຍ." ຂໍໃຫ້ປຽບທຽບກັບຄຳຈຳກັດຄວາມຂອງຄຳວ່າ "ພຣະບັນຊາ" ແລະ "ລະບຽບ" ດ້ວຍ.
* ຜູ້ແປບາງຄົນອາດຈະແປ "ຄຳສັ່ງ" ແລະ "ພຣະບັນຍາດ" ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການ, ທີ່ພຣະເຈົ້າຊົງໄດ້ບັນຊາ.
* ບາງຄົນມັກໃຊ້ຄຳສະເພາະຫຼາຍກວ່າສຳລັບ ພຣະບັນຍັດ ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການທີ່ພຣະເຈົ້າຊົງໄດ້ບັນຊາ

20
bible/kt/compassion.md Normal file
View File

@ -0,0 +1,20 @@
# ຄວາມເມດຕາ, ມີຄວາມເມດຕາ, ພຣະເມດຕາ
## ນິຍາມ
ຄຳວ່າ "ຄວາມເມດຕາ" ກ່າວເຖິງຄວາມຫ່ວງໃຍຜູ້ອື່ນ ໂດຍສະເພາະຢ່າງຍິ່ງຄົນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຍາກ. ຄົນທີ່ "ມີຄວາມເມດຕາ" ຫ່ວງໃຍຄົນອື່ນ ແລະຊ່ວຍເຫຼືອພວກເຂົາ.
* ຄຳວ່າ "ຄວາມເມດຕາ" ມັກຈະລວມເຖິງການໃສ່ໃຈຄົນທີ່ຂັດສົນ, ແລະການທຳການຊ່ວຍເຫຼືອພວກເຂົາດ້ວຍ.
* ພຣະຄໍາພີບອກວ່າພຣະເຈົ້າຊົງພຣະເມດຕາ, ນັ້ນຄື, ພຣະອົງ
ຊົງປ່ຽມດ້ວຍຄວາມຮັກ ແລະຄວາມເມດຕາ.
* ໃນຈົດໝາຍຂອງໂປໂລ ທີ່ໄປເຖິງຊາວໂກໂລຊາຍ, ທ່ານບອກພວກເຂົາໃຫ້ "ສວມໃຈເມດຕາ." ທ່ານສອນພວກເຂົາໃຫ້ໃສ່ໃຈ
ຜູ້ຄົນ ແລະທຳການຊ່ວຍເຫຼືອຄົນອື່ນໆທີ່ຂັດສົນ.
## ຄຳແນະນຳໃນການແປ
* ຄວາມໝາຍຕາມຕົວອັກສອນຂອງຄຳວ່າ "ຄວາມເມດຕາ" ຄື " ຄວາມເຫັນໃຈດ້ວຍຄວາມເມດຕາ." ຄຳນີ້ເປັນສຳນວນທີ່ໝາຍເຖິງ "ຄວາມເມດຕາ" ຫຼື "ສົງສານ." ບາງພາສາອາດຈະມີສຳນວນພາສາຂອງຕົນເອງໃນການແປຄຳນີ້.
* ການແປ "ຄວາມເມດຕາ" ໃນຮູບແບບອື່ນໆ ສາມາດລວມເຖິງ"ຄວາມໃສ່ໃຈຢ່າງເລິກເຊິ່ງຕໍ່" ຫຼື "ການຊວ່ຍເຫຼືອທີ່ເຕັມດ້ວຍຄວາມເມດຕາ."
* ຄຳວ່າ "ເມດຕາ" ສາມາດແປໄດ້ວ່າ "ການໃສ່ໃຈແລະຊວ່ຍເຫຼືອຢ່າງເຕັມທີ່" ຫຼື "ປ່ຽມດ້ວຍຄວາມຮັກແລະເມດຕາຢ່າງເລິກເຊິ່ງ."

15
bible/kt/condemn.md Normal file
View File

@ -0,0 +1,15 @@
# ປະນາມ, ການປະນາມ
## ນິຍາມ
ຄຳວ່າ "ປະນາມ" ແລະ "ການປະນາມ" ການຕັດສິນຄົນໃດຄົນໜຶ່ງທີ່ເຮັດຜິດບາງຢ່າງ.
* ຫລາຍຄັ້ງຄຳວ່າ "ປະນາມ" ລວມເຖິງການລົງໂທດຄົນນັ້ນສຳລັບຄວາມຜິດທີ່ເຂົາໄດ້ກະທຳ.
* ບາງຄັ້ງຄຳວ່າ "ປະນາມ" ເວົ້າເຖິງ ການກ່າວຫາຄົນໃດຄົນໜຶ່ງຢ່າງຜິດໆ ຫຼືການຕັດສິນບາງຄົນຢ່າງຫຍາບຊ້າ.
* ຄຳວ່າ "ການປະນາມ" ເວົ້າເຖິງການກະທຳຂອງການປະນາມ ຫຼືການດ່າບາງຄົນ.
## ຄຳແນະນຳໃນການແປ
* ຄຳນີ້ສາມາດແປຕາມຖ້ອຍຄຳໄດ້ວ່າ "ການຕັດສິນຢ່າງບໍ່ເປັນທໍາ" ຫຼື "ວິພາກວິຈານຢ່າງຜິດໆ."
* ຄຳວ່າ "ປະນາມເຂົາ" ສາມາດແປໄດ້ວ່າ, "ຕັດສິນວ່າເຂົາມີຄວາມຜິດ" ຫຼື "ກ່າວວ່າເຂົາຕ້ອງຖືກລົງໂທດເພາະບາບຂອງເຂົາ."
* ຄຳວ່າ "ການປະນາມ" ສາມາດແປໄດ້ວ່າ, "ການຕັດສິນທີ່ບໍ່ເປັນທໍາ" ຫຼື "ການປະກາດວ່າມີຄວາມຜິດ" ຫຼື "ການລົງໂທດຄວາມຜິດ."

16
bible/kt/confess.md Normal file
View File

@ -0,0 +1,16 @@
# ສາລະພາບ, ຍອມຮັບ, ການສາລະພາບ
## ນິຍາມ
ສາລະພາບ ໝາຍເຖິງການຍອມຮັບ ຫຼືການຢືນຢັນວ່າບາງສິ່ງເປັນຄວາມຈິງ. "ການສາລະພາບ" ເປັນການກ່າວ ຫຼື ການຍອມຮັບວ່າບາງສິ່ງເປັນຄວາມຈິງ.
* ຄຳວ່າ "ສາລະພາບ" ສາມາດກ່າວເຖິງການກ່າວຄວາມຈິງເລື່ອງພຣະເຈົ້າຢ່າງກ້າຫານ. ຄຳນີ້ຍັງກ່າວເຖິງການຍອມຮັບວ່າເຮົາເຮັດບາບດ້ວຍ.
* ພຣະຄໍາພີບອກວ່າຖ້າປະຊາຊົນສາລະພາບບາບຂອງພວກເຂົາຕໍ່ພຣະເຈົ້າ, ພຣະອົງຈະຊົງອະໄພໃຫ້ພວກເຂົາ.
* ອັກຄະສາວົກຢາໂກໂບໄດ້ຂຽນໃນຈົດໝາຍຂອງທ່ານວ່າ ເມື່ອຜູ້ເຊື່ອສາລະພາບບາບພວກເຂົາຕໍ່ກັນແລະກັນ. ນີ້ຈະນຳໄປສູ່ການຮັກສາໂຣກຝ່າຍວິນຍານ.
* ອັກຄະສາວົກໂປໂລໄດ້ຂຽນໄປເຖິງຊາວຟີລິບປອຍວ່າວັນໜຶ່ງທຸກຄົນຈະຕ້ອງຍອມຮັບ ແລະປະກາດວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ.
* ໂປໂລຍັງໄດ້ເວົ້າອີກດ້ວຍວ່າ ຖ້າປະຊາຊົນຍອມຮັບວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ ແລະເຊື່ອວ່າພຣະເຈົ້້າໄດ້ເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ, ພວກເຂົາກໍຈະໄດ້ຮັບຄວາມພົ້ນ.
## ຄຳແນະນຳໃນການແປ
* ການແປຄຳວ່າ "ສາລະພາບ" ໃນຮູບແບບຕ່າງໆຂື້ນຢູ່ກັບເນື້ອຫາລວມເຖິງ "ຍອມຮັບ" ຫຼື "ພິສູດແລ້ວ" ຫຼື "ການປະກາດ" ຫຼື"ຮັບຮູ້" ຫຼື "ຢືນຢັນ."
* ການແປ "ການສາລະພາບ" ໃນຮູບແບບທີ່ແຕກຕ່າງອອກໄປ ຄື, "ການປະກາດ" ຫຼື" ການເປັນພະຍານ" ຫຼື "ເວົ້າກ່ຽວກັບສິ່ງທີ່ເຮົາເຊື່ອ" ຫຼື " ຍອມຮັບວ່າທຳບາບ."

14
bible/kt/conscience.md Normal file
View File

@ -0,0 +1,14 @@
# ຄວາມສຳນຶກ
## ນິຍາມ
ຄວາມສຳນຶກເປັນສ່ວນໜຶ່ງຂອງຄວາມຄິດຂອງບຸກຄົນ ຊຶ່ງພຣເຈົ້າໃຫ້ເຂົາເຂົ້າໃຈວ່າເຂົາທຳສິ່ງທີ່ຜິດບາບ.
* ພຣະເຈົ້າໄດ້ໃຫ້ຄວາມສຳນຶກແກ່ມະນຸດທີ່ຈະຊ່ວຍພວກເຂົາ ໃຫ້ຮູ້ເຖິງຄວາມແຕກຕ່າງລະຫວ່າງສິ່ງທີ່ຖືກຕ້ອງແລະສິ່ງທີ່ຜິດ.
* ບຸກຄົນທີ່ເຊື່ອຟັງພຣະເຈົ້າເວົ້າໄດ້ວ່າເຂົາມີຄວາມສຳນຶກ"ບໍຣິ
ສຸດ" ຫຼື "ຊັດເຈນ" ຫຼື "ສະອາດ" .
* ຖ້າບຸກຄົນມີ " ຄວາມສຳນຶກທີ່ຊັດເຈນ" ໝາຍເຖິງເຂົາບໍ່ໄດ້ຊ້ອນຄວາມບາບໃດໆ .
* ຖ້າບຸກຄົນລະເລີຍຕໍ່ຄວາມສຳນຶກຂອງຕົນແລະບໍ່ຮູ້ສຶກຜິດໃດໆຕໍ່ການທຳຜິດ ພຣະຄຳພີເອີ້ນສິ່ງນີ້ວ່າຄວາມສຳນຶກທີ່"ຂຸ່ນມົວ" ຊຶ່ງນີ້ກໍຈະ"ກ່າວຫາວ່າ"ເປັນເໝືອນເຫຼັກຮ້ອນ ຄວາມສຳນຶກເຊັ່ນນີ້ຍັງເອີ້ນວ່າ "ເຢັນຊາ" ແລະເປັນ"ມົນທິນບາບ" .
* ວິທີແປທີ່ໜ້າຈະເປັນໄປໄດ້ສຳລັບຄຳນີ້ຄວນຈະລວມ"ຂໍ້ແນະນຳສິລະທຳພາຍໃນ" ຫຼື ຄວາມຄິດທາງດ້ານສິນລະທຳ.

20
bible/kt/consecrate.md Normal file
View File

@ -0,0 +1,20 @@
# ເຮັດໃຫ້ເປັນສິ່ງສັກສິດ
## ນິຍາມ
ເຮັດໃຫ້ເປັນສິ່ງສັກສິດ ໝາຍເຖິງຖວາຍບາງສິ່ງຫຼືບຸກຄົນໃດເພື່ອຈະຮັບໃຊ້ພຣະເຈົ້າ. ຄົນ ຫຼື ສິ່ງຂອງທີ່ມອບຖະຫວາຍແດ່ພຣະເຈົ້າຖືວ່າບໍຣິສຸດ ແລະແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ.
* ຄວາມໝາຍຂອງຄຳນີ້ຄ້າຍກັບ "ການຊຳລະ" ຫຼື "ການເຮັດໃຫ້ບໍຣິສຸດ," ແຕ່ດ້ວຍການລວມຄວາມໝາຍແຫ່ງການແຍກໄວ້ຢ່າງເປັນທາງການສຳລັບການຮັບໃຊ້ພຣະເຈົ້າ.
* ສິ່ງທີ່ອຸທິດຖວາຍແດ່ພຣະເຈົ້າ, ລວມທັງສັດທີ່ຈະຖືກຖວາຍບູຊາ, ແທ່ນຖວາຍເຄື່ອງເຜົາບູຊາແລະຫໍເຕັນ.
* ບຸກຄົນທີ່ມອບຖວາຍແກ່ພຣະເຈົ້າ ຈະລວມທັງ ພວກປະໂລຫິດ, ປະຊາຊົນອິດສະຣາເອນ, ແລະລູກຊາຍຫົວປີ.
* ບາງຄັ້ງຄຳວ່າ " ການເຮັດໃຫ້ສັກສິດ" ມີຄວາມໝາຍທີ່ຄ້າຍກັບ "ເຮັດໃຫ້ບໍຣິສຸດ," ໂດຍສະເພາະເມື່ອກ່ຽວຂ້ອງກັບການຕຽມຄົນ ຫຼື ສິ່ງຕ່າງໆສຳລັບການຮັບໃຊ້ພຣະເຈົ້າເພື່ອພວກເຂົາຈະຖືກສຳລະແລະເປັນທີ່ຍອມຮັບຈາກພຣະອົງ.
## ຄຳແນະນຳໃນການແປ
* ວິທີຈະແປຄຳວ່າ "ການເຮັດໃຫ້ສັກສິດ" ຄວນຈະລວມຄວາມ
ໝາຍ, "ແຍກພິເສດສຳລັບຮັບໃຊ້ພຣະເຈົ້າ" ຫຼື "ຊຳລະໃຫ້ບໍຣິສຸດເພື່ອຮັບໃຊ້ພຣະເຈົ້າ."
* ຄວນຈະພິຈາລະນາຄຳວ່າ "ບໍຣິສຸດ" ແລະ "ສຳລະໃຫ້ສະອາດ"
ໃນການແປດ້ວຍ.

26
bible/kt/cornerstone.md Normal file
View File

@ -0,0 +1,26 @@
# ສີລາເສົາເອກ
## ນິຍາມ
ຄຳວ່າ "ສີລາເສົາເອກ" ກ່າວເຖິງຫີນຂະໜາດໃຫຍ່ ທີ່ຖືກຕັດເປັນພິເສດແລະວາງໄວ້ຊື່ເສົາຂອງຮາກຖານຂອງອາຄານ.
* ຫີນອື່ນໆທັງໝົດຂອງອາຄານຈະຖືກແທກແລະປູໄວ້ໃຫ້ຕິດກັບສີລາເສົາເອກນີ້.
* ເປັນສິ່ງສຳຄັນຫຼາຍສຳລັບຄວາມແຂງແຮງແລະຄວາມໝັ້ນຄົງຂອງໂຄງສ້າງທັງໝົດ.
* ໃນພຣະຄໍາພີໃໝ່, ການຊຸມນຸມຂອງຜູ້ເຊື່ອປຽບກັບອາຄານທີ່ມີພຣະເຢຊູເປັນ "ສີລາເສົາເອກ."
* ໃນລັກສະນະດຽວກັນທີ່ສີລາເສົາເອກຂອງອາຄານຈະຄ້ຳແລະກຳນົດຕຳແໜ່ງຂອງອາຄານໝົດທັງຫຼັງ, ດັ່ງນັ້ນພຣະເຢຊູຈິ່ງເປັນສີລາເສົາເອກທີ່ສຳຄັນສຳລັບການກໍ່ຕັ້ງ ແລະສະໜັບສະໜຸນການຊຸມນຸມຂອງຜູ້ເຊື່ອ.
## ຄຳແນະນໍາໃນການແປ
* ຄຳວ່າ "ສີລາເສົາເອກ" ອາດແປວ່າ "ສີລາຫຼັກຂອງອາຄານ"
ຫຼື " ສີລາຮາກຖານ."
* ພິຈາລະນາວ່າພາສາເປົ້າໝາຍໃນການແປມີຄຳສໍາລັບ
ສ່ວນທີ່ເປັນຮາກຖານຂອງອາຄານທີ່ເປັນສ່ວນຄ້ຳຫຼັກຫຼືບບໍ່. ຖ້າມີ, ໃຫ້ໃຊ້ຄຳນີ້ໄດ້.
* ອີກວິທີໜຶ່ງໃນການແປຄຳນີ້ຄື, "ສີລາຮາກຖານ" ທີ່ໃຊ້ສຳລັບເສົາຂອງອາຄານ."
* ສິ່ງທີ່ສຳຄັນຄືຕ້ອງຮັກສາຄວາມຈິງທີ່ວ່ານີ້ເປັນຫີນຂະ
ໜາດໃຫຍ່, ທີ່ໃຊ້ເປັນວັດຖຸກໍ່ສ້າງທີ່ແຂງແຮງແລະໝັ້ນຄົງ.
ຖ້າຫີນບໍ່ໄດ້ໃຊ້ສຳລັບສ້າງອາຄານ, ມີຄຳອື່ນທີ່ສາມາດນຳມາໃຊ້ຊຶ່ງໝາຍຄວາມວ່າ "ຫີນຂະໜາດໃຫ່ຍ"

28
bible/kt/covenant.md Normal file
View File

@ -0,0 +1,28 @@
# ພັນທະສັນຍາ
## ນິຍາມ
ພັນທະສັນຍາເປັນຂໍ້ຕົກລົງ, ຢ່າງເປັນທາງການແລະມີຜົນຜູກພັນລະຫວ່າງສອງຝ່າຍ ທີ່ຄູ່ສັນຍາຝ່າຍໜຶ່ງ ຫຼືທັງສອງຝ່າຍຕ້ອງປະຕິບັດຕາມ.
* ຂໍ້ຕົກລົງນີ້ສາມາດທຳລະຫວ່າງບຸກຄົນ, ລະຫວ່າງກຸ່ມຄົນ, ຫຼື ລະຫວ່າງພຣະເຈົ້າກັບປະຊາຊົນ.
* ເມື່ອຄົນທຳສັນຍາຕໍ່ກັນແລະກັນ, ພວກເຂົາສັນຍາວ່າພວກເຂົາຈະທຳສິ່ງໃດໆ, ແລ້ວພວກເຂົາຕ້ອງທຳສິ່ງນັ້ນ.
* ຕົວຢ່າງພັນທະສັນຍາຂອງມະນຸດ ລວມເຖິງພັນທະສັນຍາການແຕ່ງງານ, ຂໍ້ຕົກລົງທາງທຸລະກິດ, ແລະສົນທິສັນຍາລະຫວ່າງປະເທດ.
* ຕະຫຼອດພຣະຄໍາພີ, ພຣະເຈົ້າຊົງທຳພັນທະສັນຍາກັບປະຊາຊົນຂອງພຣະອົງຫຼາຍພັນທະສັນຍາທີ່ແຕກຕ່າງກັນ.
* ໃນບາງພັນທະສັນຍາ, ພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມເງື່ອນໄຂຂອງພຣະອົງໂດຍບໍ່ມີເງື່ອນໄຂ. ຕົວຢ່າງເຊັ່ນ
ເມື່ອພຣະເຈົ້າຊົງກຳນົດພັນທະສັນຍາກັບມະນຸດຊາດ, ໂດຍສັນຍາວ່າຈະບໍ່ທຳລາຍໂລກອີກ ດ້ວຍນ້ຳຖ້ວມທົ່ວໂລກ, ສັນຍາ
ນີ້ບໍ່ມີເງື່ອນໄຂສຳລັບຄົນທີ່ຈະທຳຕາມ.
* ໃນພັນທະສັນຍາອື່ນພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມສ່ວນຂອງພຣະອົງ ສະເພາະເມື່ອບັນດາປະຊາຊົນເຊື່ອຟັງພຣະອົງແລະປະຕິບັດຕາມພັນທະສັນຍາ ໃນສ່ວນຂອງພວກເຂົາ ທີ່ໄດ້ສັນຍາໄວ້ກັບພຣະອົງເທົ່ານັ້ນ.
## ຄຳແນະນຳໃນການແປ
* ວິທີການ, ແປຄຳນີ້ອາດລວມເຖິງ, " ຂໍ້ຕົກລົງທີ່ມີຜົນຜູກພັນ"
ຫຼື "ຄວາມມຸ່ງໝັ້ນຢ່າງເປັນທາງການ" ຫຼື" ຄຳໝັ້ນສັນຍາ" ຫຼື "ສັນຍາ." ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ
* ບາງພາສາອາດມີຄຳທີ່ແຕກຕ່າງກັນສຳລັບຂໍ້ຕົກລົງ ຂຶ້ນຢູ່ກັບວ່າຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍໄດ້ທຳສັນຍາວ່າຈະຕ້ອງປະຕິບັດ. ຖ້າພັນທະສັນຍາເປັນແບບດ້ານດຽວ, ກໍສາມາດແປເປັນ "ສັນຍາ" ຫຼື"ຄຳໝັ້ນສັນຍາ."
* ກວດສອບໃຫ້ແນ່ໃຈວ່າຄຳແປຂອງຄຳນີ້ ບໍ່ໄດ້ເປັນການທີ່
ປະຊາຊົນສະເໜີຂໍ້ຕົກລົງ. ໃນທຸກກໍລະນີຂອງພັນທະສັນຍາ
ລະຫວ່າງພຣະເຈົ້າກັບມະນຸດ, ພຣະເຈົ້າເປັນຜູ້ລິເລີ່ມພັນທະສັນຍານັ້ນ.

20
bible/kt/covenantfaith.md Normal file
View File

@ -0,0 +1,20 @@
# ຄວາມສັດຊື່ໃນພັນທະສັນຍາ, ຄວາມພັກດີຂອງພັນທະສັນຍາ, ຄວາມຮັກເມດຕາ, ຄວາມຮັກທີ່ບໍ່ຫຼົ້ມເຫຼວ.
## ນິຍາມ
ຄຳນີ້ໃຊ້ເພື່ອອະທິບາຍຄວາມມຸ່ງໝັ້ນຂອງພຣະເຈົ້າໃນການປະຕິບັດຕາມສັນຍາ ທີ່ພຣະອົງໄດ້ທຳກັບປະຊາຊົນຂອງພຣະອົງ.
* ພຣະເຈົ້າໄດ້ຊົງທຳສັນຍາກັບຄົນອິດສະຣາເອນເປັນຂໍ້ຕົງລົງຢ່າງເປັນທາງການທີ່ເອີ້ນວ່າ "ພັນທະສັນຍາ."
* "ຄວາມສັດຊື່ໃນພັນທະສັນຍາ" ຫຼື "ຄວາມຈົງຮັກພັກດີຂອງພັນທະສັນຍາ" ຂອງພຣະເຈົ້າຢາເວ ກ່າວເຖິງຂໍ້ຄວາມເເທ້ຈິງ ທີ່
ວ່າ ພຣະອົງຍັງຄົງຮັກສາສັນຍາຂອງຕົນໄວ້ກັບປະຊາຊົນຂອງພຣະອົງ.
* ຄວາມສັດຊື່ຂອງພຣະເຈົ້າທີ່ຈະຮັກສາພັນທະສັນຍາຂອງພຣະອົງຄື ການສະແດງອອກເຖິງພຣະຄຸນຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ.
* ຄຳວ່າ "ຄວາມຈົງຮັກພັກດີ" ເປັນອີກຄຳໜຶ່ງທີ່ໝາຍເຖິງ ຄວາມມຸ່ງໝັ້ນ ແລະເຊື່ອຖືໄດ້ໃນການທຳ ແລະເວົ້າໃນສິ່ງທີ່ໄດ້ສັນຍາໄວ້ແລະທີ່ຈະເປັນປະໂຫຍດຕໍ່ຜູ້ອື່ນ.
## ຄຳແນະນຳໃນການແປ
* ວິທີການແປຄຳນີ້ ຈະຂຶ້ນຢູ່ກັບວິທີແປຄຳວ່າ "ພັນທະສັນຍາ" ແລະ "ຄວາມສັດຊື່"
* ວິທີໃນການແປຄຳນີ້ອາດລວມເຖິງ, " ຄວາມຮັກທີ່ສັດຊື່," ຫຼື
"ຄວາມພັກດີທີ່ມຸ່ງໝັ້ນຮັກ" ຫຼື "ຄວາມຮັກທີ່ໄວ້ເນື້ອເຊື່ອໃຈ."

23
bible/kt/cross.md Normal file
View File

@ -0,0 +1,23 @@
# ໃມ້ກາງແຂນ
## ນິຍາມ
ໃນຊ່ວງເວລາຂອງພຣະຄັມພີ ໄມ້ກາງແຂນເປັນເສົາໄມ້ທີ່ຕັ້ງຢູ່ໃນພື້ນທີ່ໂດຍມີໄມ້ຄານແນວນອນຕິດຢູ່ໃກ້ກັບດ້ານເທິງ.
* ໃນຊ່ວງເວລາຂອງຈັກກະພັດໂຣມ ລັດຖະບານໂຣມ ຈະປະຫານອາດຊະຍາກອນ ໂດຍຜູກ ຫຼື ຕອກຕະປູຕິດພວກເຂົາໄວ້ກັບໄມ້ກາງແຂນ ແລະຖີ້ມປະໃວ້ໃຫ້ຕາຍ.
* ພຣະເຢຊູໄດ້ຖືກກ່າວໂທດຢ່າງຜິດໆ ວ່າເປັນອາດຊະຍາກອນທີ່ພຣະອົງບໍ່ໄດ້ກະທຳ ແລະຊາວໂຣມໄດ້ທຳໃຫ້ພຣະອົງເສຍຊີວິດເທິງໄມ້ກາງແຂນ.
* ໂປດຮູ້ວ່ານີ້ເປັນຄຳທີ່ແຕກຕ່າງ ໄປຈາກຄຳກິຣິຍາ"ຂ້າມ"ຊຶ່ງ
ຫມາຍເຖີງການຂ້າມໄປຍັງອີກດ້ານໜຶ່ງຂອງບາງສິ່ງ ບາງຢ່າງເຊັ່ນ ແມ່ນ້ຳຫຼື ທະເລສາບ.
## ຄຳແນະນຳໃນການແປ
* ຄຳນີ້ອາດແປ ໂດຍໃຊ້ຄຳໃນພາສາທີ່ຈະແປ ຊຶ່ງກ່າວເຖີງຮູບແບບ
ຂອງໄມ້ກາງແຂນ.
* ພິຈາຣະນາອະທິບາຍ ໄມ້ກາງແຂນວ່າ ເປັນສິ່ງທີ່ໃຊ້ຂ້າຄົນ
ຈິ່ງມີການໃຊ້ຄວາມເວົ້າເຊັ່ນ "ຫຼັກປະຫານ" ຫຼື "ຕົ້ນໄມ້ແຫ່ງຄວາມຕາຍ".
* ພິຈາຣະນາຄຳແປນີ້ ໃນການແປພຣະຄຳພີ ດ້ວຍພາສາທ້ອງຖິ່ນ ຫຼື ພາສາກາງດ້ວຍ.

15
bible/kt/crucify.md Normal file
View File

@ -0,0 +1,15 @@
# ຄຶງກາງແຂນ
## ນິຍາມ
ຄຳວ່າ "ຄຶງກາງແຂນ"ໝາຍເຖິງການປະຫານບຸກຄົນ ດ້ວຍການຜູກມັດເຂົາໄວ້ກັບໄມ້ກາງແຂນແລະປ່ອຍໃຫ້ເຂົາຢູ່ທີ່ນັ້ນເພື່ອຈະທົນທຸກທໍຣະ ມານແລະຕາຍດ້ວຍຄວາມເຈັບປວດຢ່າງຍິ່ງ.
* ຜູ້ເຄາະຮ້າຍຖືກມັດຫຼື ຕອກຕະປູຕິດກັບໄມ້ກາງແຂນ ຄົນທີ່ຖືກຄຶງກາງແຂນເສຍຊີວິດຈາກການເສຍເລືອດຫຼືຈາກການຫາຍໃຈບໍ່ອອກ.
* ຈັກກະພັດໂຣມບູຮານໃຊ້ວິທີນີ້ໃນການລົງໂທດແລະຂ້າຄົນທີ່ເປັນອາດຊະຍາກອນຫຼືຜູ້ກໍ່ກະບົດຕໍ່ຕ້ານອຳນາດລັດຖະບານຂອງພວກເຂົາ.
* ພວກຜູ້ນຳສາດສະໜາຢິວໄດ້ຂໍໃຫ້ຜູ້ວ່າຣາຊະການໂຣມສັ່ງໃຫ້ທະຫານຂອງເຂົາຄຶງພຣະເຢຊູ ພວກທະຫານໄດ້ຕອກຕະປູໃສ່ມືພຣະເຢຊູເຂົ້າກັບໄມ້ກາງແຂນ. ພຣະອົງຊົງທົນທຸກທໍຣະມານຢູ່ທີ່ນັ້ນເປັນເວລາຫົກຊົ່ວໂມງແລ້ວກໍສິ້ນພຣະຊົນ.
## ຄຳແນະນຳໃນການແປ
* ຄຳວ່າ"ຄຶງທີ່ກາງແຂນ"ອາດແປວ່າ "ຂ້າເທິງໄມ້ກາງແຂນ" ຫຼື
"ປະຫານໂດຍການຕອກຕະປູເຂົ້າກັບໄມ້ກາງແຂນ.

17
bible/kt/curse.md Normal file
View File

@ -0,0 +1,17 @@
# ສາບແຊ່ງ,ຖືກສາບແຊ່ງ
## ນິຍາມ
ຄຳວ່າ "ສາບແຊ່ງ" ໝາຍເຖິງການກໍ່ໃຫ້ເກີດສິ່ງບໍ່ດີໃນທາງລົບທີ່ຈະເກີດກັບບຸກຄົນຫຼືສິ່ງທີ່ຖືກສາບແຊ່ງ.
* ສາບແຊ່ງອາດເປັນຂໍ້ຄວາມວ່າອັນຕະລາຍຈະເກີດຂື້ນກັບບຸກຄົນແລະສິ່ງຂອງບາງສິ່ງ.
* ການສາບແຊ່ງ ບາງຄົນຍັງສາມາດສະແດງອອກເຖິງຄວາມປາດຖະຫນາທີ່ໃຫ້ສິ່ງບໍ່ດີຈະເກີດຂຶ້ນກັບພວກເຂົາ.
* ນອກຈາກນີ້ຍັງກ່າວເຖີງການລົງໂທດຫຼື ສິ່ງທີ່ເປັນທາງລົບ
ອື່ນໆ ທີ່ບາງຄົນເປັນເຫດໃຫ້ເກີດຂຶ້ນກັບບາງຄົນ.
## ຄຳແນະນຳໃນການແປ
* ຄຳນີ້ອາດແປວ່າ"ທຳໃຫ້ເກີດສິ່ງບໍ່ດີຂຶ້ນ" ຫຼື "ປະກາດວ່າມີບາງຢ່າງທີ່ບໍ່ດີຈະເກີດຂຶ້ນ"ຫຼື "ສາບານວ່າ "ຈະກໍ່ໃຫ້ເກີດສິ່ງຊົ່ວຮ້າຍຂຶ້ນ".
* ໃນກໍລະນີຂອງພຣະເຈົ້າທີ່ສົ່ງຄຳສາບແຊ່ງໄປຍັງປະຊາຊົນທີ່ບໍ່ເຊື່ອຟັງຂອງພຣະອົງ ອາດແປວ່າ "ລົງໂທດດ້ວຍການປ່ອຍໃຫ້ສິ່ງບໍ່ດີເກີດຂຶ້ນ.
* ຄຳວ່າ "ສາບແຊ່ງ"ເມື່ອໃຊ້ເພື່ອອະທິບາຍ ປະຊາຊົນສາມາດແປໄດ້ເຊັ່ນນີ້.

View File

@ -0,0 +1,15 @@
# ລູກ​ສາວ​ແຫ່ງ​ສີ​ໂອນ
## ນິຍາມ
" ລູກ​ສາວ​ແຫ່ງ​ສີ​ໂຢນ" ເປັນ​ ຄ​ຳ ປຽບ​ທຽບ ກ່າວ​ເຖີງ​ຊົນ​ຊາດ​ອິ​ສ​ຣະ​ເອນ. ມັກ​ໃຊ້​້ໃນ​ຄວາມ​ພະ​ຍາ​ກອນຕ່າງໆ
* ໃນ ​ພັນ​ທະ​ສັນ​ຍາ​ເດີມ, " ສີ​ໂຢນ" ມັກ​ຖືກ​ໃຊ້​ ເປັນ​ອີກ ​ຊື່ຫ​ນຶ່ງ​ຂອງ ​ກຸງ​ເຢ​ຣູ​ຊາ​ເລມ.
* ທັງ " ສີ​ໂຢນ" ແລະ​ "ກຸງ​ເຢ​ຣູ​ຊາ​ເລມ" ຍັງ​ ໃຊ້​ເພືອ​ກ່າວ ​ເຖີງ​ອິ​ສາ​ເອນ.
* ຄຳ​ວ່າ " ລູກ​ສາວ" ເປັນ​ ຄຳ ​ທີ່​ມີ​ຄວາມ​ຮັກ ​ແລະ​ ເອັນ​ດູ ​ຫລື​ຄວາມ​ຮັກ. ເປັນ​ການ​ ປຽບທຽບ ​ສຳ​ຫລັບ​ ຄວາມ​ອົດ​ທົນ ​ແລະ​ຄວາມ​ຫ່​ວງ​ໃຍ ​ທີ່​ພ​ຣະ​ເຈົ້າ ​ຊົງ​ມີ ​ຕໍ່​ໄພ່ພົນ ຂອງ​ພ​ຣະ​ອົງ.
## ຄຳ ​ແນະ​ນຳ​ໃນ​ການ​ແປ
* ວິ​ທີ​ ແປ​ຄຳ​ນີ້ ​ຄວນ​ຈະ​ຣວມ, "ອິ​ສ​ຣະເອນລູ​ກ​ສາວ​ຂອງ​ເຮົາ ຈາກ​ສີ​ໂອນ" ຫລື" ​ໄພ່​ພົນ ​ອີ​ສ​ຣາ​ເອນ ​ທີ່​ຮັກ​ຂອງ​ເຮົາ".
* ເປັນ ​ການ​ດີ​ທີ່​ສຸດ ​ໃນ​ການ​ຮັກ​ສາ​ ຄຳ​ວ່າ "ສີ​ໂຢນ" ໃນ ​ສຳ​ນວນນີ້ ​ເນື​່ອງ​ຈາກ​ ມີ​ການ​ໃຊ້​ຫລາຍ​ຄັ້ງ​ ໃນ​ພ​ຣະ​ຄຳ​ພີ ຂໍ້​ສັງ​ເກດ​ອາດ​ລວມ ​ຢູ່​ໃນ ​ການ​ແປ ​ເພື່ອ​ອະ​ທິ​ບາຍ ​ຄວາມ​ໝາຍ ​ທີ່​ປຽບ​ທຽບ​ແລະ ​ໃຊ້​ໃນ​ການ​ພ​ຍາ​ກອນ​ຕ່າງໆ.
* ເປັນ ​ການ​ດີ ​ທີ່​ຈະ​ໃຊ້​ຄຳ​ວ່າ " ລູກ​ສາວ ​ໃຊ້​ໃນ​ ການ​ແປ​ ສຳ​ນວນນີ້​ ຖ້າ​ເຮັດ​ໃຫ້​ເຂົ້າ​ໃຈ​ໄດ້​ ຢ່າງ​ຖຶກ​ຕ້ອງ.

17
bible/kt/dayofthelord.md Normal file
View File

@ -0,0 +1,17 @@
# ​ວັນ ​ແຫ່ງ​ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ວັນ ​ແຫ່ງ ​ພ​ຣເຈົ້າະ​ຢາ​ເວ
## ນິຍາມ
* ​ຄຳ​ວ່າ " ວັນ ​ແຫ່ງ ພຣະເຈົ້າຢາເວ​" ໃນ ​ພັນ​ທະ​ສັນ​ຍາ​ເດີມ​ໃຊ້​ ເພື່ອ ​ອ້າງ​ເຖີງ​ເວ​ລາ ​ທີ່​ສະ​ເພາະ​ເຈາະ​ຈົງ ​ເມື່ອ ​ພ​ຣະ​ເຈົ້າ​ ຊົງ​ລົງ​ໂທດ​ໄພ່​ພົນ​ ຂອງ ​ພ​ຣະ​ອົງ​ ເພາະ​ຄວາມບ​າບ ​ຂອງພວກ​ເຂົາ.
* ຄຳ​ວ່າ " ວັນ​ແຫ່ງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ" ໃນ​ພັນ​ທະ​ສັນ​ຍາ​ໃໝ່​ມັກ ​ເວົ້າ​ເຖີງ ວັນ ​ຫລື ​ເວ​ລາ ​ທີ່​ພ​ຣະ​ເຢ​ຊູ​ຄ​ຣິ​ສ​ ຈະ​ສະ​ເດັດ​ກັບມາພິ​ພາກ​ສາ ​ໄພ່​ພົນ​ຂອງ​ພ​ຣະ​ອົງ ເມື່ອ​ເວ​ລາ ​ວັນ​ສຸດ​ທ້າຍ.
* ສຸດ​ທ້າຍນີ້ ເວ​ລາ ​ໃນ​ອາ​ນາ​ຄົດ ຂອງ ​ການ​ພິ​ພາກ​ສ າແລະ ​ການ​ ຄືນ​ພະ​ຊົນ ​ໃນ​ ບາງ​ຄັ້ງ​ເວົ້າ​ວ່າ" ວັນ​ສຸດ​ທ້າຍ" ເວ​ລານີ້ ​ຈະ ​ເລື້ມ​ຕົ້ນ​ ເມື່ອ​ ພ​ຣະ​ເຢ​ຊູ ອົງ​ພ​ຮະ​ຜູ້​ເປັນ​ເຈົ້າ​ ກັບ​ມາ ​ພິ​ພາກ​ສາ ​ພວກ​ຄົນ​ບາບ ​ແລະ​ ຈະ​ສ້າງ​ການ​ປົກ​ຄອງ​ ຂອງ​ພ​ຣະ​ອົງ ​ຢ່າງ​ຖາ​ວອນ.
* ຄຳ​ວາ (ວັນ) ໃນ​ປະ​ໂຍກນີ້​ອາ​ຈ​ອ້າງ​ເຖີງວັນ​ຕາມ​ຕົວ​ອັກ​ສອນ​ຫລື​ອາ​ຈ​ກ່າວ​ເຖີງ (ເວ​ລາ) ຫລື​ (ໂອ​ກາດ)ທີ່​ຍາວ​ນານກວ່າ​ນຶ່ງວັນ.
* ບາງ​ຄັ້ງ ​ການ​ລົງ​ໂທດ​ ມັກ​ເວົ້າ​ເຖີງວ່າ " ຫລັງ​ຄວາມ​​ຮ້າຍ​ຂອງ​ພ​ຣະ​ເຈົ້າ" ລົງ​ໃສ່ ​ບັນ​ດາ​ຄັນ​ທັງ​ຫລາຍ ​ທີ່ບໍ່​ເຊື່ອ.
%ຄຳແນະ​ນຳ​ໃນ​ການ​ແປ
* ວິ​ທີ​ອື່ນໆ ໃນ​ການ​ແປ " ວັນ​ແຫ່ງພ​ຣະ​ເຈົ້າ​ຢາ​ເວ" ອາ​ດ​ລວມ​ເຖີງ "ເວ​ລາ ຂອງ​ພ​ຣະ​ເຈົ້າ​ຢາ​ເວ" ຫລື " ເວ​ລາ ຊຶ່ງ​ພຣະເຈົ້າ​ເວ
ພ​ຣະ​ເຈົ້າ​ຢາ​ເວຈະລົງໂທດພວກສັດຕູຂອງພຣະອົງ"ຫລື"ເວລາແຫ່ງຄວມໂກດຮ້າຍຂອງຂອງພຣະເຈົ້າຢາເວ" ທັງ​ນີ້​ຂື້ນ​ຢູ່​ກັບ​ບໍລິບົດນັ້ນໆ.
* ໃນ​ການ​ແປ​ອື່ນໆ " ເວ​ລາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ" ອາ​ດ​ລວມ​ເຖີງ "ເວ​ລາ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ" ຫລື "ເວ​ລາ​ທີ່​ພ​ຣະ​ເຢ​ຊູ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ກັບ​ມາ​ພິ​ພາກ​ສາ​ບັນ​ດາ​ໄພ່​ພົນ​ຂອງ​ພ​ຣະ​ອົງ.

13
bible/kt/deacon.md Normal file
View File

@ -0,0 +1,13 @@
# ຜູ້ປົກຄອງ
## ນິຍາມ
​ຜູ້ປົກຄອງ ​ຄື​ບຸກ ​ຄົນ​ທີ່​ຮັບ​ໃຊ້​ໃນ​ຄ​ຮິ​ສ​ຕະ​ຈັກ​ທ້ອງ​ຖີ່ນ ຊ່ວຍ​ເຫລືອ ​ບັນ​ດາ​ພີ່​ນ້ອງ ​ຜູ້​ທີ່​ມີ​ຄວາມ​ເຊື່ອ ໃນ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ເຊັ່ນ​ ອາ​ຫານ ​ຫລື​ ເງີນ.
* ຄຳ​ວ່າ"ຜູ້ປົກຄອງ" ມາຈາກພາສາກຣີກຫມາຍເຖີ"ຄົນຮັບໃຊ້" ຫລື "ຜູ້​ຮັບ​ໃຊ້​ພ​ຣະ​ເຈົ້າ"
* ຕັ້ງ​ແຕ່​ຕອນ​ເລີ້ມ​ຕົ້ນ,​ຂອງ​ຄ​ຣິ​ສ​ຕຽນ, ການ​ເປັນ​ຜູ້ປົກຄອງ
​ໄດ້​ຮັບ​ບົດ​ບາດ ​ແລະ​ ພັນ​ທະ​ກິດ​ທີ່​ຊັດ​ເຈນ ​ໃນ​ອົງ​ກອນຄ​ຣິ​ສ​ຕະ​ຈັກ.
* ຕົວ​ຢ່າງ​ເຊັ່ນ, ​ໃນ​ພັນ​ທະ​ສັນ​ຍາ​ໃໝ່, ບັນ​ດາ ​ຜູ້ປົກຄອງ ຈະ​ຕ້ອງ​ສ້າງ​ຄວາມ​ໝັ້ນ​ໃຈ​ວ່າ ບໍ່​ວ່າ​ຈະ​ເປັນ​ເງີນ ​ຫລື​ ອາ​ຫານ ​ທີ່​ຜູ້​​ເຊື່ອ​ໄດ້​ຖວາຍ​ໃຫ້​ ຈະ​ຕ້ອງ​ແບ່ງ​ປັນ ​ແມ່​ມ້າຍ ​ທ່າມ​ກາງ ​ພວກ​ເຂົາ ​ຢ່າງ​ຍຸ​ຕິ​ທັມ.
* ຄຳ​ວ່າ "ຜູ້ປົກຄອງ" ອາ​ຈ​ແປ​ເປັນ " ຜູ້​ຮັບ​ໃຊ້​ຂອງ​ຄ​ຣິ​ສ​ຕະ​ຈັກ" ຫລື​ "ຄົນງານຂອງຄຣິສຕະຈັກ"ຫລື "ຜູ້ຮັບໃຊ້ຂອງຄຣິສຕະຈັກ"ຫລື ຄຳເວົ້າອື່ນໆ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ບຸກ​ຄົນ​ນັ້ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ທຳ​ງ​ານ​ສະ​ເພາະ​ທີ່​ເປັນ​ປະ​ໂຍດ ​ຕໍ່​ພີ່​ນ້ອງ​ຄ​ຣິ​ສະ​ຕຽນ ​ໃນ​ທ້ອງ​ຖິ່ນນັ້ນໆ.

17
bible/kt/demon.md Normal file
View File

@ -0,0 +1,17 @@
# ຜີປີສາດ, ວິນຍານຊົ່ວ, ວິນຍານໂສໂຄກ
## ນິຍາມ
ຂໍ້ກຳນົດທັງໝົດນີ້ໝາຍເຖິງຜີປີສາດ, ຊຶ່ງແມ່ນວິນຍານທີ່ຂັດຂວາງພຣະປະສົງຂອງພຣະເຈົ້າ.
* ພຣະເຈົ້າໄດ້ສ້າງທູດສະຫວັນເພື່ອຮັບໃຊ້ພຣະອົງ. ເມື່ອຜີປີສາດໄດ້ກະບົດຕໍ່ພຣະເຈົ້າ.ພວກທູດສະຫວັນບາງສ່ວນກໍ່ໄດ້ກະບົດແລະຖືກຂັບໄລ່ອອກຈາກສະຫວັນ.ເຊື່ອກັນວ່າຜີປີສາດແລະວິນຍານຊົ່ວແມ່ນພວກທູດສະຫວັນທີ່ “ລົ້ມລົງເຫລົ່ານີ້.“
* ບາງຄັ້ງຜີປີສາດເຫລົ່ານີ້ຖືກເອີ້ນວ່າ “ວິນຍານໂສໂຄກ“ ຄຳວ່າ “ໂສໂຄກ“ ມີຄວາມໝາຍວ່າ “ບໍ່ສະອາດ“ ຫລື “ຊົ່ວຮ້າຍ“ ຫລື “ບໍ່ບໍຣິສຸດ.“
* ເນື່ອງຈາກວ່າຜີປີສາດຮັບໃຊ້ມານ.ພວກມັນເຮັດສິ່ງຊົ່ວ.ບາງຄັ້ງພວກມັນອາໄສຢູ່ພາຍໃນຄົນແລະຄວບຄຸ່ມພວກເຂົາ.
* ຜີປີສາດແມ່ນມີອຳນາດຫລາຍກວ່າມະນຸດ,ແຕ່ບໍ່ມີອຳນາດຄືພຣະເຈົ້າ.
ຄຳແນະນຳ ໃນການແປ
* ຄຳວ່າ “ຜີປີສາດ“ ຍັງສາມາດແປເປັນ “ວິນຍານຊົ່ວ.“
* ຄຳວ່າ “ວິນຍານໂສໂຄກ“ ຍັງສາມາດແປໄດ້ວ່າ “ວິນຍານບໍ່ບໍສະອາດ“ ຫລື “ວິນຍານທີ່ເສື່ອມຊາມ“ຫລື “ວິນຍານຊົ່ວ.“
* ຕ້ອງໃຫ້ແນ່ໃຈວ່າຄຳສັບຫລືປະໂຫຍກທີ່ໃຊ້ໃນການແປຄຳສັບນີ້ແຕກຕ່າງຈາກຄຳທີ່ໃຊ້ໃນການອ້າງເຖິງມານ.
* ພິຈາລະນາຄຳວ່າ “ຜີປີສາດ“ ຖືກແປເປັນພາສາທ້ອງຖິ່ນຫລືປະເທດຊາດ.

View File

@ -0,0 +1,12 @@
# ຜີເຂົ້າ
## ນິຍາມ
ຄົນຖືກຜີເຂົ້າ ມີຜີ ຫລື ວິນຍານຊົ່ວຮ້າຍ ທີ່ຄວບຄຸມ ສິ່ງທີ່ເຂົາເຮັດ ແລະ ຄິດ.
* ຫລາຍຄັ້ງ ທີ່ບຸກຄົນ ທີ່ຖືກຜີເຂົ້າ ຈະທຳຮ້າຍຕົວເອງ ຫລືຄົນອື່ນ ເພາະວ່າ ຜີຮ້າຍ ທີ່ເຮັດໃຫ້ເຂົາ ຕ້ອງເຮັດເຊັ່ນນັ້ນ.
* ພຣະເຢຊູ ຊົງໄດ້ຮັກສາ ຄົນທີ່ມີຜີເຂົ້າ ໂດຍການສັ່ງໃຫ້ຜີຮ້າຍ ອອກມາຈາກພວກເຂົາ ນີ້ມັກຈະເອີ້ນວ່າ "ຂັບໄຫ່ລ" ຜີອອກ.
## ຄຳແນະນຳໃນການນແປ
* ວິທີອື່ນ ໃນການແປຄຳນີ້ ອາດລວມເຖີງ "ຜີຮ້າຍເຂົ້າຄວບຄຸມ" ຫລື "ຖືກຄວບຄຸມໂດຍວິນຍານຊົ່ວ" ຫລື "ມີວິນຍານຊົ່ວຮ້າຍ ອາສັຍຢູ່ ພາຍໃນ."

20
bible/kt/disciple.md Normal file
View File

@ -0,0 +1,20 @@
# ສິດ
## ນິຍາມ
ຄຳວ່າ "ສິດ" ກ່າວເຖິງບຸກຄົນທີ່ໃຊ້ເວລາສ່ວນໃຫຍ່ກັບຄຣູ, ຮຽນຮູ້ບຸກຄະລິກລັກສະນະ ແລະການສອນຂອງຄຣູຜູ້ນັ້ນ.
* ຄົນທີ່ຕິດຕາມພຣະເຢຊູໄປເລື້ອຍໆ, ຟັງຄຳສອນຂອງພຣະອົງແລະເຊື່ອຟັງຄຳສອນນັ້ນໆ,ພວກເຂົາຖືກເອີ້ນວ່າສິດຂອງພຣະອົງ.
* ໂຢຮັນຜູ້ໃຫ້ບັບຕິສະມາກໍມີສິດດ້ວຍ.
* ໃນລະຍະພັນທະກິດຂອງພຣະເຢຊູ, ມີສິດຫຼາຍຄົນທີ່ຕິດຕາມພຣະອົງແລະໄດ້ຟັງຄຳສອນຂອງພຣະອົງ.
* ພຣະເຢຊູເລືອກສິດສິບສອງໃຫ້ເປັນຜູ້ຕິດຕາມທີ່ໃກ້ຊິດພຣະອົງຫຼາຍທີ່ສຸດ, ຄົນເຫຼົ່ານີ້ກາຍເປັນທີ່ຮູ້ຈັກໃນຖານະ "ອັກຄະທູດ" ຂອງພຣະອົງ.
* ອັກຄະທູດສິບສອງຄົນຂອງພຣະເຢຊູຍັງຄົງເປັນທີ່ຮູ້ຈັກໃນຖານະ "ສິດ" ຫຼື "ສິບສອງຄົນ" ຂອງພຣະອົງ.
* ກ່ອນທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ,ພຣະອົງຊົງບັນຊາໃຫ້ສິດຂອງພຣະອົງສອນຄົນອື່ນກ່ຽວກັບການເປັນສິດຂອງພຣະອົງ ເຊັ່ນດຽວກັນ.
* ຄົນທີ່ສັດທາໃນພຣະເຢຊູແລະເຊື່ອຕາມຄຳສອນຂອງພຣະອົງຖືກເອີ້ນວ່າ ສິດຂອງພຣະເຢຊູ.
## ຄຳແນະນຳໃນການແປ
ຄຳວ່າ "ສິດ" ສາມາດແປໄດ້ໂດຍຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕິດຕາມ" ຫຼື "ນັກສຶກສາ" ຫຼື "ນັກຮຽນ" ຫຼື "ຜູ້ຮຽນ".
* ກວດສອບໃຫ້ແນ່ໃຈວ່າ ການແປຂອງຄຳນີ້ບໍ່ໄດ້ໝາຍເຖິງສະເພາະນັກສຶກສາທີ່ຮຽນຮູ້ໃນຫ້ອງຮຽນເທົ່ານັ້ນ.
* ການແປຄຳນີ້ຄວນແຕກຕ່າງຈາກຄຳແປຂອງຄຳວ່າ"apostl".

15
bible/kt/discipline.md Normal file
View File

@ -0,0 +1,15 @@
# ວິໄນ, ຄວບຄຸມຕົນເອງ
## ນິຍາມ
ຄຳວ່າ "ວິໄນ" ກ່າວເຖິງການຝຶກໃຫ້ທີ່ຈະເຊື່ອຕາມຫຼັກເກນພຶດຕິກຳທາງສິນລະທັມ.
* ບິດາມານດາຝຶກວິໄນບັນດາບຸດຂອງພວກເຂົາ ໂດຍການຈັດແນວທາງສິນລະທັມສຳລັບພວກເຂົາ ແລະສອນໃຫ້ພວກເຂົາເຊື່ອຟັງ.
* ໃນທຳນອງດຽວກັນ ພຣະເຈົ້າຊົງຝຶກວິໄນລູກໆ ຂອງພຣະອົງເພື່ອຊ່ວຍພວກເຂົາເກີດຜົນດີໃນທາງດຳລົງຊີວິດຝ່າຍວິນຍານ ເຊັ່ນ ຄວາມຍິນດີ, ຄວາມຮັກ,ແລະຄວາມອົດທົນ.
* ການມີວິໄນກ່ຽວຂ້ອງກັບຄຳແນະນຳກ່ຽວກັບວິທີທີ່ຈະມີຊີວິດຢູ່ເພື່ອເປັນທີ່ໂປດປານຂອງພຣະເຈົ້າ ແລະເໝືອນການລົງໂທດສຳລັບພຶດຕິກຳທີ່ຂັດຕໍ່ພຣະປະສົງຂອງພຣະເຈົ້າ.
* ຄວບຄຸມຕົນເອງຄືຂະບວນການຂອງການໃຊ້ຫຼັກການທາງສິນລະທັມແລະຝ່າຍວິນຍານແກ່ຊີວິດຂອງແຕ່ລະຄົນ.
## ຄຳແນະນຳການແປ
* ຂຶ້ນຢູ່ກັບບໍລິບົດ "ວິໄນ" ອາດແປວ່າ "ອົບຮົມແລະສັ່ງສອນ" ຫຼື "ແນວທາງສິນລະທັມ" ຫຼື "ລົງໂທດສຳລັບການກະທຳຜິດ".
* ຄຳນາມວ່າ "ວິໄນ" ອາດແປວ່າ "ການຝຶກຝົນທາງສິນລະທັມ" ຫຼື "ການລົງໂທດ" ຫຼື "ການແກ້ໄຂທາງສິນລະທັມ" ຫຼື "ຄຳແນະນຳທາງສິນລະທັມແລະການສັ່ງສອນ".

15
bible/kt/divine.md Normal file
View File

@ -0,0 +1,15 @@
# ພຣະເຈົ້າ
## ນິຍາມ
ຄຳວ່າ "ພຣະເຈົ້າ" ກ່າວເຖິງບັນດາສິ່ງທີ່ກ່ຽວກັບພຣະເຈົ້າ.
* ບາງຄຳໃຊ້ຄຳນີ້ຮ່ວມດ້ວຍໄດ້ແກ່ "ສິດອຳນາດຂອງພຣະເຈົ້າ" " ການພິພາກສາຂອງພຣະເຈົ້າ" " ພຣະລັກສະນະຂອງພຣະເຈົ້າ" " ຣິດອຳນາດຂອງພຣະເຈົ້າ"ແລະ "ພຣະສະຫງ່າຣາສີຂອງພຣະເຈົ້າ".
* ໃນຂໍ້ຄວາມນຶ່ງຂອງພຣະຄັມພີຄຳວ່າ "ພຣະເຈົ້າ" ຖືກໃຊ້ເພື່ອອະທິບາຍສິ່ງທີ່ກ່ຽວກັບພຣະປອມ.
## ຄຳແນະນຳໃນການແປ
* ວິທີການແປຄຳວ່າ "ພຣະເຈົ້າ" ອາດລວມເຖິງ "ຂອງພຣະເຈົ້າ" ຫຼື "ຈາກພຣະເຈົ້າ" ຫຼື "ກ່ຽວຂ້ອງກັບຄຳວ່າພຣະເຈົ້າ" ຫຼື "ມີລັກສະນະຂອງພຣະເຈົ້າ".
* ຕົວຢ່າງເຊັ່ນ "ສິດທິອຳນາດຂອງພຣະເຈົ້າ" ອາດແປວ່າ "ອຳນາດຂອງພຣະເຈົ້າ" ຫຼື "ອຳນາດທີ່ມາຈາກພຣະເຈົ້າ".
* ຄຳເວົ້າ "ພຣະສະຫ່ງາຣາສີຂອງພຣະເຈົ້າ" ສາມາດແປເປັນ "ພຣະສະຫ່ງາຣາສີຂອງພຣະເຈົ້າ" ຫຼື "ພຣະສະຫ່ງາຣາສີທີ່ພຣະເຈົ້າມີ" ຫຼື "ພຣະສະຫ່ງາຣາສີທີ່ມາຈາກພຣະເຈົ້າ".
* ການແປບາງສະບັບອາດຕ້ອງການໃຊ້ຄຳອື່ນໃນການອະທິບາຍສິ່ງທີ່ກ່ຽວກັບພຣະປອມ.

18
bible/kt/dominion.md Normal file
View File

@ -0,0 +1,18 @@
# ການປົກຄອງ
## ນິຍາມ
ຄຳວ່າ "ການປົກຄອງ" ກ່າວເຖີງອຳນາດການຄວບຄຸມ ຫລື
ສິດທິອຳນາດ ເຫນືອມະນຸດ ສັດ ຫລື ແຜ່ນດິນໂລກ.
* ພຣະເຢຊູຄຣິສ ໄດ້ຮັບການກ່າວເຖີງວ່າ ມີອຳນາດເຫນືອທຸກສິ່ງ ເທິງແຜ່ນດິນໂລກ ເປັນຜູ້ທຳນວຍ ປະໂລຫິດ ແລະກະສັດ.
* ການປົກຄອງ ຂອງຊາຕານ ພ່າຍແພ້ຕະຫລອດການ ໂດຍການສີ້ນພຣະຊົນຂອງພຣະເຢຊູຄຣິສ ເທິງໃມ້ກາງແຂນ.
* ໃນການຊົງສ້າງ ພຣະເຈົ້າໄດ້ກ່າວວ່າ ມະນຸດໄດ້ອຳນາດຄອບຄອງ ເຫນືອປາ ນົກ ແລະສິ່ງທີ່ມີຊີວິດທັງຫມົດ ເທິງແຜ່ນດິນໂລກ.
## ຄຳແນະນຳໃນການແປ
* ວິທີອື່ນໆ ໃນການແປຄຳນີ້ ອາດລວມເຖີງ "ສິດທິອຳນາດ"
ຫລື "ພະລັງອຳນາດ" ຫລື "ການຄວບຄຸມ" ທັງນີ້ຂື້ນຢູ່ກັບບໍລິບົດນັ້ນໆ.
* ຄຳເວົ້າວ່າ "ມອບອຳນາດເຫນືອ" ອາດແປວ່າ "ປົກຄອງເຫນືອ" ຫລື"ຈັດການ".

19
bible/kt/elect.md Normal file
View File

@ -0,0 +1,19 @@
# ຜູ້ທີ່ຖືກເລືອກ, ໄດ້ຖືກເລືອກ, ປະຊາຊົນຜູ້ທີ່ຖືກເລືອກ, ຜູ້ທີ່ຖືກເລືອກ, ຜູ້ທີ່ຖືກຄັດເລືອກ
## ນິຍາມ
ຄໍາວ່າ, "ຜູ້ທີ່ຖືກຄັດເລືອກ" ຕາມຕົວອັກສອນໝາຍເຖິງ "ຜູ້ທີ່ຖືກເລືອກ" ແລະເວົ້າເຖິງຄົນທັງຫລາຍທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ. "ຜູ້ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກເລືອກຂອງພຣະເຈົ້າ" ແມ່ນຄໍານໍາໜ້າຊື່ທີ່ເວົ້າເຖິງພຣະເຢຊູ, ຜູ້ທີ່ຖືກເລືອກເປັນພຣະເມຊີອາ.
* ຄໍາວ່າ "ຖືກເລືອກ" ໝາຍເຖິງເລືອກບາງສິ່ງຫລືບາງຄົນຫລືຕັດສິນໃຈບາງສິ່ງ. ຫລາຍເທື່ອມັກໃຊ້ເວົ້າເຖິງພຣະເຈົ້າທີ່ໄດ້ແຕ່ງຕັ້ງໄພ່ພົນໃຫ້ເປັນຂອງພຣະອົງແລະຮັບໃຊ້ພຣະອົງ.
* ໄດ້ຮັບການຖືກ "ເລືອກ" ໝາຍຄວາມວ່າໄດ້ຮັບການຖືກ "ຄັດເລືອກ" ຫລື "ແຕ່ງຕັ້ງ" ເພື່ອເປັນຫລືເພື່ອເຮັດບາງສິ່ງ.
* ພຣະເຈົ້າໄດ້ເລືອກປະຊາຊົນໃຫ້ບໍຣິສຸດ, ແຍກອອກໄວ້ຕ່າງຫາກໂດຍພຣະອົງ ເພື່ອຈຸດປະສົງໃຫ້ເກີດຜົນດີຝ່າຍວິນຍານ. ນັ້ນແມ່ນເຫດຜົນວ່າເປັນຫຍັງຄົນເຫລົ່ານັ້ນຈຶ່ງຖືກເອີ້ນວ່າ "ຜູ້ທີ່ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກຄັດເລືອກ."
* ຄໍາວ່າ "ຜູ້ທີ່ໄດ້ຮັບເລືອກ" ບາງເທື່ອໃຊ້ໃນພຣະຄໍາພີເພື່ອເວົ້າເຖິງຄົນສະເພາະບາງກຸ່ມເຊັ່ນ ໂມເຊ ແລະ ກະສັດາວິດ ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນຜູ້ນໍາໄພ່ພົນຂອງພຣະອົງ. ແລະຍັງໃຊ້ເວົ້າເຖິງຊົນຊາດອິດສະຣາເອນວ່າເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກ.
* ຖ້ອຍຄໍາທີ່ວ່າ "ຜູ້ທີ່ຖືກຄັດເລືອກ" ເປັນຄໍາເວົ້າເກົ່າທີ່ມີຄວາມໝາຍຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບການເລືອກ." ຖ້ອຍຄໍານີ້ໃນພາສາເດີມໃຊ້ກັບຈໍານວນສອງຄົນຂຶ້ນໄປເມື່ອເວົ້າເຖິງຜູ້ທີ່ມີຄວາມເຊື່ອໃນພຣະຄຣິດ.
* ໃນພຣະຄໍາພີພາສາອັງກິດເຫລັ້ມເກົ່າ, ຄໍາວ່າ "ຄັດເລືອກ" ໃຊ້ທັງໃນພຣະຄໍາພີເດີມແລະພຣະຄໍາພີໃໝ່ທີ່ຈະແປວ່າ "ຜູ້ທີ່ໄດ້ຮັບເລືອກ" ພຣະຄໍາພີເຫລັ້ມສະໄໝໃໝ່ໃຊ້ຄໍາວ່າ "ຄັດເລືອກ" ໃນພັນທະສັນຍາໃໝ່ເທົ່ານັ້ນ, ທີ່ເວົ້າເຖິງໄພ່ພົນຜູ້ຊຶ່ງໄດ້ຮັບຄວາມພົ້ນໂດຍພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູ. ຕາມທີ່ເຫັນຫລາຍບ່ອນໃນພຣະຄໍາພີ, ໄດ້ແປຄໍານີ້ສ່ວນຫລາຍຈະແປຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ."
## ຄໍາແນະນໍາໃນການແປ
* ເປັນການດີທີ່ສຸດຖ້າຫາກແປວ່າ "ຄັດເລືອກ" ດ້ວຍຄໍາຫລືຖ້ອຍຄໍາທີ່ໝາຍຄວາມວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບເລືອກ." ທີ່ເວົ້າມານີ້ສາມາດແປໄດ້ອີກວ່າ "ໄພ່ພົນຜູ້ທີ່ພຣະເຈົ້າເລືອກ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ."
* ຖ້ອຍຄໍາທີ່ວ່າ, "ຜູ້ທີ່ຖືກເລືອກ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ" ຫລື "ຜູ້ທີ່ຖືກຄັດເລືອກ."
* "ເຮົາເລືອກເຈົ້າ" ສາມາດແປໄດ້ວ່າ, "ເຮົາໄດ້ແຕ່ງຕັ້ງເຈົ້າ" ຫລື "ເຮົາຄັດເລືອກເຈົ້າ."
* ໃນການເວົ້າເຖິງພຣະເຢຊູວ່າເປັນ, "ຜູ້ໄດ້ຮັບເລຶອກ" ສາມາດແປໄດ້ວ່າ, "ຜູ້ທີ່ໄດ້ຮັບເລືອກຂອງພຣະເຈົ້າ" ຫລື "ການແຕ່ງຕັ້ງພຣະເມຊີອາເປັນພິເສດຂອງພຣະເຈົ້າ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ."

10
bible/kt/ephod.md Normal file
View File

@ -0,0 +1,10 @@
# ເອໂຟດ
## ນິຍາມ
ເອໂຟດແມ່ນເສື້ອຄຸມທີ່ຄືກັບຜ້າກັນເປື້ອນນຸ່ງຫົ່ມໂດຍບັນດາປະໂຣຫິດອິດສະຣາເອນ. ຊຶ່ງມີສອງດ້ານ, ທາງໜ້າແລະທາງຫລັງ, ທີ່ຕໍ່ເຂົ້າກັນບ່ອນບ່າໄຫລ່ແລະຜູກຮອບແອວດ້ວຍເຂັມຂັດຜ້າ.
* ເອໂຟດອີກຊະນິດໜຶ່ງທີ່ເຮັດຈາກຜ້າລີເນນທໍາມະດາແລະນຸ່ງຫົ່ມໂດຍປະໂຣຫິດທົ່ວໄປ.
* ເອໂຟດທີ່ມະຫາປະໂຣຫິດນຸ່ງຫົ່ມໄດ້ຖືກຖັກເປັນພິເສດດ້ວຍເສັ້ນດ້າຍສີຄໍາ, ສີຟ້າ, ສີມ່ວງ, ແລະສີແດງ.
* ສ່ວນບ່ອນທີ່ປົກເອິກຂອງປະໂຣຫິດທີ່ຢູ່ທາງໜ້າເອໂຟດ. ທາງຫລັງທີ່ປົກເອິກຈະເປັນບ່ອນໃສ່ອຸຣິມແລະທຸມມິມ, ຊຶ່ງເປັນຫີນທີ່ໃຊ້ໃນການຖາມພຣະເຈົ້າວ່າ ພຣະອົງມີພຣະປະສົງໃນເລື່ອງໃດເລື່ອງໜຶ່ງໂດຍສະເພາະ.
* ຜູ້ປົກຄອງກີເດໂອນໄດ້ເຮັດເອໂຟດດ້ວຍຄໍາດ້ວຍຄວາມໂງ່ຈ້າແລະມັນໄດ້ກາຍເປັນສິ່ງທີ່ຄົນອິດສະຣາເອນພາກັນນະມັດສະການເໝືອນກັບຮູບເຄົາຣົບ.

17
bible/kt/eternity.md Normal file
View File

@ -0,0 +1,17 @@
# ນິຣັນດອນ, ນິຣັນການ, ເປັນນິດ, ນິດນິຣັນ
## ນິຍາມ
ຄຳວ່າ "ນິຣັນດອນ" ແລະ "ນິດນິຣັນ" ມີຄວາມໝາຍທີ່ໃກ້ຄຽງກັນຫລາຍແລະໄດ້ບົ່ງບອກເຖິງບາງສິ່ງທີ່ຍັງຄົງມີຢູ່ ຫລືຄົງເປັນຢູ່ຕະຫລອດໄປ.
* ຄຳວ່າ "ນິດນິຣັນ" ໄດ້ບອກເຖິງສະພາບການມີຢູ(ເປັນຢູ່)ທີ່ບໍ່ມີຈຸດເລີ້ມຕົ້ນຫລືຈຸດສິ້ນສຸດ. ຄໍານີ້ຍັງສາມາດເວົ້າເຖິງຊີວິດທີ່ບໍ່ມີວັນສິ້ນສຸດອີກດ້ວຍ.
* ຫລັງຈາກສິ້ນຊີວິດຈາກໂລກນີ້ແລ້ວ, ມະນຸດຈະມີຊີວິດອັນບໍ່ມີທີ່ສິ້ນສຸດຕໍ່ໄປກັບພຣະເຈົ້າໃນແຜ່ນດິນສະຫວັນ ຫລືຢູ່ໃນນາລົກໂດຍທີ່ບໍ່ມີພຣະເຈົ້າ.
* ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ຫລື "ຊີວິດນິຣັນ" ຖືກໃຊ້ໃນພຣະຄໍາພີໃໝ່ ເພື່ອບອກເຖິງການມີຊີວິດຢູ່ຕະຫລອດໄປເປັນນິດກັບພຣະເຈົ້າໃນແຜ່ນດິນສະຫວັນ.
* ຖ້ອຍຄໍາທີ່ວ່າ "ຕະຫລອດໄປເປັນນິດ" ແມ່ນຄວາມຄິດເລື່ອງຂອງເວລາທີ່ບໍ່ມີມື້ສິ້ນສຸດແລະສະແດງເຖິງຄວາມເປັນນິຣັນຫລືຕະຫລອດໄປເປັນນິດນັ້ນເປັນຢ່າງໃດ.
## ຄໍາແນະນໍາໃນການແປ
* ອີກວິທີໜຶ່ງໃນການແປວ່າ "ອັນຕະຫລອດໄປ" ຫລື "ຕະຫລອດໄປ" ສາມາດລວມກັບຄໍາວ່າ "ບໍ່ມີສິ້ນສຸດ" ຫລື "ບໍ່ເຊົາ" ຫລື "ຍັງ ດໍາເນີນຕໍ່ໄປ."
* ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ແລະ "ຊີວິດນິລັນ" ສາມາດແປໄດ້ອີກວ່າ "ຊີວິດທີ່ບໍ່ມີສິ້ນສຸດ" ຫລື "ຊີວິດທີ່ມີຢູ່ຕະຫລອດໄປບໍ່ຢຸດ" ຫລື "ການເປັນຄືນມາຈາກຕາຍແລະມີຊີວິດອີກຕະຫລອດໄປ"
* ວິທີການແປທີ່ແຕກຕ່າງ ຄໍາວ່າ "ຕະຫລອດໄປ" ສາມາດລວມໄປເຖິງຄໍາວ່າ "ການເປັນຢູ່ເໜືອເວລາ" ຫລື "ຊີວິດທີ່ບໍ່ມີຈຸດຈົບ" ຫລື "ຊີວິດໃນແຜ່ນດິນສະຫວັນ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີ ນັ້ນໆ.
* ທັງນີ້ຄວນພິຈາລະນາວ່າຄໍານີ້ ຄວນແປວ່າຢ່າງໃດໃນພຣະຄໍາພີສະບັບທ້ອງຖິ່ນ ຫລືພາສາກາງ.

9
bible/kt/eunuch.md Normal file
View File

@ -0,0 +1,9 @@
# ຄົນເທືອຍ
## ນິຍາມ
ຕາມປົກກະຕິແລ້ວຄໍາວ່າ "ຄົນເທືອຍ" ແມ່ນເວົ້າເຖິງຜູ້ຊາຍທີ່ໄດ້ຮັບການຕອນແລ້ວ. ຄໍາສັບນີ້ຕໍ່ມາການເປັນຄໍາເວົ້າທົ່ວໄປທີ່ເວົ້າເຖິງເຈົ້າໜ້າທີ່ຂອງລັດຖະບານຄົນໃດຄົນໜຶ່ງ, ແມ່ນແຕ່ຜູ້ບໍ່ໄດ້ຮັບການຕອນກໍຖືກເອີ້ນດ້ວຍຄໍານີ້ຄືກັນ.
* ພຣະເຢຊູໄດ້ກ່າວວ່າຄົນເທືອຍບາງຄົນເກີດມາໃນລັກສະນະນີ້, ລາງເທື່ອອາດຈະເປັນຍ້ອນວ່າອະໄວຍະວະເພດຖືກທໍາລາຍ ຫລືເປັນຍ້ອນວ່າບໍ່ສາມາດຮ່ວມເພດສໍາພັນໄດ້. ມີຫລາຍຄົນເລືອກທີ່ຈະມີຊີວິດແບບຄົນເທືອຍໂດຍມີຊີວິດທີ່ຖືວ່າເປັນພົມມະຈາລີ.
* ໃນສະໄໝບູຮານ, ຄົນເທືອຍມັກເປັນຂ້າຣາຊການຂອງກະສັດທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຄຸ້ມຄອງສະຖານທີ່ຂອງພວກຜູ້ຍິງ.
* ຄົນເທືຶອຍບາງຄົນເປັນຂ້າຣາຊການທີ່ສໍາຄັນ, ເຊັ່ນຄົນເທືອຍຊາວເອທິໂອເປຍຜູ້ທີ່ໄດ້ພົບກັບອັກຄະສາວົກຟີລິບທີ່ທະເລຊາຍ.

14
bible/kt/evangelism.md Normal file
View File

@ -0,0 +1,14 @@
# ຜູ້ປະກາດ, ຜູ້ປະກາດຂ່າວປະເສີດ
## ນິຍາມ
ຄໍາວ່າ "ຜູ້ປະກາດ" ແມ່ນຄົນທີ່ບອກຄົນອື່ນເຖິງຂ່າວປະເສີດເລື່ອງພຣະເຢຊູຄຣິດ.
* ຄວາມໝາຍຕາມຕົວໜັງສືຄໍາວ່າ "ຜູ້ປະກາດ" ແມ່ນ "ລາງຄົນທີ່ເທດສະໜາຂ່າວປະເສີດ."
* ພຣະເຢຊູຊົງໄດ້ສົ່ງອັກຄະສາວົກຂອງພຣະອົງອອກໄປເຜີຍແຜ່ຂ່າວປະເສີດ ກ່ຽວກັບການຈະເປັນສ່ວນໜຶ່ງຂອງອານາຈັກຂອງພຣະເຈົ້າ ໂດຍການວາງໃຈໃນພຣະເຢຊູ ແລະການຖວາຍບູຊາຂອງພຣະອົງສໍາລັບຄວາມບາບ.
* ຄຣິສຕຽນທຸກຄົນຖືກກະຕຸ້ນໃຫ້ແບ່ງປັນຂ່າວປະເສີດ.
* ຄຣິສຕຽນບາງຄົນໄດ້ຮັບຂອງປະທານຝ່າຍວິນຍານສະເພາະເພື່ອບອກເລົ່າຂ່າວປະເສີດໄດ້ຢ່າງມີປະສິດທິພາບແກ່ຄົນອື່ນ. ກ່າວໄວ້ວ່າຄົນເຫລົ່ານີ້ມີຂອງປະທານໃນການປະກາດຂ່າວປະເສີດແລະຖືກຮຽກເອີ້ນໃຫ້ເປັນ "ຜູ້ປະກາດ."
## ຄໍາແນະນໍາໃນການແປ
* ຄໍາວ່າ "ຜູ້ປະກາດ" ສາມາດແປໄດ້ອີກວ່າ, "ລາງຄົນທີ່ເທດສະໜາຂ່າວປະເສີດ" ຫລື "ຜູ້ສອນຂ່າວປະເສີດ" ຫລື "ຄົນທີ່ປະກາດຂ່າວປະເສີດ."

15
bible/kt/evil.md Normal file
View File

@ -0,0 +1,15 @@
# ຊົ່ວ, ຊົ່ວຮ້າຍ, ຄວາມຊົ່ວຮ້າຍ
## ນິຍາມ
ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ທັງສອງຄໍານີ້ ໄດ້ອ້າງເຖິງສິ່ງໃດສິ່ງໜຶ່ງທີ່ກົງກັນຂ້າມກັບພຣະລັກສະນະທີ່ບໍຣິສຸດແລະນໍ້າພຣະໄທຂອງພຣະເຈົ້າ.
* ໃນເມື່ອຄໍາທີ່ວ່າ "ຊົ່ວ" ອາດຈະເວົ້າເຖິງລັກສະນະຂອງຄົນໃດຄົນໜຶ່ງ, ຄໍາວ່າ "ຊົ່ວຮ້າຍ" ອາດຈະເວົ້າເຖິງໃນເລື່ອງພຶດຕິກໍາຂອງຄົນຫລາຍກວ່າ. ແຕ່ຢ່າງໃດກໍຕາມ, ທັງສອງຄໍານີ້ກໍມີຄວາມໝາຍທີ່ຄ້າຍຄືກັນ.
* ຄໍາວ່າ "ຄວາມຊົ່ວຮ້າຍ" ເວົ້າເຖິງຊີວິດການເປັນຢູ່ ເມື່ອມະນຸດເຮັດສິ່ງຊົ່ວຮ້າຍ.
* ຜົນຂອງຄວາມຊົ່ວນັ້ນສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ເມື່ອມະນຸດເຮັດກັບຄົນອື່ນແບບຜິດໆ ດ້ວຍການເຂັ່ນຂ້າ, ລັກຂະໂມຍ, ເວົ້າໃສ່ຮ້າຍ ຫລືເປັນຄົນທີ່ໂຫດຮ້າຍແລະໃຈຮ້າຍ.
## ຄໍາແນະນໍາໃນການແປ
* ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ສາມາດແປໄດ້ວ່າ "ຊົ່ວຊ້າ" ຫລື "ມີບາບ" ຫລື "ຜິດສິນທໍາ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ.
* ຄວາມໝາຍອື່ນໃນການແປຄໍາເຫລົ່ານີ້ອາດຈະລວມເຖິງຄໍາວ່າ, "ບໍ່ດີ" ຫລື "ບໍ່ ຊອບທໍາ" ຫລື "ບໍ່ມີສິນທໍາ."
* ຕ້ອງໃຫ້ແນ່ໃຈວ່າຄໍາເຫລົ່ານີ້ຫລ່ືຖ້ອຍຄໍາທີ່ເຄີຍແປຄໍາເຫລົ່ານີ້ ເໝາະສົມກັບກໍລະນີນັ້ນໆແລະມີຄວາມເປັນທໍາມະຊາດໃນພາສາທີ່ແປ.

15
bible/kt/exalt.md Normal file
View File

@ -0,0 +1,15 @@
# ຍົກຊູ, ການເທີດທູນ
## ນິຍາມ
ການຍົກຊູແມ່ນການສັນລະເສີນທີ່ສູງສົ່ງແລະການໃຫ້ກຽດບາງຄົນ. ອີກທັງສາມາດໝາຍເຖິງການວາງບາງຄົນໄວ້ໃນຕໍາແໜ່ງທີ່ສູງ.
* ໃນພຣະຄໍາພີ, ຄໍາວ່າ "ຍົກຊູ" ສ່ວນຫລາຍແມ່ນໃຊ້ເພື່ອຍົກຊູພຣະເຈົ້າ.
* ເມື່ອມະນຸດຍົກຊູຕົວເອງ, ນັ້ນໝາຍຄວາມວ່າລາວກໍາລັງຄິດເຖິງຕົວເອງໃນແບບທີ່ອວດຕົວຫລືໂອ້ອວດຈອງຫອງ.
## ຄໍາແນະນໍາໃນການແປ
* ແນວທາງການແປ "ຍົກຊູ" ສາມາດລວມເຖິງ, "ການສັນລະເສີນທີ່ສູງສຸດ" ຫລື "ໃຫ້ກຽດຢ່າງຍິ່ງໃຫຍ່" ຫລື "ຍ້ອງຍໍ" ຫລື "ການເວົ້າສັນລະເສີນ."
* ໃນບາງກໍລະນີ, ສາມາດແປໄດ້ດ້ວຍຄໍາ ຫລືຖ້ອຍຄໍາທີ່ມີຄວາມໝາຍວ່າ, "ການວາງໄວ້ໃນຕໍາແໜ່ງສູງ" ຫລື "ໃຫ້ກຽດຢ່າງຫລວງຫລາຍຂຶ້ນໃຫ້ແກ່" ຫລື "ເວົ້າເຖິງຄວາມຊື່ນຊົມ."
* "ຢ່າຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຢ່າຄິດເຖິງຕົນເອງສູງເກີນໄປ" ຫລື "ຢ່າອວດດີກ່ຽວກັບຕົນເອງ."
* "ຄົນເຫລົ່ານັ້ນທີ່ຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຄິດຢ່າງຈອງຫອງກ່ຽວກັບພວກເຂົາເອງ" ຫລື "ຄົນເຫລົ່ານັ້ນທີ່ໂອ້ອວດກ່ຽວກັບພວກຕົນເອງ.

15
bible/kt/exhort.md Normal file
View File

@ -0,0 +1,15 @@
# ເຕືອນສະຕິ, ການເຕືອນສະຕິ
## ນິຍາມ
ຄໍາວ່າ "ເຕືອນສະຕິ" ໝາຍເຖິງການໜູນໃຈທີ່ໜັກແໜ້ນແລະກະຕຸ້ນໃຫ້ບາງຄົນເຮັດໃນສິ່ງທີ່ຖືກຕ້ອງ. ແມ່ນຄໍາໜູນໃຈທີ່ເອີ້ນວ່າ "ການເຕືັອນສະຕິ."
* ຈຸດປະສົງຂອງການເຕືອນສະຕິແມ່ນເພື່ອໂນ້ມນ້າວຄົນອື່ນໃຫ້ຫລີກລ້ຽງຄວາມບາບ ແລະໃຫ້ເຊື່ອຟັງນໍ້າພຣະໄທພຣະເຈົ້າ.
* ພັນທະສັນຍາໃໝ່ສອນໃຫ້ບັນດາຄຣິສຕຽນໃຫ້ເຕືອນສະຕິເຊິ່ງກັນແລະກັນໃນຄວາມຮັກ, ບໍ່ແມ່ນດ້ວຍຄວາມຮຸນແຮງ ຫລືຫຍາບຊ້າ.
## ຄໍາແນະນໍາໃນການແປ
* ຄໍາວ່າ, "ເຕືອນສະຕິ" ສາມາດແປໄດ້ອີກວ່າ "ກະຕຸ້ນຢ່າງໜັກແໜ້ນ" ຫລື "ໂນ້ມນ້າວ" ຫລື "ແນະນໍາ." ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ
* ໃຫ້ແນ່ໃຈວ່າການແປຂອງຄໍານີ້ບໍ່ໄດ້ໝາຍຄວາມວ່າ ຄົນທີ່ເຕືອນສະຕິນັ້ນຄຽດຮ້າຍ. ຄໍານີ້ຄວນຊີ້ເຖິງຄວາມແຂງແກ່ງແລະຄວາມຈິງຈັງ, ແຕ່ບໍ່ຊີ້ເຖິງຄໍາເວົ້າທີ່ຄຽດຮ້າຍ.
* ໃນກໍລະນີສ່ວນຫລາຍ, ຄໍາວ່າ "ເຕືອນສະຕິ" ຄວນຖືກແປໃນແບບທີ່ແຕກຕ່າງກັບຄໍາວ່າ "ໜູນໃຈ," ທີ່ໝາຍເຖິງການໃຫ້ແຮງບັນດານໃຈ, ການສ້າງຄວາມໝັ້ນໃຈ, ຫລືເລົ້າໂລມໃຈບາງຄົນ.
* ໂດຍປົກກະຕິແລ້ວຄໍານີ້ສາມາດແປໄດ້ຫລາຍແບບຈາກຄໍາວ່າ "ວ່າກ່າວ," ຊຶ່ງໝາຍເຖິງການເຕືອນ ຫລືການແກ້ໄຂພຶດຕິກໍາຂອງບາງຄົນທີ່ລາວເຮັດບໍ່ຖືກຕ້ອງ.

16
bible/kt/faith.md Normal file
View File

@ -0,0 +1,16 @@
# ຄວາມເຊື່ອ
## ນິຍາມ
ໂດຍທົ່ວໄປແລ້ວ, ຄຳວ່າ ຄວາມເຊື່ອ" ແມ່ນເວົ້າເຖິງ ຄວາມສັດທາ, ຄວາມວາງໃຈ ຫລືຄວາມໝັ້ນໃຈໃນບາງຄົນຫລືບາງສິ່ງ.
* ການ "ມີຄວາມເຊື່ອ" ໃນບາງຄົນແມ່ນການສັດທາວ່າ ສິ່ງທີ່ລາວເວົ້າແລະເຮັດນັ້ນຈິງແລະໄວ້ໃຈໄດ້.
* ການ "ມີຄວາມເຊື່ອໃນພຣະເຢຊູ" ໝາຍເຖິງການສັດທາໃນຄຳສອນທຸກຢ່າງຂອງພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຢຊູ. ໂດຍສະເພາະຍ່າງຍິ່ງໝາຍເຖິງຄົນທີ່ວາງໃຈໃນພຣະເຢຊູ ແລະການເສຍສະລະເພື່ອຊຳລະພວກເຂົາຈາກຄວາມບາບຂອງພວກເຂົາ ແລະເພື່ອຊ່ອຍພວກເຂົາຈາກການຖືກລົງໂທດທີ່ພວກເຂົາຄວນໄດ້ຮັບ ເພາະຄວາມບາບຂອງພວກເຂົາ.
* ຄວາມເຊື່ອທີ່ແທ້ຈິງ ຫລືສັດທາໃນພຣະເຢຊູຈະເຮັດໃຫ້ຄົນນັ້ນເກີດຜົນດີທາງຝ່າຍວິນຍານ ຫລືທາງການປະພືດເພາະວ່າ ພຣະວິນຍານບໍຣິສຸດຢູ່ໃນເຂົາ.
* ບາງເທື່ອ "ຄວາມເຊື່ອ" ເວົ້າທົ່ວໆ ໄປເຖິງຄຳສອນທັງໝົດກ່ຽວກັບພຣະເຢຊູ, ເຊັ່ນດຽວກັບການສະແດງອອກທີ່ວ່າ, "ຄວາມຈິງຂອງຄວາມເຊື່ອ."
* ໃນບາງຂໍ້ເຊັ່ນ "ຮັກສາຄວາມເຊື່ອ" ຫລື "ປະຖິ້ມຄວາມເຊື່ອ" ຄຳວ່າ "ຄວາມເຊື່ອ" ກ່າວເຖິງຄຳເວົ້າ ຫລືເງື່ອນໄຂຂອງຄວາມສັດທາໃນຄຳສອນທັງໝົດກ່ຽວກັບພຣະເຢຊູ.
## ຄຳແນະນຳການແປ
* ໃນບາງຂໍ້ຄວາມ "ຄວາມເຊື່ອ" ສາມາດແປໄດ້ວ່າ "ສັດທາ" ຫລື "ຄວາມເຊື່ອໝັ້ນ" ຫລື "ຄວາມໝັ້ນໃຈ" ຫລື "ຄວາມໄວ້ໃຈ."
* ໃນບາງພາສາຄຳເຫລົ່ານີ້ຈະແປໂດຍການໃຊ້ຮູບແບບຂອງຄຳກິລິຍາວ່າ "ສັດທາ."

14
bible/kt/faithful.md Normal file
View File

@ -0,0 +1,14 @@
# ສັດຊື່, ຄວາມສັດຊື່
## ນິຍາມ
"ສັດຊື່" ຕໍ່ພຣະເຈົ້າໝາຍເຖິງການດໍາເນີນຊີວິດຢ່າງຕໍ່ເນື່ອງຕາມຄໍາສອນຂອງພຣະເຈົ້າ. ນັ້ນໝາຍເຖິງການຈົງຮັກພັກດີຕໍ່ພຣະອົງໂດຍການເຊື່ອຟັງພຣະອົງ ຄໍາກ່າວ ຫລືເງື່ອນໄຂຂອງການສັດຊື່ແມ່ນ "ຄວາມສັດຊື່."
* ຄົນທີ່ສັດຊື່ສາມາດໄວ້ວາງໃຈທີ່ຈະຮັກສາສັນຍາຂອງລາວແລະ ເຕີມເຕັມຄວາມຮັບຜິດຊອບຂອງລາວຕໍ່ຄົນອື່ນສະເໝີ.
* ຄົນທີ່ສັດຊື່ຈະມີຄວາມມຸ້ງໝັ້ນໃນການເຮັດງານ ເຖິງແມ່ນຈະຍາກແລະໃຊ້ເວລາດົນນານ.
* ຄວາມສັດຊື່ຕໍ່ພຣະເຈົ້າ ແມ່ນການກະທໍາຢ່າງຕໍ່ເນື່ອງໃນສິ່ງທີ່ ພຣະເຈົ້າຕ້ອງການໃຫ້ເຮົາເຮັດ.
## ຄໍາແນະນໍາການແປ
* ໃນຫລາຍໆ ຖ້ອຍຄໍາທີ່ວ່າ "ສັດຊື່" ສາມາດແປໄດ້ອີກຢ່າງນຶ່ງວ່າ "ພັກດີ" ຫລື "ອຸທິດຕົນ" ຫລື "ເພິ່ງພາໄດ້."
* ໃນຖ້ອຍຄໍາອື່ນໆ ທີ່ວ່າ "ສັດຊື່" ສາມາດແປໄດ້ໂດຍໃຊ້ຄໍາ ຫລືຖ້ອຍຄໍາທີ່ໝາຍເຖິງ "ສັດທາຢ່າງຕໍ່ເນື່ອງ" ຫລື "ພາກພຽນໃນຄວາມສັດທາ" ຫລື "ຈົງຮັກພັກດີ" ຫລື "ຄວາມເຊື່ອຖືໄດ້" ຫລື "ຄວາມສັດທາແລະເຊື່ອຟັງພຣະເຈົ້າ."

14
bible/kt/faithless.md Normal file
View File

@ -0,0 +1,14 @@
# ຂາດຄວາມເຊື່ອ, ການຂາດຄວາມເຊື່ອ
## ນິຍາມ
ຄໍາວ່າ "ຄວາມເຊື່ອ" ໝາຍເຖິງການບໍ່ມີຄວາມເຊື່ອຫລືບໍ່ສັດທາ.
* ຄໍານີ້ໃຊ້ເພື່ອບັນລະຍາຍເຖິງຄົນທີ່ບໍ່ສັດທາໃນພຣະເຈົ້າ, ຊຶ່ງສາມາດເຫັນໄດ້ຈາກການກະທໍາຂອງລາວທີ່ບໍ່ມີສັດທາ.
* ຜູ້ປະກາດພຣະທັມເຢເຣມີຢາໄດ້ຕໍາໜິຊົນຊາດອິສະຣາເອນທີ່ ຂາດຄວາມເຊື່ອ ແລະບໍ່ເຊື່ອຟັງພຣະເຈົ້າ.
* ພວກເຂົາໄດ້ນະມັດສະການຮູບເຄົາລົບ ແລະຕິດຕາມພຣະປອມຕ່າງໆ ທີ່ບໍ່ຖືກຕ້ອງຂອງຄົນຊາດອື່ນທີ່ບໍ່ໄດ້ນະມັດສະການ ຫລືເຊື່ອຟັງພຣະເຈົ້າ.
## ຄໍາແນະນຳການແປ
* ຂຶ້ນຢູ່ກັບກໍລະນີຂອງຂໍ້ນັ້ນ ຄໍາວ່າ "ຂາດຄວາມເຊື່ອ" ສາມາດແປໄດ້ອີກວ່າ "ບໍ່ສັດຊື່" ຫລື "ຄວາມບໍ່ສັດທາ" ຫລື "ບໍ່ເຊື່ອຟັງ ພຣະເຈົ້າ" ຫລື "ບໍ່ສັດທາ."
* ຄໍາວ່າ "ການຂາດຄວາມເຊື່ອ" ສາມາດແປໄດ້ວ່າ "ຄວາມບໍ່ສັດທາ" ຫລື "ຄວາມບໍ່ສັດຊື່" ຫລື "ກະບົດຕໍ່ຕ້ານພຣະເຈົ້າ."

20
bible/kt/falsegod.md Normal file
View File

@ -0,0 +1,20 @@
# ພຣະປອມ, ພຣະຕ່າງຊາດ, ເທບ, ເທບທິດາ
## ນິຍາມ
ພຣະປອມແມ່ນບາງສິ່ງທີ່ຄົນທັງຫລາຍນະມັດສະການແທນພຣະເຈົ້າອົງທ່ຽງແທ້. ຄໍາວ່າ "ເທພີ" ໄດ້ເວົ້າເຖິງພຣະເຈົ້າປອມທີ່ເປັນ ເພດຍິງ.
* ພຣະປອມເຫລົ່ານີ້ ຫລືເທພີທີ່ບໍ່ມີຢູ່ຢ່າງແທ້ຈິງ ພຣະຢາເວເທົ່າ ນັ້ນແມ່ນພຣະເຈົ້າແຕ່ພຽງອົງດຽວ.
* ລາງເທື່ອຄົນໄດ້ສ້າງຮູບເຄົາລົບຈາກວັດຖຸເພື່ອຂາບໄຫວ້ນະມັດສະການ ສິ່ງເຫລົ່ານັ້ນເປັນພຣະເຈົ້າຂອງພວກເຂົາ.
* ໃນພຣະຄັມພີ ປະຊາກອນຂອງພຣະເຈົ້າມັກຈະຫັນໜີໄປ ບໍ່ເຊື່ອ ຟັງພຣະອົງ ເພື່ອໄປນະມັດສະການພຣະເຈົ້າປອມອື່ນໆ.
* ຫລາຍເທື່ອຜີຮ້າຍຈະຫລອກລວງຄົນໃຫ້ເຊື່ອສັດທາພຣະເຈົ້າປອມ ແລະຮູບເຄົາລົບຕ່າງໆ ວ່າພຣະເຈົ້າປອມເຫລົ່ານັ້ນມີຣິດເດດ.
* ພຣະບາອານ ພຣະດາໂກນ ແລະພຣະໂມເລັກ ແມ່ນພຣະສາມ ອົງໃນບັນດາພຣະເຈົ້າປອມທັງຫລາຍທີ່ຄົນໄດ້ຂາບໄຫ້ວນະມັດສະ ການໃນສະໄໝພຣະຄັມພີເດີມ.
* ພຣະອາເຊຣາ ແລະອາເຕມິດ(ໄດນາ) ແມ່ນເທພີສອງອົງທີ່ຄົນ ໃນຍຸກສະໄໝບູຮານຂາບໄຫ້ວນະມັດສະການ.
## ຄໍາແນະນໍາການແປ
* ອາດຈະມີຄໍາສໍາລັບຄໍາວ່າ "ພຣະ" ຫລື "ພຣະ" ຫລືພຣະປອມ" ຢູ່ ແລ້ວໃນພາສາທີ່ແປ ຫລືພາສາທີ່ໃກ້ຄຽງ.
* ຄໍາວ່າ "ຮູບເຄົາລົບ" ອາດຈະໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ.
* ໃນພາສາອັງກິດ ຕົວອັກສອນທີ່ພິມຕົວນ້ອຍ "g" ໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ ແລະຕົວອັກສອນຕົວໃຫຍ່ "G" ເພື່ອເວົ້າເຖິງພຣະເຈົ້າອົງທ່ຽງແທ້ອົງດຽວ ພາສາອື່ນໆ ອາດຈະເປັນເຊັ່ນນັ້ນ.
* ອີກຢ່າງນຶ່ງກໍຄື ການໃຊ້ຄໍາທີ່ແຕກຕ່າງກັນຢ່າງສິ້ນເຊີງເພື່ອເວົ້າເຖິງພຣະເຈົ້າປອມ.
* ບາງພາສາອາດຈະເພີ້ມຄໍາສະເພາະບາງຄໍາ ອາດຈະເປັນພຣະເຈົ້າທຽມ ພຣະເຈົ້າປອມ ທີ່ບັນລະຍາຍເປັນເພດຊາຍ ຫລືເພດຍິງ.

15
bible/kt/favor.md Normal file
View File

@ -0,0 +1,15 @@
# ຊື່ນຊອບ, ຊຶ່ງເປັນທີ່ຊື່ນຊອບ, ຄວາມລຳອຽງ
## ນິຍາມ
ຄຳວ່າ "ຊື່ນຊອບ" ກ່າວເຖິງການທຳບາງສິ່ງທີ່ເປັນປະໂຫຍດກັບບາງຄົນໃນທາງບວກ. ບາງຢ່າງ "ຊຶ່ງເປັນທີ່ຊື່ນຊອບ" ທີ່ເປັນການຍອມຮັບ, ໃນທາງບວກ, ຫລືໃຫ້ປະໂຫຍດ.
* ຄຳວ່າ "ຄວາມລຳອຽງ" ໝາຍເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນແຕ່ບໍ່ແມ່ນທຸກຄົນ. ຫລາຍຄັ້ງຄວາມລຳອຽງຄືຄຳວ່າ "ລຳອຽງ" ໝາຍຄວາມເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນ, ແຕ່ບໍ່ແມ່ນຄົນອື່ນໆ. ເຊັ່ນການສະແດງຕໍ່ຄົນລວຍຫລືຄົນທີ່ພິຈາລະນາກຳນົດໄວ້.
* ພຣະເຢຊູຊົງໄດ້ເຕີບໂຕ "ດ້ວຍຄວາມຊື່ນຊອບຂອງ" ພຣະເຈົ້າແລະມະນຸດ. ນີ້ໝາຍຄວາມວ່າພວກເຂົາໄດ້ຍອມຮັບພຣະລັກສະນະແລະຄວາມປະພຶດຂອງພຣະອົງ.
* ສຳນວນຄຳວ່າ "ຫາຄວາມຊື່ນຊອບ" ໝາຍເຖິງບຸກຄົນທີ່ໄດ້ເປັນທີ່ຍອມຮັບໂດຍບາງຄົນ.
* ເມື່ອກະສັດຊົງສະແດງຄວາມຊື່ນຊອບແກ່ບາງຄົນ, ຫລາຍຄັ້ງມີຄວາມໝາຍວ່າພຣະອົງຊົງຍອມຮັບຄຳຮ້ອງຂໍຂອງຄົນນັ້ນແລະມອບໃຫ້.
## ຄຳແນະນຳການແປ
* ອີກແນວທາງໜຶ່ງໃນຄຳແປຄຳວ່າ "ຊື່ນຊອບ" ສາມາດລວມທັງ "ຄຳອວຍພອນ" ຫລື "ຜົນປະໂຫຍດໄດ້ດ້ວຍ."
* ຄຳວ່າ "ປີແຫ່ງຄວາມຊື່ນຊອບຂອງພຣະຢາເວ" ສາມາດແປໄດ້ອີກວ່າ, "ປີນັ້ນ."

15
bible/kt/fear.md Normal file
View File

@ -0,0 +1,15 @@
# ຄວາມຢ້ານກົວ, ຢ້ານກົວ, ຄວາມຢຳເກງພຣະຢາເວ
## ນິຍາມ
ຄຳວ່າ "ຄວາມກົວຢ້ານ" ແລະ "ຢ້ານກົວ" ໝາຍເຖິງຄວາມຮູ້ສຶກທີ່ບໍ່ໜ້າຍິນດີທີ່ຄົນຜູ້ໜຶ່ງມີ ເມື່ອເກີດອັນຕະລາຍຂຶ້ນຕໍ່ຕົນເອງຫລືຜູ້ອື່ນ.
* ຄຳວ່າ "ຄວາມກົວຢ້ານ" ສາມາດກ່າວເຖິງການໃຫ້ຄວາມເຄົາລົບນັບຖືທີ່ເລິກເຊິ່ງ ແລະການເຄົາລົບຕໍ່ຜູ້ທີ່ມີອຳນາດ.
* ຄຳວ່າ "ຄວາມຢຳເກງພຣະຢາເວ," ແລະຄຳທີ່ກ່ຽວຂ້ອງຢ່າງເຊັ່ນ "ຄວາມຢຳເກງພຣະເຈົ້າ" ແລະ "ຄວາມຢຳເກງອົງພຣະຜູ້ເປັນເຈົ້າ," ກ່າວເຖິງການເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ພຣະເຈົ້າແລະການສະແດງການໃຫ້ກຽດນັ້ນໂດຍການເຊື່ອຟັງພຣະອົງ. ຄວາມເກງກົວນີ້ຖືກຝັກດັນໂດຍການຮູ້ຈັກວ່າ ພຣະເຈົ້າຊົງບໍຣິສຸດແລະກຽດຊັງຄວາມບາບ.
* ພຣະຄໍັມພີສອນໄວ້ວ່າຜູ້ທີ່ຢຳເກງພຣະຢາເວນັ້ນຈະສະຫລາດ.
## ຄຳແນະນຳການແປ
* ຂຶ້ນຢູ່ກັບບໍຣິບົດຂອງຂໍ້ນັ້ນ, "ທີ່ຈະຢຳເກງ" ສາມາດແປໄດ້ອີກວ່າ "ທີ່ຈະເກງກົວ" ຫລື "ທີ່ຈະໃຫ້ກຽດຢ່າງເລິກເຊິ່ງ" ຫລື "ທີ່ຈະນົບນ້ອມ" ຫລື "ເປັນທີ່ໜ້າເກງຂາມ."
* ຄຳວ່າ "ຢ້ານກົວ" ສາມາດແປໄດ້ອີກວ່າ "ທຳໃຫ້ໜ້າຢ້ານກົວຫລາຍ" ຫລື "ທຳໃຫ້ຕົກໃຈ" ຫລື "ໜ້າຢ້ານກົວ."
* ປະໂຫຍກ, ຄວາມກົວເກງພຣະເຈົ້າຈະຕົກຢູ່ເໜືອພວກເຂົາ ສາມາດແປໄດ້ອີກວ່າ, "ທັນໃດນັ້ນພວກເຂົາກໍຮູ້ສຶກເຖິງຄວາມໜ້າເກງກົວແລະໃຫ້ກຽດພຣະເຈົ້າຢ່າງເລິກເຊິ່ງ" ຫລື "ທັນໃດນັ້ນ, ພວກເຂົາຮູ້ສຶກປະຫລາດໃຈແລະນົບນ້ອມຕໍ່ພຣະເຈົ້າຢ່າງເລິກເຊິ່ງ" ຫລື "ຈາກນັ້ນ, ພວກເຂົາກໍຮູ້ສຶກຢ້ານກົວພຣະເຈົ້າ."

14
bible/kt/fellowship.md Normal file
View File

@ -0,0 +1,14 @@
# ສາມັກຄີທັມ, ຄວາມສາມັກຄີທັມ
## ນິຍາມ
ໂດຍທົ່ວໄປຄຳວ່າ "ສາມັກຄີທັມ" ກ່າວເຖິງການມີຄວາມສຳພັນແບບເພື່ອນລະຫວ່າງສະມາຊິກໃນກຸ່ມຄົນທີ່ແບ່ງປັນຄວາມສົນໃຈແລະປະສົບປະການທີ່ຄ້າຍຄືກັນ.
* ໃນພຣະຄັມພີ, ຄຳວ່າ "ສາມັກຄີທັມ" ປົກກະຕິແລ້ວກ່າວເຖິງຄວາມເປັນນຶ່ງດຽວກັນຂອງຜູ້ສັດທາໃນພຣະຄຣິດ.
* ການສາມັກຄີທັມຂອງຄຣິສະຕຽນຄືການແບ່ງປັນຄວາມສຳພັນທີ່ຜູ້ສັດທາມີລະຫວ່າງກັນ ຜ່ານຄວາມສຳພັນຂອງພວກເຂົາກັບພຣະຄຣິດແລະພຣະວິນຍານບໍຣິສຸດ.
* ຄຣິສະຕຽນຍຸກຕົ້ນໆ ສະແດງການສາມັກຄີທັມຂອງພວກເຂົາຜ່ານການຟັງຄຳສອນພຣະຄັມຂອງພຣະເຈົ້າແລະອະທິຖານດ້ວຍກັນ, ຜ່ານການແບ່ງປັນສິ່ງຂອງທີ່ພວກເຂົາມີ,ແລະການຮັບປະທານອາຫານຮ່ວມກັນ.
* ຄຣິສະຕຽນກໍມີຄວາມສາມັກຄີທັມກັບພຣະເຈົ້າຜ່ານຄວາມເຊື່ອຂອງພວກເຂົາໃນພຣະເຢຊູແລະສິ້ນພຣະຊົນເທິງໄມ້ກາງແຂນທີ່ໄດ້ທຳລາຍອຸປະສັກລະຫວ່າງພຣະເຈົ້າກັບມະນຸດ.
## ຄຳແນະນຳການແປ
* ແນວທາງການແປຄຳວ່າ "ສາມັກຄີທັມ" ສາມາດລວມທັງຄຳວ່າ "ການແບ່ງປັນຊຶ່ງກັນແລະກັນ" ຫຼື "ສຳພັນທະໄມຕີ" ຫຼື "ຊຸມຊົນຄຣິສະຕຽນ".

14
bible/kt/filled.md Normal file
View File

@ -0,0 +1,14 @@
# ປະກອບດ້ວຍພຣະວິນຍານ
## ນິຍາມ
ຄຳວ່າ "ປະກອບດ້ວຍພຣະວິນຍານ" ເປັນຮູບແບບການສະແດງອອກໃນທາງປຽບທຽບທີ່ໝາຍຄວາມວ່າພຣະວິນຍານບໍຣິສຸດກຳລັງເພີ້ມອຳນາດໃຫ້ບຸກຄົນທີ່ຈະທຳຕາມນ້ຳພຣະທັຍຂອງພຣະເຈົ້າ.
* ປະໂຫຍດ "ປະກອບດ້ວຍ" ເປັນສຳນວນທີ່ຫຼາຍໆຄັ້ງໝາຍເຖິງ"ຄວບຄຸມໂດຍ".
* ຜູ້ຄົນ "ປະກອບໄປດ້ວຍພຣະວິນຍານ" ເມື່ອພວກເຂົາຕິດຕາມການຊົງນຳຂອງພຣະວິນຍານບໍຣິສຸດ ແລະເພິ່ງພາພຣະອົງຢ່າງເຕັມທີ ໃຫ້ຊ່ວຍພວກເຂົາສາມາດທຳຕາມທີ່ພຣະເຈົ້າຊົງຕ້ອງການໄດ້.
## ຄຳແນະນຳການແປ
* ຄຳນີ້ສາມາດແປໄດ້ວ່າ "ເພີ່ມອຳນາດໂດຍພຣະວິນຍານບໍຣິສຸດ" ຫຼື "ຄວບຄຸມໂດຍພຣະວິນຍານບໍຣິສຸດ." ແຕ່ບໍ່ຄວນຈະແປໃຫ້ຟັງເໝືອນກັບວ່າພຣະວິນຍານບໍຣິສຸດກຳລັງບັງຄັບບຸກຄົນໃຫ້ທຳບາງສິ່ງ.
* ຕົວຢ່າງປະໂຫຍດເຊັ່ນນີ້ "ເຂົາໄດ້ປະກອບໄປດ້ວຍພຣະວິນຍານ" ສາມາດແປໄດ້ອີກວ່າ, "ເຂົາມີຊີວິດທີ່ເຕັມລົ້ນໄດ້ດ້ວຍພະລັງຂອງພຣະວິນຍານ" ຫຼື "ເຂົາໄດ້ຮັບການຊົງນຳຢ່າງສົມບູນໂດຍພຣະວິນຍານບໍຣິສຸດ" ຫຼື "ພຣະວິນຍານບໍຣິສຸດໄດ້ຊົງນຳເຂົາຢ່າງສົມບູນ."
* ຄຳນີ້ມີຄວາມໝາຍທີ່ຄ້າຍຄືກັບສຳນວນທີ່ວ່າ "ມີຊີວິດຢູ່ໂດຍພຣະວິນຍານ" ແຕ່ "ປະກອບດ້ວຍພຣະວິນຍານ" ເນັ້ນໄດ້ຢ່າງສົມບູນແບບທີ່ວ່າຄົນນັ້ນໄດ້ອະນຸຍາດໃຫ້ພຣະວິນຍານບໍຣິສຸດໃນການຄວບຄຸມ ຫຼືມີອິດທິພົນເໜືອຊີວິດຂອງເຂົາ. ດັ່ງນັ້ນຖ້າເປັນໄປໄດ້ ສຳນວນທັງສອງຄວນມີການແປທີ່ແຕກຕ່າງກັນ.

20
bible/kt/flesh.md Normal file
View File

@ -0,0 +1,20 @@
# ເນື້ອໜັງ
## ນິຍາມ
ໃນພຣະຄັມພີຄຳວ່າ "ເນື້ອໜັງ" ຕາມຕົວອັກສອນກ່າວເຖິງສິ່ງທີ່ນຸ້ມນວນທາງກາຍະພາບຂອງຮ່າງກາຍຂອງມະນຸດຫຼືສັດ.
* ພຣະຄັມພີໃຊ້ຄຳວ່າ "ເນື້ອໜັງ" ໃນຮູບແບບປຽບທຽບທີ່ກ່າວເຖິງມະນຸດທຸກຄົນ ຫຼືສິ່ງມີຊີວິດທຸກຢ່າງ.
* ໃນພັນທະສັນຍາໃໝ່ຄຳວ່າ "ເນື້ອໜັງ" ໃຊ້ເພື່ອອ້າງເຖິງຄວາມບາບຊຶ່ງເປັນທຳມະຊາດຂອງມະນຸດ. ຄຳນີ້ມັກໃຊ້ໃນລັກສະນະທີ່ແຕກຕ່າງກັບທຳມະຊາດຝ່າຍວິນຍານຂອງພວກເຂົາ.
* ສ່ວນສຳນວນຄຳວ່າ, "ເນື້ອແລະເລືອດຂອງຕົນ" ອ້າງເຖິງທີ່ບາງຄົນກ່ຽວຂ້ອງກັບອີກຄົນໂດຍທາງສາຍເລືອດ,ຕົວຢ່າງເຊັ່ນ ພໍ່ແມ່, ຍາດ,ບຸດຫຼານ.
* ສ່ວນສຳນວນຄຳວ່າ "ເນື້ອແລະເລືອດ" ສາມາດໝາຍເຖິງບັນພະບຸຣຸດຫຼືລູກຫຼານຂອງຄົນນັ້ນ.
* ການສະແດງອອກຂອງຄຳວ່າ "ເນື້ອດຽວກັນ" ກ່າວເຖິງການເປັນໜຶ່ງດຽວທາງກາຍະພາບຂອງຜູ້ຊາຍແລະຜູ້ຍິງໃນການແຕ່ງງານ.
## ຄຳແນະນຳການແປ
* ໃນບໍຣິບົດຂອງຮ່າງກາຍສັດ, "ເນື້ອໜັງ" ສາມາດແປໄດ້ອີກວ່າ "ຮ່າງກາຍ" ຫຼື "ໜັງ" ຫຼື "ເນື້ອ".
* ເມື່ອຄຳນີ້ຖືກໃຊ້ກ່າວເຖິງມະນຸດທັງໝົດ, ຄຳນີ້ສາມາດແປໄດ້ອີກວ່າ "ປະຊາຊົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
* ເມື່ອເອີ່ຍເຖິງມະນຸດທຸກຄົນທົ່ວໄປ, ຄຳນີ້ສາມາດແປໄດ້ອີກວ່າ "ຄົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
* ສຳນວນ, "ເນື້ອແລະເລືອດ" ສາມາດແປໄດ້ອີກວ່າ "ຍາດ" ຫຼື "ຄອບຄົວຫຼື "ຍາດພີ່ນ້ອງ" ຫຼື "ຕະກູນຄອບຄົວ," ແລະຍັງມີອີກຫຼາຍຂໍ້ທີ່ສາມາດແປດ້ວຍຄຳວ່າ "ບັນພະບຸຣຸດ" ຫຼື "ບັນດາເຊື້ອສາຍ".
* ໃນບາງພາສາອາດຈະມີຄຳທີ່ສະແດງອອກໃນຄວາມໝາຍດຽວກັນກັບ "ເນື້ອແລະເລືອດ".
* ຄຳເວົ້າທີ່ສະແດງວ່າ, "ກາຍເປັນເນື້ອດຽວ" ສາມາດແປໄດ້ອີກວ່າ, "ຮ່ວມທາງເພດ" ຫຼື "ກາຍເປັນກາຍດຽວກັນ" ຫຼື "ກາຍເປັນເໝືອນບຸກຄົນດຽວໃນທາງຮ່າງກາຍແລະວິນຍານ." ການແປຂໍ້ຄວາມນີ້ຄວນກວດສອບໃຫ້ແນ່ໃຈວ່າເປັນສິ່ງທີ່ຍອມຮັບໃນພາສາທີ່ແປແລະວັດທະນະທັມ.

15
bible/kt/foolish.md Normal file
View File

@ -0,0 +1,15 @@
# ຄົນໂງ່, ໂງ່, ຄວາມໂງ່
## ນິຍາມ
ຄຳວ່າ "ຄົນໂງ່" ກ່າວເຖິງຄົນທີ່ມັກເລືອກສິ່ງທີ່ຜິດໆ, ໂດຍສະເພາະຢ່າງຍິ່ງ ການເລືອກທີ່ບໍ່ເຊື່ອຟັງ ຄຳວ່າ "ໂງ່" ບັນລະຍາຍວ່າຄົນຫຼືພຶດຕິກຳທີ່ບໍ່ສະຫຼາດ.
* ໃນພຣະຄັມພີຄຳວ່າ "ຄົນໂງ່" ມັກຈະອ້າງເຖິງຄົນທີ່ບໍ່ສັດທາຫຼືບໍ່ເຊື່ອຟັງພຣະເຈົ້າ. ຄຳນີ້ຈະແຕກຕ່າງກັບຄົນສະຫຼາດ, ຜູ້ທີ່ວາງໃຈໃນພຣະເຈົ້າແລະເຊື່ອຟັງພຣະອົງ.
* ໃນເພງສັນລະເສີນ, ດາວິດບັນລະຍາຍວ່າຄົນໂງ່ນັ້ນຄືຄົນທີ່ບໍ່ສັດທາໃນພຣະເຈົ້າ,ຜູ້ທີ່ເພີກເສີຍຕໍ່ຫຼັກຖານການຊົງສ້າງຂອງພຣະອົງ.
* ໃນພັນທະສັນຍາເດີມໃນພຣະທັມສຸພາສິດໃຫ້ຄຳອະທິບາຍຫຼາຍຢ່າງກ່ຽວກັບຄົນໂງ່,ຫຼືບຸກຄົນທີ່ໂງ່ຈ້ານັ້ນເປັນຢ່າງໃດ.
* ຄຳວ່າ "ຄວາມໂງ່" ອ້າງເຖິງການກະທຳທີ່ບໍ່ສະຫຼາດເພາະວ່າສິ່ງນັ້ນຕໍ່ຕ້ານນ້ຳພຣະທັຍພຣະເຈົ້າ ຫຼາຍໆຄັ້ງຄຳວ່າ "ຄວາມໂງ່" ຍັງລວມເຖິງຄວາມໝາຍຂອງບາງສິ່ງທີ່ໜ້າຢາກຫົວຫຼືອັນຕະລາຍດ້ວຍ.
## ຄຳແນະນຳການແປ
* ຄຳວ່າ "ຄົນໂງ່" ສາມາດແປໄດ້ອີກວ່າ "ຄົນຈ້າ" ຫຼື "ຄົນທີ່ບໍ່ສະຫຼາດ " ຫຼື "ຄົນທີ່ໄຮ້ສາລະ" ຫຼື "ຄົນອະທັມ"
* ແນວທາງການແປຄຳວ່າ "ໂງ່" ສາມາດລວມທັງ "ຂາດຄວາມເຂົ້າໃຈ " ຫຼື "ບໍ່ສະຫຼາດ " ຫຼື "ໄຮ້ສາລະ".

14
bible/kt/forgive.md Normal file
View File

@ -0,0 +1,14 @@
# ຍົກໂທດ, ການຍົກໂທດ
## ນິຍາມ
ຍົກໂທດໃຫ້ບາງຄົນໝາຍເຖິງການບໍ່ຢຶດຕິດກັບຄວາມຂຸ່ນເຄືອງໃຈທີ່ມີຕໍ່ບຸກຄົນຜູ້ທີ່ໄດ້ທຳບາງສິ່ງທີ່ແສນເຈັບປວດ. "ການຍົກໂທດ" ຄືການກະທຳຂອງການຍົກໂທດໃຫ້ບາງຄົນ.
* ການຍົກໂທດໃຫ້ບາງຄົນ ຫຼາຍໆຄັ້ງໝາຍເຖິງການບໍ່ລົງໂທດຄົນນັ້ນ ສຳລັບສິ່ງທີ່ບໍ່ຖືກຕ້ອງທີ່ເຂົາໄດ້ກະທຳ.
* ຄຳນີ້ສາມາດໃຊ້ໃນຮູບການປຽບທຽບທີ່ໝາຍເຖິງ, "ຍົກເລີກ" ເພື່ອເປັນການສະແດງອອກ "ຍົກເລີກໜີ້".
* ເມື່ອມະນຸດນັ້ນສາລະພາບບາບຂອງພວກເຂົາ,ພຣະເຈົ້າຍົກໂທດພວກເຂົາບົນພື້ນຖານການເສັຽສະຫຼະຂອງພຣະເຢຊູທີ່ຍອມຕາຍເທິງໄມ້ກາງແຂນ.
* ພຣະເຢຊູຊົງໄດ້ສອນສາວົກຂອງພຣະອົງໃຫ້ຍົກໂທດຄົນອື່ນເພາະພຣະອົງຊົງໄດ້ຍົກໂທດແກ່ພວກເຂົາ.
## ຄຳແນະນຳການໃນແປ
* ຄຳວ່າ "ຍົກໂທດ" ສາມາດແປໄດ້ອີກວ່າ "ອະພັຍ" ຫຼື "ຍົກເລີກ" ຫຼື "ປົດປ່ອຍ" ຫຼື "ບໍ່ຖືສາ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນໆ.

17
bible/kt/forsaken.md Normal file
View File

@ -0,0 +1,17 @@
# ລະຖິ້ມ, ຖືກປະຖິ້ມ
## ນິຍາມ
ຄຳວ່າ "ລະຖິ້ມ" ໝາຍເຖິງການປະຖິ້ມບາງຄົນຫຼືຍອມແພ້ບາງສິ່ງບາງຄົນທີ່ຖືກ "ປະຖິ້ມ" ໄດ້ເຄີຍຖືກລະຖິ້ມໂດຍບາງຄົນ.
* ເມື່ອມະນຸດ "ປະຖິ້ມ" ພຣະເຈົ້ານັ້ນໝາຍຄວາມວ່າພວກເຂົາເປັນຄົນທີ່ບໍ່ສັດຊື່ຕໍ່ພຣະອົງໂດຍການບໍ່ເຊື່ອຟັງພຣະອົງ.
* ເມື່ອພຣະເຈົ້າ "ປະຖິ້ມ" ມະນຸດນັ້ນ,ໝາຍຄວາມວ່າພຣະອົງໄດ້ຢຸດການຊ່ວຍເຫຼືອພວກເຂົາແລະປ່ອຍໃຫ້ພວກເຂົາມີປະສົບການທີ່ຍາກລຳບາກ ເພື່ອທີ່ຈະທຳໃຫ້ພວກເຂົາຫັນກັບມາຫາພຣະອົງ.
* ຄຳນີ້ສາມາດໝາຍເຖິງການປະຖິ້ມສິ່ງຂອງ, ເຊັ່ນການປະຖິ້ມຫຼືບໍ່ຕິດຕາມຄຳສອນຂອງພຣະເຈົ້າ.
* ຄຳວ່າ "ປະຖິ້ມ"ສາມາດໃຊ້ໃນຮູບແບບອະດີດຕະການເໝືອນໃນປະໂຫຍກທີ່ວ່າ "ເຂົາໄດ້ປະຖິ້ມທ່ານ" ຫຼື ເພື່ອບົ່ງບອກເຖິງບາງຄົນທີ່ໄດ້ "ຖືກປະຖິ້ມ".
## ຄຳແນະນຳການແປ
* ອີກແນວທາງທີ່ແປຄຳນີ້ສາມາດລວມທັງຄຳວ່າ, "ປະຖິ້ມ" ຫຼື "ລະເລີຍ" ຫຼື "ຍອມແພ້" ຫຼື "ຈາກໄປ" ຫຼື "ຖິ້ມໄວ້ຂ້າງຫຼັງ" ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.
* ທີ່ຈະ "ລະຖິ້ມ" ທັມະບັນຍັດຂອງພຣະເຈົ້າສາມາດແປໄດ້ອີກວ່າ "ບໍ່ເຊື່ອຟັງທັມະບັນຍັດຂອງພຣະເຈົ້າ," ຄຳນີ້ສາມາດແປໄດ້ອີກວ່າ "ປະຖິ້ມ" ຫຼື"ຍອມແພ້ເທິງ" ຫຼື "ຢຸດການເຊື່ອຟັງ" ການສອນຂອງພຣະອົງຫຼືທັມະບັນຍັດຂອງພຣະອົງ.
* ປະໂຫຍກທີ່ວ່າ "ຖືກລະຖິ້ມ" ສາມາດແປໄດ້ອີກວ່າ "ຖືກຖອດຖິ້ມ "ຫຼື"ຖືກປະຮ້າງ".
* ຄຳໃນພາສາທີ່ແປອາດຈະຊັດແຈ້ງຫຼາຍກ່ວາ ຫາກໃຊ້ຄຳທີ່ແຕກຕ່າງໃນການແປຄຳນີ້໋,ຂຶ້ນຢູ່ກັບວ່າໃນຂໍ້ນັ້ນກຳລັງເວົ້າເຖິງການປະຖິ້ມແບບໃດ ສິ່ງຂອງຫຼືຄົນ.

15
bible/kt/fulfill.md Normal file
View File

@ -0,0 +1,15 @@
# ເຮັດໃຫ້ສຳເລັດ
## ນິຍາມ
ຄຳວ່າ "ເຮັດໃຫ້ສຳເລັດ" ໝາຍເຖິງເຮັດໃຫ້ບາງສິ່ງສົມບູນ ຫລືເຮັດໃຫ້ບາງສິ່ງສຳເລັດຕາມທີ່ຄາດຫວັງໄວ້.
* ເມື່ອການປະກາດພຣະທັມໄດ້ຮັບການເຮັດໃຫ້ສຳເລັດ, ນັ້ນໝາຍເຖິງວ່າ ພຣະເຈົ້າໄດ້ເຮັດໃຫ້ສິ່ງນັ້ນເກີດຂຶ້ນຕາມທີ່ໄດ້ທໍາ ນວາຍໄວ້ໃນຄໍາທໍານວາຍ.
* ຖ້າຄົນຜູ້ໃດ ເຮັດໃຫ້ຄຳສັນຍາຫລືຄຳປະຕິຍານສຳເລັດ, ນັ້ນໝາຍຄວາມວ່າເຂົາເຮັດໃນສິ່ງທີ່ເຂົາໄດ້ໃຫ້ສັນຍາໄວ້.
* ເພື່ອຄວາມຮັບຜິດຊອບສຳເລັດ, ໝາຍເຖິງການທຳງານທີ່ໄດ້ຮັບມອບໝາຍ ຫລືຮ້ອງຂໍ.
## ຄຳແນະນຳການແປ
* ຄຳວ່າ, "ເຮັດໃຫ້ສຳເລັດ" ສາມາດແປໄດ້ອີກວ່າ "ແລ້ວໆ" ຫລື "ສົມບູນ" ຫລື "ທຳໃຫ້ເກີດຂຶ້ນ" ຫລື "ເຊື່ອຟັງ" ຫລື "ປະຕິບັດການ." ທັງນີ້ຂຶ້ນຢູ່ກັບບໍຣິບົດ
* ປະໂຫຍກທີ່ວ່າ "ໄດ້ຮັບການທຳໃຫ້ສຳເລັດແລ້ວ" ສາມາດແປໄດ້ອີກວ່າ, "ເປັນຈິງ" ຫລື "ໄດ້ເກີດຂຶ້ນແລ້ວ" ຫລື "ເກີດຂຶ້ນແລ້ວ."
* ແນວທາງການແປ "ເຮັດໃຫ້ສຳເລັດ" ເໝືອນໃນ "ການຮັບໃຊ້ຂອງທ່ານສຳເລັດ" ສາມາດລວມທັງ" ສົມບູນ" ຫລື "ປະຕິບັດການ" ຫລື "ຝຶກ" ຫລື "ຮັບໃຊ້ຜູ້ອື່ນຢ່າງທີ່ພຣະເຈົ້າໄດ້ເອີ້ນມາໃຫ້ທ່ານເຮັດ."

11
bible/kt/gentile.md Normal file
View File

@ -0,0 +1,11 @@
# ຄົນຕ່າງຊາດ
## ນິຍາມ
ຄຳວ່າ "ຄົນຕ່າງຊາດ" ອ້າງເຖິງຄົນທ່ີບໍ່ໄດ້ເປັນຢິວ ຄົນຕ່າງຊາດຄືປະຊາຊົນຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກຢາໂຄບ.
* ໃນພຣະຄັມພີ, ຄຳວ່າ "ພວກທ່ີ່ບໍ່ໄດ້ເຂົ້າຮັບພິທີຕັດ"ກໍໃຊ້ຄືກັນກັບຄຳອູປະມາອ້າງເຖິງຄົນຕ່າງຊາດເພາະວ່າພວກເຂົາຫລາຍຄົນບໍ່ໄດ້ໃຫ້ລູກຫລານທີ່ເປັນຜູ້ຊາຍເຂົ້າຮັບພິທີຕັດເໝືອນຢ່າງຊົນຊາດອິສະຣາເອນໄດ້ເຮັດ.
* ເພາະວ່າພຣະເຈົ້າໄດ້ເລືອກຄົນຢິວເພື່ອເປັນຊົນຊາດທີ່ພິເສດສຳລັບພຣະເຈົ້າ. ພວກເຂົາໄດ້ຄິດວ່າພວກຄົນຕ່າງຊາດຄືພວກຄົນນອກທີ່ບໍ່ມີວັນຈະໄດ້ເປັນຄົນຂອງພຣະເຈົ້າ.
* ຄົນຢິວຫລືທີ່ເອີ້ນວ່າຊົນຊາດອິສະຣາເອນຫລືຄົນເຮັບເຣີໃນຊວ່ງເວລາທີ່ແຕກຕ່າງຂອງປະຫວັດສາດ ພວກເຂົາອ້າງເຖິງຄົນອື່ນໆ ທ່ີ່ເຫລືອເປັນ"ຄົນຕ່າງຊາດ."
* ຄົນຕ່າງຊາດສາມາດແປໄດ້ອີກວ່າ"ຄົນບໍ່ແມ່ນຄົນຢິວ" ຫລື " "ບໍ່ແມ່ນຄົນອິສະຣາເອນ" (ພັນທະສັນຍາເດີມ) ຫລື"ບໍ່ແມ່ນຄົນຢິວ"
* ຕາມປະເພນີແລ້ວ ຄົນຢິວຈະບໍ່ກິນເຂົ້າຮວ່ມກັບຄົນຕ່າງຊາດຫລຶຄົບຄ້າສາມາຄົມກັບພວກເຂົາ ຊຶ່ງໃນຕອນທຳອິດເຮັດໃຫ້ເກີດບັນຫາຫລວງຫລາຍໃນຄຣິສຕະຈັກຍຸກຕົ້ນໆ.

15
bible/kt/gift.md Normal file
View File

@ -0,0 +1,15 @@
# ຂອງຂວັນ,ຂອງປະທານ
## ນິຍາມ
ຄຳວ່າ "ຂອງຂັວນ" ອ້າງເຖິງຫຍັງກໍໄດ້ທ່ີ່ຄົນໜຶ່ງໄດ້ຮັບຫລືໃຫ້ແກ່ບາງຄົນ. ຂອງຂວັນຄືສິ່ງທີ່ໃຫ້ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ຫຍັງກັບຄືນມາ.
* ເງິນ, ອາຫານ, ເສື້ອຜ້າ,ຫລືແມ່ນຫຍັງກໍຕາມທ່ີ່ໃຫ້ແກ່ຄົນຍາກຈົນເອີ້ນວ່າ "ຂອງຂວັນ."
* ໃນພຣະຄັມພີ,ຂອງຖວາຍຫລືເຄື່ອງບູຊາທ່ີ່ໃຫ້ແກ່ພຣະເຈົ້າເອີ້ນວ່າຂອງຂວັນ.
* ຂອງຂວັນຂອງຄວາມລອດຄືບາງສິ່ງທ່ີ່ພຣະເຈົ້າໃຫ້ເຮົາຜ່ານທາງຄວາມເຊື່ອໃນພຣະເຢຊຸ.
* ໃນພັນທະສັນຍາໃຫມ່ ຄຳວ່າ "ຂອງປະທານ" ກໍໃຊ້ເພື່ອບົ່ງບອກເຖິງຄວາມສາມາດພິເສດຝ່າຍວິນຍານທ່ີ່ພຣະເຈົ້າໃຫ້ແກ່ຄຣິສະຕຽນທັງຫລາຍເພື່ອຮັບໃຊ້ຜຸ້ອື່ນ.
## ຄຳແນະນຳການແປ
* ຄວາມທົ່ວໄປຂອງຄຳວ່າ" ຂອງຂັວນ" ສາມາດແປດວ້ຍຄຳຫລືຄຳທ່ີ່ໝາຍເຖິງ "ຂອງບາງສິ່ງທີ່ໄດ້ມາ".
* ໃນບໍຣິບົດທ່ີ່ໃຜຈັກຄົນນຶ່ງມີຂອງຂວັນຫລືຄວາມສາມາດພິເສດທ່ີ່ມາຈາກພຣະເຈົ້າ "ຂອງຂວັນຈາກພຣະວິນຍານ" ສາມາດແປໄດ້ອີກວ່າ "ຄວາມສາມາດຝ່າຍວິນຍານ" ຫລື "ຄວາມສາມາດພິເສດຈາກພຣະວິນຍານບໍຣິສຸດ" ຫລື " ຄວາມສາມາດຝ່າຍວິນຍານຈິດ ທ່ີ່ພຣະເຈົ້າປະທານໃຫ້."

24
bible/kt/glory.md Normal file
View File

@ -0,0 +1,24 @@
# ພຣະສີຣິ, ພຣະສະຫງ່າຣາສີ
## ນິຍາມ
ທົ່ວໄປແລ້ວຄຳວ່າ, "ພຣະສີຣິ" ຫມາຍເຖິງກຽດ" ຄວາມສະຫງ່າງາມແລະຄວາມຍິ່ງໃຫຍ່ທີ່ສຸດ. ສິ່ງໃດກໍຕາມທີ່ມີພຣະສີຣິຄືການມີ "ສະຫງ່າຣາສີ." .
* ບາງຄັ້ງ "ພຣະສີຣິ" ອ້າງເຖິງບາງສິ່ງທີ່ມີຄຸນຄ່າຍິ່ງໃຫຍ່ແລະສຳຄັນໃນບໍຣິບົດອື່ນກໍຄືການສື່ສານເຖິງຄວາມສະຫງ່າງາມ, ຄວາມສະຫວ່າງ,ແລະການພິພາກສາ.
* ຕົວຢ່່າງເຊັ່ນ, ປະໂຫຍກທີ່ວ່າ "ກຽດຂອງຄົນລ້ຽງແກະ" ໝາຍເຖິງທົ່ງຫຍ້າຂຽວສົດທີ່ແກະຂອງເຂົາໄດ້ມີກິນຢ່່າງສົມບູນ.
* ພຣະສີຣິໂດຍສະເພາະແລ້ວຈະໃຊ້ເພື່ອອະທິບາຍເຖິງພຣະເຈົ້າ,ຜູ້ທີ່ຊົງສະຫງ່າຣາສີຫລາຍຍິ່ງກວ່າຜຸ້ໃດຫລືສິ່ງໃດໃນຈັກກະວານນີ້. ທຸກສິ່ງໃນພຣະລັກສະນະຂອງພຣະອົງເປີດເຜີຍພຣະສີຣິແລະສະຫງ່າຣາສີຂອງພຣະອົງ.
* ຄຳກ່າວ "ຖວາຍພຣະສີຣິໃນ" ຫມາຍເຖິງການໂອ້ອວດໃນສິ່ງ
ນັ້ນຫລືການພາກພູມໃຈໃນບາງສິ່ງ.
## ຄຳແນະນຳການແປ
* ຂຶ້ນຢຸ່ກັບບໍຣິບົດ, ທີ່ແຕກຕ່າງໃນການແປ "ພຣະສີຣິ"
ສາມາດລວມທັງ "ສະຫງ່າຣາສີ"ຫລື "ຄວາມສະຫວ່າງ" ຫລື "ຫຍິ່ງໃຫຍ່ຕະການຕາ" ຫລື "ຫຍິ່ງໃຫຍ່" ຫລື "ມີຄຸນຄ່າຢ່າງຫຍິ່ງ.
* ຄຳວ່າ "ສະຫງ່າຣາສີ" ສາມາດແປ "ເຕັມພຣະສີຣິ" ຫລື "ມີຄ່າຫລາຍ" ຫລື" ສະຫວ່າງສະໄຫວ" ຫລື" ດີເລີດ."
* ຄຳກ່າວທີ່ວ່າ "ຖວາຍພຣະສີຣິແດ່ພຣະເຈົ້າ"ສາມາດແປໄດ້ວ່າ"ຖວາຍກຽດແລະຄວາມຫຍິ່ງໃຫຍ່ຂອງພຣະເຈົ້າ" ຫລື "ສັນຣະເສີນພຣະເຈົ້າເພາະຄວາມດີເລີດຂອງພຣະອົງ" ຫລື "ບອກຄົນອື່ນເຖິງຄວາມຫຍິ່ງໃຫຍ່ຂອງພຣະອົງ."
ຄຳກ່າວ "ພຣະສີຣິໃນ" ສາມາດແປວ່າ" ສັນຣະເສີນ" ຫລື" ພູມໃຈ
ໃນ" ຫລື" ໂອ້ອວດ" ຫລື "ຊື່ນຊົມໃນ".

31
bible/kt/god.md Normal file
View File

@ -0,0 +1,31 @@
# ພຣະເຈົ້າ
## ນິຍາມ
ໃນພຣະຄັມພີ,ຄຳວ່າ "ພຣະເຈົ້າ" ອ້າງເຖິງຜູ້ທີ່ມີຊີວິດນີຣັນດອນ
ຜູ້ຊົງສ້າງຈັກກະວານຄວາມຫວ່າງເປົ່າ. ພຣະເຈົ້າຊົງເປັນຢູ່ໃນຖານະພຣະບິດາ, ພຣະບຸດ, ພຣະວິນຍານບໍຣິສຸດ. ພຣະນາມຂອງພຣະເຈົ້າຄື "ພຣະເຈົ້າຢາເວ"
* ພຣະເຈົ້າຊົງເປັນຢູ່ສະເໝີ;ພຣະອົງຢູ່ກ່ອນສິ່ງອື່ນໃດຈະເກີດຂື້ນແລະພຣະອົງຈະຢູ່ສະເໝີເປັນນິດ.
* ພຣະອົງຊົງເປັນພຣະເຈົ້າທ່ຽງແທ້ພຽງຜູ້ດຽວທີ່ມີອຳນາດເໜືອທຸກສິ່ງໃນຈັກກະວານ.
* ພຣະເຈົ້າທ່ຽງທັມດີພອ້ມ ສະຕິປັນຍາຢ່າງຫລວງຫລາຍບໍຣິສຸດ
ບໍ່ມີບາບ ຍຸດຕິທັມ ເມດຕາແລະມີຄວາມຮັກ.
* ພຣະອົງເປັນພຣະເຈົ້າທີ່ຮັກສາຄຳສັນຍາແລະເຕີມເຕັມຄຳສັນຍາຂອງພຣະອົງສະເໝີ.
* ມະນຸດຖືກສ້າງມາເພື່ອນະມັດສະການພຣະເຈົ້າແລະພຣະອົງເປັນຜຸ້ດຽວທີ່ພວກເຂົາຄວນສັນລະເສີນ.
* ພຣະເຈົ້າຊົງເປີດເຜີຍພຣະນາມຂອງພຣະອົງຄື"ພຣະເຈົ້າຢາເວ"ໝາຍເຖິງ"ພຣະອົງເປັນ" ຫລຶ "ເຮົາເປັນ" ຫລື "ຜຸ້ຊົງເປັນຢຸ່ເປັນນິດ.
* ພຣະຄັມພີກໍສອນເຖິງ "ພຣະ" ປອມດວ້ຍຊຶ່ງກໍຄືຮູບເຄົາລົບ
ທີ່ບໍ່ມີຊີວິດທີ່ຜູ້ຄົນຫລົງໄປນະມັດສະການແບບຜິດໆ.
%ຄຳແນະນຳການແປ
* ແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມທັງ "ເທບ" ຫລື "ພຣະຜູ້ສ້າງ" ຫລື "ຜູ້ສູງສົ່ງ"
* ອີກແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມ "ພຣະຜູ້ສ້າງຜູ້ສູງສົ່ງ" ຫລື "ອົງອະທິປະໄຕນິຣັນດອນ" ຫລື ພຣະຜູ້ຊົງດຳລົງຢູ່ແລະພຣະຜູ້ສູງສົ່ງ."
* ພິຈາລະນາວ່າພຣະເຈົ້າຈະຖືກອ້າງເຖິງໃຊ້ພາສາທ້ອງຖິ່ນຫລືລະດັບຊາດແນວໃດ ນອກຈາກນີ້ອາດມີຄຳວ່າ "ພຣະເຈົ້າ" ຢຸ່ໃນພາສາທີ່ແປແລ້ວຖ້າເປັນເຊັ່ນນັ້ນສິ່ງສຳຄັນຄືຕ້ອງກວດສອບໃຫ້ແນ່ໃຈວ່າຄຳນີ້ຖືກກັບລັກສະນະສະເພາະຂອງພຣະເຈົ້າອົງດຽວຢ່່າງທີ່ອະທິບາຍໄວ້ເບື້ອງຕົ້ນ.
* ຫລາຍພາສາໃຊ້ຕົວໜັງສືຕົວທຳອິດເປັນຕົວໃຫຍ່ເພື່ອບົ່ງບອກເຖີງພຣະເຈົ້າຜູ້ທ່ຽງແທ້ແຕ່ອົງດຽວ ເພື່ອແຍກຄວາມແຕກຕ່າງຈາກຄຳເວົ້າຂອງພຣະປອມຫລືພຣະເຈົ້າ.
* ອີກວິທີນຶ່ງທີ່ຈະເຮັດໃຫ້ເຫັນຄວາມແຕກຕ່າງນີ້ຄືການໃຊ້ຄຳ
ທີ່ແຕກຕ່າງຄືຄຳວ່າ "ພຣະເຈົ້າ" ແລະຄຳວ່າ "ພະ".
* ຄຳເວົ້າ "ເຮົາຈະເປັນພຣະເຈົ້າຂອງພວກເຂົາແລະພວກເຂົາຈະເປັນຄົນຂອງເຮົາ "ແປໄດ້ອີກວ່າ" ເຮົາຄືພຣະເຈົ້າຈະປົກຄອງເໜືອຄົນເຫົ່ຼານີ້ແລະພວກເຂົາຈະນະມັດສະການເຮົາ."

13
bible/kt/godly.md Normal file
View File

@ -0,0 +1,13 @@
# ຕາມທາງພຣະເຈົ້າ,ຢຸ່ໃນທາງທັມ
## ນິຍາມ
ຄຳວ່າ"ຕາມທາງຂອງພຣະເຈົ້າ "ໃຊ້ເພື່ອບັນລະຍາຍເຖິງການກະທຳຂອງຄົນທີ່ສະແດງອອກແບບໃຫ້ກຽດພຣະເຈົ້າແລະສະແດງວ່າພຣະເຈົ້າຊົງເປັນແນວໃດ. "ເປັນເໝືອນພຣະເຈົ້າ" ຄືຄຸນນະພາບຂອງບຸກຄະລິກລັກສະນະທີ່ຖວາຍກຽດແດ່ພຣະເຈົ້າໂດຍການທຳຕາມພຣະທັຍຂອງພຣະເຈົ້າ.
* ຄົນທີ່ມີບຸກຄະລິກລັກສະນະຕາມທາງພຣະເຈົ້າຈະສະແດງໃຫ້ເຫັນຜົນ ຂອງພຣະວິນຍານບໍຣິສຸດເຊັ່ນ,ຄວາມຮັກ. ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມສຸພາບ,ແລະການບັງຄັບຕົນ
* ຄຸນນະພາບຂອງຄົນທີ່ຢູ່ໃນທາງທັມສະແດງບຸກຄົນນັ້ນມີພຣະວິນຍານ ບໍຣິສຸດແລະເຊື່ອຟັງພຣະອົງ.
## ຄຳແນະນຳການແປ
ຄຳເວົ້າທີ່ວ່າ "ຕາມທາງພຣະເຈົ້າ" ສາມາດແປໄດ້ອີກວ່າ "ຄົນທີ່ຢູ່
ຕາມທາງພຣະເຈົ້າ" ຫລື "ຄົນທີ່ເຊື່ອຟັງພຣະເຈົ້າ.

19
bible/kt/godthefather.md Normal file
View File

@ -0,0 +1,19 @@
# ພຣະເຈົ້າພຣະບິດາ,ພຣະບິດາໃນສະຫວັນ,ພຣະບິດາ
## ນິຍາມ
ຄຳວ່າ "ພຣະເຈົ້າພຣະບິດາ" ແລະ "ພຣະບິດາໃນສະຫວັນ" ອ້າງເຖິງພຣະເຈົ້າຢາເວ,ພຣະເຈົ້າຜູ້ທ່ຽງແທ້ແຕ່ອົງດຽວ. ຄຳນີ້ບາງຄັ້ງ
ກໍເກີດຂຶ້ນດວ້ຍຄຳວ່າ "ພຣະບິດາ" ໂດຍສະເພາະເວລາທີ່ພຣະເຢຊູກຳລັງອ້າງເຖິງພຣະອົງ.
* ພຣະເຈົ້າທັງເປັນຢູ່ໃນຖານະພຣະເຈົ້າພຣະບິດາ ພຣະເຈົ້າພຣະບຸດແລະພຣະເຈົ້າພຣະວິນຍານບໍຣິສຸດ ແຕ່ລະພຣະອົງກໍຄືພຣະເຈົ້າຢ່າງສົມບູນແລະເປັນພຣະເຈົ້າອົງດຽວກັນ ນີ້ເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້.
* ພຣະເຈົ້າພຣະບິດາໄດ້ສົ່ງພຣະເຈົ້າພຣະບຸດ (ພຣະເຢຊູ) ມາໃນໂລກນີ້ແລະພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງ.
* ຜູ້ໃດທີ່ເຊື່ອໃນພຣະເຈົ້າພຣະບຸດຈະໄດ້ເປັນບຸດຂອງພຣະເຈົ້າ
ພຣະບິດາ,ແລະພຣະເຈົ້າພຣະວິນຍານບໍຣິສຸດຈະມາຢູ່ໃນຄົນນັ້ນ
ນີ້ອີກເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ທັງໝົດ.
## ຄຳແນະນຳການແປ
* ໃນຄຳເວົ້າທີ່ວ່າ "ພຣະເຈົ້າພຣະບິດາ" ຈະດີທີ່ສຸດຖ້າແປເປັນ"ພຣະບິດາ" ດ້ວຍຄຳດຽວກັນກັບພາສາທີ່ເປັນທັມະຊາດທີ່ໃຊ້ເພື່ອອ້າງເຖິງພໍ່ໃນແບບມະນູດ.
* ຄຳວ່າ "ພຣະບິດາໃນສະຫວັນ ສາມາດແປໄດ້ອີກວ່າ "ພຣະບິດາຜູ້ຊົງສະຖິດໃນສະຫວັນ"
* ປົກກະຕິແລ້ວ "ພຣະບິດາ" ຈະໃຊ້ຕົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າອ້າງເຖິງພຣະເຈົ້າ.

38
bible/kt/good.md Normal file
View File

@ -0,0 +1,38 @@
# ດີ,ຄວາມດີ
## ນິຍາມ
ຄຳວ່າ "ດີ "ມີຄວາມໝາຍແຕກຕ່າງກັນຂື້ນຢູ່ກັບບໍຣິບົດ. ຫລາຍພາສາຈະໃຊ້ຄຳອື່ນໃນການແປຄວາມໝາຍທ່ີ່ແຕກຕ່າງກັນເຫົ່ຼານີ້.
* ໂດຍທົ່ວໄປສິ່ງທີ່ດີຄືຖ້າສິ່ງນັ້ນ ເໝາະສົມກັບພຣະລັກສະນະຂອງພຣະເຈົ້າ, ວັດຖຸປະສົງແລະນ້ຳພຣະທັຍຂອງພຣະອົງ.
* ບາງສິ່ງທີ່ "ດີ" ສາມາດເປັນຄວາມພໍໃຈ ດີເລີດ, ເປັນປະໂຫຍດ
ເໝາະສົມ, ມີກຳໄລ,ຫລືຖືກຕ້ອງຕາມຫລັກສິລະທັມ.
* ທີ່ດິນທີ່"ດີ "ສາມາດເອີ້ນໄດ້ອີກວ່າ "ສົມບູນ" ຫລື "ປະສິດທິຜົນ".
* ພືດຜົນທີ່ "ດີ" ສາມາດເປັນພືດຜົນທີ່ "ສົມບູນ."
* ບຸກຄົນສາມາດ"ດີ" ໃນສິ່ງທີ່ພວກເຂົາເຮັດ,ຖ້າພວກເຂົາຊຳນານໃນງານຫລືອາຊີບຂອງພວກເຂົາເຊັ່ນດຽວກັບໃນ, "ຊາວນາທີ່ດີ".
* ໃນພຣະຄັມພີ ຄວາມໝາຍທົ່ວໄປຂອງຄຳວ່າ "ດີ" ມັກກົງກັນຂວ້າມກັບຄຳວ່າ "ຊົ່ວຮ້າຍ".
* ຄຳວ່າ "ຄວາມດີ" ປົກກະຕິແລ້ວໝາຍເຖິງການເປັນຄົນທີ່ຢູ່ໃນສິລະທັມທີ່ດີຫລືມີຄວາມຄິດແລະການກະທຳທີ່ເປັນທັມ.
* ຄວາມດີຂອງພຣະເຈົ້າອ້າງເຖິງວ່າພຣະອົງໄດ້ອວຍພອນແກ່ມະນຸດ"ຢ່າງໃດ,ໂດຍການໃຫ້ສິ່ງດີໆ ແລະປະໂຫຍດທີ່ດີ. ນອກຈາກນີ້ຍັງສາມາດອ້າງເຖິງຄວາມສົມບູນແບບທາງຈະຣິຍະທັມຂອງພຣະອົງ.
## ຄຳແນະນຳການແປ
* ຄຳທົ່ວໄປສຳຫລັບຄຳວ່າ"ດີ"ໃນພາສາເປົ້າໝາຍຄວນໃຊ້ຄຳໃດກໍຕາມທີ່ມີຄວາມໝາຍທົ່ວໄປທີ່ຖືກຕ້ອງແລະເປັນທັມະຊາດ
ໂດຍສະເພາະຢ່າງຍິ່ງໃນບໍຣິບົດທີ່ແຕກຕ່າງຈາກຄວາມຊົ່ວຮ້າຍ.
* ຂື້ນຢູ່ກັບບໍຣິບົດວິທີອື່ນໃນການແປຄຳນີ້ອາດລວມເຖິງ"ໃຈດີ" ຫລື"ດີເລີດ" ຫລື" ທີ່ຊື່ນຊອບຕໍ່ພຣະເຈົ້າ" ຫລື "ຊອບທັມ"ຫລື
ສິລະທັມທີ່ຕັ້ງຂື້ນ" ຫລື "ທຳກຳໄລໄດ້".
* "ດິນແດນທີ່ດີ" ສາມາດແປໄດ້ວ່າ "ແຜ່ນດິນອຸດົມສົມບູນ"
ຫລື "ທີ່ດິນທີ່ມີການຜະລິດ" ພືດທີ່ດີ" ອາດແປໄດ້ອີກວ່າ "ການເກັບກ່ຽວທີ່ອຸດົມສົມບູນ" ຫລື "ພືດຜົນຈຳນວນຫລາຍ"
* ຄຳເວົ້າ "ທຳດີຕໍ່" ໝາຍເຖິງການທຳສິ່ງທີ່ເປັນປະໂຫຍດຕໍ່ຜູ້ອື່ນແລະສາມາດແປເປັນຄຳວ່າ "ໃຈດີ" ຫລື "ຊ່ວຍ" ຫລື "ປະໂຫຍດ" ກັບຜູ້ນຶ່ງໄດ້.
* "ທຳດີໃນວັນສະບາໂຕ" ໝາຍຄວາມວ່າ"ເຮັດໃນສິ່ງທີ່ຊ່ວຍ
ຄົນອ່ື່ນໃນວັນສະບາໂຕ".
* ຂື້ນຢູ່ກັບບໍລິບົດ ວິທີການແປຄຳວ່າ"ຄວາມດີ" ສາມາດລວມເຖິງ"ພຣະພອນ" ຫລື" ຄວາມເມດຕາ" ຫລື ຄວາມສົມບູນແບບທາງຈະຣິຍະທັມ" ຫລື "ຄວາມຊອບທັມ" ຫລື ຄວາມບໍຣິສຸດ."

17
bible/kt/goodnews.md Normal file
View File

@ -0,0 +1,17 @@
# ຂາ່ວດີ,ຂ່າວປະເສີດ,ພຣະກິດຕິຄຸນ
## ນິຍາມ
ຄຳວ່າ "ຂ່າວປະເສີດ" ຕາມຕົວອັກສອນໝາຍເຖິງ "ຂ່າວດີ"
ອ້າງເຖິງຂໍ້ຄວາມຫລືການປະກາດທີ່ບອກແກ່ຜູ້ທີ່ເປັນສຳລັບພວກເຂົາແລະເຮັດໃຫ້ພວກເຂົາຍິນດີ.
* ໃນພຣະຄັມພີ,ຄຳນີ້ມັກຈະໝາຍເຖິງຂໍ້ຄວາມກ່ຽວກັບຄວາມລອດຂອງພຣະເຈົ້າສຳລັບຜູ້ຄົນໂດຍທາງການຖວາຍບູຊາພຣະເຢຊູຄຣິດເທິງໄມ້ກາງແຂນ.
* ໃນຄຳພີພາສາອັງກິດສ່ວນໃຫຍ່ "ຂ່າວດີ" ມັກແປວ່າ "ຂ່າວປະເສີດ" ແລະໃຊ້ໃນຄຳເຊັ່ນ " ຂ່າວປະເສີດຂອງພຣະເຢຊູຄຣິດ,"
" ຂ່າວປະເສີດຂອງພຣະເຈົ້າ" ແລະ " ຂ່າວປະເສີດຂອງອານາຈັກ"
## ຄຳແນະນຳການແປ
" ວິທີຕ່າງໆໃນການແປຄຳນີ້ອາດລວມເຖິງ "ຂ່າວສານທີ່ດີ" ຫລື "ຄຳປະກາດທີ່ດີ" ຫລື "ຂໍ້ຄວາມແຫ່ງຄວາມລອດຂອງພຣະເຈົ້າ" ຫລື "ສິ່ງທ່ີ່ພຣະເຈົ້າສອນກ່ຽວກັບພຣະເຢຊູ."
* ຂື້ນຢູ່ກັບບໍຣິບົດ,ວິທີການແປຄຳທ່ີ່ວ່າ "ຂ່າວດີຂອງ" ຫລື "ສາມາດລວມເຖິງຂ່າວດີ/ຂ່າວສານກ່ຽວກັບ" ຫລື "ຂ່າວສານທ່ີ່ດີໆຈາກ" ຫລື" ສິ່ງດີໆທີ່ພຣະເຈົ້າຊົງບອກເຮົາກ່ຽວກັບການຊ່ວຍເຫລືອມະນຸດ."

25
bible/kt/grace.md Normal file
View File

@ -0,0 +1,25 @@
# ພຣະຄຸນ,ມີພຣະຄຸນ
## ນິຍາມ
ຄຳວ່າ "ພຣະຄຸນ" ອ້າງເຖິງການຊ່ວຍເຫືຼອຫລືຄຳອວຍພອນ
ແກ່ຜູ້ທ່ີ່ຍັງບໍ່ໄດ້ຮັບ. ຄຳວ່າ "ພຣະຄຸນ" ຈະອະທິບາຍເຖິງຄົນທ່ີ່ສະແດງພຣະຄຸນຕໍ່ຜູ້ອື່ນ.
* ພຣະຄຸນຂອງພຣະເຈົ້າຕໍ່ມະນຸດທີ່ເຕັມໄປດວ້ຍຄວາມບາບຄືຂອງຂວັນທີ່ໃຫ້ ໂດຍຫວັງບໍ່ຫວັງການຕອບແທນ.
* ແນວຄິດເລື້ອງພຣະຄຸນຍັງອ້າງເຖິງການເປັນຄົນທີ່ໃຈດີແລະໃຫ້ອະພັຍບາງຄົນທີ່ເຮັດຜິດຫລືເຮັດສິ່ງທີ່ເຈັບປວດແກ່ຜູ້ອື່ນ.
* ຄຳກ່າວ "ສະແຫວງຫາພຣະຄຸນ"ເປັນຄຳກ່າວທີ່ໝາຍເຖິງ
ໄດ້ຮັບຄວາມຊ່ວຍເຫືຼອແລະຄວາມເມດຕາຈາກພຣະເຈົ້າ.
ຫລາຍຄັ້ງລວມເຖິງພຣະເຈົ້າຊົງພໍພຣະທັຍໃນບາງຄົນທີ່ຊ່ວຍ
ຄົນນັ້ນ.
%ຄຳແນະນຳໃນການແປ
* ອີກແນວທາງໃນການແປ "ພຣະຄຸນ" ສາມາດແປໄດ້ອີກວ່າ,
"ຄວາມເມດຕາຂອງພຣະເຈົ້າ" ຫລື "ເປັນທີ່ພໍໃຈພຣະເຈົ້າ" ຫລື "ຄວາມເມດຕາແລະການໃຫ້ອະພັຍຂອງພຣະເຈົ້າແກ່ຄົນບາບ" ຫລື "ຄວາມເມດຕາຄຸນ".
* ຄຳວ່າ"ມີພຣະຄຸນ" ສາມາດແປວ່າ "ເຕັມໄປດວ້ຍພຣະຄຸນ"ຫລື "ກະລຸນາ" ຫລື "ເມດຕາກະລຸນາ".
* ຄຳກ່າວວ່າ," ເຂົາພົບພຣະຄຸນໃນສາຍພຣະເນດຂອງພຣະເຈົ້າ"ສາມາດແປໄດ້ອີກວ່າ,"ເຂົາໄດ້ຮັບພຣະເມດຕາຈາກພຣະເຈົ້າ "ຫລື "ພຣະເຈົ້າຊົງເມດຕາຊ່ວຍເຫືຼອເຂົາ" ຫລື ພຣະເຈົ້າຊົງສຳແດງຄວາມພໍໃຈແກ່ເຂົາ" ຫລື "ພຣະເຈົ້າພໍໃຈເຂົາແລະຊວ່ຍເຫືຼອເຂົາ."
.

15
bible/kt/guilt.md Normal file
View File

@ -0,0 +1,15 @@
# ຄວາມຜິດ,ມີຄວາມຜິດ
## ນິຍາມ
ຄຳວ່າ "ຄວາມຜິດ" ອ້າງເຖິງຂໍ້ເທັດຈິງຂອງການທຳບາບຫລືທຳຄວາມຜິດ.
* ການ "ທຳຜິດ"ໝາຍເຖິງການໄດ້ທຳຜິດທາງສິລະທັມກໍຄືການບໍ່ໄດ້ເຊື່ອພຣະເຈົ້າ.
* ສິ່ງທີ່ກົງກັນຂວ້າມກັບ"ຄວາມຜິດ"ກໍຄື"ບໍຣິສຸດ".
%ຄຳແນະນຳໃນການແປ
* ບາງພາສາອາດແປວ່າ "ຄວາມຜິດ" ເປັນ"ນ້ຳໜັກຂອງບາບ"ຫລື "ຄວາມຜິດບາບທີ່ນັບໄດ້".
* ການແປຄຳວ່າ "ທຳຄວາມຜິດສາມາດລວມເຖິງຄຳຫລືຄຳເວົ້າທີ່ແປວ່າ"ຜິດ"ຫລື "ທຳຫຍັງຜິດສິລະທັມ"ຫືຼ "ກະທຳບາບ".
ULB ຕົວຢ່າງ: ກຳຈັດຄວາມຜິດຂອງບາບຂອງທ່ານ, ເອົາຄວາມຜິດຂອງທ່ານອອກໄປ, ການຖວາຍບູຊາຄວາມຜິດ, ລົງໂທດຄວາມຜິດຂອງທ່ານ,ບໍ່ມີຄວາມຜິດສຳລັບການຄາດຕະກຳຈະຕິດຕາມເຂົາ, ແບກຮັບຄວາມຜິດຂອງຕົວເອງ, ຊຳຣະຄວາມຜິດຂອງເຂົາ, ເປັນຄວາມຜິດທີ່ໃຫຍ່ຫລວງຄວາມຜິດຂອງເຮົາຂື້ນໄປຍັງສະຫວັນ.

15
bible/kt/hades.md Normal file
View File

@ -0,0 +1,15 @@
# ແດນມໍລະນາ
## ນິຍາມ
ຄຳວ່າ "ແດນມໍລະນາ" ແລະ "ແດນຄົນຕາຍ" ໄດ້ໃຊ້ໃນພຣະຄຳພີເພື່ອອ້າງເຖີງຄວາມຕາຍແລະສະຖານທີ່ທີ່ດວງວິນຍານຂອງຜູ້ຄົນໄປຢູ່ທີ່ນັ້ນເມື່ອພວກເຂົາຕາຍ. ຄວາມໝາຍຂອງທັງສອງຄຳຄ້າຍຄືກັນ.
* ພາສາເຮັບເຣີ ຄຳວ່າ "ແດນມໍລະນາ" ແມ່ນມັກໃຊ້ໃນພັນທະສັນຍາເດີມເພື່ອອ້າງເຖິງສະຖານທີ່ແຫ່ງຄວາມຕາຍ.
* ໃນພັນທະສັນຍາໃໝ່, ຄຳໃນພາສາກຣີກທີ່ວ່າ "ແດນຄົນຕາຍ" ໝາຍເຖິງສະຖານທີ່ສຳລັບດວງວິນຍານທີ່ກະບົດຕໍ່ສູ້ພຣະເຈົ້າ. ວິນຍານເຫລົ່ານີ້ບົ່ງບອກເຖິງການ "ລົງ" ໄປສູ່ແດນມໍລະນາ. ຊຶ່ງແຕກຕ່າງກັນກັບການ "ຂຶ້ນ" ໄປແຜ່ນດິນສະຫວັນ, ສະຖານທີ່ວິນຍານຂອງຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າປະທັບຢູ່.
* ຄໍາວ່າ "ແດນມໍລະນາ" ແມ່ນຄູ່ກັບຄໍາວ່າ "ຄວາມຕາຍ" ໃນພຣະທຳພຣະນິມິດ. ໃນຄາວສຸດທ້າຍທັງຄວາມຕາຍແລະແດນມໍລະນາຈະຖືກຖິ້ມລົງບຶງໄຟຊຶ່ງເອີ້ນວ່ານາລົກ.
## ຄໍາແນະນຳໃນການແປ
* ໃນພັນທະສັນຍາເດີມຄໍາວ່າ "ແດນຄົນຕາຍ" ສາມາດແປວ່າ "ສະຖານທີ່ແຫ່ງຄວາມຕາຍ" ຫລື "ສະຖານທີ່ສໍາລັບວິນຍານຜູ້ທີ່ຕາຍແລ້ວ" ການແປບາງສໍານວນຄື "ຂຸມນາລົກ" ຫລື "ຄວາມຕາຍ," ຂຶ້ນຢູ່ກັບບໍລິບົດ.
* ໃນພັນທະສັນຍາໃໝ່ຄໍາວ່າ "ແດນມໍລະນາ" ສາມາດແປວ່າ "ສະຖານທີ່ສໍາລັບຄົນຕາຍທີ່ບໍ່ເຊື່ອ" ຫລື "ສະຖານທີ່ແຫ່ງຄວາມທຸກທໍລະມານສໍາລັບຄົນຕາຍ" ຫລື "ສະຖານທີ່ສໍາລັບວິນຍານຂອງຄົນທີ່ບໍ່ເຊື່ອ."
* ຄໍາແປບາງສະບັບຍັງຮັກສາຄໍາວ່າ "ແດນຄົນຕາຍ" ຫລື "ແດນມໍລະນາ," ການສະກົດຄໍາໃຫ້ເໝາະສົມກັບຮູບແບບສຽງຂອງພາສາໃນການແປ.

20
bible/kt/heart.md Normal file
View File

@ -0,0 +1,20 @@
# ຫົວໃຈ
## ນິຍາມ
ໃນພຣະຄຳພີ, ຄຳວ່າ "ຫົວໃຈ" ມັກຈະຖືກໃຊ້ໃນເຊີງປຽບທຽບຊຶ່ງອ້າງເຖິງຄວາມຄິດ ອາລົມ, ຄວາມປາດຖະໜາ, ຫລື ຄວາມຕັ້ງໃຈຂອງບຸກຄົນ.
* ການມີ "ຫົວໃຈແຂງກະດ້າງ" ເປັນຄຳກ່າວທົ່ວໄປທີ່ໝາຍເຖິງບຸກຄົນທີ່ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າດ້ວຍຄວາມດື້ດ້ານ.
* ຄຳກ່າວ "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ໝາຍເຖິງການເຮັດບາງຢ່າງໂດຍເຕັມກຳລັງ, ໂດຍການທຸ້ມເທແລະຕັ້ງໃຈຢ່າງເຕັມທີ່ .
* ຄຳກ່າວ, "ເອົາມາໃສ່ໃຈ" ໝາຍເຖິງການປະຕິບັດຕໍ່ບາງຢ່າງດ້ວຍຄວາມຈິງຈັງແລະນຳມາໃຊ້ໃນຊີວິດຂອງຕົນເອງ.
* ຄຳວ່າ "ໃຈແຕກສະລາຍ" ອະທິບາຍເຖິງຄົົນທີ່ໂສກເສົ້າຫລາຍ. ພວກເຂົາຖືກທໍາຮ້າຍຢ່າງໜັກດ້ານອາລົມຄວາມຮູ້ສຶກ.
## ຄຳແນະນຳໃນການແປ
* ບາງພາສາໃຊ້ສ່ວນອື່ນຂອງຮ່າງກາຍ ເຊັ່ນ "ກະເພາະ" ຫລື "ຕັບ" ເພື່ອອ້າງເຖິງຄວາມຄິດເຫລົ່ານີ້.
* ພາສາອື່ນໆອາດຈະໃຊ້ຄໍາດຽວໃນການອະທິບາຍແນວຄິດບາງຢ່າງເຫລົ່ານີ້ແລະໃຊ້ອີກຄຳໜຶ່ງໃນການອະທິບາຍແນວຄິດອື່ນໆ .
* ຖ້າ "ຫົວໃຈ" ຫລືຮ່າງກາຍສ່ວນອື່ນໆ ບໍ່ໄດ້ມີຄວາມໝາຍນີ້ ບາງພາສາອາດຈຳເປັນຕ້ອງແປກົງໆ ບໍ່ຕ້ອງປຽບທຽບ ແລະໃຊ້ຄຳວ່າ "ຄວາມຄິດ" ຫລື "ອາລົມຄວາມຮູ້ສຶກ" ຫລື "ຄວາມປາດຖະໜາ."
* ຂຶ້ນຢູ່ກັບສະພາບການ, "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ສາມາດແປໄດ້ວ່າ, "ດ້ວຍພະລັງທັງໝົດຂອງຂ້າພະເຈົ້າ" ຫລື "ດ້ວຍການທຸ້ມເທຢ່າງເຕັມກຳລັງ" ຫລື "ຢ່າງເຕັມທີ່."
* ວະລີ "ເອົາມາໃສ່ໃຈ" ອາດຈະແປໄດ້ວ່າ "ປະຕິບັດຕໍ່ສິ່ງນັ້ນດ້ວຍຄວາມຈິງຈັງ" ຫລື "ຄິດຢ່າງຮອບຄອບກ່ຽວກັບສິ່ງນັ້ນ."
* ຄຳກ່າວ "ຫົວໃຈແຂງກະດ້າງ" ອາດສາມາດແປໄດ້ວ່າ, "ກະບົດດ້ວຍຄວາມດື້ດຶງ" ຫລື "ປະຕິເສດທີ່ຈະເຊື່ອຟັງ" ຫລື "ບໍ່ເຊື່ອຟັງພຣະເຈົ້າຕໍ່ໄປເລື້ອຍໆ."
* ວິທີທີ່ຈະແປ "ໃຈແຕກສະລາຍ" ສາມາດລວມເຖິງ, "ເສຍໃຈຫລາຍ" ຫລື "ຮູ້ສຶກເຈັບປວດຢ່າງແຮງ."

17
bible/kt/heaven.md Normal file
View File

@ -0,0 +1,17 @@
# ສະຫວັນ, ທ້ອງຟ້າ, ທ້ອງຟ້າທັງໝົດ, ດັ່ງສະຫວັນ
## ນິຍາມ
ຄຳທີ່ແປວ່າ "ສະຫວັນ" ອ້າງເຖິງສະຖານທີ່ທີ່ພຣະເຈົ້າປະທັບຢູ່ . ຄຳດຽວກັນອາດຈະໝາຍເຖິງ "ທ້ອງຟ້າ," ຂຶ້ນຢູ່ບໍລິບົດ.
* ຄຳວ່າ "ທ້ອງຟ້າທັງໝົດ" ອ້າງເຖິງທຸກສິ່ງທີ່ເຮົາເຫັນເໜືອແຜ່ນດິນໂລກ, ລວມເຖິງດວງອາທິດ ດວງຈັນ, ແລະດວງດາວ, ເຊິ່ງທັງໝົດລວມເຖິງສິ່ງຕ່າງໆໃນທ້ອງຟ້າ. ເຊັ່ນ ດາວເຄາະທີ່ຢູ່ຫ່າງອອກໄປ, ເຊິ່ງເຮົາບໍ່ສາມາດເບິ່ງເຫັນໄດ້ໂດຍກົງຈາກໂລກ.
* ຄຳວ່າ "ທ້ອງຟ້າ" ອ້າງເຖິງພື້ນທີ່ກວ້າງໃຫຍ່ໄພສານສີຟ້າເໜືອແຜ່ນດິນໂລກທີ່ມີເມກແລະອາກາດທີ່ເຮົາຫາຍໃຈເຂົ້າໄປ. ດວງອາທິດແລະດວງຈັນມັກຈະຖືກກ່າວເຖິງວ່າຢູ່ "ເທິງທ້ອງຟ້າ."
* ໃນບາງບໍລິບົດໃນພຣະຄຳພີຄຳວ່າ, "ສະຫວັນ" ອາດໝາຍເຖິງທ້ອງຟ້າຫລືສະຖານທີ່ທີ່ພຣະເຈົ້າປະທັບຢູ່.
* ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ນັ້ນເປັນວິທີທີ່ກ່າວເຖິງພຣະເຈົ້າ. ຍົກຕົວຢ່າງເຊັ່ນ, ເມື່ອມັດທາຍຂຽນກ່ຽວກັບ "ອານາຈັກແຫ່ງສະຫວັນ" ທ່ານກຳລັງອ້າງເຖິງອານາຈັກຂອງພຣະເຈົ້າ.
## ຄຳແນະນຳໃນການແປ
* ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ສາມາດແປໄດ້ວ່າ"ພຣະເຈົ້າ."
* ສຳລັບ "ອານາຈັກແຫ່ງສະຫວັນ" ໃນໜັງສືມັດທາຍນັ້ນ, ເປັນການດີທີ່ສຸດທີ່ຈະຖືຮັກສາຄຳວ່າ "ສະຫວັນ" ໄວ້ເນື່ອງຈາກນິ້ເປັນລັກສະນະສະເພາະຂອງພຣະກິດຕິຄຸນມັດທາຍ.
* ຄຳວ່າ "ສະຫວັນ" ຫລື "ດວງດາວໃນທ້ອງຟ້າ" ສາມາດແປໄດ້ວ່າ, "ດວງອາທິດ ດວງຈັນ ແລະດວງດາວ" ຫລື "ດວງດາວທັງໝົດໃນຈັກກະວານ."
* ວະລີ, "ດວງດາວທັງຫລາຍແຫ່ງສະຫວັນ" ສາມາດແປໄດ້ວ່າ "ດວງດາວທັງຫລາຍໃນທ້ອງຟ້າ" ຫລື "ດວງດາວທັງຫລາຍໃນທາງຊ້າງເຜືອກ" ຫລື "ດວງດາວທັງຫລາຍໃນຈັກກະວານ."

8
bible/kt/hebrew.md Normal file
View File

@ -0,0 +1,8 @@
# ເຮັບເຣີ
## ນິຍາມ
ຊາວ "ເຮັບເຣີ" ຄືຄົົນທີ່ສືບເຊື້ອສາຍມາຈາກອັບຣາຮາມຜ່ານທາງອີຊາກແລະຢາໂຄບ.ອັບຣາຮາມເປັນຄົນທຳອິດໃນພຣະຄຳພີທີ່ຖືກເອີ້ນວ່າ "ເຮັບເຣີ."
* ຄຳວ່າ "ເຮັບເຣີ" ຍັງອ້າງເຖິງພາສາທີ່ຄົນເຮັບເຣີເວົ້າ. ພຣະຄໍາພີເດີມນັ້ນ ທຳອິດເລີ່ມຕົ້ນຂຽນໃນພາສາເຮັບເຣີ.
* ໃນທີ່ຕ່າງໆກັນໃນພຣະຄຳພີ, ຊາວເຮັບເຣີຖືກເອີ້ນວ່າ "ຄົນຢິວ" ຫລື "ຄົນອິດສະຣາເອນ." ຈະເປັນການດີທີ່ສຸດທີ່ຈະຖືຮັກສາຄຳທັງສາມໄວ້ໃນບໍລິບົດຕົ້ນສະບັບ, ຕາບໃດທີ່ຊັດເຈນວ່າ ຄຳເຫລົ່ານີ້ອ້າງເຖິງຄົນກຸ່ມດຽວກັນ.

16
bible/kt/hell.md Normal file
View File

@ -0,0 +1,16 @@
# ນະຮົກ, ບຶງໄຟນະຣົກ
## ນິຍາມ
ນາລົກເປັນສະຖານທີ່ສຸດທ້າຍແຫ່ງຄວາມເຈັບປວດແລະການທົນທຸກທີ່ບໍ່ມີມື້ຈົບສິ້ນ ຊຶ່ງພຣະເຈົ້າຈະຊົງລົງໂທດທຸກຄົົນທີ່ກະບົດຕໍ່ພຣະອົງແລະປະຕິເສດແຜນການຂອງພຣະອົງໃນການຊ່ວຍພວກເຂົາໃຫ້ລອດພົ້ນໂດຍທາງຂອງພຣະເຢຊູ. ຄໍານີ້ຍັງມີການອ້າງເຖິງວ່າເປັນ "ບຶງໄຟນາລົກ."
* ນາລົກໄດ້ຖືກອະທິບາຍວ່າເປັນສະຖານທີ່ແຫ່ງໄຟແລະການທົນທຸກຢ່າງສາຫັດ.
* ຊາຕານແລະວິນຍານຊົ່ວທັງຫລາຍທີ່ຕິດຕາມມັນຈະຖືກໂຍນລົງໄປໃນນາລົກເພື່ອຮັບໂທດຕະຫລອດການ.
* ຄົົນທີ່ບໍ່ເຊື່ອໃນການຖວາຍບູຊາຂອງພຣະເຢຊູເພື່ອຄວາມບາບຂອງພວກເຂົາ ແລະບໍ່ເຊື່ອວາງໃຈໃນພຣະອົງໃຫ້ຊ່ວຍພວກເຂົາ, ໃຫ້ລອດພົ້ນຈະຖືກລົງໂທດໃນນາລົກຢ່າງນິລັນດອນ.
% ຄຳແນະນຳໃນການແປ
* ຄຳເຫລົ່ານີ້ຄວນຈະຖືກແປຕ່າງກັນເນື່ອງຈາກຄຳພວກນີ້ປາກົດໃນສະພາບການທີ່ແຕກຕ່າງກັນ.
* ບາງພາສາບໍ່ສາມາດໃຊ້ "ບຶງ" ໃນວະລີ "ບຶງໄຟນາລົກ" ໄດ້ ເພາະເປັນຄຳທີ່ອ້າງເຖິງນ້ຳ.
* ຄຳວ່າ "ນາລົກ" ສາມາດແປວ່າ "ສະຖານທີ່ແຫ່ງການທົນທຸກ" ຫລື "ສະຖານທີ່ສຸດທ້າຍແຫ່ງຄວາມມືດແລະຄວາມເຈັບປວດ."
* ຄຳວ່າ "ບຶງໄຟນາລົກ" ສາມາດແປໄດ້ວ່າ, "ທະເລແຫ່ງໄຟ" ຫລື "ໄຟຂະໜາດໃຫຍ່"

14
bible/kt/highpriest.md Normal file
View File

@ -0,0 +1,14 @@
# ມະຫາປະໂຣຫິດ
## ນິຍາມ
ຄຳວ່າ "ມະຫາປະໂຣຫິດ"ອ້າງເຖິງປະໂຣຫິດພິເສດທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນເວລາໜຶ່ງປີໃນຖານະຜູ້ນຳຂອງປະໂຣຫິດທັງໝົດຂອງອິດສະຣາເອນ.
* ມະຫາປະໂຣຫິດມີໜ້າທີ່ຮັບຜິດຊອບພິເສດ. ທ່ານເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສ່ວນບໍລິສຸດທີ່ສຸດຂອງວິຫານເພື່ອຈະຖວາຍເຄື່ອງບູຊາພິເສດປີລະເທື່ອ.
* ອິດສະຣາເອນໄດ້ມີປະໂຣຫິດຫລາຍຄົນ, ແຕ່ມີມະຫາປະໂຣຫິດພຽງຄົນດຽວໃນຊ່ວງເວລາໜຶ່ງ.
* ເມື່ອພຣະເຢຊູຊົງຖືກຈັບ, ກາຍາຟາເປັນມະຫາປະໂລຫິດຢ່າງເປັນທາງການ. ພໍ່ເຖົ້າຂອງກາຍາຟາ ອັນນາດຖືກກ່າວເຖິງໃນບາງຄັ້ງເພາະເຂົາເຄີຍເປັນມະຫາປະໂຣຫິດທີ່ຍັງມີອໍານາດ ແລະອຳນາດສິດທິຂາດເໜືອຜູ້ຄົນ.
## ຄຳແນະນຳໃນການແປ
* "ມະຫາປະໂຣຫິດ" ສາມາດແປໄດ້ວ່າ "ປະໂຣຫິດສູງສຸດ" ຫລື "ປະໂຣຫິດທີ່ມີຕຳແໜ່ງສູງສຸດ."
* ໃຫ້ແນ່ໃຈວ່າຄຳນີ້ໃຊ້ຄຳແປຕ່າງຈາກຄຳວ່າ "ຫົວໜ້າປະໂຣຫິດ."

17
bible/kt/holy.md Normal file
View File

@ -0,0 +1,17 @@
# ບໍລິສຸດ, ຄວາມບໍລິສຸດ
## ນິຍາມ
ຄຳວ່າ "ບໍລິສຸດ" ແລະ "ຄວາມບໍລິສຸດ" ອ້າງເຖິງພຣະລັກສະນະຂອງພຣະເຈົ້າທີ່ແຍກອອກມາໂດຍສິ້ນເຊີງແລະແຍກຈາກທຸກສິ່ງທີ່ເປັນຄວາມບາບແລະບໍ່ສົມບູນແບບ.
* ພຣະເຈົ້າເທົ່ານັ້ນທີ່ຊົງບໍລິສຸດໂດຍສິ້ນເຊີງ. ພຣະອົງຊົງກະທຳໃຫ້ຄົນແລະສິ່ງຕ່າງໆ ບໍລິສຸດ.
* ບຸກຄົນທີ່ບໍລິສຸດເປັນຂອງພຣະເຈົ້າແລະໄດ້ຮັບການແຍກໄວ້ເພື່ອເປົ້າໝາຍໃນການຮັບໃຊ້ພຣະເຈົ້າແລະນຳພຣະສິຣິມາສູ່ພຣະອົງ.
* ສິ່ງທີ່ພຣະເຈົ້າໄດ້ຊົງປະກາດໃຫ້ບໍລິສຸດຄືສິ່ງທີ່ພຣະອົງໄດ້ຊົງແຍກໄວ້ເພື່ອພຣະສິຣິຂອງພຣະອົງແລະໃຫ້ພຣະອົງໃຊ້ໄດ້, ເຊັ່ນແທ່ນບູຊາທີ່ມີໄວ້ເພື່ອຖວາຍເຄື່ອງບູຊາແດ່ພຣະອົງ.
* ເນື່ອງຈາກພຣະເຈົ້າຊົງບໍລິສຸດ, ຄົນບໍ່ສາມາດເຂົ້າໃກ້ພຣະອົງໄດ້ເວັ້ນເສຍແຕ່ວ່າພຣະອົງຊົງອະນຸຍາດໃຫ້ທ່ານເຂົ້າໃກ້ໄດ້, ເພາະພວກທ່ານເປັນພຽງມະນຸດ, ມີຄວາມບາບແລະບໍ່ສົມບູນແບບ.
* ໃນພັນທະສັນຍາເດີມ, ພຣະເຈົ້າຊົງແຍກປະໂລຫິດໄວ້ໃຫ້ບໍລິສຸດເພື່ອຮັບໃຊ້ພຣະອົງເປັນການພິເສດ. ພວກເຂົາຕ້ອງຜ່ານພິທີການຊຳລະໃຫ້ສະອາດຈາກຄວາມບາບເພື່ອທີ່ຈະເຂົ້າໃກ້ພຣະເຈົ້າ.
* ພຣະເຈົ້າຍັງຊົງແຍກສະຖານທີ່ບາງແຫ່ງແລະສິ່ງຂອງບາງຢ່າງທີ່ເປັນຂອງພຣະອົງ ຫລືເປັນທີ່ທີ່ພຣະອົງຊົງສຳແດງພຣະອົງ, ເຊັ່ນພຣະວິຫານຂອງພຣະອົງ.
## ຄຳແນະນຳໃນການແປ
* ວິທີການທີ່ຈະແປ "ບໍລິສຸດ" ອາດລວມເຖິງ, "ແຍກໄວ້ສຳລັບພຣະເຈົ້າ" ຫລື "ເປັນຂອງພຣະເຈົ້າ" ຫລື "ບໍລິສຸດຢ່າງສິ້ນເຊີງ" ຫລື "ປະສະຈາກຄວາມບາບໂດຍສົມບູນ" ຫລື "ແຍກຈາກຄວາມບາບ."
* ການ "ເຮັດໃຫ້ບໍລິສຸດ" ມັກຈະໄດ້ຮັບການແປວ່າ "ຊຳລະໃຫ້ບໍລິສຸດ" ໃນພາສາອັງກິດ. ແລະອາດຈະແປໄດ້ວ່າ "ແຍກໄວ້"

13
bible/kt/holyone.md Normal file
View File

@ -0,0 +1,13 @@
# ອົງບໍລິສຸດ
## ນິຍາມ
ຄຳວ່າ "ອົງບໍລິສຸດ" ເປັນຕຳແໜ່ງໃນພຣະຄຳພີທີ່ເກືອບຈະອ້າງເຖິງພຣະເຈົ້າສະເໝີ.
* ໃນພັນທະສັນຍາເດີມ, ຕຳແໜ່ງນີ້ມັກຈະປາກົດໃນວະລີ "ອົງບໍລິສຸດຂອງອິດສະຣາເອນ."
* ໃນພັນທະສັນຍາໃໝ່, ພຣະເຢຊູໄດ້ຮັບການອ້າງເຖິງວ່າເປັນ "ອົງບໍລິສຸດ." ເຊັ່ນກັນ
* ຄຳວ່າ "ອົງບໍລິສຸດ" ບາງເທື່ອໃຊ້ໃນພຣະຄຳພີເພື່ອອ້າງເຖິງທູດສະຫວັນ.
## ຄຳແນະນຳໃນການແປ
* ຄຳແປກົງຕາມຕົວຄື, "ຜູ້ບໍລິສຸດ"

17
bible/kt/holyplace.md Normal file
View File

@ -0,0 +1,17 @@
# ວິສຸທິສະຖານ, ອະພິສຸທິສະຖານ
## ນິຍາມ
ໃນພຣະຄຳພີ, ຄໍາວ່າ "ວິສຸທິສະຖານ" ແລະ "ອະພິສຸທິສະຖານ" ອ້າງເຖິງຫ້ອງສອງຫ້ອງໃນຫໍເຕັນຫລືອາຄານພຣະວິຫານ.
* "ວິສຸທິສະຖານ" ເປັນຫ້ອງທຳອິດແລະປະກອບດ້ວຍແທ່ນບູຊາສຳລັບເຄື່ອງຫອມແລະໂຕະທີ່ມີ "ຂະໜົມປັງສັກສິດ" ວາງຢູ່.
* "ອະພິສຸທິສະຖານ" ເປັນຫ້ອງທີ່ສອງ, ທີ່ຢູ່ໃນສຸດແລະມີຫີບພັນທະສັນຍາຕັ້ງຢູ່.
* ຜ້າມ່ານ, ທີ່ໜາແລະໜັກຈະແຍກຫ້ອງທີ່ຢູ່ທາງດ້ານນອກອອກຈາກຫ້ອງທີ່ຢູ່ທາງດ້ານໃນ.
* ມະຫາປະໂລຫິດເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນອະພິສຸທິສະຖານ.
* ບາງເທື່ອ "ວິສຸທິສະຖານ" ອ້າງເຖິງອາຄານທັງສອງແຫ່ງແລະບໍລິເວນອ້ອມຮອບຂອງພຣະວິຫານຫລືຫໍເຕັນ ແລະຍັງສາມາດອ້າງເຖິງສະຖານທີ່ໃດກໍໄດ້ທີ່ແຍກໄວ້ສຳລັບພຣະເຈົ້າ.
## ຄຳແນະນຳໃນການແປ
* ຄຳວ່າ "ວິສຸທິສະຖານ" ສາມາດແປວ່າ, "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າ" ຫລື "ຫ້ອງພິເສດສຳລັບການພົບກັບພຣະເຈົ້າ" ຫລື "ສະຖານທີ່ສະຫງວນໄວ້ສຳລັບພຣະເຈົ້າ."
* ຄຳວ່າ, "ອະພິສຸທິສະຖານ" ສາມາດແປວ່າ, "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ" ຫລື "ຫ້ອງທີ່ພິເສດທີ່ສຸດສຳລັບການພົບພຣະເຈົ້າ."
* ຂຶ້ນກັບບໍລິບົດ, ວິທີທີ່ຈະແປຄຳກ່າວໂດຍທົ່ວໄປ "ວິສຸທິສະຖານ" ສາມາດລວມ "ສະຖານທີ່ສັກສິດ" ຫລື "ສະຖານທີ່ທີ່ພຣະເຈົ້າຊົງແຍກໄວ້ " ຫລື "ສະຖານທີ່ໃນບໍລິເວນພຣະວິຫານ, " ບ່ອນສັກສິດ" ຫລື "ລານແຫ່ງພຣະວິຫານຂອງພຣະເຈົ້າອົງບໍລິສຸດ."

16
bible/kt/holyspirit.md Normal file
View File

@ -0,0 +1,16 @@
# ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ
## ນິຍາມ
ຄຳເຫລົ່ານີ້ລ້ວນໝາຍເຖິງພຣະວິນນຍານບໍລິສຸດ, ຜູ້ຊຶ່ງເປັນພຣະເຈົ້າ. ພຣະເຈົ້າທ່ຽງແທ້ພຽງອົງດຽວຊົງເປັນຢູ່ຕະຫລອດການໃນຖານະພຣະບິດາ, ພຣະບຸດ, ແລະພຣະວິນຍານບໍລິສຸດ.
* ພຣະວິນຍານບໍລິສຸດຍັງມີການອ້າງເຖິງວ່າເປັນ, "ພຣະວິນຍານ" ແລະ "ພຣະວິນຍານແຫ່ງພຣະຢາເວ" ແລະ "ພຣະວິນຍານແຫ່ງຄວາມຈິງ."
* ເພາະພຣະວິນຍານບໍລິສຸດຄືພຣະເຈົ້າ, ພຣະອົງຈຶ່ງຊົງບໍລິສຸດຢ່າງແທ້ຈິງ, ປະສະຈາກມົນທິນທັງໝົດ, ແລະສົມບູນແບບໃນທາງສິນລະທຳໃນພຣະລັກສະນະໂດຍທຳມະຊາດທັງໝົດຂອງພຣະອົງແລະທຸກສິ່ງທີ່ພຣະອົງຊົງກະທຳ.
* ຮ່ວມກັບພຣະບິດາ ແລະພຣະບຸດ, ພຣະວິນຍານບໍລິສຸດຊົງເນລະມິດສ້າງໂລກ.
* ເມື່ອພຣະບຸດຂອງພຣະເຈົ້າ, ພຣະເຢຊູສະເດັດກັບສູ່ສະຫວັນ, ພຣະເຈົ້າຊົງສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງເພື່ອຈະນຳພວກເຂົາ, ສອນພວກເຂົາ, ປອບໂຢນພວກເຂົາ, ແລະຊ່ວຍໃຫ້ພວກເຂົາເຮັດຕາມນ້ຳພຣະໄທຂອງພຣະເຈົ້າໄດ້.
* ພຣະວິນຍານບໍລິສຸດຊົງນຳພຣະເຢຊູແລະພຣະອົງຊົງນຳຄົນເຫລົ່ານັ້ນທີ່ເຊື່ອໃນພຣະເຢຊູ.
## ຄຳແນະນຳໃນການແປ
* ຄຳນີ້ສາມາດແປໄດ້ງ່າຍໆ ດ້ວຍຄຳທີ່ໃຊ້ໃນການແປ "ບໍລິສຸດ" ແລະ "ພຣະວິນຍານ."
* ວິທີການທີ່ຈະແປຄຳນີ້ອາດລວມເຖິງ, "ພຣະວິນຍານບໍລິສຸດ" ຫລື "ພຣະວິນຍານທີ່ຊົງບໍລິສຸດ" ຫລື "ພຣະເຈົ້າພຣະວິນຍານ."

Some files were not shown because too many files have changed in this diff Show More