# ຄວາມເມດຕາ, ມີຄວາມເມດຕາ, ພຣະເມດຕາ ## ນິຍາມ ຄຳວ່າ "ຄວາມເມດຕາ" ກ່າວເຖິງຄວາມຫ່ວງໃຍຜູ້ອື່ນ ໂດຍສະເພາະຢ່າງຍິ່ງຄົນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຍາກ. ຄົນທີ່ "ມີຄວາມເມດຕາ" ຫ່ວງໃຍຄົນອື່ນ ແລະຊ່ວຍເຫຼືອພວກເຂົາ. * ຄຳວ່າ "ຄວາມເມດຕາ" ມັກຈະລວມເຖິງການໃສ່ໃຈຄົນທີ່ຂັດສົນ, ແລະການທຳການຊ່ວຍເຫຼືອພວກເຂົາດ້ວຍ. * ພຣະຄໍາພີບອກວ່າພຣະເຈົ້າຊົງພຣະເມດຕາ, ນັ້ນຄື, ພຣະອົງ ຊົງປ່ຽມດ້ວຍຄວາມຮັກ ແລະຄວາມເມດຕາ. * ໃນຈົດໝາຍຂອງໂປໂລ ທີ່ໄປເຖິງຊາວໂກໂລຊາຍ, ທ່ານບອກພວກເຂົາໃຫ້ "ສວມໃຈເມດຕາ." ທ່ານສອນພວກເຂົາໃຫ້ໃສ່ໃຈ ຜູ້ຄົນ ແລະທຳການຊ່ວຍເຫຼືອຄົນອື່ນໆທີ່ຂັດສົນ. ## ຄຳແນະນຳໃນການແປ * ຄວາມໝາຍຕາມຕົວອັກສອນຂອງຄຳວ່າ "ຄວາມເມດຕາ" ຄື " ຄວາມເຫັນໃຈດ້ວຍຄວາມເມດຕາ." ຄຳນີ້ເປັນສຳນວນທີ່ໝາຍເຖິງ "ຄວາມເມດຕາ" ຫຼື "ສົງສານ." ບາງພາສາອາດຈະມີສຳນວນພາສາຂອງຕົນເອງໃນການແປຄຳນີ້. * ການແປ "ຄວາມເມດຕາ" ໃນຮູບແບບອື່ນໆ ສາມາດລວມເຖິງ"ຄວາມໃສ່ໃຈຢ່າງເລິກເຊິ່ງຕໍ່" ຫຼື "ການຊວ່ຍເຫຼືອທີ່ເຕັມດ້ວຍຄວາມເມດຕາ." * ຄຳວ່າ "ເມດຕາ" ສາມາດແປໄດ້ວ່າ "ການໃສ່ໃຈແລະຊວ່ຍເຫຼືອຢ່າງເຕັມທີ່" ຫຼື "ປ່ຽມດ້ວຍຄວາມຮັກແລະເມດຕາຢ່າງເລິກເຊິ່ງ."