lo_tw/bible/kt/hell.md

2.4 KiB

ນະຮົກ, ບຶງໄຟນະຣົກ

ນິຍາມ

ນາລົກເປັນສະຖານທີ່ສຸດທ້າຍແຫ່ງຄວາມເຈັບປວດແລະການທົນທຸກທີ່ບໍ່ມີມື້ຈົບສິ້ນ ຊຶ່ງພຣະເຈົ້າຈະຊົງລົງໂທດທຸກຄົົນທີ່ກະບົດຕໍ່ພຣະອົງແລະປະຕິເສດແຜນການຂອງພຣະອົງໃນການຊ່ວຍພວກເຂົາໃຫ້ລອດພົ້ນໂດຍທາງຂອງພຣະເຢຊູ. ຄໍານີ້ຍັງມີການອ້າງເຖິງວ່າເປັນ "ບຶງໄຟນາລົກ."

  • ນາລົກໄດ້ຖືກອະທິບາຍວ່າເປັນສະຖານທີ່ແຫ່ງໄຟແລະການທົນທຸກຢ່າງສາຫັດ.
  • ຊາຕານແລະວິນຍານຊົ່ວທັງຫລາຍທີ່ຕິດຕາມມັນຈະຖືກໂຍນລົງໄປໃນນາລົກເພື່ອຮັບໂທດຕະຫລອດການ.
  • ຄົົນທີ່ບໍ່ເຊື່ອໃນການຖວາຍບູຊາຂອງພຣະເຢຊູເພື່ອຄວາມບາບຂອງພວກເຂົາ ແລະບໍ່ເຊື່ອວາງໃຈໃນພຣະອົງໃຫ້ຊ່ວຍພວກເຂົາ, ໃຫ້ລອດພົ້ນຈະຖືກລົງໂທດໃນນາລົກຢ່າງນິລັນດອນ.

% ຄຳແນະນຳໃນການແປ

  • ຄຳເຫລົ່ານີ້ຄວນຈະຖືກແປຕ່າງກັນເນື່ອງຈາກຄຳພວກນີ້ປາກົດໃນສະພາບການທີ່ແຕກຕ່າງກັນ.
  • ບາງພາສາບໍ່ສາມາດໃຊ້ "ບຶງ" ໃນວະລີ "ບຶງໄຟນາລົກ" ໄດ້ ເພາະເປັນຄຳທີ່ອ້າງເຖິງນ້ຳ.
  • ຄຳວ່າ "ນາລົກ" ສາມາດແປວ່າ "ສະຖານທີ່ແຫ່ງການທົນທຸກ" ຫລື "ສະຖານທີ່ສຸດທ້າຍແຫ່ງຄວາມມືດແລະຄວາມເຈັບປວດ."
  • ຄຳວ່າ "ບຶງໄຟນາລົກ" ສາມາດແປໄດ້ວ່າ, "ທະເລແຫ່ງໄຟ" ຫລື "ໄຟຂະໜາດໃຫຍ່"