lo_tw/bible/kt/heart.md

3.8 KiB

ຫົວໃຈ

ນິຍາມ

ໃນພຣະຄຳພີ, ຄຳວ່າ "ຫົວໃຈ" ມັກຈະຖືກໃຊ້ໃນເຊີງປຽບທຽບຊຶ່ງອ້າງເຖິງຄວາມຄິດ ອາລົມ, ຄວາມປາດຖະໜາ, ຫລື ຄວາມຕັ້ງໃຈຂອງບຸກຄົນ.

  • ການມີ "ຫົວໃຈແຂງກະດ້າງ" ເປັນຄຳກ່າວທົ່ວໄປທີ່ໝາຍເຖິງບຸກຄົນທີ່ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າດ້ວຍຄວາມດື້ດ້ານ.
  • ຄຳກ່າວ "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ໝາຍເຖິງການເຮັດບາງຢ່າງໂດຍເຕັມກຳລັງ, ໂດຍການທຸ້ມເທແລະຕັ້ງໃຈຢ່າງເຕັມທີ່ .
  • ຄຳກ່າວ, "ເອົາມາໃສ່ໃຈ" ໝາຍເຖິງການປະຕິບັດຕໍ່ບາງຢ່າງດ້ວຍຄວາມຈິງຈັງແລະນຳມາໃຊ້ໃນຊີວິດຂອງຕົນເອງ.
  • ຄຳວ່າ "ໃຈແຕກສະລາຍ" ອະທິບາຍເຖິງຄົົນທີ່ໂສກເສົ້າຫລາຍ. ພວກເຂົາຖືກທໍາຮ້າຍຢ່າງໜັກດ້ານອາລົມຄວາມຮູ້ສຶກ.

ຄຳແນະນຳໃນການແປ

  • ບາງພາສາໃຊ້ສ່ວນອື່ນຂອງຮ່າງກາຍ ເຊັ່ນ "ກະເພາະ" ຫລື "ຕັບ" ເພື່ອອ້າງເຖິງຄວາມຄິດເຫລົ່ານີ້.
  • ພາສາອື່ນໆອາດຈະໃຊ້ຄໍາດຽວໃນການອະທິບາຍແນວຄິດບາງຢ່າງເຫລົ່ານີ້ແລະໃຊ້ອີກຄຳໜຶ່ງໃນການອະທິບາຍແນວຄິດອື່ນໆ .
  • ຖ້າ "ຫົວໃຈ" ຫລືຮ່າງກາຍສ່ວນອື່ນໆ ບໍ່ໄດ້ມີຄວາມໝາຍນີ້ ບາງພາສາອາດຈຳເປັນຕ້ອງແປກົງໆ ບໍ່ຕ້ອງປຽບທຽບ ແລະໃຊ້ຄຳວ່າ "ຄວາມຄິດ" ຫລື "ອາລົມຄວາມຮູ້ສຶກ" ຫລື "ຄວາມປາດຖະໜາ."
  • ຂຶ້ນຢູ່ກັບສະພາບການ, "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ສາມາດແປໄດ້ວ່າ, "ດ້ວຍພະລັງທັງໝົດຂອງຂ້າພະເຈົ້າ" ຫລື "ດ້ວຍການທຸ້ມເທຢ່າງເຕັມກຳລັງ" ຫລື "ຢ່າງເຕັມທີ່."
  • ວະລີ "ເອົາມາໃສ່ໃຈ" ອາດຈະແປໄດ້ວ່າ "ປະຕິບັດຕໍ່ສິ່ງນັ້ນດ້ວຍຄວາມຈິງຈັງ" ຫລື "ຄິດຢ່າງຮອບຄອບກ່ຽວກັບສິ່ງນັ້ນ."
  • ຄຳກ່າວ "ຫົວໃຈແຂງກະດ້າງ" ອາດສາມາດແປໄດ້ວ່າ, "ກະບົດດ້ວຍຄວາມດື້ດຶງ" ຫລື "ປະຕິເສດທີ່ຈະເຊື່ອຟັງ" ຫລື "ບໍ່ເຊື່ອຟັງພຣະເຈົ້າຕໍ່ໄປເລື້ອຍໆ."
  • ວິທີທີ່ຈະແປ "ໃຈແຕກສະລາຍ" ສາມາດລວມເຖິງ, "ເສຍໃຈຫລາຍ" ຫລື "ຮູ້ສຶກເຈັບປວດຢ່າງແຮງ."