lo_tw/bible/kt/command.md

2.3 KiB

ຄຳສັ່ງ, ສັ່ງ, ພຣະບັນຍັດ

ນິຍາມ

ຄຳສັ່ງ "ສັ່ງ" ໝາຍເຖິງ ການສັ່ງໃຫ້ຄົນໃດຄົນໜຶ່ງເຮັດບາງສິ່ງ. "ຄຳສັ່ງ" ຫຼື" ພຣະບັນຍັດ" ເປັນສິ່ງທີ່ຄົນຖືກສັ່ງໃຫ້ທຳຕາມ.

  • ເຖິງແມ່ນວ່າຄຳເຫຼົ່ານີ້ຈະມີພື້ນຖານຄວາມໝາຍຢ່າງດຽວກັນ, "ພຣະບັນຍັດ" ມັກຈະໝາຍເຖິງພຣະບັນຊາສະເພາະຂອງພຣະເຈົ້າທີ່ເປັນທາງການແລະຍັ້ງຢືນຖາວອນຫລາຍກວ່າ, ຢ່າງເຊັ່ນ "ພຣະບັນຍັດສິບປະການ."
  • ພຣະບັນຍັດສາມາດຂຽນເປັນທາງບວກ ("ຈົ່ງໃຫ້ກຽດບິດາມານດາ") ຫຼື ທາງລົບ ("ຢ່າລັກ") ກໍໄດ້.
  • "ຮັບຄຳສັ່ງ" ໝາຍເຖິງ "ຮັບໜ້າທີ່ຄວບຄຸມດູແລ" ຫຼື "ຮັບໜ້າທີ່ຜິດຊອບ" ຂອງບາງສິ່ງຫຼືບາງຄົນ.

ຄຳແນະນຳໃນການແປ

  • ການແປຄຳນີ້ ໃຫ້ດີທີ່ສຸດຄືການແປໃຫ້ແຕກຕ່າງຈາກຄຳວ່າ,

" ກົດໝາຍ." ຂໍໃຫ້ປຽບທຽບກັບຄຳຈຳກັດຄວາມຂອງຄຳວ່າ "ພຣະບັນຊາ" ແລະ "ລະບຽບ" ດ້ວຍ.

  • ຜູ້ແປບາງຄົນອາດຈະແປ "ຄຳສັ່ງ" ແລະ "ພຣະບັນຍາດ" ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການ, ທີ່ພຣະເຈົ້າຊົງໄດ້ບັນຊາ.
  • ບາງຄົນມັກໃຊ້ຄຳສະເພາະຫຼາຍກວ່າສຳລັບ ພຣະບັນຍັດ ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການທີ່ພຣະເຈົ້າຊົງໄດ້ບັນຊາ