# ຄວາມສັດຊື່ໃນພັນທະສັນຍາ, ຄວາມພັກດີຂອງພັນທະສັນຍາ, ຄວາມຮັກເມດຕາ, ຄວາມຮັກທີ່ບໍ່ຫຼົ້ມເຫຼວ. ## ນິຍາມ ຄຳນີ້ໃຊ້ເພື່ອອະທິບາຍຄວາມມຸ່ງໝັ້ນຂອງພຣະເຈົ້າໃນການປະຕິບັດຕາມສັນຍາ ທີ່ພຣະອົງໄດ້ທຳກັບປະຊາຊົນຂອງພຣະອົງ. * ພຣະເຈົ້າໄດ້ຊົງທຳສັນຍາກັບຄົນອິດສະຣາເອນເປັນຂໍ້ຕົງລົງຢ່າງເປັນທາງການທີ່ເອີ້ນວ່າ "ພັນທະສັນຍາ." * "ຄວາມສັດຊື່ໃນພັນທະສັນຍາ" ຫຼື "ຄວາມຈົງຮັກພັກດີຂອງພັນທະສັນຍາ" ຂອງພຣະເຈົ້າຢາເວ ກ່າວເຖິງຂໍ້ຄວາມເເທ້ຈິງ ທີ່ ວ່າ ພຣະອົງຍັງຄົງຮັກສາສັນຍາຂອງຕົນໄວ້ກັບປະຊາຊົນຂອງພຣະອົງ. * ຄວາມສັດຊື່ຂອງພຣະເຈົ້າທີ່ຈະຮັກສາພັນທະສັນຍາຂອງພຣະອົງຄື ການສະແດງອອກເຖິງພຣະຄຸນຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ. * ຄຳວ່າ "ຄວາມຈົງຮັກພັກດີ" ເປັນອີກຄຳໜຶ່ງທີ່ໝາຍເຖິງ ຄວາມມຸ່ງໝັ້ນ ແລະເຊື່ອຖືໄດ້ໃນການທຳ ແລະເວົ້າໃນສິ່ງທີ່ໄດ້ສັນຍາໄວ້ແລະທີ່ຈະເປັນປະໂຫຍດຕໍ່ຜູ້ອື່ນ. ## ຄຳແນະນຳໃນການແປ * ວິທີການແປຄຳນີ້ ຈະຂຶ້ນຢູ່ກັບວິທີແປຄຳວ່າ "ພັນທະສັນຍາ" ແລະ "ຄວາມສັດຊື່" * ວິທີໃນການແປຄຳນີ້ອາດລວມເຖິງ, " ຄວາມຮັກທີ່ສັດຊື່," ຫຼື "ຄວາມພັກດີທີ່ມຸ່ງໝັ້ນຮັກ" ຫຼື "ຄວາມຮັກທີ່ໄວ້ເນື້ອເຊື່ອໃຈ."