lo_tw/bible/kt/gentile.md

2.3 KiB

ຄົນຕ່າງຊາດ

ນິຍາມ

ຄຳວ່າ "ຄົນຕ່າງຊາດ" ອ້າງເຖິງຄົນທ່ີບໍ່ໄດ້ເປັນຢິວ ຄົນຕ່າງຊາດຄືປະຊາຊົນຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກຢາໂຄບ.

  • ໃນພຣະຄັມພີ, ຄຳວ່າ "ພວກທ່ີ່ບໍ່ໄດ້ເຂົ້າຮັບພິທີຕັດ"ກໍໃຊ້ຄືກັນກັບຄຳອູປະມາອ້າງເຖິງຄົນຕ່າງຊາດເພາະວ່າພວກເຂົາຫລາຍຄົນບໍ່ໄດ້ໃຫ້ລູກຫລານທີ່ເປັນຜູ້ຊາຍເຂົ້າຮັບພິທີຕັດເໝືອນຢ່າງຊົນຊາດອິສະຣາເອນໄດ້ເຮັດ.
  • ເພາະວ່າພຣະເຈົ້າໄດ້ເລືອກຄົນຢິວເພື່ອເປັນຊົນຊາດທີ່ພິເສດສຳລັບພຣະເຈົ້າ. ພວກເຂົາໄດ້ຄິດວ່າພວກຄົນຕ່າງຊາດຄືພວກຄົນນອກທີ່ບໍ່ມີວັນຈະໄດ້ເປັນຄົນຂອງພຣະເຈົ້າ.
  • ຄົນຢິວຫລືທີ່ເອີ້ນວ່າຊົນຊາດອິສະຣາເອນຫລືຄົນເຮັບເຣີໃນຊວ່ງເວລາທີ່ແຕກຕ່າງຂອງປະຫວັດສາດ ພວກເຂົາອ້າງເຖິງຄົນອື່ນໆ ທ່ີ່ເຫລືອເປັນ"ຄົນຕ່າງຊາດ."
  • ຄົນຕ່າງຊາດສາມາດແປໄດ້ອີກວ່າ"ຄົນບໍ່ແມ່ນຄົນຢິວ" ຫລື " "ບໍ່ແມ່ນຄົນອິສະຣາເອນ" (ພັນທະສັນຍາເດີມ) ຫລື"ບໍ່ແມ່ນຄົນຢິວ"
  • ຕາມປະເພນີແລ້ວ ຄົນຢິວຈະບໍ່ກິນເຂົ້າຮວ່ມກັບຄົນຕ່າງຊາດຫລຶຄົບຄ້າສາມາຄົມກັບພວກເຂົາ ຊຶ່ງໃນຕອນທຳອິດເຮັດໃຫ້ເກີດບັນຫາຫລວງຫລາຍໃນຄຣິສຕະຈັກຍຸກຕົ້ນໆ.