lo_tw/bible/kt/christian.md

2.7 KiB

ຄຣິສຕຽນ

ນິຍາມ

ຫລັງຈາກທີ່ພຣະເຢຊູສະເດັດກັບສູ່ສະຫັວນ ຄົນທົ່ວໄປໄດ້ເອີ້ນຊື່"ຄຣິສຕຽນ" ທີ່ມີຄວາມຫມາຍວ່າ "ຜູ້ຕິດຕາມພຣະຄຣິດ"

  • ບັນດາຜູ້ຕິດຕາມພຣະເຢຊູໄດ້ຖືກເອີ້ນວ່າ "ຄຣິສຕຽນ"ເປັນຄັ້ງທຳອິດໃນເມືອງອັນທີໂອເຂຍ.
  • ຄຣິສຕຽນເປັນຜູ້ທີ່ສັດທາວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າແລະຜູ້ທີ່ວາງໃຈໃນພຣະເຢຊູທີ່ຈະຊວ່ຍເຂົາໃຫ້ລອດຈາກບາບທັງປວງຂອງເຂົາ.
  • ໃນສະໄຫມປະຈຸບັນນີ້ ຫລາຍຄັ້ງທີ່ຄຳວ່າ "ຄຣິສຕຽນ"ໃຊ້ສຳຫລັບຄົນທີ່ລະບຸຕົວຕົນວ່າເປັນຄົນຖືສາດສະຫນາຄຣິສ ແຕ່ບໍ່ໄດ້ເປັນຜູ້ຕິດຕາມພຣະເຢຊູຈິງໆ ນີ້ບໍ່ແມ່ນຄວາມ

ຫມາຍຂອງ "ຄຣິສຕຽນ" ໃນພຣະຄຳພີ.

  • ເພາະຄຳວ່າ "ຄຣິສຕຽນ " ໃນພຣະຄຳພີກ່າວເຖີງບາງຄົນທີ່ເປັນຜູ້ສັດທາຢ່າງແທ້ຈິງໃນພຣະເຢຊູ ຄຣິສຕຽນຍັງຖືກເອີ້ນວ່າ

"ຜູ້ສັດທາ"ດວ້ຍ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ວ່າ "ຜູ້ຕິດຕາມພຣະຄຣິດ" ຫລື "ຜູ້ຕິດຕາມຂອງພຣະຄຣິດ" ຫລືບາງທີກໍເຫມືອນກັບ "ຄົນຂອງພຣະຄຣິດ".
  • ຂໍໃຫ້ແນ່ໃຈວ່າການແປຄຳນີ້ຈະແຕກຕ່າງໄປຈາກຄຳທີ່ໃຊ້ສຳຫລັບສາວົກ ຫລືປະໂລຫິດ.
  • ຂໍໃຫ້ລະມັດລະວັງໃນການແປຄຳນີ້ດວ້ຍຄຳທີ່ສາມາດກ່າວເຖີງ

ທຸກຄົນທີ່ເປັນຜູ້ສັດທາ ໃນພຣະເຢຊູ ບໍ່ແມ່ນສະເພາະກຸ່ມຄົນ.

  • ຂໍພິຈາຣະນາໃຫ້ດີໃນການແປຄຳນີ້ໃນພຣະຄຳພີໃນພາສາທອ້ງຖິ່ນ ຫລື ພາສາກາງດວ້ຍ.