lo_tw/bible/kt/disciple.md

2.7 KiB

ສິດ

ນິຍາມ

ຄຳວ່າ "ສິດ" ກ່າວເຖິງບຸກຄົນທີ່ໃຊ້ເວລາສ່ວນໃຫຍ່ກັບຄຣູ, ຮຽນຮູ້ບຸກຄະລິກລັກສະນະ ແລະການສອນຂອງຄຣູຜູ້ນັ້ນ.

  • ຄົນທີ່ຕິດຕາມພຣະເຢຊູໄປເລື້ອຍໆ, ຟັງຄຳສອນຂອງພຣະອົງແລະເຊື່ອຟັງຄຳສອນນັ້ນໆ,ພວກເຂົາຖືກເອີ້ນວ່າສິດຂອງພຣະອົງ.
  • ໂຢຮັນຜູ້ໃຫ້ບັບຕິສະມາກໍມີສິດດ້ວຍ.
  • ໃນລະຍະພັນທະກິດຂອງພຣະເຢຊູ, ມີສິດຫຼາຍຄົນທີ່ຕິດຕາມພຣະອົງແລະໄດ້ຟັງຄຳສອນຂອງພຣະອົງ.
  • ພຣະເຢຊູເລືອກສິດສິບສອງໃຫ້ເປັນຜູ້ຕິດຕາມທີ່ໃກ້ຊິດພຣະອົງຫຼາຍທີ່ສຸດ, ຄົນເຫຼົ່ານີ້ກາຍເປັນທີ່ຮູ້ຈັກໃນຖານະ "ອັກຄະທູດ" ຂອງພຣະອົງ.
  • ອັກຄະທູດສິບສອງຄົນຂອງພຣະເຢຊູຍັງຄົງເປັນທີ່ຮູ້ຈັກໃນຖານະ "ສິດ" ຫຼື "ສິບສອງຄົນ" ຂອງພຣະອົງ.
  • ກ່ອນທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ,ພຣະອົງຊົງບັນຊາໃຫ້ສິດຂອງພຣະອົງສອນຄົນອື່ນກ່ຽວກັບການເປັນສິດຂອງພຣະອົງ ເຊັ່ນດຽວກັນ.
  • ຄົນທີ່ສັດທາໃນພຣະເຢຊູແລະເຊື່ອຕາມຄຳສອນຂອງພຣະອົງຖືກເອີ້ນວ່າ ສິດຂອງພຣະເຢຊູ.

ຄຳແນະນຳໃນການແປ

ຄຳວ່າ "ສິດ" ສາມາດແປໄດ້ໂດຍຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕິດຕາມ" ຫຼື "ນັກສຶກສາ" ຫຼື "ນັກຮຽນ" ຫຼື "ຜູ້ຮຽນ".

  • ກວດສອບໃຫ້ແນ່ໃຈວ່າ ການແປຂອງຄຳນີ້ບໍ່ໄດ້ໝາຍເຖິງສະເພາະນັກສຶກສາທີ່ຮຽນຮູ້ໃນຫ້ອງຮຽນເທົ່ານັ້ນ.
  • ການແປຄຳນີ້ຄວນແຕກຕ່າງຈາກຄຳແປຂອງຄຳວ່າ"apostl".