lo_tw/bible/kt/authority.md

2.5 KiB

ສິດທິອຳນາດ

ນິຍາມ

ຄຳວ່າ " ສິດທິອຳນາດ " ເວົ້າເຖິງອຳນາດຫລືອິດທິພົນແລະການຄວບຄຸມທີ່ບາງຄົນມີເໜືອບາງຄົນ.

  • ກະສັດແລະຜູ້ປົກຄອງຄົນອື່ນໆ ມີສິດທິອຳນາດເໜືອປະຊາຊົນທີ່ພວກເຂົາປົກຄອງ.
  • ຄຳວ່າ " ຜູ້ມີອຳນາດທັງຫລາຍ " ເວົ້າເຖິງປະຊາຊົນ ຣັຖະບານ ຫລືອົງການຕ່າງໆ ທີ່ມີສິດອຳນາດເໜືອຄົນອື່ນ.
  • ເຈົ້ານາຍມີອຳນາດເໜືອພວກຄົນຮັບໃຊ້ ຫລືພວກທາດຂອງພວກເຂົາ ຜູ້ປົກຄອງມີອຳນາດເໜືອພວກເດັກນ້ອຍຂອງພວກເຂົາ.
  • ຣັຖະບານມີອຳນາດ ຫລື ສິດທິທີ່ຈະອອກກົດໝາຍທີ່ຈະປົກຄອງພວກພົນລະເມືອງຂອງພວກເຂົາ.

ຂໍ້ແນະນຳໃນການແປ

  • ຄຳວ່າ "ສິດທິອຳນາດ " ອາດແປໄດ້ອີກວ່າ " ຄວບຄຸມ " ຫລື " ສິດທິ " ຫລື " ຄຸນສົມບັດ. "
  • ບາງຄັ້ງຄຳວ່າ " ສິດທິອຳນາດ " ຖືກໃຊ້ໝາຍຄວາມວ່າ " ອຳນາດ. "
  • ມີຄຳວ່າ " ຜູ້ມີອຳນາດ " ຖືກໃຊ້ເພື່ອເວົ້າເຖິງຜູ້ຄົນຫລືອົງການຕ່າງໆ ທີ່ປົກຄອງປະຊາຊົນ, ຄຳນີ້ກໍສາມາດແປໄດ້ອີກວ່າ "ພວກຜູ້ນຳ "ຫລື " ພວກຜູ້ປົກຄອງ " ຫລື " ພວກຜູ້ມີອຳນາດ. "
  • ຖ້ອຍຄຳທີ່ວ່າ " ດ້ວຍສິດທິອຳນາດຂອງຕົນເອງ " ຫລື " ຂຶ້ນຢູ່ກັບຄຸນສົມບັດຂອງເຂົາເອງ. "
  • ມີຄຳທີ່ວ່າ " ພາຍໃຕ້ສິດທິອຳນາດ, " ອາດຈະໄດ້ວ່າ " ຮັບຜິດຊອບທີ່ຈະເຊື່ອຟັງ, " ຫລື " ຕ້ອງເຊື່ອຟັງຄຳສັ່ງຂອງຄົນອື່ນ. "