lo_tw/bible/kt/holy.md

3.4 KiB

ບໍລິສຸດ, ຄວາມບໍລິສຸດ

ນິຍາມ

ຄຳວ່າ "ບໍລິສຸດ" ແລະ "ຄວາມບໍລິສຸດ" ອ້າງເຖິງພຣະລັກສະນະຂອງພຣະເຈົ້າທີ່ແຍກອອກມາໂດຍສິ້ນເຊີງແລະແຍກຈາກທຸກສິ່ງທີ່ເປັນຄວາມບາບແລະບໍ່ສົມບູນແບບ.

  • ພຣະເຈົ້າເທົ່ານັ້ນທີ່ຊົງບໍລິສຸດໂດຍສິ້ນເຊີງ. ພຣະອົງຊົງກະທຳໃຫ້ຄົນແລະສິ່ງຕ່າງໆ ບໍລິສຸດ.
  • ບຸກຄົນທີ່ບໍລິສຸດເປັນຂອງພຣະເຈົ້າແລະໄດ້ຮັບການແຍກໄວ້ເພື່ອເປົ້າໝາຍໃນການຮັບໃຊ້ພຣະເຈົ້າແລະນຳພຣະສິຣິມາສູ່ພຣະອົງ.
  • ສິ່ງທີ່ພຣະເຈົ້າໄດ້ຊົງປະກາດໃຫ້ບໍລິສຸດຄືສິ່ງທີ່ພຣະອົງໄດ້ຊົງແຍກໄວ້ເພື່ອພຣະສິຣິຂອງພຣະອົງແລະໃຫ້ພຣະອົງໃຊ້ໄດ້, ເຊັ່ນແທ່ນບູຊາທີ່ມີໄວ້ເພື່ອຖວາຍເຄື່ອງບູຊາແດ່ພຣະອົງ.
  • ເນື່ອງຈາກພຣະເຈົ້າຊົງບໍລິສຸດ, ຄົນບໍ່ສາມາດເຂົ້າໃກ້ພຣະອົງໄດ້ເວັ້ນເສຍແຕ່ວ່າພຣະອົງຊົງອະນຸຍາດໃຫ້ທ່ານເຂົ້າໃກ້ໄດ້, ເພາະພວກທ່ານເປັນພຽງມະນຸດ, ມີຄວາມບາບແລະບໍ່ສົມບູນແບບ.
  • ໃນພັນທະສັນຍາເດີມ, ພຣະເຈົ້າຊົງແຍກປະໂລຫິດໄວ້ໃຫ້ບໍລິສຸດເພື່ອຮັບໃຊ້ພຣະອົງເປັນການພິເສດ. ພວກເຂົາຕ້ອງຜ່ານພິທີການຊຳລະໃຫ້ສະອາດຈາກຄວາມບາບເພື່ອທີ່ຈະເຂົ້າໃກ້ພຣະເຈົ້າ.
  • ພຣະເຈົ້າຍັງຊົງແຍກສະຖານທີ່ບາງແຫ່ງແລະສິ່ງຂອງບາງຢ່າງທີ່ເປັນຂອງພຣະອົງ ຫລືເປັນທີ່ທີ່ພຣະອົງຊົງສຳແດງພຣະອົງ, ເຊັ່ນພຣະວິຫານຂອງພຣະອົງ.

ຄຳແນະນຳໃນການແປ

  • ວິທີການທີ່ຈະແປ "ບໍລິສຸດ" ອາດລວມເຖິງ, "ແຍກໄວ້ສຳລັບພຣະເຈົ້າ" ຫລື "ເປັນຂອງພຣະເຈົ້າ" ຫລື "ບໍລິສຸດຢ່າງສິ້ນເຊີງ" ຫລື "ປະສະຈາກຄວາມບາບໂດຍສົມບູນ" ຫລື "ແຍກຈາກຄວາມບາບ."
  • ການ "ເຮັດໃຫ້ບໍລິສຸດ" ມັກຈະໄດ້ຮັບການແປວ່າ "ຊຳລະໃຫ້ບໍລິສຸດ" ໃນພາສາອັງກິດ. ແລະອາດຈະແປໄດ້ວ່າ "ແຍກໄວ້"