lo_tw/bible/kt/exhort.md

2.6 KiB

ເຕືອນສະຕິ, ການເຕືອນສະຕິ

ນິຍາມ

ຄໍາວ່າ "ເຕືອນສະຕິ" ໝາຍເຖິງການໜູນໃຈທີ່ໜັກແໜ້ນແລະກະຕຸ້ນໃຫ້ບາງຄົນເຮັດໃນສິ່ງທີ່ຖືກຕ້ອງ. ແມ່ນຄໍາໜູນໃຈທີ່ເອີ້ນວ່າ "ການເຕືັອນສະຕິ."

  • ຈຸດປະສົງຂອງການເຕືອນສະຕິແມ່ນເພື່ອໂນ້ມນ້າວຄົນອື່ນໃຫ້ຫລີກລ້ຽງຄວາມບາບ ແລະໃຫ້ເຊື່ອຟັງນໍ້າພຣະໄທພຣະເຈົ້າ.
  • ພັນທະສັນຍາໃໝ່ສອນໃຫ້ບັນດາຄຣິສຕຽນໃຫ້ເຕືອນສະຕິເຊິ່ງກັນແລະກັນໃນຄວາມຮັກ, ບໍ່ແມ່ນດ້ວຍຄວາມຮຸນແຮງ ຫລືຫຍາບຊ້າ.

ຄໍາແນະນໍາໃນການແປ

  • ຄໍາວ່າ, "ເຕືອນສະຕິ" ສາມາດແປໄດ້ອີກວ່າ "ກະຕຸ້ນຢ່າງໜັກແໜ້ນ" ຫລື "ໂນ້ມນ້າວ" ຫລື "ແນະນໍາ." ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ
  • ໃຫ້ແນ່ໃຈວ່າການແປຂອງຄໍານີ້ບໍ່ໄດ້ໝາຍຄວາມວ່າ ຄົນທີ່ເຕືອນສະຕິນັ້ນຄຽດຮ້າຍ. ຄໍານີ້ຄວນຊີ້ເຖິງຄວາມແຂງແກ່ງແລະຄວາມຈິງຈັງ, ແຕ່ບໍ່ຊີ້ເຖິງຄໍາເວົ້າທີ່ຄຽດຮ້າຍ.
  • ໃນກໍລະນີສ່ວນຫລາຍ, ຄໍາວ່າ "ເຕືອນສະຕິ" ຄວນຖືກແປໃນແບບທີ່ແຕກຕ່າງກັບຄໍາວ່າ "ໜູນໃຈ," ທີ່ໝາຍເຖິງການໃຫ້ແຮງບັນດານໃຈ, ການສ້າງຄວາມໝັ້ນໃຈ, ຫລືເລົ້າໂລມໃຈບາງຄົນ.
  • ໂດຍປົກກະຕິແລ້ວຄໍານີ້ສາມາດແປໄດ້ຫລາຍແບບຈາກຄໍາວ່າ "ວ່າກ່າວ," ຊຶ່ງໝາຍເຖິງການເຕືອນ ຫລືການແກ້ໄຂພຶດຕິກໍາຂອງບາງຄົນທີ່ລາວເຮັດບໍ່ຖືກຕ້ອງ.