lo_tw/bible/kt/cross.md

2.1 KiB

ໃມ້ກາງແຂນ

ນິຍາມ

ໃນຊ່ວງເວລາຂອງພຣະຄັມພີ ໄມ້ກາງແຂນເປັນເສົາໄມ້ທີ່ຕັ້ງຢູ່ໃນພື້ນທີ່ໂດຍມີໄມ້ຄານແນວນອນຕິດຢູ່ໃກ້ກັບດ້ານເທິງ.

  • ໃນຊ່ວງເວລາຂອງຈັກກະພັດໂຣມ ລັດຖະບານໂຣມ ຈະປະຫານອາດຊະຍາກອນ ໂດຍຜູກ ຫຼື ຕອກຕະປູຕິດພວກເຂົາໄວ້ກັບໄມ້ກາງແຂນ ແລະຖີ້ມປະໃວ້ໃຫ້ຕາຍ.
  • ພຣະເຢຊູໄດ້ຖືກກ່າວໂທດຢ່າງຜິດໆ ວ່າເປັນອາດຊະຍາກອນທີ່ພຣະອົງບໍ່ໄດ້ກະທຳ ແລະຊາວໂຣມໄດ້ທຳໃຫ້ພຣະອົງເສຍຊີວິດເທິງໄມ້ກາງແຂນ.
  • ໂປດຮູ້ວ່ານີ້ເປັນຄຳທີ່ແຕກຕ່າງ ໄປຈາກຄຳກິຣິຍາ"ຂ້າມ"ຊຶ່ງ

ຫມາຍເຖີງການຂ້າມໄປຍັງອີກດ້ານໜຶ່ງຂອງບາງສິ່ງ ບາງຢ່າງເຊັ່ນ ແມ່ນ້ຳຫຼື ທະເລສາບ.

ຄຳແນະນຳໃນການແປ

  • ຄຳນີ້ອາດແປ ໂດຍໃຊ້ຄຳໃນພາສາທີ່ຈະແປ ຊຶ່ງກ່າວເຖີງຮູບແບບ

ຂອງໄມ້ກາງແຂນ.

  • ພິຈາຣະນາອະທິບາຍ ໄມ້ກາງແຂນວ່າ ເປັນສິ່ງທີ່ໃຊ້ຂ້າຄົນ

ຈິ່ງມີການໃຊ້ຄວາມເວົ້າເຊັ່ນ "ຫຼັກປະຫານ" ຫຼື "ຕົ້ນໄມ້ແຫ່ງຄວາມຕາຍ".

  • ພິຈາຣະນາຄຳແປນີ້ ໃນການແປພຣະຄຳພີ ດ້ວຍພາສາທ້ອງຖິ່ນ ຫຼື ພາສາກາງດ້ວຍ.