lo_tw/bible/kt/evangelism.md

2.0 KiB

ຜູ້ປະກາດ, ຜູ້ປະກາດຂ່າວປະເສີດ

ນິຍາມ

ຄໍາວ່າ "ຜູ້ປະກາດ" ແມ່ນຄົນທີ່ບອກຄົນອື່ນເຖິງຂ່າວປະເສີດເລື່ອງພຣະເຢຊູຄຣິດ.

  • ຄວາມໝາຍຕາມຕົວໜັງສືຄໍາວ່າ "ຜູ້ປະກາດ" ແມ່ນ "ລາງຄົນທີ່ເທດສະໜາຂ່າວປະເສີດ."
  • ພຣະເຢຊູຊົງໄດ້ສົ່ງອັກຄະສາວົກຂອງພຣະອົງອອກໄປເຜີຍແຜ່ຂ່າວປະເສີດ ກ່ຽວກັບການຈະເປັນສ່ວນໜຶ່ງຂອງອານາຈັກຂອງພຣະເຈົ້າ ໂດຍການວາງໃຈໃນພຣະເຢຊູ ແລະການຖວາຍບູຊາຂອງພຣະອົງສໍາລັບຄວາມບາບ.
  • ຄຣິສຕຽນທຸກຄົນຖືກກະຕຸ້ນໃຫ້ແບ່ງປັນຂ່າວປະເສີດ.
  • ຄຣິສຕຽນບາງຄົນໄດ້ຮັບຂອງປະທານຝ່າຍວິນຍານສະເພາະເພື່ອບອກເລົ່າຂ່າວປະເສີດໄດ້ຢ່າງມີປະສິດທິພາບແກ່ຄົນອື່ນ. ກ່າວໄວ້ວ່າຄົນເຫລົ່ານີ້ມີຂອງປະທານໃນການປະກາດຂ່າວປະເສີດແລະຖືກຮຽກເອີ້ນໃຫ້ເປັນ "ຜູ້ປະກາດ."

ຄໍາແນະນໍາໃນການແປ

  • ຄໍາວ່າ "ຜູ້ປະກາດ" ສາມາດແປໄດ້ອີກວ່າ, "ລາງຄົນທີ່ເທດສະໜາຂ່າວປະເສີດ" ຫລື "ຜູ້ສອນຂ່າວປະເສີດ" ຫລື "ຄົນທີ່ປະກາດຂ່າວປະເສີດ."