# ສິດ ## ນິຍາມ ຄຳວ່າ "ສິດ" ກ່າວເຖິງບຸກຄົນທີ່ໃຊ້ເວລາສ່ວນໃຫຍ່ກັບຄຣູ, ຮຽນຮູ້ບຸກຄະລິກລັກສະນະ ແລະການສອນຂອງຄຣູຜູ້ນັ້ນ. * ຄົນທີ່ຕິດຕາມພຣະເຢຊູໄປເລື້ອຍໆ, ຟັງຄຳສອນຂອງພຣະອົງແລະເຊື່ອຟັງຄຳສອນນັ້ນໆ,ພວກເຂົາຖືກເອີ້ນວ່າສິດຂອງພຣະອົງ. * ໂຢຮັນຜູ້ໃຫ້ບັບຕິສະມາກໍມີສິດດ້ວຍ. * ໃນລະຍະພັນທະກິດຂອງພຣະເຢຊູ, ມີສິດຫຼາຍຄົນທີ່ຕິດຕາມພຣະອົງແລະໄດ້ຟັງຄຳສອນຂອງພຣະອົງ. * ພຣະເຢຊູເລືອກສິດສິບສອງໃຫ້ເປັນຜູ້ຕິດຕາມທີ່ໃກ້ຊິດພຣະອົງຫຼາຍທີ່ສຸດ, ຄົນເຫຼົ່ານີ້ກາຍເປັນທີ່ຮູ້ຈັກໃນຖານະ "ອັກຄະທູດ" ຂອງພຣະອົງ. * ອັກຄະທູດສິບສອງຄົນຂອງພຣະເຢຊູຍັງຄົງເປັນທີ່ຮູ້ຈັກໃນຖານະ "ສິດ" ຫຼື "ສິບສອງຄົນ" ຂອງພຣະອົງ. * ກ່ອນທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ,ພຣະອົງຊົງບັນຊາໃຫ້ສິດຂອງພຣະອົງສອນຄົນອື່ນກ່ຽວກັບການເປັນສິດຂອງພຣະອົງ ເຊັ່ນດຽວກັນ. * ຄົນທີ່ສັດທາໃນພຣະເຢຊູແລະເຊື່ອຕາມຄຳສອນຂອງພຣະອົງຖືກເອີ້ນວ່າ ສິດຂອງພຣະເຢຊູ. ## ຄຳແນະນຳໃນການແປ ຄຳວ່າ "ສິດ" ສາມາດແປໄດ້ໂດຍຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕິດຕາມ" ຫຼື "ນັກສຶກສາ" ຫຼື "ນັກຮຽນ" ຫຼື "ຜູ້ຮຽນ". * ກວດສອບໃຫ້ແນ່ໃຈວ່າ ການແປຂອງຄຳນີ້ບໍ່ໄດ້ໝາຍເຖິງສະເພາະນັກສຶກສາທີ່ຮຽນຮູ້ໃນຫ້ອງຮຽນເທົ່ານັ້ນ. * ການແປຄຳນີ້ຄວນແຕກຕ່າງຈາກຄຳແປຂອງຄຳວ່າ"apostl".