lo_tw/bible/kt/call.md

7.1 KiB

ເອິີ້ນ, ການ​ເອີ້ນ, ໄດ້​ຮັບ​ການ​ເອີ້ນ, ເອີ້ນ​ອອກ​ມາ

ນິຍາມ

​ຄຳ​ວ່າ​ "ເອີ້ນ"​ແລະ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ຕາມ​ສຳ​ນຽງ​ສຽງ​ເອີ້ນ​ຄ່ອຍ​ຕໍ່​ຜູ້​ຢູ່​ໃກ້, ເອີ້ນ​ສຽງ​ດັງ​ຕໍ່​ຜູ້​ຢູ່​ຫ່າງ​ໄກ ແລະ​ຍັງ​ມີ​ຄວາມ​ໝາຍ​ອື່ນໆ​ອີກ.

  • ຄຳ​ວ່າ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ວ່າ​ຮ້ອງ​ດ້ວຍ​ສຽງ​ດັງ​ກັບ​ຜູ້​ຢູ່​ຫ່າງ​ໄກ​ໃຫ້​ອອກ​ມາ. ຄຳ​ດຽວ​ກັນ​ນີ້​ຍັງ​ມີ​ຄວາມ​ໝາຍ​ວ່າ​ເອີ້ນ​ມາ​ໃຫ້​ຊ່ອຍ ໂດຍ​​​ສະ​ເພາະ​ແມ່ນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ເຈົ້າ.
  • ​ເຫັນໃນ​ພ​ຣະ​ຄຳ​ພີຫລາຍ​ເທື່ອ​ເຫັນ​ຄຳ​ວ່າ "ເອີ້ນ" ມີ​ຄວາມ​ໝາຍ​ວ່າ ເປັນ​ຄຳ​ສັ່ງ ຫລື​ຄຳ​ຂໍ​ຮ້ອງ.
  • ພ​ຣະ​ເຈົ້າ​ຊົງ​ເອີ້ນ​ຄົນ​ທັງ​ຫລາຍ​ໃຫ້​ມາ​ຫາ​ພ​ຣະ​ອົງ​ເພື່ອ​ເປັນ​ປະ​ຊ​າ​ຊົນ​ຂອງ​ພ​ຣະ​ອົງ​ແມ່ນ​ໃຊ້​ຄຳ​ວ່າ "ເອີ້ນ​ອອກ​ມາ"
  • ຄຳ​ວ່າ "ຊົງ​ເອີ້ນ" ທີ່​ໃຊ້​ໃນ​ພ​ຣະ​ຄຳ​ພີ​ໝາຍ​ເຖິງ​ພ​ຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງຫລື​ເລືອກ​ໃຫ້​ເປັນ​ລູກ​ຂອງ​ພ​ຣະ​ອົງ, ຊົງ​ເອີ້ນ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ພ​ຣະ​ອົງ, ເປັນ​ຜູ​້​ປະ​ກາດ​ພ​ຣະ​ຄຳ​ແຫ່ງ​ຄວາມ​ລອດ​ພົ້ນ​ທີ່​ມີ​ໃນ​ພ​ຣະ​ເຢ​ຊູ.
  • ຄຳ​ນີ້​ຍັງ​ໃຊ້​ບາງ​ກໍ​ຣະ​ນີ​ອາ​ດ​ແປ​ວ່າ​ເອີ້ນ​ຜູ້​ໃດ​ຜູ້​ນຶ່ງ ຕົວ​ຢ່າງ "ລາວ​ຖືກ​ເອີ້ນ​ຊື່​ວ່າ ໂຢ​ຮັນ ໝາຍ​ຄວາມ​ວ່າ​ລາວ​ຊື່ ໂຢ​ຮັນ.
  • ການ​ຖືກ "ເອີ້ນ​​ອອກຊື່" ໝາຍ​ຄວາມ​ວ່າ​ຜູ້​ໃດ​ຜູ້ນຶ່ງ​ຖືກ​ເອີ້ນ​ສ​ະເພາະ​ເຈາະ​ຈົງ. ພ​ຣະ​ເຈົ້າ​ຊົງ​ເອີ້ນ​ປະ​ຊ​າກອ​ນ​ພຣະ​ອົງ​ໂດຍ​ອອກ​ຊື່​ຜູ້ນັ້ນ.
  • ການ​ຮຽກ​ເອິີ້ນ​ແບບ​ນື່ງ " ຂ້ອຍ​ເອີ້​ນ​ອອກ​ຊື່​ເຈົ້າ" ໝາຍ​ຄວາມວ່າ​ພ​ຣະ​​ເຈົ້າ​ຮູ້​ຈັກ​ຊື່​ຜູ້ນັ້ນ ແລະ​ເອີ້ນ​ມາ​ເລືອກ​ເອົາ​ລາວ.

ຄຳແນະ​ນຳ​ໃນ​ການ​ແປ

  • ຄຳ​ວ່າ "ເອີ້ນ" ສ​າ​ມາດ​ແປ​ໄດ້​ວ່າ ​ການ​ຮຽກ​ຕົວ ຫລື​ຮຽກ​ຮ້ອງ ຮວມ​ເຖິງ​ຄວາມ​ຄິດ​ຕັ້ງ​ໃຈ​ຈະ​ເອີ້ນ​ແນວນັ້ນ.
  • ຄຳ​ວ່າ "ເອີ້ນ​ຫາ​ເຈົ້າ" ອາດ​ແປ​ໄດ້​ວ່າ "ຂໍ​ໃຫ້​ເຈົ້າ​ຊ່ອຍ" ຫລື ຮ້ອງ​ຂໍ​ຄວາມ​ຊວ່ຍ​ເຫລືອ​ຍາມ​ສຸກ​ເສີນ.
  • ເວ​ລາ​ພ​ຣະ​ຄຳ​ພີ​ເວົ້າ​ວ່າ "ຊົງ​ເອີ້ນ" ເຮົາ​ໃຫ້​ເປັນ​ຜູ້​ຮັບ​ໃຊ້ ສາ​ມາດ​ແປ​ໄດ້​ວ່າ "ຊົງ​ເລືອກ​ເຮົາ​ໄວ້​ຢ່າງ​ພິ​ເສດ" ຫລື "ຊົງ​ແຕ່ງ​ຕັ້ງ" ໃຫ້​ເປັນ​ຜູ້​ຮັບ​ໃຊ້.
  • ເຈົ້າ​ຕ້ອງ​ຮ້ອງ​ອອກ​ພຣະ​ນາມ​ພ​ຣະ​ອົງ ຍັງ​ແປ​ວາ ຮ້ອງ​ອອກ​ນາມ​ຊື່​ພ​ຣະ​ອົງ.
  • ພ​ຣະ​ນາມ​ຂອງ​ພ​ຣະ​ອົງ ອາ​ຈ​ແປ​ວ່າ ພ​ຣະ​ອົງ​ຊົງ​ພ​ຣະ​ນາມ​ວ່າ.
  • ການ "​ເອີ້​ນ​ອອກ​ມາ" ແປ​ວ່າ​ເອີ້ນ​ດ້ວຍ​ສຽງ​ດ​ັງ ຫລື​ຮ້ອງ​ແຮງໆ ຫລື​ເວົ້າ​ສຽງ​ດັງໆ ແຕ່ບໍ່​ແມ່ນ​ຮ້ອງ​ແບບ​ໃຈ​ຮ້າຍ.
  • ຄາ​ເວົ້າ​ອີກ​ຄຳ​ນຶ່ງ "ການ​ຊົງ​ເອີ້ນ​ຂອງ​ພ​ຣະ​ເຈົ້າ" ອາ​ຈ​ແປ​ວ່າ "ພ​ຣະ​ປະ​ສົງ​ຂອງ​ພ​ຣ​ເຈົ້າ​ສຳ​ລັບ​ເຈົ້າ" ຫລື "ພ​ຣະ​ເຈົ້າ​ມີ​ງານ​ພິ​ເສດ​ໃຫ້​ເຈົ້າ"
  • ຮ້ອງ​ອອກ​ພ​ຣະ​ນາມ​ພ​ຣະ​ເຈົ້າ ອາ​ດ​ແປ​ວ່າ​ສະ​ແຫວງ​ຫາ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລະ​ເພິ່ງ​ໃນ​ພຣະ​ຄຸນ​ພ​ຣະ​ອົງ ຫລື​ເຊື່ອ​ແລະວາງ​ໃຈ​ໃນ​​ອົງ​ພ​​ຣະຜູ້​ເປັນ​​ເຈົ້າ.
  • ຄຳ​ວ່າ "ຮຽກ​ຮ້ອງ" ອາ​ດ​ແປ​ໄດ້​ວ່າ​ສັ່ງ​ການ ຫລື​ຮ້ອງ​ຂໍ.
  • ຄຳ​ເວົ້າ​ອີກ​ຄຳ​ນຶ່ງ " ເຈົ້າ​ໄດ້ຮ້ອງ​ອອກ​ນາມ​ຊື່​ຂອງ​ເຮົາ" ອາ​​ດ​ແປ​ໄດ້​ວ່າ ເຮົາ​ໄ​ດ້​ໃຫ້​ເຈົ້າ​ໃຊ້​ຊື່​ຂອງ​ເຮົາ ເພື່ອບອກ​ໃຫ້​ຮູ້​ວ່າ​ເຈົ້ຳ​ເປັນ​ຂອງ​ເຮົາ.
  • ເມື່ອ​ພ​ຣະ​ເຈົ້າ​ຊົງ​ກ່າວ​ວ່າ "ເຮົາ​ໄດ້​ເອີ້ນ​ເຈົ້າ​ໂດຍ​ຊື່​ຂອງ​ເຈົ້າ" ອາ​ດ​ແປ​ວ່າ​ເຮົາ​ຮູ້​ຊື່​ເຈົ້າ ແລະ​ເຮົາ​ເລືອກ​ເອົາ​ເຈົ້າ.