lo_tw/bible/kt/fear.md

3.0 KiB

ຄວາມຢ້ານກົວ, ຢ້ານກົວ, ຄວາມຢຳເກງພຣະຢາເວ

ນິຍາມ

ຄຳວ່າ "ຄວາມກົວຢ້ານ" ແລະ "ຢ້ານກົວ" ໝາຍເຖິງຄວາມຮູ້ສຶກທີ່ບໍ່ໜ້າຍິນດີທີ່ຄົນຜູ້ໜຶ່ງມີ ເມື່ອເກີດອັນຕະລາຍຂຶ້ນຕໍ່ຕົນເອງຫລືຜູ້ອື່ນ.

  • ຄຳວ່າ "ຄວາມກົວຢ້ານ" ສາມາດກ່າວເຖິງການໃຫ້ຄວາມເຄົາລົບນັບຖືທີ່ເລິກເຊິ່ງ ແລະການເຄົາລົບຕໍ່ຜູ້ທີ່ມີອຳນາດ.
  • ຄຳວ່າ "ຄວາມຢຳເກງພຣະຢາເວ," ແລະຄຳທີ່ກ່ຽວຂ້ອງຢ່າງເຊັ່ນ "ຄວາມຢຳເກງພຣະເຈົ້າ" ແລະ "ຄວາມຢຳເກງອົງພຣະຜູ້ເປັນເຈົ້າ," ກ່າວເຖິງການເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ພຣະເຈົ້າແລະການສະແດງການໃຫ້ກຽດນັ້ນໂດຍການເຊື່ອຟັງພຣະອົງ. ຄວາມເກງກົວນີ້ຖືກຝັກດັນໂດຍການຮູ້ຈັກວ່າ ພຣະເຈົ້າຊົງບໍຣິສຸດແລະກຽດຊັງຄວາມບາບ.
  • ພຣະຄໍັມພີສອນໄວ້ວ່າຜູ້ທີ່ຢຳເກງພຣະຢາເວນັ້ນຈະສະຫລາດ.

ຄຳແນະນຳການແປ

  • ຂຶ້ນຢູ່ກັບບໍຣິບົດຂອງຂໍ້ນັ້ນ, "ທີ່ຈະຢຳເກງ" ສາມາດແປໄດ້ອີກວ່າ "ທີ່ຈະເກງກົວ" ຫລື "ທີ່ຈະໃຫ້ກຽດຢ່າງເລິກເຊິ່ງ" ຫລື "ທີ່ຈະນົບນ້ອມ" ຫລື "ເປັນທີ່ໜ້າເກງຂາມ."
  • ຄຳວ່າ "ຢ້ານກົວ" ສາມາດແປໄດ້ອີກວ່າ "ທຳໃຫ້ໜ້າຢ້ານກົວຫລາຍ" ຫລື "ທຳໃຫ້ຕົກໃຈ" ຫລື "ໜ້າຢ້ານກົວ."
  • ປະໂຫຍກ, ຄວາມກົວເກງພຣະເຈົ້າຈະຕົກຢູ່ເໜືອພວກເຂົາ ສາມາດແປໄດ້ອີກວ່າ, "ທັນໃດນັ້ນພວກເຂົາກໍຮູ້ສຶກເຖິງຄວາມໜ້າເກງກົວແລະໃຫ້ກຽດພຣະເຈົ້າຢ່າງເລິກເຊິ່ງ" ຫລື "ທັນໃດນັ້ນ, ພວກເຂົາຮູ້ສຶກປະຫລາດໃຈແລະນົບນ້ອມຕໍ່ພຣະເຈົ້າຢ່າງເລິກເຊິ່ງ" ຫລື "ຈາກນັ້ນ, ພວກເຂົາກໍຮູ້ສຶກຢ້ານກົວພຣະເຈົ້າ."