lo_tw/bible/kt/atonementlid.md

2.5 KiB

ຝາແຫ່ງການຄືນດີ

ນິຍາມ

" ຝາແຫ່ງການຄືນດີ " ເປັນຝາທີ່ເຮັດຈາກທອງຄຳເພື່ອໃຊ້ເປັນ ຝາປິດເທິງຫີບພັນທະສັນຍາ. ໃນພາສາອັງກຣິດຫລາຍສະບັບໃຊ້ຄຳນີ້ເອີ້ນວ່າ " ແຜ່ນປິດແຫ່ງການຄືນດີ. "

  • ຝາແຫ່ງການຄືນດີມີຄວາມຍາວປະມານ115 ເຊັ່ນຕີແມັດແລະກວ້າງປະມານ 70 ເຊັນຕີແມັດ
  • ເທິງຝາແຫ່ງການຄືນດີນັ້ນມີເຄຣຸບທອງຄຳສອງຮູບທີ່ມີປາຍປີກມາບັນຈຸກັນ.
  • ພຣະຢາເວໄດ້ຊົງສັ່ງວ່າພຣະອົງຈະພົບຄົນອິສະຣາເອນເໜືອຝາແຫ່ງການຄືນດີ, ພາຍໃຕ້ປີກທີ່ກາງອອກຂອງເຄຣຸບ, ມີພຽງມະຫາປະໂລຫິດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ກະທຳການນີ້, ໃນຖານະຕົວແທນຂອງປະຊາຊົນ.
  • ບາງຄັ້ງຝາແຫ່ງການຄືນດີນີ້ໄດ້ເອີ້ນວ່າ " ພຣະທີ່ນັ່ງກາຣຸນາ " ເພາະວ່າເປັນຊື່ພຣະເມດ ຕາ ຂອງພຣະເຈົ້າໃນການສະເດັດລົງມາເພື່ອໄຖ່ມະນຸດຄົນບາບ.

ຂໍ້ແນະນຳໃນການແປ

  • ໃນວິທີອື່ນຈະແປຄຳນີ້ກໍອາດຈະລວມເຖິງຄຳວ່າ "ຝາຫີບທີ່ພຣະເຈົ້າຊົງສັນຍາວ່າຈະໄຖ່ບາບ " ຫລື " ທີ່ພຣະເຈົ້າຊົງຄືນດີ " ຫລື " ຝາຫີບທີ່ພຣະເຈົ້າຊົງໃຫ້ອະພັຍແລະຊົງຮື້ຟື້ນຂຶ້ນໃໝ່. "
  • ຫລືອາດຈະມີຄວາມໝາຍວ່າ " ສະຖານທີ່ແຫ່ງການປອບໂຍນ. "
  • ໃຫ້ປຽບທຽບຄຳນີ້ກັບຄຳທີ່ທ່ານໃຊ້ແປຄຳວ່າ " ການຄືນດີ " ການປອບໂຍນ " ຫລື " ການໄຖ່ບາບ."