lo_tw/bible/kt/arkofthecovenant.md

2.7 KiB

ຫີບພັນທະສັນຍາ, ຫີບແຫ່ງພັນທະສັນຍາບັນຊາ, ຫີບຂອງພຣະຢາເວ

ນິຍາມ

ຄຳເຫລົ່ານີ້ເວົ້າເຖິງຫີບໄມ້ພິເສດຂະໜາດໃຫຍ່ ຫຸ້ມຫໍ່ດ້ວຍທອງຄຳ ຊຶ່ງບັນຈຸແຜ່ນສີລາສອງແຜ່ນທີ່ຈາລຶກພຣະບັນຍັດສິບປະການໄວ້ ໄມ້ເທົ້າຂອງອາໂລນແລະໂຖໃສ່ມານາ.

  • ຄຳວ່າ " ຫີບ " ໃນທີ່ນີ້ອາດແປໄດ້ອີກວ່າ "ກ່ອງ " ຫລື "ຫີບຂະໜາດໃຫຍ່ " ຫລື " ສິ່ງທີ່ໃສ່ຂອງເກັບໄວ້. "
  • ວັດຖຸຕ່າງໆ ໃນຫີບຂະໜາດໃຫຍ່ນີ້ທຳໃຫ້ຄົນອິສະຣາເອນ ລະນຶກເຖິງພັນທະສັນຍາຂອງພຣະເຈົ້າທີ່ໄດ້ສັນຍາໄວ້ກັບພວກເຂົາ.
  • ຫີບພັນທະສັນຍານີ້ວາງໄວ້ໃນ " ສະຖານທີ່ສັກສິດ. "
  • ການຊົງສະຖິດຂອງພຣະເຈົ້າຢູ່ເໜືອຫີບພັນທະສັນຍາ, ໃນສະຖານທີ່ບໍຣິສຸດທີ່ສຸດ,ຫໍເຕັນທີ່ສັກສິດ ເປັນທີ່ຊຶ່ງພຣະເຈົ້າຊົງສັ່ງກັບໂມເຊຜູ້ເປັນນຳຂອງປະຊາຊົນອິສະຣາເອນ.
  • ໃນສະໄໝທີ່ພັນທະສັນຍາຕັ້ງຢູ່ບ່ອນບໍຣິສຸດທີ່ສຸດຂອງພຣະວິຫານ, ມະຫາປະໂລຫິດຈະເປັນພຽງຜູ້ດຽວທີ່ສາມາດເຂົ້າເຖິງຫີບນັ້ນໄດ້ ພຽງປີລະໜຶ່ງຄັ້ງ ໃນວັນແຫ່ງການໄຖ່ບາບ.
  • ພຣະຄັມພີພາສາອັງກຣິດຫລາຍສະບັບແປຄຳວ່າ " ພັນທະສັນຍາບັນຊາ " ຕົງຕາມຕົວອັກຄຳວ່າ " ສັກຂີພະຍານ " ຊຶ່ງໝາຍເຖິງຄວາມຈິງທີ່ວ່າພຣະບັນຍັດສິບປະການເປັນສັກຂີພະຍານຫລືເປັນພະຍານໃຫ້ແກ່ພັນທະສັນຍາຂອງພຣະເຈົ້າ ກັບປະຊາຊົນຂອງພຣະອົງ. ແລະຍັງແປໄດ້ອີກວ່າ " ພຣະບັນຍັດພັນທະສັນຍາ. "