lo_tw/bible/kt/brother.md

4.6 KiB

ອ້າຍ/ນ້ອງຊາຍ

ນິຍາມ

ຄຳວ່າ "ອ້າຍ/ນ້ອງຊາຍ" ໂດຍປົກກະຕິໝາຍເຖິງຜູ້ຊາຍທີ່ຢູ່ໃນສາຍເລືອດພໍ່ແມ່ດຽວກັນຢ່າງໜ້ອຍໜຶ່ງຄົນທີ່ແຕກຕ່າງກັບຄົນອື່ນ.

  • ໃນສະໃໝ່ພຣະຄຳພີເດີມ, ຄຳວ່າ "ອ້າຍນ້ອງ" ຍັງຖືກນຳໃຊ້ເປັນ ຄຳອ້າງອີງທົ່ວໄປກ່ຽວກັບຍາດພີ່ນ້ອງ, ເຊັ່ນ: ສະມາຊິກຂອງເຜົ່າ, ຕະກູນ, ຫລື ກຸ່ມຄົນດຽວກັນ.
  • ໃນພຣະຄຳພີໃໝ່, ພວກອັກຄະສາວົກມັກໃຊ້ "ອ້າຍນ້ອງ" ເພື່ອກ່າວເຖິງຊາວຄຣິດສະຕຽນເພື່ອນຮ່ວມທັງຊາຍແລະຍິງ, ເພາະ ວ່າຜູ້ທີ່ເຊື່ອໃນພຣະຄຣິດທຸກຄົນແມ່ນສະມາຊິກຂອງຄອບຄົວຝ່າຍວິນຍານດຽວກັນ, ມີພຣະເຈົ້າເປັນພຣະບິດາເທິງສະຫວັນ.
  • ສອງສາມຄັ້ງໃນພຣະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ ຄຳວ່າ "ເອື້ອຍນ້ອງ" ໃນເວລາກ່າວເຖິງສະເພາະກັບເພື່ອນຄຣິສຕຽນທີ່ເປັນຜູ້ຍິງ, ຫລືເພື່ອເນັ້ນໜັກ ວ່າທັງຊາຍແລະຍິງແມ່ນລວມຢູ່ນຳ. ຍົກຕົວຢ່າງ, ຢາໂກໂບເນັ້ນໜັກວ່າລາວກຳ ລັງເວົ້າເຖິງຜູ້ທີ່ເຊື່ອທຸກຄົນເມື່ອລາວກ່າວເຖິງ "ອ້າຍເອື້ອຍນ້ອງທີ່ຕ້ອງການອາຫານ ຫລື ເຄື່ອງນຸ່ງຫົ່ມ."

ຄຳແນະນຳໃນການແປ

  • ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ດ້ວຍຄຳທີ່ຮູ້ຫນັງສືທີ່ຖືກນຳໃຊ້ໃນພາສາເປົ້າໝາຍເພື່ອໝາຍເຖິງອ້າຍນ້ອງ ທວົ່ໄປ ຫລື ພໍ່ແມ່ດຽວກັນ, ເວັ້ນເສຍແຕ່ວ່ານີ້ຈະໃຫ້ຄວາມໝາຍທີ່ບໍ່ຖືກຕ້ອງ.
  • ໃນສະໃໝພຣະຄຳພີເດີມໂດຍສະເພາະ, ໃນເວລາທີ່ "ອ້າຍນ້ອງ" ຖືກນຳໃຊ້ຫຼາຍໂດຍທົ່ວໄປເພື່ອອ້າງອີງໃສ່ສະມາຊິກໃນຄອບຄົວ, ຕະກູນ, ຫລື ກຸ່ມຄົນ, ການແປທີ່ເປັນໄປໄດ້ອາດຈະປະກອບມີ, "ຍາດພີ່ນ້ອງ" ຫລື "ສະມາຊິກຂອງຊົນເຜົ່າ" ຫລື "ຊົນເຜົ່າອິດສະລາແອນ."
  • ໃນແງ່ຂອງການກ່າວເຖິງເພື່ອນຮ່ວມຄວາມເຊື່ອໃນພຣະຄຣິດ, ຄຳສັບນີ້ອາດຈະຖືກແປວ່າ, "ອ້າຍໃນພຣະຄຣິດ" ຫລື "ອ້າຍທາງວິນຍານ."
  • ຖ້າທັງຊາຍ ແລະ ຍິງກຳລັງຖືກກ່າວເຖິງ "ອ້າຍ" ກໍ່ຈະມີຄວາມໝາຍທີ່ບໍ່ຖືກຕ້ອງ, ຫຼັງຈາກນັ້ນຄຳສັບສັນຍາສາມັນທີ່ມີຢູ່ທົ່ວໄປກໍ່ອາດຈະຖືກນຳໃຊ້ເຊິ່ງປະກອບມີທັງຊາຍແລະຍິງ.
  • ອີກວິທີໜຶ່ງທີ່ຈະແປຄຳສັບນີ້ເພື່ອຈະໝາຍເຖິງທັງຜູ້ຊາຍແລະ ຜູ້ຍິງທີ່ເຊື່ອອາດຈະແມ່ນ "ເພື່ອນຮ່ວມຄວາມເຊື່ອ" ຫລື "ອ້າຍເອື້ອຍນ້ອງຄຣິສຕຽນ."
  • ໃຫ້ແນ່ໃຈວ່າໄດ້ກວດເບິ່ງສະພາບການເພື່ອກຳນົດວ່າມີພຽງແຕ່ຜູ້ຊາຍທີ່ຖືກກ່າວເຖິງ, ຫລື ວ່າທັງຊາຍແລະຍິງ.