lo_tw/bible/kt/angel.md

5.0 KiB

ທູດສະຫວັນ, ຫົວໜ້າທູດສະຫວັນ

ນິຍາມ

ທູດສະຫວັນເປັນວິນຍານທີ່ມີອຳນາດຫຼາຍທີ່ພຣະເຈົ້າຊົງໄດ້ສ້າງ.ທູດສະຫວັນມີຢູ່ເພື່ອຮັບໃຊ້ພຣະເຈົ້າໂດຍທຳຕາມທີ່ພຣະເຈົ້າຊົງບັນຊາໃຫ້ທຳ.ຄຳວ່າ ຫົວໜ້າທູດສະຫວັນ ໝາຍເຖິງທູດສະຫວັນຜູ້ທີ່ປົກຄອງຫຼືຜູ້ນຳທູດສະຫວັນອື່ນໆທັງໝົດ.

  • ຄຳວ່າ "ທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຜູ້ສົ່ງຂ່າວ." * ຄຳວ່າ "ຫົວໜ້າທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຫົວໜ້າຜູ້ສົ່ງຂ່າວ" ມີທູດສະຫວັນອົງດຽວທີ່ຖືກເວົ້າເຖິງໃນພຣະຄັມພີວ່າເປັນ "ຫົວໜ້າທູດສະຫວັນ" ຄື ມີຄາເອນ.
  • ໃນພຣະຄັມພີ ທູດສະຫວັນຈະນຳຂ່າວສານມາຈາກພຣະເຈົ້າມາໃຫ້ມະນຸດ.ຂ່າວສານເຫຼົ່ານີ້ລວມທັງຂໍ້ແນະນຳຕ່າງໆທີ່ພຣະເຈົ້າຕ້ອງການໃຫ້ມະນຸດກະທຳ.
  • ທູດສະຫວັນບອກມະນຸດເຖິງເຫດການຕ່າງໆທີ່ກຳລັງຈະເກີດຂຶ້ນໃນອະນາຄົດຫຼືເຫດການຕ່າງໆທີ່ໄດ້ເກີດຂຶ້ນໄປແລ້ວດ້ວຍ.
  • ທູດສະຫວັນມີສິດອຳນາດຂອງພຣະເຈົ້າໃນຖານະທີ່ເປັນຕົວແທນຂອງພຣະອົງແລະໃນພຣະຄັມພີ ບາງຄັ້ງພວກທູດສະຫວັນກໍຈະເວົ້າເໝືອນດັ່ງກັບວ່າພຣະເຈົ້າກຳລັງເວົ້າເອງ.
  • ວິທີອື່ນໆທີ່ທູດສະຫວັນຮັບໃຊ້ພຣະເຈົ້າຄື ການປົກປ້ອງແລະເສີມກຳລັງມະນຸດ.
  • ຄຳເວົ້າພິເສດເຊັ່ນ "ທູດສະຫວັນຂອງພຣະຢາເວ"ມີຄວາມໝາຍໄດ້ຫຼາຍຢ່າງເຊັ່ນ 1.)ອາດໝາຍເຖິງ "ທູດສະຫວັນທີ່ເປັນຕົວແທນຂອງພຣະຢາເວ" ຫຼື "ຜູ້ສົ່ງຂ່າວທີ່ຮັບໃຊ້ພຣະຢາເວ" 2.)ອາດໝາຍເຖິງພຣະຢາເວ ເອງຜູ້ຊົງເບິ່ງແລ້ວຄ້າຍຄືທູດສະຫວັນໃນຂະນະທີ່ພຣະອົງຊົງເວົ້າກັບມະນຸດ ຫຼື ໜຶ່ງໃນຄວາມໝາຍເຫຼົ່ານີ້ອາດອະທິບາຍເຖິງບ່ອນທີ່ວ່າ ທູດສະຫວັນໃຊ້ຄຳວ່າ "ເຮົາ" ເໝືອນກັບເປັນພຣະຢາເວກຳລັງເວົ້າເອງ .

ຂໍ້ແນະນຳໃນການແປ

  • ຫຼາຍວິທີທີ່ຈະແປຄຳວ່າ "ທູດສະຫວັນ" ອາດລວມເຖິງຄຳວ່າ "ຜູ້ສົ່ງຂ່າວຈາກພຣະເຈົ້າ" ຫຼື "ຜູ້ຮັບໃຊ້ແຫ່ງຟ້າສະຫວັນຂອງພຣະເຈົ້າ" ຫຼື "ຜູ້ສົ່ງຂ່າວແຫ່ງພຣະວິນຍານຂອງພຣະເຈົ້າ".
  • ຄຳວ່າ "ຫົວໜ້າທູດສະຫວັນ" ອາດແປໄດ້ອີກວ່າ "ຜູ້ນຳຂອງທູດສະຫວັນ" ຫຼື "ຫົວໜ້າທີ່ປົກຄອງທູດສະຫວັນ" ຫຼື "ຜູ້ນຳທູດສະຫວັນ."
  • ໃຫ້ພິຈາລະນາເຖິງການແປຄຳເຫຼົ່ານີ້ໃນພາສາກາງຫຼືໃນພາສາທ້ອງຖິ່ນດ້ວຍ.
  • ຄຳເວົ້າທີ່ວ່າ "ທູດສະຫວັນຂອງພຣະຢາເວ" ຄວນແປໂດຍໃຊ້ຄຳສຳລັບ "ທູດສະຫວັນ" ແລະ "ພຣະຢາເວ" ຊຶ່ງຈະສາມາດໃຊ້ຄຳນີ້ໃນຮູບແບບທີ່ແຕກຕ່າງກັນໄດ້ ຫຼື ອາດແປໄດ້ອີກວ່າ "ທູດສະຫວັນຈາກພຣະຢາເວ" ຫຼື "ທູດສະຫວັນທີ່ຖືກສົ່ງມາໂດຍພຣະຢາເວ" ຫຼື "ພຣະຢາເວຜູ້ຊົງດູເໝືອນທູດສະຫວັນ."