lo_tw/bible/kt/eternity.md

3.5 KiB

ນິຣັນດອນ, ນິຣັນການ, ເປັນນິດ, ນິດນິຣັນ

ນິຍາມ

ຄຳວ່າ "ນິຣັນດອນ" ແລະ "ນິດນິຣັນ" ມີຄວາມໝາຍທີ່ໃກ້ຄຽງກັນຫລາຍແລະໄດ້ບົ່ງບອກເຖິງບາງສິ່ງທີ່ຍັງຄົງມີຢູ່ ຫລືຄົງເປັນຢູ່ຕະຫລອດໄປ.

  • ຄຳວ່າ "ນິດນິຣັນ" ໄດ້ບອກເຖິງສະພາບການມີຢູ(ເປັນຢູ່)ທີ່ບໍ່ມີຈຸດເລີ້ມຕົ້ນຫລືຈຸດສິ້ນສຸດ. ຄໍານີ້ຍັງສາມາດເວົ້າເຖິງຊີວິດທີ່ບໍ່ມີວັນສິ້ນສຸດອີກດ້ວຍ.
  • ຫລັງຈາກສິ້ນຊີວິດຈາກໂລກນີ້ແລ້ວ, ມະນຸດຈະມີຊີວິດອັນບໍ່ມີທີ່ສິ້ນສຸດຕໍ່ໄປກັບພຣະເຈົ້າໃນແຜ່ນດິນສະຫວັນ ຫລືຢູ່ໃນນາລົກໂດຍທີ່ບໍ່ມີພຣະເຈົ້າ.
  • ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ຫລື "ຊີວິດນິຣັນ" ຖືກໃຊ້ໃນພຣະຄໍາພີໃໝ່ ເພື່ອບອກເຖິງການມີຊີວິດຢູ່ຕະຫລອດໄປເປັນນິດກັບພຣະເຈົ້າໃນແຜ່ນດິນສະຫວັນ.
  • ຖ້ອຍຄໍາທີ່ວ່າ "ຕະຫລອດໄປເປັນນິດ" ແມ່ນຄວາມຄິດເລື່ອງຂອງເວລາທີ່ບໍ່ມີມື້ສິ້ນສຸດແລະສະແດງເຖິງຄວາມເປັນນິຣັນຫລືຕະຫລອດໄປເປັນນິດນັ້ນເປັນຢ່າງໃດ.

ຄໍາແນະນໍາໃນການແປ

  • ອີກວິທີໜຶ່ງໃນການແປວ່າ "ອັນຕະຫລອດໄປ" ຫລື "ຕະຫລອດໄປ" ສາມາດລວມກັບຄໍາວ່າ "ບໍ່ມີສິ້ນສຸດ" ຫລື "ບໍ່ເຊົາ" ຫລື "ຍັງ ດໍາເນີນຕໍ່ໄປ."
  • ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ແລະ "ຊີວິດນິລັນ" ສາມາດແປໄດ້ອີກວ່າ "ຊີວິດທີ່ບໍ່ມີສິ້ນສຸດ" ຫລື "ຊີວິດທີ່ມີຢູ່ຕະຫລອດໄປບໍ່ຢຸດ" ຫລື "ການເປັນຄືນມາຈາກຕາຍແລະມີຊີວິດອີກຕະຫລອດໄປ"
  • ວິທີການແປທີ່ແຕກຕ່າງ ຄໍາວ່າ "ຕະຫລອດໄປ" ສາມາດລວມໄປເຖິງຄໍາວ່າ "ການເປັນຢູ່ເໜືອເວລາ" ຫລື "ຊີວິດທີ່ບໍ່ມີຈຸດຈົບ" ຫລື "ຊີວິດໃນແຜ່ນດິນສະຫວັນ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີ ນັ້ນໆ.
  • ທັງນີ້ຄວນພິຈາລະນາວ່າຄໍານີ້ ຄວນແປວ່າຢ່າງໃດໃນພຣະຄໍາພີສະບັບທ້ອງຖິ່ນ ຫລືພາສາກາງ.