lo_tw/bible/kt/faithless.md

1.8 KiB

ຂາດຄວາມເຊື່ອ, ການຂາດຄວາມເຊື່ອ

ນິຍາມ

ຄໍາວ່າ "ຄວາມເຊື່ອ" ໝາຍເຖິງການບໍ່ມີຄວາມເຊື່ອຫລືບໍ່ສັດທາ.

  • ຄໍານີ້ໃຊ້ເພື່ອບັນລະຍາຍເຖິງຄົນທີ່ບໍ່ສັດທາໃນພຣະເຈົ້າ, ຊຶ່ງສາມາດເຫັນໄດ້ຈາກການກະທໍາຂອງລາວທີ່ບໍ່ມີສັດທາ.
  • ຜູ້ປະກາດພຣະທັມເຢເຣມີຢາໄດ້ຕໍາໜິຊົນຊາດອິສະຣາເອນທີ່ ຂາດຄວາມເຊື່ອ ແລະບໍ່ເຊື່ອຟັງພຣະເຈົ້າ.
  • ພວກເຂົາໄດ້ນະມັດສະການຮູບເຄົາລົບ ແລະຕິດຕາມພຣະປອມຕ່າງໆ ທີ່ບໍ່ຖືກຕ້ອງຂອງຄົນຊາດອື່ນທີ່ບໍ່ໄດ້ນະມັດສະການ ຫລືເຊື່ອຟັງພຣະເຈົ້າ.

ຄໍາແນະນຳການແປ

  • ຂຶ້ນຢູ່ກັບກໍລະນີຂອງຂໍ້ນັ້ນ ຄໍາວ່າ "ຂາດຄວາມເຊື່ອ" ສາມາດແປໄດ້ອີກວ່າ "ບໍ່ສັດຊື່" ຫລື "ຄວາມບໍ່ສັດທາ" ຫລື "ບໍ່ເຊື່ອຟັງ ພຣະເຈົ້າ" ຫລື "ບໍ່ສັດທາ."
  • ຄໍາວ່າ "ການຂາດຄວາມເຊື່ອ" ສາມາດແປໄດ້ວ່າ "ຄວາມບໍ່ສັດທາ" ຫລື "ຄວາມບໍ່ສັດຊື່" ຫລື "ກະບົດຕໍ່ຕ້ານພຣະເຈົ້າ."