# ໃມ້ກາງແຂນ ## ນິຍາມ ໃນຊ່ວງເວລາຂອງພຣະຄັມພີ ໄມ້ກາງແຂນເປັນເສົາໄມ້ທີ່ຕັ້ງຢູ່ໃນພື້ນທີ່ໂດຍມີໄມ້ຄານແນວນອນຕິດຢູ່ໃກ້ກັບດ້ານເທິງ. * ໃນຊ່ວງເວລາຂອງຈັກກະພັດໂຣມ ລັດຖະບານໂຣມ ຈະປະຫານອາດຊະຍາກອນ ໂດຍຜູກ ຫຼື ຕອກຕະປູຕິດພວກເຂົາໄວ້ກັບໄມ້ກາງແຂນ ແລະຖີ້ມປະໃວ້ໃຫ້ຕາຍ. * ພຣະເຢຊູໄດ້ຖືກກ່າວໂທດຢ່າງຜິດໆ ວ່າເປັນອາດຊະຍາກອນທີ່ພຣະອົງບໍ່ໄດ້ກະທຳ ແລະຊາວໂຣມໄດ້ທຳໃຫ້ພຣະອົງເສຍຊີວິດເທິງໄມ້ກາງແຂນ. * ໂປດຮູ້ວ່ານີ້ເປັນຄຳທີ່ແຕກຕ່າງ ໄປຈາກຄຳກິຣິຍາ"ຂ້າມ"ຊຶ່ງ ຫມາຍເຖີງການຂ້າມໄປຍັງອີກດ້ານໜຶ່ງຂອງບາງສິ່ງ ບາງຢ່າງເຊັ່ນ ແມ່ນ້ຳຫຼື ທະເລສາບ. ## ຄຳແນະນຳໃນການແປ * ຄຳນີ້ອາດແປ ໂດຍໃຊ້ຄຳໃນພາສາທີ່ຈະແປ ຊຶ່ງກ່າວເຖີງຮູບແບບ ຂອງໄມ້ກາງແຂນ. * ພິຈາຣະນາອະທິບາຍ ໄມ້ກາງແຂນວ່າ ເປັນສິ່ງທີ່ໃຊ້ຂ້າຄົນ ຈິ່ງມີການໃຊ້ຄວາມເວົ້າເຊັ່ນ "ຫຼັກປະຫານ" ຫຼື "ຕົ້ນໄມ້ແຫ່ງຄວາມຕາຍ". * ພິຈາຣະນາຄຳແປນີ້ ໃນການແປພຣະຄຳພີ ດ້ວຍພາສາທ້ອງຖິ່ນ ຫຼື ພາສາກາງດ້ວຍ.