# ຄຳສັ່ງ, ສັ່ງ, ພຣະບັນຍັດ ## ນິຍາມ ຄຳສັ່ງ "ສັ່ງ" ໝາຍເຖິງ ການສັ່ງໃຫ້ຄົນໃດຄົນໜຶ່ງເຮັດບາງສິ່ງ. "ຄຳສັ່ງ" ຫຼື" ພຣະບັນຍັດ" ເປັນສິ່ງທີ່ຄົນຖືກສັ່ງໃຫ້ທຳຕາມ. * ເຖິງແມ່ນວ່າຄຳເຫຼົ່ານີ້ຈະມີພື້ນຖານຄວາມໝາຍຢ່າງດຽວກັນ, "ພຣະບັນຍັດ" ມັກຈະໝາຍເຖິງພຣະບັນຊາສະເພາະຂອງພຣະເຈົ້າທີ່ເປັນທາງການແລະຍັ້ງຢືນຖາວອນຫລາຍກວ່າ, ຢ່າງເຊັ່ນ "ພຣະບັນຍັດສິບປະການ." * ພຣະບັນຍັດສາມາດຂຽນເປັນທາງບວກ ("ຈົ່ງໃຫ້ກຽດບິດາມານດາ") ຫຼື ທາງລົບ ("ຢ່າລັກ") ກໍໄດ້. * "ຮັບຄຳສັ່ງ" ໝາຍເຖິງ "ຮັບໜ້າທີ່ຄວບຄຸມດູແລ" ຫຼື "ຮັບໜ້າທີ່ຜິດຊອບ" ຂອງບາງສິ່ງຫຼືບາງຄົນ. ## ຄຳແນະນຳໃນການແປ * ການແປຄຳນີ້ ໃຫ້ດີທີ່ສຸດຄືການແປໃຫ້ແຕກຕ່າງຈາກຄຳວ່າ, " ກົດໝາຍ." ຂໍໃຫ້ປຽບທຽບກັບຄຳຈຳກັດຄວາມຂອງຄຳວ່າ "ພຣະບັນຊາ" ແລະ "ລະບຽບ" ດ້ວຍ. * ຜູ້ແປບາງຄົນອາດຈະແປ "ຄຳສັ່ງ" ແລະ "ພຣະບັນຍາດ" ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການ, ທີ່ພຣະເຈົ້າຊົງໄດ້ບັນຊາ. * ບາງຄົນມັກໃຊ້ຄຳສະເພາະຫຼາຍກວ່າສຳລັບ ພຣະບັນຍັດ ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການທີ່ພຣະເຈົ້າຊົງໄດ້ບັນຊາ