lo_tw/bible/kt/exalt.md

2.2 KiB

ຍົກຊູ, ການເທີດທູນ

ນິຍາມ

ການຍົກຊູແມ່ນການສັນລະເສີນທີ່ສູງສົ່ງແລະການໃຫ້ກຽດບາງຄົນ. ອີກທັງສາມາດໝາຍເຖິງການວາງບາງຄົນໄວ້ໃນຕໍາແໜ່ງທີ່ສູງ.

  • ໃນພຣະຄໍາພີ, ຄໍາວ່າ "ຍົກຊູ" ສ່ວນຫລາຍແມ່ນໃຊ້ເພື່ອຍົກຊູພຣະເຈົ້າ.
  • ເມື່ອມະນຸດຍົກຊູຕົວເອງ, ນັ້ນໝາຍຄວາມວ່າລາວກໍາລັງຄິດເຖິງຕົວເອງໃນແບບທີ່ອວດຕົວຫລືໂອ້ອວດຈອງຫອງ.

ຄໍາແນະນໍາໃນການແປ

  • ແນວທາງການແປ "ຍົກຊູ" ສາມາດລວມເຖິງ, "ການສັນລະເສີນທີ່ສູງສຸດ" ຫລື "ໃຫ້ກຽດຢ່າງຍິ່ງໃຫຍ່" ຫລື "ຍ້ອງຍໍ" ຫລື "ການເວົ້າສັນລະເສີນ."
  • ໃນບາງກໍລະນີ, ສາມາດແປໄດ້ດ້ວຍຄໍາ ຫລືຖ້ອຍຄໍາທີ່ມີຄວາມໝາຍວ່າ, "ການວາງໄວ້ໃນຕໍາແໜ່ງສູງ" ຫລື "ໃຫ້ກຽດຢ່າງຫລວງຫລາຍຂຶ້ນໃຫ້ແກ່" ຫລື "ເວົ້າເຖິງຄວາມຊື່ນຊົມ."
  • "ຢ່າຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຢ່າຄິດເຖິງຕົນເອງສູງເກີນໄປ" ຫລື "ຢ່າອວດດີກ່ຽວກັບຕົນເອງ."
  • "ຄົນເຫລົ່ານັ້ນທີ່ຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຄິດຢ່າງຈອງຫອງກ່ຽວກັບພວກເຂົາເອງ" ຫລື "ຄົນເຫລົ່ານັ້ນທີ່ໂອ້ອວດກ່ຽວກັບພວກຕົນເອງ.