lo_tw/bible/kt/church.md

3.1 KiB

ຄຣິສຕະຈັກ

ນິຍາມ

ໃນພັນທະສັນຍາໃຫມ່ ຄຳວ່າ "ຄຣິສຕະຈັກ" ກ່າວເຖີງກຸ່ມຜູ້ເຊື່ອໃນພຣະເຢຊູໃນທອ້ງຖິ່ນ ທີ່ມາລວມກັນຢູ່ຢ່າງສະຫມ່ຳສະເໝີເພື່ອທີ່ຈະອະທິຖານ ແລະຟັງພຣະຄຳຂອງພຣະເຈົ້າ ຄຳວ່າ "ຄຣິສຕະຈັກ" ມັກຈະຫມາຍເຖີງຄຣິສຕຽນທຸກຄົນ.

  • ຄຳນີ້ກ່າວຕາມຕົວຫນັງສືວ່າ "ຖືກເອີ້ນອອກມາ"ການລວມກັນ ຫລື ຊຸມນຸມກັນຂອງປະຊາຊົນທີ່ມາລວມກັນເພື່ອເປົ້າຫມາຍສະເພາະ.
  • ເມື່ອຄຳນີ້ໃຊ້ກ່າວເຖີງຜູ້ທີ່ເຊື່ອທຸກຄົນໃນທຸກທີ່ໃນພຣະກາຍຂອງພຣະຄຣິດ ການແປພຣະຄຳພີພາສາອັງກິດບາງສະບັບໃຊ້ຫນັງສືຕົວທຳອິດເປັນຕົວໃຫຍ່("Church") ເພື່ອໃຫ້ເປັນຄວາມແຕກຕ່າງຂອງຄຳນີ້ ຈາກຄຣິສຕະຈັກທອ້ງຖິ່ນ.
  • ບັນດາຜູ້ເຊື່ອໃນເມືອງໃດເມືອງຫນຶ່ງມັກຈະປະຊຸມກັນໃນບ້ານຂອງຄົນໃດຄົນຫນຶ່ງ ຄຣິສຕະຈັກທອ້ງຖິ່ນເຫົ່ລານີ້ໄດ້ຕັ້ງຊື່ຕາມເມືອງນັ້ນໆຢ່າງເຊັ່ນ "ຄຣິສຕະຈັກເອເຟໂຊ" .

ໃນພຣະຄຳພີ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ.

%ຄຳແນະນຳໃນການແປ

  • ຄຳວ່າ "ຄຣິສຕະຈັກ" ສາມາດແປໄດ້ວ່າ "ຊຸມນຸມກັນ" ຫລື "ລວມຕົວກັນ" ຫລື "ການຮວ່ມຊຸມນຸມກັນ" ຫລື "ຄົນທີ່ມາປະຊຸມກັນ" .
  • ຄຳຫລື ຄຳເວົ້າທີ່ໃຊ້ແປຄຳນີ້ຄວນຈະຫມາຍເຖີງຜູ້ເຊື່ອທຸກຄົນ ບໍ່ແມ່ນພຽງກຸ່ມນອ້ຍໆ ພຽງກຸ່ມດຽວ.
  • ຂໍໃຫ້ແນ່ໃຈວ່າການແປຄຳວ່າ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ".
  • ຄຳທີ່ໃຊ້ແປ "ການລວມຕົວກັນ" ໃນພັນທະສັນຍາເດີມສາມາດໃຊ້ແປຄຳນີ້ໄດ້ດວ້ຍ.
  • ຂໍໃຫ້ພິຈາຣະນາໃຫ້ດີໃນການແປຄຳນີ້ ໃນການແປພຣະຄັມພີໃນພາສາທອ້ງຖິ່ນ ຫລື ພາສາກາງ.