lo_tw/bible/kt/amen.md

3.7 KiB

ອາແມນ, ແທ້ຈິງ,ແມ່ນແທ້ໆ

ນິຍາມ

ຄຳວ່າ "ອາແມນ" ເປັນຄຳທີ່ໃຊ້ເນັ້ນຫຼືຮຽກຮ້ອງຄວາມສົນໃຈຕໍ່ສິ່ງທີ່ບຸກຄົນນັ້ນໄດ້ເວົ້າ,ມັກຈະໃຊ້ໃນຕອນທ້າຍຂອງຄຳອະທິຖານ ບາງຄັ້ງຄຳນີ້ຖືກແປວ່າ "ແທ້ຈິງ."

  • ເມື່ອໃຊ້ໃນຕອນຈົບຂອງຄຳອະທິຖານ ຄຳວ່າ "ອາແມນ" ເປັນການສື່ເຖິງການເຫັນດ້ວຍກັບຄຳອະທິຖານ ຫຼືສະແດງເຖິງການປາດຖະໜາຫຼືຢາກໃຫ້ຄຳອະທິຖານນັ້ນສຳເລັດ.
  • ໃນຄຳສອນ ພຣະເຢຊູໃຊ້ຄຳວ່າ "ອາແມນ" ເພື່ອເນັ້ນເຖິງຄວາມຈິງໃນສິ່ງທີ່ພຣະອົງເວົ້າ.ພຣະອົງມັກຈະຕາມດ້ວຍປະໂຫຍກທີ່ວ່າ "ແລະເຮົາບອກແກ່ທ່ານວ່າ" ເພື່ອເລີ້ມສອນຕໍ່ໄປທີ່ກ່ຽວຂ້ອງກັບສິ່ງທີ່ພຣະອົງໄດ້ສັ່ງສອນໄປແລ້ວ.
  • ເມື່ອພຣະເຢຊູໃຊ້ຄຳວ່າ "ອາແມນ" ໃນລັກສະນະນີ້ ພຣະຄັມພີພາສາອັງກິດບາງສະບັບ(ແລະສະບັບULB)ແປຄຳນີ້ວ່າ "ແທ້ຈິງ" ຫຼື "ຈິງໆ."
  • ອີກຄຳໜຶ່ງທີ່ໝາຍຄວາມວ່າ "ແທ້ຈິງ" ບາງຄັ້ງກໍແປວ່າ "ແນ່ນອນ" ຫຼື "ແມ່ນແລ້ວ" ແລະຄຳນີ້ໄດ້ຖືກໃຊ້ເພື່ອເນັ້ນວ່າຜູ້ເວົ້າກຳລັງເວົ້າຫຍັງ.

ຂໍ້ແນະນຳໃນການແປ

  • ໃຫ້ພິຈາລະນາເບິ່ງວ່າພາສາທີ່ຈະແປນັ້ນມີຄຳຫຼືຄຳເວົ້າພິເສດທີ່ຈະໃຊ້ເນັ້ນບາງສິ່ງທີ່ໄດ້ເວົ້າໄປແລ້ວຫຼືບໍ່.
  • ເມື່ອໃຊ້ໃນຕອນທ້າຍຂອງຄຳອະທິຖານຫຼືເພື່ອຢືນຢັນບາງສິ່ງ "ອາແມນ" ກໍສາມາດແປໄດ້ອີກຢ່າງວ່າ "ຂໍໃຫ້ເປັນດັ່ງນັ້ນ" ຫຼື "ຂໍໃຫ້ສິ່ງນີ້ເກີດຂຶ້ນ" ຫຼື "ນັ້ນເປັນເລື່ອງຈິງ."
  • ເມື່ອພຣະເຢຊູເວົ້າວ່າ "ເຮົາບອກຄວາມຈິງແກ່ທ່ານວ່າ" ກໍສາມາດແປໄດ້ອີກຢ່າງວ່າ "ເຮົາບອກທ່ານຢ່າງຈິງໃຈວ່າ" ຫຼື "ນັ້ນຄືຄວາມຈິງແລະເຮົາຂໍບອກທ່ານວ່າ."
  • ຄຳເວົ້າທີ່ວ່າ "ແທ້ຈິງເຮົາບອກທ່ານວ່າ" ອາດແປໄດ້ອີກວ່າ "ເຮົາບອກເລື້ອງນີ້ແກ່ທ່ານຢ່າງຈິງໃຈວ່າ" ຫຼື "ເຮົາບອກເລື້ອງນີ້ແກ່ທ່ານດ້ວຍໃຈຮ້ອນຮົນວ່າ" ຫຼື "ສິ່ງທີ່ເຮົາກຳລັງບອກແກ່ທ່ານເປັນຄວາມຈິງ."