lo_tw/bible/kt/almighty.md

2.8 KiB

ມະ​ຫິດ​ທິຣິດ​

ນິຍາມ

​ຄຳ​ວ່າ "​ມະ​ຫິດ​ທິ​ຣິດ" ແປ​ຕາມ​ຕົວ​ອັກ​ສອນໝາຍ​ຄວາມ​ວ່າ "ມີ​ຣິດ​ອຳ​ນາດທັງ​ໝົດ," ໃນ​ພ​ຣະຄັມ​ພີ​ແມ່ນ​ເວົ້າ​ເຖິງ​ພ​ຣະ​ເຈົ້າ.

  • ຄຳ​ນຳ​ໜ້າ​ຊື່ "ຊົງ​ມະ​ຫິດ​ທິ​ຣິດ" ຫລື "ຜູ້​ຊົງ​ມະ​ຫິດ​ທິ​ຣິດ​ອົງ​ດຽວ" ໝາຍ​ເຖິງ​ພ​ຣະ​ເຈົ້າ ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ພ​ຣະ​ອົງ​ຊົງ​ມີ​ອຳນາດ​ແລະ​ສິດ​ທິ​ເໜືອ​ທຸກ​ສິ່ງ​ຢ່າງ​ສົມ​ບຸນ.
  • ຄຳ​ນີ້​ໃຊ້​ເພື່ອ​ອະ​ທິ​ບາຍເຖິງ​ພ​ຣະ​ເຈົ້າ ໂດຍ​ເອີ້ນ​ວ່າ "ພ​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິດ​ທິ​ຣິດ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ."

ຄຳແນະ​ນຳ​ໃນ​ການ​ແປ

  • ຄຳ​ນີ້​ສາ​ມາດ​ແປ​ໄດ້​ອີກວ​່າ "ມີ​ອຳ​ນາດ​ເໜືອ​ທັງ​ໝົດ​ທັງ​ປວງ" ຫລື "ອົງ​ດຽວ​ທີ່​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບຸນ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບູນ."
  • ວິ​ທີ​ແປ​​​ເນື້ອຫານີ້​ມີ​ຫລາຍ​ຢ່າງ "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດສູງ​ສຸດ" ຊຶ່ງ​ສາ​ມາດ​ລວມ​ເຖິງ "ພ​ຣະ​ເຈົ້າ​ຜູ້​ຄອບ​ຄອງ" ຫລື "ພ​​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິທິ​ຣິດ ຜູ້​ເປັນ​ເຈົ້າ​ນາຍ​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ."