lo_tw/bible/kt/hades.md

3.1 KiB

ແດນມໍລະນາ

ນິຍາມ

ຄຳວ່າ "ແດນມໍລະນາ" ແລະ "ແດນຄົນຕາຍ" ໄດ້ໃຊ້ໃນພຣະຄຳພີເພື່ອອ້າງເຖີງຄວາມຕາຍແລະສະຖານທີ່ທີ່ດວງວິນຍານຂອງຜູ້ຄົນໄປຢູ່ທີ່ນັ້ນເມື່ອພວກເຂົາຕາຍ. ຄວາມໝາຍຂອງທັງສອງຄຳຄ້າຍຄືກັນ.

  • ພາສາເຮັບເຣີ ຄຳວ່າ "ແດນມໍລະນາ" ແມ່ນມັກໃຊ້ໃນພັນທະສັນຍາເດີມເພື່ອອ້າງເຖິງສະຖານທີ່ແຫ່ງຄວາມຕາຍ.
  • ໃນພັນທະສັນຍາໃໝ່, ຄຳໃນພາສາກຣີກທີ່ວ່າ "ແດນຄົນຕາຍ" ໝາຍເຖິງສະຖານທີ່ສຳລັບດວງວິນຍານທີ່ກະບົດຕໍ່ສູ້ພຣະເຈົ້າ. ວິນຍານເຫລົ່ານີ້ບົ່ງບອກເຖິງການ "ລົງ" ໄປສູ່ແດນມໍລະນາ. ຊຶ່ງແຕກຕ່າງກັນກັບການ "ຂຶ້ນ" ໄປແຜ່ນດິນສະຫວັນ, ສະຖານທີ່ວິນຍານຂອງຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າປະທັບຢູ່.
  • ຄໍາວ່າ "ແດນມໍລະນາ" ແມ່ນຄູ່ກັບຄໍາວ່າ "ຄວາມຕາຍ" ໃນພຣະທຳພຣະນິມິດ. ໃນຄາວສຸດທ້າຍທັງຄວາມຕາຍແລະແດນມໍລະນາຈະຖືກຖິ້ມລົງບຶງໄຟຊຶ່ງເອີ້ນວ່ານາລົກ.

ຄໍາແນະນຳໃນການແປ

  • ໃນພັນທະສັນຍາເດີມຄໍາວ່າ "ແດນຄົນຕາຍ" ສາມາດແປວ່າ "ສະຖານທີ່ແຫ່ງຄວາມຕາຍ" ຫລື "ສະຖານທີ່ສໍາລັບວິນຍານຜູ້ທີ່ຕາຍແລ້ວ" ການແປບາງສໍານວນຄື "ຂຸມນາລົກ" ຫລື "ຄວາມຕາຍ," ຂຶ້ນຢູ່ກັບບໍລິບົດ.
  • ໃນພັນທະສັນຍາໃໝ່ຄໍາວ່າ "ແດນມໍລະນາ" ສາມາດແປວ່າ "ສະຖານທີ່ສໍາລັບຄົນຕາຍທີ່ບໍ່ເຊື່ອ" ຫລື "ສະຖານທີ່ແຫ່ງຄວາມທຸກທໍລະມານສໍາລັບຄົນຕາຍ" ຫລື "ສະຖານທີ່ສໍາລັບວິນຍານຂອງຄົນທີ່ບໍ່ເຊື່ອ."
  • ຄໍາແປບາງສະບັບຍັງຮັກສາຄໍາວ່າ "ແດນຄົນຕາຍ" ຫລື "ແດນມໍລະນາ," ການສະກົດຄໍາໃຫ້ເໝາະສົມກັບຮູບແບບສຽງຂອງພາສາໃນການແປ.