lo_tw/bible/kt/falsegod.md

3.5 KiB

ພຣະປອມ, ພຣະຕ່າງຊາດ, ເທບ, ເທບທິດາ

ນິຍາມ

ພຣະປອມແມ່ນບາງສິ່ງທີ່ຄົນທັງຫລາຍນະມັດສະການແທນພຣະເຈົ້າອົງທ່ຽງແທ້. ຄໍາວ່າ "ເທພີ" ໄດ້ເວົ້າເຖິງພຣະເຈົ້າປອມທີ່ເປັນ ເພດຍິງ.

  • ພຣະປອມເຫລົ່ານີ້ ຫລືເທພີທີ່ບໍ່ມີຢູ່ຢ່າງແທ້ຈິງ ພຣະຢາເວເທົ່າ ນັ້ນແມ່ນພຣະເຈົ້າແຕ່ພຽງອົງດຽວ.
  • ລາງເທື່ອຄົນໄດ້ສ້າງຮູບເຄົາລົບຈາກວັດຖຸເພື່ອຂາບໄຫວ້ນະມັດສະການ ສິ່ງເຫລົ່ານັ້ນເປັນພຣະເຈົ້າຂອງພວກເຂົາ.
  • ໃນພຣະຄັມພີ ປະຊາກອນຂອງພຣະເຈົ້າມັກຈະຫັນໜີໄປ ບໍ່ເຊື່ອ ຟັງພຣະອົງ ເພື່ອໄປນະມັດສະການພຣະເຈົ້າປອມອື່ນໆ.
  • ຫລາຍເທື່ອຜີຮ້າຍຈະຫລອກລວງຄົນໃຫ້ເຊື່ອສັດທາພຣະເຈົ້າປອມ ແລະຮູບເຄົາລົບຕ່າງໆ ວ່າພຣະເຈົ້າປອມເຫລົ່ານັ້ນມີຣິດເດດ.
  • ພຣະບາອານ ພຣະດາໂກນ ແລະພຣະໂມເລັກ ແມ່ນພຣະສາມ ອົງໃນບັນດາພຣະເຈົ້າປອມທັງຫລາຍທີ່ຄົນໄດ້ຂາບໄຫ້ວນະມັດສະ ການໃນສະໄໝພຣະຄັມພີເດີມ.
  • ພຣະອາເຊຣາ ແລະອາເຕມິດ(ໄດນາ) ແມ່ນເທພີສອງອົງທີ່ຄົນ ໃນຍຸກສະໄໝບູຮານຂາບໄຫ້ວນະມັດສະການ.

ຄໍາແນະນໍາການແປ

  • ອາດຈະມີຄໍາສໍາລັບຄໍາວ່າ "ພຣະ" ຫລື "ພຣະ" ຫລືພຣະປອມ" ຢູ່ ແລ້ວໃນພາສາທີ່ແປ ຫລືພາສາທີ່ໃກ້ຄຽງ.
  • ຄໍາວ່າ "ຮູບເຄົາລົບ" ອາດຈະໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ.
  • ໃນພາສາອັງກິດ ຕົວອັກສອນທີ່ພິມຕົວນ້ອຍ "g" ໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ ແລະຕົວອັກສອນຕົວໃຫຍ່ "G" ເພື່ອເວົ້າເຖິງພຣະເຈົ້າອົງທ່ຽງແທ້ອົງດຽວ ພາສາອື່ນໆ ອາດຈະເປັນເຊັ່ນນັ້ນ.
  • ອີກຢ່າງນຶ່ງກໍຄື ການໃຊ້ຄໍາທີ່ແຕກຕ່າງກັນຢ່າງສິ້ນເຊີງເພື່ອເວົ້າເຖິງພຣະເຈົ້າປອມ.
  • ບາງພາສາອາດຈະເພີ້ມຄໍາສະເພາະບາງຄໍາ ອາດຈະເປັນພຣະເຈົ້າທຽມ ພຣະເຈົ້າປອມ ທີ່ບັນລະຍາຍເປັນເພດຊາຍ ຫລືເພດຍິງ.