lo_tw/bible/kt/fellowship.md

2.3 KiB

ສາມັກຄີທັມ, ຄວາມສາມັກຄີທັມ

ນິຍາມ

ໂດຍທົ່ວໄປຄຳວ່າ "ສາມັກຄີທັມ" ກ່າວເຖິງການມີຄວາມສຳພັນແບບເພື່ອນລະຫວ່າງສະມາຊິກໃນກຸ່ມຄົນທີ່ແບ່ງປັນຄວາມສົນໃຈແລະປະສົບປະການທີ່ຄ້າຍຄືກັນ.

  • ໃນພຣະຄັມພີ, ຄຳວ່າ "ສາມັກຄີທັມ" ປົກກະຕິແລ້ວກ່າວເຖິງຄວາມເປັນນຶ່ງດຽວກັນຂອງຜູ້ສັດທາໃນພຣະຄຣິດ.
  • ການສາມັກຄີທັມຂອງຄຣິສະຕຽນຄືການແບ່ງປັນຄວາມສຳພັນທີ່ຜູ້ສັດທາມີລະຫວ່າງກັນ ຜ່ານຄວາມສຳພັນຂອງພວກເຂົາກັບພຣະຄຣິດແລະພຣະວິນຍານບໍຣິສຸດ.
  • ຄຣິສະຕຽນຍຸກຕົ້ນໆ ສະແດງການສາມັກຄີທັມຂອງພວກເຂົາຜ່ານການຟັງຄຳສອນພຣະຄັມຂອງພຣະເຈົ້າແລະອະທິຖານດ້ວຍກັນ, ຜ່ານການແບ່ງປັນສິ່ງຂອງທີ່ພວກເຂົາມີ,ແລະການຮັບປະທານອາຫານຮ່ວມກັນ.
  • ຄຣິສະຕຽນກໍມີຄວາມສາມັກຄີທັມກັບພຣະເຈົ້າຜ່ານຄວາມເຊື່ອຂອງພວກເຂົາໃນພຣະເຢຊູແລະສິ້ນພຣະຊົນເທິງໄມ້ກາງແຂນທີ່ໄດ້ທຳລາຍອຸປະສັກລະຫວ່າງພຣະເຈົ້າກັບມະນຸດ.

ຄຳແນະນຳການແປ

  • ແນວທາງການແປຄຳວ່າ "ສາມັກຄີທັມ" ສາມາດລວມທັງຄຳວ່າ "ການແບ່ງປັນຊຶ່ງກັນແລະກັນ" ຫຼື "ສຳພັນທະໄມຕີ" ຫຼື "ຊຸມຊົນຄຣິສະຕຽນ".