# ຄຣິສຕຽນ ## ນິຍາມ ຫລັງຈາກທີ່ພຣະເຢຊູສະເດັດກັບສູ່ສະຫັວນ ຄົນທົ່ວໄປໄດ້ເອີ້ນຊື່"ຄຣິສຕຽນ" ທີ່ມີຄວາມຫມາຍວ່າ "ຜູ້ຕິດຕາມພຣະຄຣິດ" * ບັນດາຜູ້ຕິດຕາມພຣະເຢຊູໄດ້ຖືກເອີ້ນວ່າ "ຄຣິສຕຽນ"ເປັນຄັ້ງທຳອິດໃນເມືອງອັນທີໂອເຂຍ. * ຄຣິສຕຽນເປັນຜູ້ທີ່ສັດທາວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າແລະຜູ້ທີ່ວາງໃຈໃນພຣະເຢຊູທີ່ຈະຊວ່ຍເຂົາໃຫ້ລອດຈາກບາບທັງປວງຂອງເຂົາ. * ໃນສະໄຫມປະຈຸບັນນີ້ ຫລາຍຄັ້ງທີ່ຄຳວ່າ "ຄຣິສຕຽນ"ໃຊ້ສຳຫລັບຄົນທີ່ລະບຸຕົວຕົນວ່າເປັນຄົນຖືສາດສະຫນາຄຣິສ ແຕ່ບໍ່ໄດ້ເປັນຜູ້ຕິດຕາມພຣະເຢຊູຈິງໆ ນີ້ບໍ່ແມ່ນຄວາມ ຫມາຍຂອງ "ຄຣິສຕຽນ" ໃນພຣະຄຳພີ. * ເພາະຄຳວ່າ "ຄຣິສຕຽນ " ໃນພຣະຄຳພີກ່າວເຖີງບາງຄົນທີ່ເປັນຜູ້ສັດທາຢ່າງແທ້ຈິງໃນພຣະເຢຊູ ຄຣິສຕຽນຍັງຖືກເອີ້ນວ່າ "ຜູ້ສັດທາ"ດວ້ຍ. ## ຄຳແນະນຳໃນການແປ * ຄຳນີ້ສາມາດແປໄດ້ວ່າ "ຜູ້ຕິດຕາມພຣະຄຣິດ" ຫລື "ຜູ້ຕິດຕາມຂອງພຣະຄຣິດ" ຫລືບາງທີກໍເຫມືອນກັບ "ຄົນຂອງພຣະຄຣິດ". * ຂໍໃຫ້ແນ່ໃຈວ່າການແປຄຳນີ້ຈະແຕກຕ່າງໄປຈາກຄຳທີ່ໃຊ້ສຳຫລັບສາວົກ ຫລືປະໂລຫິດ. * ຂໍໃຫ້ລະມັດລະວັງໃນການແປຄຳນີ້ດວ້ຍຄຳທີ່ສາມາດກ່າວເຖີງ ທຸກຄົນທີ່ເປັນຜູ້ສັດທາ ໃນພຣະເຢຊູ ບໍ່ແມ່ນສະເພາະກຸ່ມຄົນ. * ຂໍພິຈາຣະນາໃຫ້ດີໃນການແປຄຳນີ້ໃນພຣະຄຳພີໃນພາສາທອ້ງຖິ່ນ ຫລື ພາສາກາງດວ້ຍ.