lo_tw/bible/kt/faith.md

2.8 KiB

ຄວາມເຊື່ອ

ນິຍາມ

ໂດຍທົ່ວໄປແລ້ວ, ຄຳວ່າ ຄວາມເຊື່ອ" ແມ່ນເວົ້າເຖິງ ຄວາມສັດທາ, ຄວາມວາງໃຈ ຫລືຄວາມໝັ້ນໃຈໃນບາງຄົນຫລືບາງສິ່ງ.

  • ການ "ມີຄວາມເຊື່ອ" ໃນບາງຄົນແມ່ນການສັດທາວ່າ ສິ່ງທີ່ລາວເວົ້າແລະເຮັດນັ້ນຈິງແລະໄວ້ໃຈໄດ້.
  • ການ "ມີຄວາມເຊື່ອໃນພຣະເຢຊູ" ໝາຍເຖິງການສັດທາໃນຄຳສອນທຸກຢ່າງຂອງພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຢຊູ. ໂດຍສະເພາະຍ່າງຍິ່ງໝາຍເຖິງຄົນທີ່ວາງໃຈໃນພຣະເຢຊູ ແລະການເສຍສະລະເພື່ອຊຳລະພວກເຂົາຈາກຄວາມບາບຂອງພວກເຂົາ ແລະເພື່ອຊ່ອຍພວກເຂົາຈາກການຖືກລົງໂທດທີ່ພວກເຂົາຄວນໄດ້ຮັບ ເພາະຄວາມບາບຂອງພວກເຂົາ.
  • ຄວາມເຊື່ອທີ່ແທ້ຈິງ ຫລືສັດທາໃນພຣະເຢຊູຈະເຮັດໃຫ້ຄົນນັ້ນເກີດຜົນດີທາງຝ່າຍວິນຍານ ຫລືທາງການປະພືດເພາະວ່າ ພຣະວິນຍານບໍຣິສຸດຢູ່ໃນເຂົາ.
  • ບາງເທື່ອ "ຄວາມເຊື່ອ" ເວົ້າທົ່ວໆ ໄປເຖິງຄຳສອນທັງໝົດກ່ຽວກັບພຣະເຢຊູ, ເຊັ່ນດຽວກັບການສະແດງອອກທີ່ວ່າ, "ຄວາມຈິງຂອງຄວາມເຊື່ອ."
  • ໃນບາງຂໍ້ເຊັ່ນ "ຮັກສາຄວາມເຊື່ອ" ຫລື "ປະຖິ້ມຄວາມເຊື່ອ" ຄຳວ່າ "ຄວາມເຊື່ອ" ກ່າວເຖິງຄຳເວົ້າ ຫລືເງື່ອນໄຂຂອງຄວາມສັດທາໃນຄຳສອນທັງໝົດກ່ຽວກັບພຣະເຢຊູ.

ຄຳແນະນຳການແປ

  • ໃນບາງຂໍ້ຄວາມ "ຄວາມເຊື່ອ" ສາມາດແປໄດ້ວ່າ "ສັດທາ" ຫລື "ຄວາມເຊື່ອໝັ້ນ" ຫລື "ຄວາມໝັ້ນໃຈ" ຫລື "ຄວາມໄວ້ໃຈ."
  • ໃນບາງພາສາຄຳເຫລົ່ານີ້ຈະແປໂດຍການໃຊ້ຮູບແບບຂອງຄຳກິລິຍາວ່າ "ສັດທາ."