lo_tw/bible/kt/covenantfaith.md

2.5 KiB

ຄວາມສັດຊື່ໃນພັນທະສັນຍາ, ຄວາມພັກດີຂອງພັນທະສັນຍາ, ຄວາມຮັກເມດຕາ, ຄວາມຮັກທີ່ບໍ່ຫຼົ້ມເຫຼວ.

ນິຍາມ

ຄຳນີ້ໃຊ້ເພື່ອອະທິບາຍຄວາມມຸ່ງໝັ້ນຂອງພຣະເຈົ້າໃນການປະຕິບັດຕາມສັນຍາ ທີ່ພຣະອົງໄດ້ທຳກັບປະຊາຊົນຂອງພຣະອົງ.

  • ພຣະເຈົ້າໄດ້ຊົງທຳສັນຍາກັບຄົນອິດສະຣາເອນເປັນຂໍ້ຕົງລົງຢ່າງເປັນທາງການທີ່ເອີ້ນວ່າ "ພັນທະສັນຍາ."
  • "ຄວາມສັດຊື່ໃນພັນທະສັນຍາ" ຫຼື "ຄວາມຈົງຮັກພັກດີຂອງພັນທະສັນຍາ" ຂອງພຣະເຈົ້າຢາເວ ກ່າວເຖິງຂໍ້ຄວາມເເທ້ຈິງ ທີ່

ວ່າ ພຣະອົງຍັງຄົງຮັກສາສັນຍາຂອງຕົນໄວ້ກັບປະຊາຊົນຂອງພຣະອົງ.

  • ຄວາມສັດຊື່ຂອງພຣະເຈົ້າທີ່ຈະຮັກສາພັນທະສັນຍາຂອງພຣະອົງຄື ການສະແດງອອກເຖິງພຣະຄຸນຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ.
  • ຄຳວ່າ "ຄວາມຈົງຮັກພັກດີ" ເປັນອີກຄຳໜຶ່ງທີ່ໝາຍເຖິງ ຄວາມມຸ່ງໝັ້ນ ແລະເຊື່ອຖືໄດ້ໃນການທຳ ແລະເວົ້າໃນສິ່ງທີ່ໄດ້ສັນຍາໄວ້ແລະທີ່ຈະເປັນປະໂຫຍດຕໍ່ຜູ້ອື່ນ.

ຄຳແນະນຳໃນການແປ

  • ວິທີການແປຄຳນີ້ ຈະຂຶ້ນຢູ່ກັບວິທີແປຄຳວ່າ "ພັນທະສັນຍາ" ແລະ "ຄວາມສັດຊື່"
  • ວິທີໃນການແປຄຳນີ້ອາດລວມເຖິງ, " ຄວາມຮັກທີ່ສັດຊື່," ຫຼື

"ຄວາມພັກດີທີ່ມຸ່ງໝັ້ນຮັກ" ຫຼື "ຄວາມຮັກທີ່ໄວ້ເນື້ອເຊື່ອໃຈ."