lo_tw/bible/kt/foolish.md

2.4 KiB

ຄົນໂງ່, ໂງ່, ຄວາມໂງ່

ນິຍາມ

ຄຳວ່າ "ຄົນໂງ່" ກ່າວເຖິງຄົນທີ່ມັກເລືອກສິ່ງທີ່ຜິດໆ, ໂດຍສະເພາະຢ່າງຍິ່ງ ການເລືອກທີ່ບໍ່ເຊື່ອຟັງ ຄຳວ່າ "ໂງ່" ບັນລະຍາຍວ່າຄົນຫຼືພຶດຕິກຳທີ່ບໍ່ສະຫຼາດ.

  • ໃນພຣະຄັມພີຄຳວ່າ "ຄົນໂງ່" ມັກຈະອ້າງເຖິງຄົນທີ່ບໍ່ສັດທາຫຼືບໍ່ເຊື່ອຟັງພຣະເຈົ້າ. ຄຳນີ້ຈະແຕກຕ່າງກັບຄົນສະຫຼາດ, ຜູ້ທີ່ວາງໃຈໃນພຣະເຈົ້າແລະເຊື່ອຟັງພຣະອົງ.
  • ໃນເພງສັນລະເສີນ, ດາວິດບັນລະຍາຍວ່າຄົນໂງ່ນັ້ນຄືຄົນທີ່ບໍ່ສັດທາໃນພຣະເຈົ້າ,ຜູ້ທີ່ເພີກເສີຍຕໍ່ຫຼັກຖານການຊົງສ້າງຂອງພຣະອົງ.
  • ໃນພັນທະສັນຍາເດີມໃນພຣະທັມສຸພາສິດໃຫ້ຄຳອະທິບາຍຫຼາຍຢ່າງກ່ຽວກັບຄົນໂງ່,ຫຼືບຸກຄົນທີ່ໂງ່ຈ້ານັ້ນເປັນຢ່າງໃດ.
  • ຄຳວ່າ "ຄວາມໂງ່" ອ້າງເຖິງການກະທຳທີ່ບໍ່ສະຫຼາດເພາະວ່າສິ່ງນັ້ນຕໍ່ຕ້ານນ້ຳພຣະທັຍພຣະເຈົ້າ ຫຼາຍໆຄັ້ງຄຳວ່າ "ຄວາມໂງ່" ຍັງລວມເຖິງຄວາມໝາຍຂອງບາງສິ່ງທີ່ໜ້າຢາກຫົວຫຼືອັນຕະລາຍດ້ວຍ.

ຄຳແນະນຳການແປ

  • ຄຳວ່າ "ຄົນໂງ່" ສາມາດແປໄດ້ອີກວ່າ "ຄົນຈ້າ" ຫຼື "ຄົນທີ່ບໍ່ສະຫຼາດ " ຫຼື "ຄົນທີ່ໄຮ້ສາລະ" ຫຼື "ຄົນອະທັມ"
  • ແນວທາງການແປຄຳວ່າ "ໂງ່" ສາມາດລວມທັງ "ຂາດຄວາມເຂົ້າໃຈ " ຫຼື "ບໍ່ສະຫຼາດ " ຫຼື "ໄຮ້ສາລະ".