lo_tw/bible/kt/crucify.md

1.9 KiB

ຄຶງກາງແຂນ

ນິຍາມ

ຄຳວ່າ "ຄຶງກາງແຂນ"ໝາຍເຖິງການປະຫານບຸກຄົນ ດ້ວຍການຜູກມັດເຂົາໄວ້ກັບໄມ້ກາງແຂນແລະປ່ອຍໃຫ້ເຂົາຢູ່ທີ່ນັ້ນເພື່ອຈະທົນທຸກທໍຣະ ມານແລະຕາຍດ້ວຍຄວາມເຈັບປວດຢ່າງຍິ່ງ.

  • ຜູ້ເຄາະຮ້າຍຖືກມັດຫຼື ຕອກຕະປູຕິດກັບໄມ້ກາງແຂນ ຄົນທີ່ຖືກຄຶງກາງແຂນເສຍຊີວິດຈາກການເສຍເລືອດຫຼືຈາກການຫາຍໃຈບໍ່ອອກ.
  • ຈັກກະພັດໂຣມບູຮານໃຊ້ວິທີນີ້ໃນການລົງໂທດແລະຂ້າຄົນທີ່ເປັນອາດຊະຍາກອນຫຼືຜູ້ກໍ່ກະບົດຕໍ່ຕ້ານອຳນາດລັດຖະບານຂອງພວກເຂົາ.
  • ພວກຜູ້ນຳສາດສະໜາຢິວໄດ້ຂໍໃຫ້ຜູ້ວ່າຣາຊະການໂຣມສັ່ງໃຫ້ທະຫານຂອງເຂົາຄຶງພຣະເຢຊູ ພວກທະຫານໄດ້ຕອກຕະປູໃສ່ມືພຣະເຢຊູເຂົ້າກັບໄມ້ກາງແຂນ. ພຣະອົງຊົງທົນທຸກທໍຣະມານຢູ່ທີ່ນັ້ນເປັນເວລາຫົກຊົ່ວໂມງແລ້ວກໍສິ້ນພຣະຊົນ.

ຄຳແນະນຳໃນການແປ

  • ຄຳວ່າ"ຄຶງທີ່ກາງແຂນ"ອາດແປວ່າ "ຂ້າເທິງໄມ້ກາງແຂນ" ຫຼື

"ປະຫານໂດຍການຕອກຕະປູເຂົ້າກັບໄມ້ກາງແຂນ.