lo_tw/bible/kt/highpriest.md

1.9 KiB

ມະຫາປະໂຣຫິດ

ນິຍາມ

ຄຳວ່າ "ມະຫາປະໂຣຫິດ"ອ້າງເຖິງປະໂຣຫິດພິເສດທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນເວລາໜຶ່ງປີໃນຖານະຜູ້ນຳຂອງປະໂຣຫິດທັງໝົດຂອງອິດສະຣາເອນ.

  • ມະຫາປະໂຣຫິດມີໜ້າທີ່ຮັບຜິດຊອບພິເສດ. ທ່ານເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສ່ວນບໍລິສຸດທີ່ສຸດຂອງວິຫານເພື່ອຈະຖວາຍເຄື່ອງບູຊາພິເສດປີລະເທື່ອ.
  • ອິດສະຣາເອນໄດ້ມີປະໂຣຫິດຫລາຍຄົນ, ແຕ່ມີມະຫາປະໂຣຫິດພຽງຄົນດຽວໃນຊ່ວງເວລາໜຶ່ງ.
  • ເມື່ອພຣະເຢຊູຊົງຖືກຈັບ, ກາຍາຟາເປັນມະຫາປະໂລຫິດຢ່າງເປັນທາງການ. ພໍ່ເຖົ້າຂອງກາຍາຟາ ອັນນາດຖືກກ່າວເຖິງໃນບາງຄັ້ງເພາະເຂົາເຄີຍເປັນມະຫາປະໂຣຫິດທີ່ຍັງມີອໍານາດ ແລະອຳນາດສິດທິຂາດເໜືອຜູ້ຄົນ.

ຄຳແນະນຳໃນການແປ

  • "ມະຫາປະໂຣຫິດ" ສາມາດແປໄດ້ວ່າ "ປະໂຣຫິດສູງສຸດ" ຫລື "ປະໂຣຫິດທີ່ມີຕຳແໜ່ງສູງສຸດ."
  • ໃຫ້ແນ່ໃຈວ່າຄຳນີ້ໃຊ້ຄຳແປຕ່າງຈາກຄຳວ່າ "ຫົວໜ້າປະໂຣຫິດ."