lo_tw/bible/kt/children.md

3.4 KiB

ພວກເດັກ,ເດັກ,ລູກ

ນິຍາມ

ໃນພຣະຄຳພີ ຄຳວ່າ "ເດັກ"ມັກຈະໃຊ້ໂດຍທົ່ວໄປທີ່ກ່າວເຖີງຄົນທີ່ຢູ່ໃນວັຍເດັກ ລວມເຖີງເດັກນອ້ຍດ້ວຍ ຄຳວ່າ "ພວກເດັກ"ເປັນຮູບພະຫູບົດ ແລະຍັງໃຊ້ເປັນຄຳປຽບທຽບດວ້ຍ.

  • ໃນພຣະຄັມພີ ພວກສາວົກ ຫລືພວກຄົນທີ່ຕິດຕາມ ບາງຄັ້ງກໍເອີ້ນວ່າ "ພວກເດັກ".
  • ຄຳວ່າ "ພວກເດັກ" ມັກຈະໃຊ້ຫມາຍເຖີງເຊຶ້ອສາຍຂອງບຸກຄົນ
  • ຄຳເວົ້າ "ພວກຂອງເດັກ" ສາມາດໃຊ້ໃນຄວາມຫມາຍຂອງການບອກເປັນລັກສະນະຂອງບາງສິ່ງ ມີຕົວຢ່າງຂອງຄຳນີ້ຢູ່ເຊັ່ນ
  • ພວກລູກຂອງຄວາມສະຫວ່າງ.
  • ພວກລູກແຫ່ງການເຊື່ອຟັງ.
  • ພວກລູກຂອງມານ.
  • ຄຳນີ້ສາມາດເວົ້າເຖີງຄົນທີ່ກ່າວເຖີງພວກລູກຝ່າຍວິນຍານ

ກໍໄດ້ ຕົວຢ່າງເຊັ່ນ "ພວກລູກຂອງພຣະເຈົ້າ" ຊຶ່ງກ່າວເຖີງຄົນທີ່ເປັນຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະເຢຊູ.

ຄຳແນະນຳໃນການແປ

  • ຄຳວ່າ "ພວກລູກ" ສາມາດແປໄດ້ວ່າ "ພວກເຊື້ອສາຍ" ເມື່ອຄຳນີ້ເມື່ອກ່າວເຖີງຄົນທີ່ເປັນເຫລັນ ຫລືໂຫລ້ນເປັນຕົ້ນ.
  • "ພວກລູກຂອງເຂົາ" ສາມາດແປໄດ້ວ່າຄົນທີ່ມີລັກສະນະຂອງ"

ຫລື "ຄົນທີ່ເຮັດດີເຫມືອນກັນ" ຂື້ນຢູ່ກັບບໍຣິບົດ.

  • ຖ້າເປັນໄປໄດ້ ຄຳເວົ້າ "ພວກລູກຂອງພຣະເຈົ້າ" ຄວນແປຕາມຕົວຫນັງສື ເນື່ອງຈາກຄວາມທີ່ສຳຄັນຕາມພຣະຄຳພີ ຄືພຣະເຈົ້າຊົງເປັນພຣະບິດາແຫ່ງສະຫັວນຂອງເຮົາ ການແປທີ່ເລືອກມາໃຊ້ໄດ້ອາດຈະເປັນ" ຄົນທີ່ເປັນຂອງພຣະເຈົ້າ" ພວກລູກຝາ່ຍວິນຍານຂອງພຣະເຈົ້າ.
  • ເມື່ອພຣະເຢຊູຊົງເອີ້ນພວກສາວົກຂອງພຣະອົົງວ່າ"ພວກລູກ"

ຄຳນີ້ຄວນແປວ່າ "ພວກເພື່ອນຜູ້ສັດທາທີ່ຮັກ"ກໍໄດ້

  • ຄຳເວົ້າ "ພວກລູກແຫ່ງພັນທະສັນຍາ" ສາມາດແປໄດ້ວ່າ "ຄົນທີ່ຮັບສິ່ງທີ່ພຣະເຈົ້າໄດ້ງສັນຍາກັບພວກເຂົາ.