lo_tw/bible/kt/consecrate.md

2.4 KiB

ເຮັດໃຫ້ເປັນສິ່ງສັກສິດ

ນິຍາມ

ເຮັດໃຫ້ເປັນສິ່ງສັກສິດ ໝາຍເຖິງຖວາຍບາງສິ່ງຫຼືບຸກຄົນໃດເພື່ອຈະຮັບໃຊ້ພຣະເຈົ້າ. ຄົນ ຫຼື ສິ່ງຂອງທີ່ມອບຖະຫວາຍແດ່ພຣະເຈົ້າຖືວ່າບໍຣິສຸດ ແລະແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ.

  • ຄວາມໝາຍຂອງຄຳນີ້ຄ້າຍກັບ "ການຊຳລະ" ຫຼື "ການເຮັດໃຫ້ບໍຣິສຸດ," ແຕ່ດ້ວຍການລວມຄວາມໝາຍແຫ່ງການແຍກໄວ້ຢ່າງເປັນທາງການສຳລັບການຮັບໃຊ້ພຣະເຈົ້າ.
  • ສິ່ງທີ່ອຸທິດຖວາຍແດ່ພຣະເຈົ້າ, ລວມທັງສັດທີ່ຈະຖືກຖວາຍບູຊາ, ແທ່ນຖວາຍເຄື່ອງເຜົາບູຊາແລະຫໍເຕັນ.
  • ບຸກຄົນທີ່ມອບຖວາຍແກ່ພຣະເຈົ້າ ຈະລວມທັງ ພວກປະໂລຫິດ, ປະຊາຊົນອິດສະຣາເອນ, ແລະລູກຊາຍຫົວປີ.
  • ບາງຄັ້ງຄຳວ່າ " ການເຮັດໃຫ້ສັກສິດ" ມີຄວາມໝາຍທີ່ຄ້າຍກັບ "ເຮັດໃຫ້ບໍຣິສຸດ," ໂດຍສະເພາະເມື່ອກ່ຽວຂ້ອງກັບການຕຽມຄົນ ຫຼື ສິ່ງຕ່າງໆສຳລັບການຮັບໃຊ້ພຣະເຈົ້າເພື່ອພວກເຂົາຈະຖືກສຳລະແລະເປັນທີ່ຍອມຮັບຈາກພຣະອົງ.

ຄຳແນະນຳໃນການແປ

  • ວິທີຈະແປຄຳວ່າ "ການເຮັດໃຫ້ສັກສິດ" ຄວນຈະລວມຄວາມ

ໝາຍ, "ແຍກພິເສດສຳລັບຮັບໃຊ້ພຣະເຈົ້າ" ຫຼື "ຊຳລະໃຫ້ບໍຣິສຸດເພື່ອຮັບໃຊ້ພຣະເຈົ້າ."

  • ຄວນຈະພິຈາລະນາຄຳວ່າ "ບໍຣິສຸດ" ແລະ "ສຳລະໃຫ້ສະອາດ"

ໃນການແປດ້ວຍ.