# ມະຫາປະໂຣຫິດ ## ນິຍາມ ຄຳວ່າ "ມະຫາປະໂຣຫິດ"ອ້າງເຖິງປະໂຣຫິດພິເສດທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນເວລາໜຶ່ງປີໃນຖານະຜູ້ນຳຂອງປະໂຣຫິດທັງໝົດຂອງອິດສະຣາເອນ. * ມະຫາປະໂຣຫິດມີໜ້າທີ່ຮັບຜິດຊອບພິເສດ. ທ່ານເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສ່ວນບໍລິສຸດທີ່ສຸດຂອງວິຫານເພື່ອຈະຖວາຍເຄື່ອງບູຊາພິເສດປີລະເທື່ອ. * ອິດສະຣາເອນໄດ້ມີປະໂຣຫິດຫລາຍຄົນ, ແຕ່ມີມະຫາປະໂຣຫິດພຽງຄົນດຽວໃນຊ່ວງເວລາໜຶ່ງ. * ເມື່ອພຣະເຢຊູຊົງຖືກຈັບ, ກາຍາຟາເປັນມະຫາປະໂລຫິດຢ່າງເປັນທາງການ. ພໍ່ເຖົ້າຂອງກາຍາຟາ ອັນນາດຖືກກ່າວເຖິງໃນບາງຄັ້ງເພາະເຂົາເຄີຍເປັນມະຫາປະໂຣຫິດທີ່ຍັງມີອໍານາດ ແລະອຳນາດສິດທິຂາດເໜືອຜູ້ຄົນ. ## ຄຳແນະນຳໃນການແປ * "ມະຫາປະໂຣຫິດ" ສາມາດແປໄດ້ວ່າ "ປະໂຣຫິດສູງສຸດ" ຫລື "ປະໂຣຫິດທີ່ມີຕຳແໜ່ງສູງສຸດ." * ໃຫ້ແນ່ໃຈວ່າຄຳນີ້ໃຊ້ຄຳແປຕ່າງຈາກຄຳວ່າ "ຫົວໜ້າປະໂຣຫິດ."