lo_tw/bible/kt/glory.md

3.2 KiB

ພຣະສີຣິ, ພຣະສະຫງ່າຣາສີ

ນິຍາມ

ທົ່ວໄປແລ້ວຄຳວ່າ, "ພຣະສີຣິ" ຫມາຍເຖິງກຽດ" ຄວາມສະຫງ່າງາມແລະຄວາມຍິ່ງໃຫຍ່ທີ່ສຸດ. ສິ່ງໃດກໍຕາມທີ່ມີພຣະສີຣິຄືການມີ "ສະຫງ່າຣາສີ." .

  • ບາງຄັ້ງ "ພຣະສີຣິ" ອ້າງເຖິງບາງສິ່ງທີ່ມີຄຸນຄ່າຍິ່ງໃຫຍ່ແລະສຳຄັນໃນບໍຣິບົດອື່ນກໍຄືການສື່ສານເຖິງຄວາມສະຫງ່າງາມ, ຄວາມສະຫວ່າງ,ແລະການພິພາກສາ.
  • ຕົວຢ່່າງເຊັ່ນ, ປະໂຫຍກທີ່ວ່າ "ກຽດຂອງຄົນລ້ຽງແກະ" ໝາຍເຖິງທົ່ງຫຍ້າຂຽວສົດທີ່ແກະຂອງເຂົາໄດ້ມີກິນຢ່່າງສົມບູນ.
  • ພຣະສີຣິໂດຍສະເພາະແລ້ວຈະໃຊ້ເພື່ອອະທິບາຍເຖິງພຣະເຈົ້າ,ຜູ້ທີ່ຊົງສະຫງ່າຣາສີຫລາຍຍິ່ງກວ່າຜຸ້ໃດຫລືສິ່ງໃດໃນຈັກກະວານນີ້. ທຸກສິ່ງໃນພຣະລັກສະນະຂອງພຣະອົງເປີດເຜີຍພຣະສີຣິແລະສະຫງ່າຣາສີຂອງພຣະອົງ.
  • ຄຳກ່າວ "ຖວາຍພຣະສີຣິໃນ" ຫມາຍເຖິງການໂອ້ອວດໃນສິ່ງ

ນັ້ນຫລືການພາກພູມໃຈໃນບາງສິ່ງ.

ຄຳແນະນຳການແປ

  • ຂຶ້ນຢຸ່ກັບບໍຣິບົດ, ທີ່ແຕກຕ່າງໃນການແປ "ພຣະສີຣິ"

ສາມາດລວມທັງ "ສະຫງ່າຣາສີ"ຫລື "ຄວາມສະຫວ່າງ" ຫລື "ຫຍິ່ງໃຫຍ່ຕະການຕາ" ຫລື "ຫຍິ່ງໃຫຍ່" ຫລື "ມີຄຸນຄ່າຢ່າງຫຍິ່ງ.

  • ຄຳວ່າ "ສະຫງ່າຣາສີ" ສາມາດແປ "ເຕັມພຣະສີຣິ" ຫລື "ມີຄ່າຫລາຍ" ຫລື" ສະຫວ່າງສະໄຫວ" ຫລື" ດີເລີດ."
  • ຄຳກ່າວທີ່ວ່າ "ຖວາຍພຣະສີຣິແດ່ພຣະເຈົ້າ"ສາມາດແປໄດ້ວ່າ"ຖວາຍກຽດແລະຄວາມຫຍິ່ງໃຫຍ່ຂອງພຣະເຈົ້າ" ຫລື "ສັນຣະເສີນພຣະເຈົ້າເພາະຄວາມດີເລີດຂອງພຣະອົງ" ຫລື "ບອກຄົນອື່ນເຖິງຄວາມຫຍິ່ງໃຫຍ່ຂອງພຣະອົງ."

ຄຳກ່າວ "ພຣະສີຣິໃນ" ສາມາດແປວ່າ" ສັນຣະເສີນ" ຫລື" ພູມໃຈ ໃນ" ຫລື" ໂອ້ອວດ" ຫລື "ຊື່ນຊົມໃນ".