lo_tw/bible/kt/circumcise.md

3.5 KiB

ເຂົ້າພິທີຕັດ, ການເຂົ້າພິທີຕັດ

ນິຍາມ

ຄຳວ່າ "ເຂົ້າພິທີຕັດ" ໝາຍເຖິງການຕັດໜັງຫຸ້ມປາຍອົງຄະຊາດຂອງຜູ້ຊາຍຫຼືເດັກຊາຍ. ພິທີການເຂົ້າພິທີຕັດອາດຈະຈັດຂື້ນເພື່ອດຳເນີນການໃນເລື່ອງນີ້.

  • ພຣະເຈົ້າໄດ້ສັ່ງກັບອັບຣາຮາມໃຫ້ຜູ້ຊາຍໃນຄອບຄົວແລະຄົນຮັບໃຊ້ທຸກຄົນເຂົ້າພິທີຕັດເພື່ອເປັນເຄື່ອງໝາຍຂອງພັນທະສັນຍາຂອງພຣະເຈົ້າທີ່ພຣະອົງຊົງກະທຳກັບພວກເຂົາ.
  • ພະເຈົ້າໄດ້ຊົງສັ່ງໃຫ້ເຊື້ອສາຍຂອງອັບຣາຮາມຈະຕ້ອງເຮັດການນີ້ຕໍ່ໄປກັບເດັກນ້ອຍຜູ້ຊາຍທີ່ເກີດໃນຄອບຄົວຂອງພວກເຂົາ.
  • ຄຳເວົ້າ, "ການເຂົ້າພິທີຕັດຫົວໃຈ" ໝາຍເຖິງຄຳປຽບທຽບຂອງ "ການຕັດອອກໄປ" ຫລື ການເອົາຄວາມບາບອອກໄປຈາກບຸກຄົນ.
  • ໃນຝ່າຍວິນຍານ, "ການເຂົ້າພິທີຕັດ"ໝາຍເຖິງຄົນທີ່ພຣະເຈົ້າຊົງຊຳລະຈາກບາບໂດຍພຣະໂລຫິດຂອງພຣະເຢຊູ ແລະຜູ້ທີ່ເປັນປະຊາຊົນຂອງພຣະອົງ.
  • ຄຳວ່າ "ບໍ່ໄດ້ເຂົ້າພິທີຕັດ" ໝາຍເຖິງຄົນເຫົ່ຼານັ້ນທີ່ບໍ່ໄດ້ເຂົ້າພິທີຕັດທາງຮ່າງກາຍ. ຄຳນີ້ຍັງໝາຍເຖິງຄົນທີ່ຍັງບໍ່ໄດ້ເຂົ້າພິທີຕັດຝ່າຍວິນຍານ, ຊຶ່ງເປັນບຸກຄົນທີ່ບໍ່ມີຄວາມສຳພັນກັບພຣະເຈົ້າດວ້ຍ.

ຄຳແນະນຳໃນການແປ

  • ຖ້າວັດທະນະທໍາທາງພາສາທີ່ຈະແປມີການເຂົ້າພິທີຕັດໃນຜູ້ຊາຍ, ຄຳທີ່ໃຊ້ຄຳເວົ້າເຖິງການກະທຳນີ້ອາດຈະໃຊ້ສຳລັບຄຳນີ້ໄດ້.
  • ການແປຄຳນີ້ ໃນຮູບແບບອື່ນໆ ໜ້າຈະເປັນ"ຕັດຮອບໆ" ຫຼື

ຕັດເປັນວົງກົມ" ຫຼື "ຕັດໜັງຫຸ້ມອົງຄະຊາດອອກ."

  • ໃນວັດທະນະທໍາທີ່ການເຂົ້າພິທີຕັດບໍ່ເປັນທີ່ຮູ້ຈັກ, ຄຳນີ້ຈຳເປັນຕ້ອງອະທິບາຍໃນສາລະບານຫົວເລື່ອງ.
  • ຂໍໃຫ້ແນ່ໃຈວ່າ ຄຳທີ່ໃຊ້ແປຄຳນີ້ບໍ່ໄດ້ໝາຍເຖິງຜູ້ຍິງ. ຄຳນີ້ຈຳເປັນຕອ້ງແປດ້ວຍຄຳ ຫລື ຄຳເວົ້າທີ່ລວມເຖິງຄວາມໝາຍຂອງ"ຜູ້ຊາຍ."