lo_tw/bible/kt/compassion.md

2.5 KiB

ຄວາມເມດຕາ, ມີຄວາມເມດຕາ, ພຣະເມດຕາ

ນິຍາມ

ຄຳວ່າ "ຄວາມເມດຕາ" ກ່າວເຖິງຄວາມຫ່ວງໃຍຜູ້ອື່ນ ໂດຍສະເພາະຢ່າງຍິ່ງຄົນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຍາກ. ຄົນທີ່ "ມີຄວາມເມດຕາ" ຫ່ວງໃຍຄົນອື່ນ ແລະຊ່ວຍເຫຼືອພວກເຂົາ.

  • ຄຳວ່າ "ຄວາມເມດຕາ" ມັກຈະລວມເຖິງການໃສ່ໃຈຄົນທີ່ຂັດສົນ, ແລະການທຳການຊ່ວຍເຫຼືອພວກເຂົາດ້ວຍ.
  • ພຣະຄໍາພີບອກວ່າພຣະເຈົ້າຊົງພຣະເມດຕາ, ນັ້ນຄື, ພຣະອົງ

ຊົງປ່ຽມດ້ວຍຄວາມຮັກ ແລະຄວາມເມດຕາ.

  • ໃນຈົດໝາຍຂອງໂປໂລ ທີ່ໄປເຖິງຊາວໂກໂລຊາຍ, ທ່ານບອກພວກເຂົາໃຫ້ "ສວມໃຈເມດຕາ." ທ່ານສອນພວກເຂົາໃຫ້ໃສ່ໃຈ

ຜູ້ຄົນ ແລະທຳການຊ່ວຍເຫຼືອຄົນອື່ນໆທີ່ຂັດສົນ.

ຄຳແນະນຳໃນການແປ

  • ຄວາມໝາຍຕາມຕົວອັກສອນຂອງຄຳວ່າ "ຄວາມເມດຕາ" ຄື " ຄວາມເຫັນໃຈດ້ວຍຄວາມເມດຕາ." ຄຳນີ້ເປັນສຳນວນທີ່ໝາຍເຖິງ "ຄວາມເມດຕາ" ຫຼື "ສົງສານ." ບາງພາສາອາດຈະມີສຳນວນພາສາຂອງຕົນເອງໃນການແປຄຳນີ້.
  • ການແປ "ຄວາມເມດຕາ" ໃນຮູບແບບອື່ນໆ ສາມາດລວມເຖິງ"ຄວາມໃສ່ໃຈຢ່າງເລິກເຊິ່ງຕໍ່" ຫຼື "ການຊວ່ຍເຫຼືອທີ່ເຕັມດ້ວຍຄວາມເມດຕາ."
  • ຄຳວ່າ "ເມດຕາ" ສາມາດແປໄດ້ວ່າ "ການໃສ່ໃຈແລະຊວ່ຍເຫຼືອຢ່າງເຕັມທີ່" ຫຼື "ປ່ຽມດ້ວຍຄວາມຮັກແລະເມດຕາຢ່າງເລິກເຊິ່ງ."