lo_tw/bible/kt/gift.md

2.3 KiB

ຂອງຂວັນ,ຂອງປະທານ

ນິຍາມ

ຄຳວ່າ "ຂອງຂັວນ" ອ້າງເຖິງຫຍັງກໍໄດ້ທ່ີ່ຄົນໜຶ່ງໄດ້ຮັບຫລືໃຫ້ແກ່ບາງຄົນ. ຂອງຂວັນຄືສິ່ງທີ່ໃຫ້ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ຫຍັງກັບຄືນມາ.

  • ເງິນ, ອາຫານ, ເສື້ອຜ້າ,ຫລືແມ່ນຫຍັງກໍຕາມທ່ີ່ໃຫ້ແກ່ຄົນຍາກຈົນເອີ້ນວ່າ "ຂອງຂວັນ."
  • ໃນພຣະຄັມພີ,ຂອງຖວາຍຫລືເຄື່ອງບູຊາທ່ີ່ໃຫ້ແກ່ພຣະເຈົ້າເອີ້ນວ່າຂອງຂວັນ.
  • ຂອງຂວັນຂອງຄວາມລອດຄືບາງສິ່ງທ່ີ່ພຣະເຈົ້າໃຫ້ເຮົາຜ່ານທາງຄວາມເຊື່ອໃນພຣະເຢຊຸ.
  • ໃນພັນທະສັນຍາໃຫມ່ ຄຳວ່າ "ຂອງປະທານ" ກໍໃຊ້ເພື່ອບົ່ງບອກເຖິງຄວາມສາມາດພິເສດຝ່າຍວິນຍານທ່ີ່ພຣະເຈົ້າໃຫ້ແກ່ຄຣິສະຕຽນທັງຫລາຍເພື່ອຮັບໃຊ້ຜຸ້ອື່ນ.

ຄຳແນະນຳການແປ

  • ຄວາມທົ່ວໄປຂອງຄຳວ່າ" ຂອງຂັວນ" ສາມາດແປດວ້ຍຄຳຫລືຄຳທ່ີ່ໝາຍເຖິງ "ຂອງບາງສິ່ງທີ່ໄດ້ມາ".
  • ໃນບໍຣິບົດທ່ີ່ໃຜຈັກຄົນນຶ່ງມີຂອງຂວັນຫລືຄວາມສາມາດພິເສດທ່ີ່ມາຈາກພຣະເຈົ້າ "ຂອງຂວັນຈາກພຣະວິນຍານ" ສາມາດແປໄດ້ອີກວ່າ "ຄວາມສາມາດຝ່າຍວິນຍານ" ຫລື "ຄວາມສາມາດພິເສດຈາກພຣະວິນຍານບໍຣິສຸດ" ຫລື " ຄວາມສາມາດຝ່າຍວິນຍານຈິດ ທ່ີ່ພຣະເຈົ້າປະທານໃຫ້."