lo_tw/bible/kt/heaven.md

3.4 KiB

ສະຫວັນ, ທ້ອງຟ້າ, ທ້ອງຟ້າທັງໝົດ, ດັ່ງສະຫວັນ

ນິຍາມ

ຄຳທີ່ແປວ່າ "ສະຫວັນ" ອ້າງເຖິງສະຖານທີ່ທີ່ພຣະເຈົ້າປະທັບຢູ່ . ຄຳດຽວກັນອາດຈະໝາຍເຖິງ "ທ້ອງຟ້າ," ຂຶ້ນຢູ່ບໍລິບົດ.

  • ຄຳວ່າ "ທ້ອງຟ້າທັງໝົດ" ອ້າງເຖິງທຸກສິ່ງທີ່ເຮົາເຫັນເໜືອແຜ່ນດິນໂລກ, ລວມເຖິງດວງອາທິດ ດວງຈັນ, ແລະດວງດາວ, ເຊິ່ງທັງໝົດລວມເຖິງສິ່ງຕ່າງໆໃນທ້ອງຟ້າ. ເຊັ່ນ ດາວເຄາະທີ່ຢູ່ຫ່າງອອກໄປ, ເຊິ່ງເຮົາບໍ່ສາມາດເບິ່ງເຫັນໄດ້ໂດຍກົງຈາກໂລກ.
  • ຄຳວ່າ "ທ້ອງຟ້າ" ອ້າງເຖິງພື້ນທີ່ກວ້າງໃຫຍ່ໄພສານສີຟ້າເໜືອແຜ່ນດິນໂລກທີ່ມີເມກແລະອາກາດທີ່ເຮົາຫາຍໃຈເຂົ້າໄປ. ດວງອາທິດແລະດວງຈັນມັກຈະຖືກກ່າວເຖິງວ່າຢູ່ "ເທິງທ້ອງຟ້າ."
  • ໃນບາງບໍລິບົດໃນພຣະຄຳພີຄຳວ່າ, "ສະຫວັນ" ອາດໝາຍເຖິງທ້ອງຟ້າຫລືສະຖານທີ່ທີ່ພຣະເຈົ້າປະທັບຢູ່.
  • ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ນັ້ນເປັນວິທີທີ່ກ່າວເຖິງພຣະເຈົ້າ. ຍົກຕົວຢ່າງເຊັ່ນ, ເມື່ອມັດທາຍຂຽນກ່ຽວກັບ "ອານາຈັກແຫ່ງສະຫວັນ" ທ່ານກຳລັງອ້າງເຖິງອານາຈັກຂອງພຣະເຈົ້າ.

ຄຳແນະນຳໃນການແປ

  • ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ສາມາດແປໄດ້ວ່າ"ພຣະເຈົ້າ."
  • ສຳລັບ "ອານາຈັກແຫ່ງສະຫວັນ" ໃນໜັງສືມັດທາຍນັ້ນ, ເປັນການດີທີ່ສຸດທີ່ຈະຖືຮັກສາຄຳວ່າ "ສະຫວັນ" ໄວ້ເນື່ອງຈາກນິ້ເປັນລັກສະນະສະເພາະຂອງພຣະກິດຕິຄຸນມັດທາຍ.
  • ຄຳວ່າ "ສະຫວັນ" ຫລື "ດວງດາວໃນທ້ອງຟ້າ" ສາມາດແປໄດ້ວ່າ, "ດວງອາທິດ ດວງຈັນ ແລະດວງດາວ" ຫລື "ດວງດາວທັງໝົດໃນຈັກກະວານ."
  • ວະລີ, "ດວງດາວທັງຫລາຍແຫ່ງສະຫວັນ" ສາມາດແປໄດ້ວ່າ "ດວງດາວທັງຫລາຍໃນທ້ອງຟ້າ" ຫລື "ດວງດາວທັງຫລາຍໃນທາງຊ້າງເຜືອກ" ຫລື "ດວງດາວທັງຫລາຍໃນຈັກກະວານ."