lo_tw/bible/kt/good.md

4.5 KiB

ດີ,ຄວາມດີ

ນິຍາມ

ຄຳວ່າ "ດີ "ມີຄວາມໝາຍແຕກຕ່າງກັນຂື້ນຢູ່ກັບບໍຣິບົດ. ຫລາຍພາສາຈະໃຊ້ຄຳອື່ນໃນການແປຄວາມໝາຍທ່ີ່ແຕກຕ່າງກັນເຫົ່ຼານີ້.

  • ໂດຍທົ່ວໄປສິ່ງທີ່ດີຄືຖ້າສິ່ງນັ້ນ ເໝາະສົມກັບພຣະລັກສະນະຂອງພຣະເຈົ້າ, ວັດຖຸປະສົງແລະນ້ຳພຣະທັຍຂອງພຣະອົງ.
  • ບາງສິ່ງທີ່ "ດີ" ສາມາດເປັນຄວາມພໍໃຈ ດີເລີດ, ເປັນປະໂຫຍດ

ເໝາະສົມ, ມີກຳໄລ,ຫລືຖືກຕ້ອງຕາມຫລັກສິລະທັມ.

  • ທີ່ດິນທີ່"ດີ "ສາມາດເອີ້ນໄດ້ອີກວ່າ "ສົມບູນ" ຫລື "ປະສິດທິຜົນ".
  • ພືດຜົນທີ່ "ດີ" ສາມາດເປັນພືດຜົນທີ່ "ສົມບູນ."
  • ບຸກຄົນສາມາດ"ດີ" ໃນສິ່ງທີ່ພວກເຂົາເຮັດ,ຖ້າພວກເຂົາຊຳນານໃນງານຫລືອາຊີບຂອງພວກເຂົາເຊັ່ນດຽວກັບໃນ, "ຊາວນາທີ່ດີ".
  • ໃນພຣະຄັມພີ ຄວາມໝາຍທົ່ວໄປຂອງຄຳວ່າ "ດີ" ມັກກົງກັນຂວ້າມກັບຄຳວ່າ "ຊົ່ວຮ້າຍ".
  • ຄຳວ່າ "ຄວາມດີ" ປົກກະຕິແລ້ວໝາຍເຖິງການເປັນຄົນທີ່ຢູ່ໃນສິລະທັມທີ່ດີຫລືມີຄວາມຄິດແລະການກະທຳທີ່ເປັນທັມ.
  • ຄວາມດີຂອງພຣະເຈົ້າອ້າງເຖິງວ່າພຣະອົງໄດ້ອວຍພອນແກ່ມະນຸດ"ຢ່າງໃດ,ໂດຍການໃຫ້ສິ່ງດີໆ ແລະປະໂຫຍດທີ່ດີ. ນອກຈາກນີ້ຍັງສາມາດອ້າງເຖິງຄວາມສົມບູນແບບທາງຈະຣິຍະທັມຂອງພຣະອົງ.

ຄຳແນະນຳການແປ

  • ຄຳທົ່ວໄປສຳຫລັບຄຳວ່າ"ດີ"ໃນພາສາເປົ້າໝາຍຄວນໃຊ້ຄຳໃດກໍຕາມທີ່ມີຄວາມໝາຍທົ່ວໄປທີ່ຖືກຕ້ອງແລະເປັນທັມະຊາດ

ໂດຍສະເພາະຢ່າງຍິ່ງໃນບໍຣິບົດທີ່ແຕກຕ່າງຈາກຄວາມຊົ່ວຮ້າຍ.

  • ຂື້ນຢູ່ກັບບໍຣິບົດວິທີອື່ນໃນການແປຄຳນີ້ອາດລວມເຖິງ"ໃຈດີ" ຫລື"ດີເລີດ" ຫລື" ທີ່ຊື່ນຊອບຕໍ່ພຣະເຈົ້າ" ຫລື "ຊອບທັມ"ຫລື

ສິລະທັມທີ່ຕັ້ງຂື້ນ" ຫລື "ທຳກຳໄລໄດ້".

  • "ດິນແດນທີ່ດີ" ສາມາດແປໄດ້ວ່າ "ແຜ່ນດິນອຸດົມສົມບູນ"

ຫລື "ທີ່ດິນທີ່ມີການຜະລິດ" ພືດທີ່ດີ" ອາດແປໄດ້ອີກວ່າ "ການເກັບກ່ຽວທີ່ອຸດົມສົມບູນ" ຫລື "ພືດຜົນຈຳນວນຫລາຍ"

  • ຄຳເວົ້າ "ທຳດີຕໍ່" ໝາຍເຖິງການທຳສິ່ງທີ່ເປັນປະໂຫຍດຕໍ່ຜູ້ອື່ນແລະສາມາດແປເປັນຄຳວ່າ "ໃຈດີ" ຫລື "ຊ່ວຍ" ຫລື "ປະໂຫຍດ" ກັບຜູ້ນຶ່ງໄດ້.
  • "ທຳດີໃນວັນສະບາໂຕ" ໝາຍຄວາມວ່າ"ເຮັດໃນສິ່ງທີ່ຊ່ວຍ

ຄົນອ່ື່ນໃນວັນສະບາໂຕ".

  • ຂື້ນຢູ່ກັບບໍລິບົດ ວິທີການແປຄຳວ່າ"ຄວາມດີ" ສາມາດລວມເຖິງ"ພຣະພອນ" ຫລື" ຄວາມເມດຕາ" ຫລື ຄວາມສົມບູນແບບທາງຈະຣິຍະທັມ" ຫລື "ຄວາມຊອບທັມ" ຫລື ຄວາມບໍຣິສຸດ."