lo_tw/bible/kt/forsaken.md

3.1 KiB

ລະຖິ້ມ, ຖືກປະຖິ້ມ

ນິຍາມ

ຄຳວ່າ "ລະຖິ້ມ" ໝາຍເຖິງການປະຖິ້ມບາງຄົນຫຼືຍອມແພ້ບາງສິ່ງບາງຄົນທີ່ຖືກ "ປະຖິ້ມ" ໄດ້ເຄີຍຖືກລະຖິ້ມໂດຍບາງຄົນ.

  • ເມື່ອມະນຸດ "ປະຖິ້ມ" ພຣະເຈົ້ານັ້ນໝາຍຄວາມວ່າພວກເຂົາເປັນຄົນທີ່ບໍ່ສັດຊື່ຕໍ່ພຣະອົງໂດຍການບໍ່ເຊື່ອຟັງພຣະອົງ.
  • ເມື່ອພຣະເຈົ້າ "ປະຖິ້ມ" ມະນຸດນັ້ນ,ໝາຍຄວາມວ່າພຣະອົງໄດ້ຢຸດການຊ່ວຍເຫຼືອພວກເຂົາແລະປ່ອຍໃຫ້ພວກເຂົາມີປະສົບການທີ່ຍາກລຳບາກ ເພື່ອທີ່ຈະທຳໃຫ້ພວກເຂົາຫັນກັບມາຫາພຣະອົງ.
  • ຄຳນີ້ສາມາດໝາຍເຖິງການປະຖິ້ມສິ່ງຂອງ, ເຊັ່ນການປະຖິ້ມຫຼືບໍ່ຕິດຕາມຄຳສອນຂອງພຣະເຈົ້າ.
  • ຄຳວ່າ "ປະຖິ້ມ"ສາມາດໃຊ້ໃນຮູບແບບອະດີດຕະການເໝືອນໃນປະໂຫຍກທີ່ວ່າ "ເຂົາໄດ້ປະຖິ້ມທ່ານ" ຫຼື ເພື່ອບົ່ງບອກເຖິງບາງຄົນທີ່ໄດ້ "ຖືກປະຖິ້ມ".

ຄຳແນະນຳການແປ

  • ອີກແນວທາງທີ່ແປຄຳນີ້ສາມາດລວມທັງຄຳວ່າ, "ປະຖິ້ມ" ຫຼື "ລະເລີຍ" ຫຼື "ຍອມແພ້" ຫຼື "ຈາກໄປ" ຫຼື "ຖິ້ມໄວ້ຂ້າງຫຼັງ" ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.
  • ທີ່ຈະ "ລະຖິ້ມ" ທັມະບັນຍັດຂອງພຣະເຈົ້າສາມາດແປໄດ້ອີກວ່າ "ບໍ່ເຊື່ອຟັງທັມະບັນຍັດຂອງພຣະເຈົ້າ," ຄຳນີ້ສາມາດແປໄດ້ອີກວ່າ "ປະຖິ້ມ" ຫຼື"ຍອມແພ້ເທິງ" ຫຼື "ຢຸດການເຊື່ອຟັງ" ການສອນຂອງພຣະອົງຫຼືທັມະບັນຍັດຂອງພຣະອົງ.
  • ປະໂຫຍກທີ່ວ່າ "ຖືກລະຖິ້ມ" ສາມາດແປໄດ້ອີກວ່າ "ຖືກຖອດຖິ້ມ "ຫຼື"ຖືກປະຮ້າງ".
  • ຄຳໃນພາສາທີ່ແປອາດຈະຊັດແຈ້ງຫຼາຍກ່ວາ ຫາກໃຊ້ຄຳທີ່ແຕກຕ່າງໃນການແປຄຳນີ້໋,ຂຶ້ນຢູ່ກັບວ່າໃນຂໍ້ນັ້ນກຳລັງເວົ້າເຖິງການປະຖິ້ມແບບໃດ ສິ່ງຂອງຫຼືຄົນ.