lo_tw/bible/kt/demon.md

2.5 KiB

ຜີປີສາດ, ວິນຍານຊົ່ວ, ວິນຍານໂສໂຄກ

ນິຍາມ

ຂໍ້ກຳນົດທັງໝົດນີ້ໝາຍເຖິງຜີປີສາດ, ຊຶ່ງແມ່ນວິນຍານທີ່ຂັດຂວາງພຣະປະສົງຂອງພຣະເຈົ້າ.

  • ພຣະເຈົ້າໄດ້ສ້າງທູດສະຫວັນເພື່ອຮັບໃຊ້ພຣະອົງ. ເມື່ອຜີປີສາດໄດ້ກະບົດຕໍ່ພຣະເຈົ້າ.ພວກທູດສະຫວັນບາງສ່ວນກໍ່ໄດ້ກະບົດແລະຖືກຂັບໄລ່ອອກຈາກສະຫວັນ.ເຊື່ອກັນວ່າຜີປີສາດແລະວິນຍານຊົ່ວແມ່ນພວກທູດສະຫວັນທີ່ “ລົ້ມລົງເຫລົ່ານີ້.“
  • ບາງຄັ້ງຜີປີສາດເຫລົ່ານີ້ຖືກເອີ້ນວ່າ “ວິນຍານໂສໂຄກ“ ຄຳວ່າ “ໂສໂຄກ“ ມີຄວາມໝາຍວ່າ “ບໍ່ສະອາດ“ ຫລື “ຊົ່ວຮ້າຍ“ ຫລື “ບໍ່ບໍຣິສຸດ.“
  • ເນື່ອງຈາກວ່າຜີປີສາດຮັບໃຊ້ມານ.ພວກມັນເຮັດສິ່ງຊົ່ວ.ບາງຄັ້ງພວກມັນອາໄສຢູ່ພາຍໃນຄົນແລະຄວບຄຸ່ມພວກເຂົາ.
  • ຜີປີສາດແມ່ນມີອຳນາດຫລາຍກວ່າມະນຸດ,ແຕ່ບໍ່ມີອຳນາດຄືພຣະເຈົ້າ.

ຄຳແນະນຳ ໃນການແປ

  • ຄຳວ່າ “ຜີປີສາດ“ ຍັງສາມາດແປເປັນ “ວິນຍານຊົ່ວ.“
  • ຄຳວ່າ “ວິນຍານໂສໂຄກ“ ຍັງສາມາດແປໄດ້ວ່າ “ວິນຍານບໍ່ບໍສະອາດ“ ຫລື “ວິນຍານທີ່ເສື່ອມຊາມ“ຫລື “ວິນຍານຊົ່ວ.“
  • ຕ້ອງໃຫ້ແນ່ໃຈວ່າຄຳສັບຫລືປະໂຫຍກທີ່ໃຊ້ໃນການແປຄຳສັບນີ້ແຕກຕ່າງຈາກຄຳທີ່ໃຊ້ໃນການອ້າງເຖິງມານ.
  • ພິຈາລະນາຄຳວ່າ “ຜີປີສາດ“ ຖືກແປເປັນພາສາທ້ອງຖິ່ນຫລືປະເທດຊາດ.