# ເຂົ້າພິທີຕັດ, ການເຂົ້າພິທີຕັດ ## ນິຍາມ ຄຳວ່າ "ເຂົ້າພິທີຕັດ" ໝາຍເຖິງການຕັດໜັງຫຸ້ມປາຍອົງຄະຊາດຂອງຜູ້ຊາຍຫຼືເດັກຊາຍ. ພິທີການເຂົ້າພິທີຕັດອາດຈະຈັດຂື້ນເພື່ອດຳເນີນການໃນເລື່ອງນີ້. * ພຣະເຈົ້າໄດ້ສັ່ງກັບອັບຣາຮາມໃຫ້ຜູ້ຊາຍໃນຄອບຄົວແລະຄົນຮັບໃຊ້ທຸກຄົນເຂົ້າພິທີຕັດເພື່ອເປັນເຄື່ອງໝາຍຂອງພັນທະສັນຍາຂອງພຣະເຈົ້າທີ່ພຣະອົງຊົງກະທຳກັບພວກເຂົາ. * ພະເຈົ້າໄດ້ຊົງສັ່ງໃຫ້ເຊື້ອສາຍຂອງອັບຣາຮາມຈະຕ້ອງເຮັດການນີ້ຕໍ່ໄປກັບເດັກນ້ອຍຜູ້ຊາຍທີ່ເກີດໃນຄອບຄົວຂອງພວກເຂົາ. * ຄຳເວົ້າ, "ການເຂົ້າພິທີຕັດຫົວໃຈ" ໝາຍເຖິງຄຳປຽບທຽບຂອງ "ການຕັດອອກໄປ" ຫລື ການເອົາຄວາມບາບອອກໄປຈາກບຸກຄົນ. * ໃນຝ່າຍວິນຍານ, "ການເຂົ້າພິທີຕັດ"ໝາຍເຖິງຄົນທີ່ພຣະເຈົ້າຊົງຊຳລະຈາກບາບໂດຍພຣະໂລຫິດຂອງພຣະເຢຊູ ແລະຜູ້ທີ່ເປັນປະຊາຊົນຂອງພຣະອົງ. * ຄຳວ່າ "ບໍ່ໄດ້ເຂົ້າພິທີຕັດ" ໝາຍເຖິງຄົນເຫົ່ຼານັ້ນທີ່ບໍ່ໄດ້ເຂົ້າພິທີຕັດທາງຮ່າງກາຍ. ຄຳນີ້ຍັງໝາຍເຖິງຄົນທີ່ຍັງບໍ່ໄດ້ເຂົ້າພິທີຕັດຝ່າຍວິນຍານ, ຊຶ່ງເປັນບຸກຄົນທີ່ບໍ່ມີຄວາມສຳພັນກັບພຣະເຈົ້າດວ້ຍ. ## ຄຳແນະນຳໃນການແປ * ຖ້າວັດທະນະທໍາທາງພາສາທີ່ຈະແປມີການເຂົ້າພິທີຕັດໃນຜູ້ຊາຍ, ຄຳທີ່ໃຊ້ຄຳເວົ້າເຖິງການກະທຳນີ້ອາດຈະໃຊ້ສຳລັບຄຳນີ້ໄດ້. * ການແປຄຳນີ້ ໃນຮູບແບບອື່ນໆ ໜ້າຈະເປັນ"ຕັດຮອບໆ" ຫຼື ຕັດເປັນວົງກົມ" ຫຼື "ຕັດໜັງຫຸ້ມອົງຄະຊາດອອກ." * ໃນວັດທະນະທໍາທີ່ການເຂົ້າພິທີຕັດບໍ່ເປັນທີ່ຮູ້ຈັກ, ຄຳນີ້ຈຳເປັນຕ້ອງອະທິບາຍໃນສາລະບານຫົວເລື່ອງ. * ຂໍໃຫ້ແນ່ໃຈວ່າ ຄຳທີ່ໃຊ້ແປຄຳນີ້ບໍ່ໄດ້ໝາຍເຖິງຜູ້ຍິງ. ຄຳນີ້ຈຳເປັນຕອ້ງແປດ້ວຍຄຳ ຫລື ຄຳເວົ້າທີ່ລວມເຖິງຄວາມໝາຍຂອງ"ຜູ້ຊາຍ."